ຕອນຄ່ຳວັນທີ 4 ກັນຍາ2020ນີ້, ງານຕະຫຼາດນັດການຄ້າການບໍລິການສາກົນຈີນ 2020 ໄດ້ໄຂຂຶ້ນຢ່າງດີງາມຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ປະກອບຄຳເຫັນຜ່ານທາງວິດີໂອໃນພິທີເປີດງານຄັ້ງນີ້.ການທີ່ຈັດກິດຈະກຳດ້ານເສດຖະກິດການຄ້າສາກົນຄັ້ງສຳຄັນດ້ວຍຮູບການທັງອ໋ອນລາຍແລະອອຟລາຍແບບນີ້ ຖືວ່າເປັນເທື່ອທຳອິດນັບແຕ່ເກີດມີສະພາບການແຜ່ລະບາດຂອງພະຍາດໂຄວິດ- 19 ເປັນຕົ້ນມາ ເຊິ່ງເປັນງານມະຫາກຳຄັ້ງຍິ່ງໃຫຍ່ທີ່ຕ່າງກັບທຸກຄັ້ງທີ່ຜ່ານມາ ໂດຍເປັນການສ້າງໂອກາດທ່າມກາງວິກິດການ. ໃນເວລາປະກອບຄຳເຫັນ, ທ່ານສີຈິ້ນຜິງໄດ້ສົ່ງສັນຍານອັນຈະແຈ້ງ.
ຕອນຄ່ຳວັນທີ 4 ກັນຍາ2020ນີ້, ງານຕະຫຼາດນັດການຄ້າການບໍລິການສາກົນຈີນ 2020 ໄດ້ໄຂຂຶ້ນຢ່າງດີງາມຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ປະກອບຄຳເຫັນຜ່ານທາງວິດີໂອໃນພິທີເປີດງານຄັ້ງນີ້.
ງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2020 ເປັນງານວາງສະແດງສັງລວມລະດັບຊາດ,ລະດັບສາກົນພຽງງານດຽວໃນຂົງເຂດການຄ້າການບໍລິການຂອງຈີນ. ໃນເວລາ 20 ໂມງຂອງວັນທີ 4 ກັນຍາ2020 ເຊິ່ງເປັນມື້ເປີດງານໄດ້ຈັດກອງປະຊຸມສຸດຍອດການຄ້າການບໍລິການທົ່ວໂລກ ໂດຍໄດ້ເຊື້ອເຊີນ ຜູ້ນຳ, ບຸກຄົນສຳຄັນທາງການເມືອງຂອງຕ່າງປະເທດ, ຜູ້ຮັບຜິດຊອບອົງການຈັດຕັ້ງສາກົນ, ຜູ້ຮັບຜິດຊອບຂອງ 500 ບໍລິສັດຊັ້ນຍອດຂອງໂລກກກໍຄື ວິສາຫະກິດ ນຳໜ້າໃນຂະແໜງການດັ່ງກ່າວເຂົ້າຮ່ວມ.
ຕອນຄ່ຳວັນທີ 4 ກັນຍາ2020ນີ້, ງານຕະຫຼາດນັດການຄ້າການບໍລິການສາກົນຈີນ 2020 ໄດ້ໄຂຂຶ້ນຢ່າງດີງາມຢູ່ນະຄອນຫຼວງປັກກິ່ງ.
ງານຕະຫຼາດນັດການຄ້າການບໍລິການສາກົນຈີນຄັ້ງທຳອິດໄດ້ຈັດຂຶ້ນໃນປີ 2012, ມາຮອດປັດຈຸບັນໄດ້ຈັດຂຶ້ນຢ່າງສຳ ເລັດຜົນມາແລ້ວ 6 ຄັ້ງ. ສຳລັບງານຕະຫຼາດນັດການຄ້າການບໍລິການສາກົນປີນີ້ມີວິສາຫະກິດ,ສະຖາບັນຈຳນວນ 18.000 ແຫ່ງແລະຜູ້ເຂົ້າຮ່ວມ 1ແສນຄົນຈາກ 148 ປະເທດແລະເຂດແຄວ້ນໃນໂລກລົງທະບຽນສະເໜີຊື່ເຂົ້າຮ່ວມງານ. ໃນນີ້, ແຂກຜູ້ມີກຽດແລະນັກທຸລະກິດຕ່າງປະເທດຕົ້ນຕໍແມ່ນເຂົ້າຮ່ວມດ້ວຍວິທີອ໋ອນລາຍ, ສ່ວນຫົວໜ່ວຍທຸລະກິດປະເພດຕ່າງໆຂອງຈີນສ່ວນຫຼາຍເຂົ້າຮ່ວມງານໃນສະຖານທີ່ຈັດງານຕົວຈິງຫຼືອອຟລາຍ.
ແຂກຜູ້ມີກຽດຂອງຕ່າງປະເທດເຂົ້າຮ່ວມພິທີເປີດງານດ້ວຍຮູບການທາງອ໋ອນລາຍ.
ໃນເວລາທີ່ງານຕະຫຼາດນັດການຄ້າການບໍລິການສາກົນຈີນຈັດຂຶ້ນໃນເດືອນພຶດສະພາປີ 2019 ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງໄດ້ສົ່ງສານຊົມເຊີຍໄປເຖິງງານຕະຫຼາດນັດ. ປີນີ້, ລະດັບຂອງງານຕະຫຼາດນັດໄດ້ຖືກຍົກສູງຂຶ້ນຕື່ມອີກ, ທ່ານສີຈິ້ນຜິງໄດ້ປະກອບຄຳເຫັນຜ່ານທາງວິດີໂອ. ເຊິ່ງຖືວ່າເປັນເທື່ອທີ 5 ທີ່ທ່ານສີຈິ້ນຜິງໄດ້ປະກອບຄຳເຫັນຫຼືກ່າວຄຳປາໄສໃນກິດຈະກຳລະດັບສາກົນທີ່ມີຄວາມສຳຄັນໃນລັກສະນະນີ້ ນັບຕັ້ງແຕ່ເກີດມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ.
ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນຫຼືງານຕະຫຼາດນັດກວາງໂຈ່ວ ເຊິ່ງເປັນງານມະຫາກຳການຄ້າທີ່ມີປະຫວັດສາດດົນນານທີ່ສຸດຂອງຈີນໄດ້ປ່ຽນມາຈັດຂຶ້ນຜ່ານທາງອິນເຕີເນັດເປັນເທື່ອທຳ ອິດໃນເດືອນມິຖຸນາປີນີ້. ສ່ວນງານຕະຫຼາດນັດການຄ້າການບໍລິການສາກົນຈີນຄັ້ງນີ້ແມ່ນຈັດຂຶ້ນໂດຍປະສົມປະສານຮູບແບບການຈັດງານທາງອ໋ອນລາຍແລະອອຟລາຍ. ພາຍໃຕ້ສະພາບການໃນປັດຈຸບັນທີ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວໂລກຍັງບໍ່ທັນໄດ້ຖືກຄວບຄຸມໄວ້ໄດ້ຢ່າງຮອບດ້ານເທື່ອນັ້ນ, ຈີນໄດ້ນຳໜ້າເປັນປະເທດທຳອິດໃນການຈັດກິດຈະກຳລະດັບສາກົນດ້ວຍຮູບການດັ່ງກ່າວເຊິ່ງລັກສະນະນີ້ມັນບໍ່ແມ່ນເລື່ອງງ່າຍດາຍ. ຄັນຊັ້ນ,ເປັນຫຍັງຈີນຈິ່ງຕັດສິນໃຈຕ້ອງຈັດງານຕະຫຼາດນັດການຄ້າການບໍລິການສາກົນ?
ທ່ານສີຈິ້ນຜິງໄດ້ໃຫ້ທັດສະນະໃນເວລາປະກອບຄຳເຫັນວ່າ: “ຈີນໄດ້ສຸມທຸກຄວາມພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຢ່າງຫຼວງຫຼາຍເພື່ອຈັດກິດຈະກຳທາງດ້ານເສດຖະກິດ-ການຄ້າສາກົນອັນຍິ່ງໃຫຍ່ຄັ້ງນີ້, ຈຸດປະສົງກໍເພື່ອຮ່ວມກັບບັນດາທ່ານສຸມຄວາມພະຍາຍາມເພື່ອຜ່ານຜ່າຄວາມຫຍຸ້ງຍາກຮ່ວມກັນ, ແລະຮ່ວມກັນຊຸກຍູ້ການຄ້າການບໍລິການທົ່ວໂລກໃຫ້ຈະເລີນຮຸ່ງເຮືອງແລະຊຸກຍູ້ເສດຖະກິດໂລກໃຫ້ສາມາດຟື້ນຄືນໃໝ່ໂດຍໄວ.”
ການຄ້າການບໍລິການເປັນຂົງເຂດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງພະຍາດໂຄວິດ-19. ສະນັ້ນ, ຫາກການຄ້າການບໍລິການໄດ້ຮັບການພັດທະນາໃຫ້ຈະເລີນໄວຂຶ້ນໜຶ່ງມື້, ເສດຖະກິດໂລກກໍຈະສາມາດຟື້ນຄືນໄວຂຶ້ນໜຶ່ງມື້ເຊັ່ນກັນ, ແລະມີຫວັງຈະສາມາດຫຼຸດຜ່ອນຜົນເສຍຫາຍອັນເກີດມາຈາກສະພາບພະຍາດທີ່ມີຕໍ່ເສດຖະະກິດສັງຄົມໄດ້. ໃນໄລຍະທີ່ພະຍາດໂຄວິດ-19 ແຜ່ລະບາດຢ່າງຂະໜາດໃຫຍ່ໃນທົ່ວໂລກ, ການບໍລິການຕ່າງໆເຊັ່ນ: ການປິ່ນປົວທາງໄກ,ການສຶກສາທາງອ໋ອນລາຍ, ເວທີແບ່ງປັນຫຼືsharing platform, ເຮັດວຽກທາງອ໋ອນລາຍ, ການຄ້າເອເລັກໂຕຣນິກຂ້າມຊາດແລະອື່ນໆໄດ້ຖືກນຳໃຊ້ຢ່າງກວ້າງຂວາງ ອັນໄດ້ເພີ່ມກຳ ລັງແຮງໃໝ່ໃນການຂັບເຄື່ອນການເຕີບໂຕຂອງເສດຖະກິດໂລກ.
ພາຍໃຕ້ສະພາບການທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ນັ້ນ, ໂລກກຳລັງເກີດມີການປ່ຽນແປງຢ່າງເລິກເຊິ່ງ ໂດຍຜະເຊີນໜ້າກັບປັດໄຈທີ່ບໍ່ໝັ້ນທ່ຽງແລະບໍ່ແນ່ນອນຍິ່ງຫຼາຍກວ່າເກົ່າ. ຄັ້ນຊັ້ນ, ການຄ້າການບໍລິການທົ່ວໂລກຄວນເປີດສະພາບການໃໝ່ແນວໃດ? ທ່ານສີຈິ້ນຜິງໄດ້ກ່າວເນັ້ນມາຫຼາຍເທື່ອແລ້ວວ່າ: ຄວນພະຍາຍາມສ້າງໂອກາດໃໝ່ທ່າມກາງວິກິດການ ເພື່ອບຸກເບີກສະພາບການໃໝ່ທ່າມກາງສະຖານະການທີ່ກຳລັງຜັນແປຢູ່. ຈຸດນີ້ກໍເໝາະໃຊ້ກັບການຄ້າການບໍລິການເຊັ່ນກັນ. ໃນເວລາປະກອບຄຳເຫັນໃນພິທີເປີດງານຕະຫຼາດນັດການຄ້າການບໍລິການສາກົນຈີນ2020ໃນຕອນຄ່ຳຂອງວັນທີ 4 ກັນຍາ, ທ່ານສີຈິ້ນຜິງໄດ້ສະເໜີຂໍ້ລິເລີ່ມ 3 ຂໍ້ດັ່ງນີ້ຄື:
ໜຶ່ງ: ຮ່ວມກັນສ້າງສະພາບແວດລ້ອມການຮ່ວມມືທີ່ເປີດກວ້າງແລະກວມລວມ. ທ່ານປະທານສີຈິ້ນຜິງກ່າວວ່າ: ຂະແໜງການການບໍລິການມີຈຸດພິເສດສະເພາະເຊັ່ນ: ມີຊັບສິນໜ້ອຍ, ເນັ້ນປັດໄຈອ່ອນ ແລະອື່ນໆ, ສະນັ້ນ ຍິ່ງຕ້ອງການມີສະພາບແວດລ້ອມການພັດທະນາຂອງຂະແໜງການທີ່ເປີດກວ້າງ, ໂປ່ງໃສ, ກວມລວມ ແລະບໍ່ຈຳແນກ, ທັງຍິ່ງຕ້ອງການໃຫ້ບັນດາປະເທດສຸມຄວາມພະຍາຍາມຫຼຸດຜ່ອນອຸປະສັກທີ່ກີດຂວາງ“ຢູ່ຊາຍແດນ” ແລະ“ຫຼັງຜ່ານຊາຍແດນແລ້ວ” ທີ່ເປັນການຈຳກັດການໄຫຼວຽນຂອງປັດໄຈຕ່າງໆເພື່ອຊຸກຍູ້ການເຊື່ອມຈອດກັນແບບຂ້າມຊາດ.
ສອງ: ຮ່ວມກັນສ້າງກຳລັງຂັບເຄື່ອນຂອງການຮ່ວມມືທີ່ນຳພາໂດຍການປະດິດສ້າງໃໝ່.ການພັດທະນາຮູບແບບອຸດສາຫະກຳ ໃໝ່ແລະຮູບແບບທຸລະກິດໃໝ່ດ້ານການຄ້າການບໍລິການ,ເຊິ່ງບໍ່ສາມາດປາສະຈາກການນຳພາຂອງການປະດິດສ້າງໃໝ່ໄດ້. ທ່ານສີຈິ້ນຜິງກ່າວເນັ້ນວ່າ: ພວກເຮົາຄວນປະຕິບັດງານໄປຕາມທ່າອ່ຽງຂອງການຂະຫຍາຍຕົວທີ່ຫັນເປັນດິຈີຕອນ,ຫັນເປັນເຄືອຂ່າຍອິນເຕີເນັດແລະຫັນເປັນອັດສະລິຍະ, ຮ່ວມກັນສຸມກຳລົງເຂົ້າໃນການລຶບລ້າງ “ຄວາມແຕກໂຕນກັນດ້ານດິຈິຕອນ” ( Digital Divide), ປະກອບສ່ວນເຂົ້າໃນການຊຸກຍູ້ຂະບວນການຫັນເປັນດິຈິຕອນດ້ານການຄ້າການບໍລິການ.
ສາມ: ຮ່ວມກັນສ້າງສະພາບການຂອງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ພາຍໃຕ້ສະພາບເສດຖະກິດໂລກາພິວັດ, ເສດຖະກິດຂອງບັນດາປະເທດໄດ້ເພິ່ງພາອາໄສເຊິ່ງກັນແລະກັນ, ຜົນປະໂຫຍດໄດ້ເຊື່ອມໂຍງເຂົ້າກັນແບບບໍ່ເຄີຍມີມາກ່ອນ, ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ການທີ່ປະຕິບັດດີຕໍ່ກັນຢ່າງ ຈິງໃຈ, ການສ້າງຜົນປະໂຫຍດໃຫ້ທຸກຝ່າຍແລະ ການຊົມໃຊ້ຮ່ວມກັນແມ່ນວິທີຮັບມືຂັ້ນພື້ນຖານທີ່ສຸດ. ປະເທດຕ່າງໆຄວນເພີ່ມທະວີການເຊື່ອມຕໍ່ການພັດທະນາ ການຄ້າການບໍລິການ, ປະດິດສ້າງຮູບການຮ່ວມມື, ລົງເລິກຂົງເຂດການຮ່ວມມື, ເອົາໃຈໃສ່ການສ້າງຜົນປະໂຫຍດດ້ານການພັດທະນາຮ່ວມກັນ ໃຫ້ຫຼາຍເທົ່າທີ່ຈະ ຫຼາຍໄດ້, ພັດທະນາການຄ້າການບໍລິການໃຫ້ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.ໃນຕະຫຼາດນັດການຄ້າການບໍລິການສາກົນຄັ້ງນີ້ໄດ້ກຳ ນົດຫົວຂໍ້ວ່າ: “ການບໍລິການທົ່ວໂລກ, ຕ່າງຝ່າຍຕ່າງມີຜົນປະໂຫຍດແລະຊົມໃຊ້ຮ່ວມກັນ” ເຊິ່ງໄດ້ຊີ້ແຈງທິດທາງດັ່ງທີ່ທ່ານສີຈິ້ນຜິງໄດ້ກ່າວມາຂ້າງເທິງນັ້ນ.
ຢູ່ຈີນ, ໃນຂົງເຂດການຄ້າສິນຄ້າ, ງານວາງສະແດງສິນຄ້ານຳເຂົ້າສາກົນຊຽງໄຮ້ແມ່ນເນັ້ນໃສ່ການນຳເຂົ້າ, ງານຕະຫຼາດນັດກວາງໂຈ່ວແມ່ນເນັ້ນໃສ່ການສົ່ງອອກ, ສ່ວນງານຕະຫຼາດນັດການຄ້າການບໍລິການສາກົນປັກກິ່ງແມ່ນເນັ້ນໃສ່ການຄ້າການບໍລິການ. ເດືອນພະຈິກປີ 2019, ທ່ານສີຈິ້ນຜິງໄດ້ຢືນຢັນໃນພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 2 ວ່າ, ຈີນຈະຊຸກຍູ້ການຄ້າຂາເຂົ້າຂາອອກ,ການຄ້າສິນຄ້າແລະການຄ້າການບໍລິການໃຫ້ພັດທະນາຢ່າງກົມກຽວກັນ. ງານຕະຫຼາດນັດການຄ້າການບໍລິການສາກົນປັກກິ່ງກໍເປັນຂອດສຳ ຄັນຂອງຍຸດທະສາດນີ້.
ງານຕະຫຼາດນັດການຄ້າການບໍລິການສາກົນຈີນໄດ້ກຳນົດເອົາປັກກິ່ງເປັນສະຖານທີ່ຈັດງານ. ປັກກິ່ງເປັນຕົວເມືອງຈຸດສຸມກວມລວມແຫ່ງການເປີດກວ້າງການເປີດປະຕູສູ່ພາຍນອກຂອງຂະແໜງການບໍລິການແຫ່ງທຳອິດຂອງທົ່ວປະເທດຈີນ ເຊິ່ງປັກກິ່ງໄດ້ຄົ້ນຄວ້າແລະສ້າງນະໂຍບາຍທີ່ກ່ຽວຂ້ອງເປັນຜູ້ທຳອິດໃນທົ່ວປະເທດຫຼືປະດິດສ້າງລະບຽບການຫຼາຍປະການ. ໃນປີ2019, ຂະແໜງການການບໍລິການຂອງປັກກິ່ງໄດ້ກວມGDP ເຖິງ 83,5%, ເຊິ່ງສູງກວ່າລະດັບສະເລ່ຍຂອງທົ່ວປະເທດ 29,6%.
ໃນເວລາປະກອບຄຳເຫັນໃນພິທີເປີດງານໃນວັນທີ 4 ກັນຍາ, ທ່ານສີຈິ້ນຜິງໄດ້ປະກາດມາດຕະການສຳຄັນຕ່າງໆກ່ຽວກັບການສະໜັບສະໜູນການພັດທະນາການຄ້າການບໍລິການ,ເປີດກວ້າງການເປີດປະຕູສູຸ່ພາຍນອກດ້ານການຄ້າການບໍລິການ. ໃນນີ້, ສິ່ງທີ່ໜ້າສົນໃຈທີ່ສຸດກໍແມ່ນສະໜັບສະໜູນໃຫ້ປັກກິ່ງສ້າງຕັ້ງເຂດສາທິດກວມລວມແຫ່ງຊາດໃນການເປີດກວ້າງການເປີດປະຕູສູ່ພາຍນອກຂອງຂະແໜງການບໍລິການ.
ທ່ານສີຈິ້ນຜິງຍັງປະກາດວ່າ: ຈີນຈະສືບຕໍ່ຜ່ອນຄາຍເງື່ອນໄຂການອະນຸມັດໃຫ້ເຂົ້າເຖິງຕະຫຼາດຂອງຂະແໜງການບໍລິການ, ເປັນເຈົ້າການເປີດກວ້າງການນຳເຂົ້າການບໍລິການທີ່ມີຄຸນນະພາບດີ, ຈີນສະໜັບສະໜູນການສ້າງຕັ້ງສະຫະພາບການຄ້າການບໍລິການທົ່ວໂລກ, ເພີ່ມທະວີການປົກປ້ອງຊັບສິນທາງປັນຍາ, ຕັ້ງໜ້າຊຸກຍູ້ ເສດຖະກິດດິຈີຕອນ, ຮ່ວມກັນຊົມໃຊ້ໝາກຜົນດ້ານເສດຖະກິດແລະອື່ນໆໃຫ້ຂະຫຍາຍຕົວຢ່າງຟົດຟື້ນ.
ມາດຕະການເຫຼົ່ານີ້ໄດ້ເຮັດໃຫ້ທົ່ວໂລກໄດ້ເຫັນເຖິງທ່າທີອັນເດັດດ່ຽວໜຽວແໜ້ນຂອງຈີນອີກຄັ້ງໜຶ່ງຄື: ພວກເຮົາມີຄວາມເດັດຂາດວ່າຈະບໍ່ໃຫ້ສະແສທີ່ຝືນກັບກະແສຂອງຍຸກສະໄໝແລະອຸປະສັກຕ່າງໆເປັນສິ່ງຂັດຂວາງພວກເຮົາໄດ້, ຕ້ອງຢືນຢູ່ໃນຝ່າຍທີ່ຖືກຕ້ອງກັບປະຫວັດສາດ, ເປີດກວ້າງການເປີດປະຕູສູ່ພາຍນອກຢ່າງເດັດດ່ຽວໜຽວແໜ້ນ. ມີພຽງແຕ່ຮ່ວມແຮງຮ່ວມໃຈກັນ,ເກາະແຂນກັນກ້າວເດີນໄປໜ້າເທົ່ານັ້ນ, ພວກເຮົາຈິ່ງຈະສາມາດພົ້ນອອກຈາກໄລຍະທີ່ຫຍຸ້ງຍາກລຳບາກໃນປະຫວັດສາດຂອງມະນຸດໃນໄລຍະນີ້ດ້ວຍບາດກ້າວອັນໜັກແໜ້ນໄດ້.
ຄຳເຫັນ
0