ເຂດປົກຄອງຕົນເອງເຜົ່າຫຸຍນິງເຊ້ຍຕັ້ງຢູ່ພາກຕາເວັນຕົກສຽງເໜືອຂອງຈີນ, ໃນຂະບວນການສູ້ຊົນຫຼາຍສິບປີຂອງເຂດນິງເຊ້ຍ, ມີເລື່ອງໜຶ່ງກ່ຽວກັບ “ພາກຕາເວັນອອກ ແລະ ພາກຕາເວັນຕົກປະສານສົມທົບຫຼຸດຜ່ອນຄວາມທຸກຍາກ”, ເຊິ່ງໄດ້ຮັບການເລົ່າຂານກັນຢ່າງກວ້າງຂວາງ.
ປີ 1996, ຈີນໄດ້ຕົກລົງໃຫ້ 13 ແຂວງ ກຳແພງນະຄອນທີ່ອ່າວມີການພັດທະນາອ່າວດີແດ່ໃນພາກຕາເວັນອອກ ຊ່ວຍເຫຼືອ 10 ແຂວງ, ເຂດປົກຄອງຕົນເອງຂອງພາກຕາເວັນຕົກ. ແຂວງຟູຈ້ຽນຖືກກຳນົດໃຫ້ຊ່ວຍເຫຼືອເຂດນິງເຊ້ຍ. ທ່ານສີຈິ້ນຜິງ ຮອງເລຂາຄະນະພັກແຂວງຟູຈ້ຽນໃນເວລານັ້ນໄດ້ເປັນຫົວໜ້າໜ່ວຍງານຊີ້ນຳວຽກງານຂອງແຂວງວຟູຈ້ຽນເພື່ອຊ່ວຍເຫຼືອເຂດນິງເຊ້ຍ.
ເຂດໂນນພູດິນເຫຼືອງຢູ່ພາກໃຕ້ເຂດນິງເຊ້ຍ, ເຄີຍມີ ເຂດໜຶ່ງທີ່ບໍ່ເໝາະສົມກັບການດຳລົງຊີວິດຂອງມະນຸດ, ເຊິ່ງປະກອບດ້ວຍຫຼາຍເມືອງທຸກຍາກ, ເຊັ່ນ: ເມືອງຊີ່ຈີ, ເມືອງໄຫຢວນ, ເມືອງກູ້ຢວນ ແລະອື່ນໆ.
ປີ 1997, ທ່ານສີຈິ້ນຜິງໄດ້ສຳຫຼວດຄົ້ນຄວ້າວຽກງານຢູ່ເມືອງລົງເຕີເຂດນິງເຊ້ຍເພື່ອຊອກຮູ້ສະພາບການລະບາຍນ້ຳເຂົ້ານາ.
ປີ 1997, ທ່ານສີຈິ້ນຜິງໄດ້ນຳພາໜ່ວຍງານໄປເຮັດວຽກຢູ່ເຂດນີ້ເປັນຄັ້ງທຳອິດ, ທ່ານໄດ້ຮູ້ສຶກອິນດູສົງສານຕໍ່ສະພາບການທີ່ປະຊາຊົນທ້ອງຖິ່ນມີແຕ່ເຮືອນເປົ່າຫວ່າງ ກິນກໍບໍ່ອີ່ມ ນຸ່ງກໍບໍ່ອຸ່ນ. ຫຼັງຈາກການສຳຫຼວດຄັ້ງນັ້ນ, ທ່ານສີຈິ້ນຜິງໄດ້ຕັດສິນໃຈຊຸກຍູ້ໃຫ້ແຂວງຟູຈ້ຽນຊ່ວຍເຫຼືອເຂດນິງເຊ້ຍແບບຈັບຄູ່ກັນ. ພາຍໃຕ້ການສະໜັບສະໜູນດ້ານເງິນທຶນຂອງແຂວງຟູຈ້ຽນ, ຢູ່ເຂດທຸກຍາກແຖບນີ້ໄດ້ເຈາະນໍ້າສ້າງ ແລະ ເຮັດອ່າງນໍ້າ, ໃຫ້ປະຊາຊົນໄດ້ໃຊ້ນໍ້າສະອາດ; ໄດ້ປັບເປີ້ນພູໃຫ້ກາຍເປັນນາຂັ້ນໄດ, ພັດທະນາອຸດສາຫະກຳມັນຝຣັ່ງ, ເພື່ອນຳພາປະຊາຊົນອອກແຮງງານສ້າງລາຍຮັບເພີ່ມຂຶ້ນ; ທັງໄດ້ຈັດສັນຍົກຍ້າຍປະຊາຊົນຜູ້ທຸກຍາກທີ່ອາໄສຢູ່ເຂດທີ່ບໍ່ມີເງື່ອນໄຂອຳນວຍອອກໄປສ້າງບ້ານໃໝ່.
ທ່ານສີຈິ້ນຜິງໄດ້ຕັ້ງຊື່ໃຫ້ບ້ານປະຊາຊົນຜູ້ຍົກຍ້າຍວ່າ “ບ້ານມິນນິງ”. ທ່ານເຄີຍກ່າວວ່າ: “ດຽວນີ້ບ້ານມິນນິງຍັງແມ່ນຫາດຊາຍແຫ້ງ, ແຕ່ໃນອະນາຄົດ ຈະແມ່ນຫາດຊາຍຄຳ.”
ຫຼັງຈາກນັ້ນຫຼາຍປີ, ພະນັກງານການນຳຂອງແຂວງຟູຈ້ຽນ ແລະ ເຂດນິງເຊ້ຍໄດ້ເສີມຂະຫຍາຍທ່າແຮງທີ່ເປັນເອກະລັກຂອງທ້ອງຖິ່ນ, ພັດທະນາອຸດສາຫະກຳເອກະລັກຕ່າງໆ, ເຊັ່ນ, ໝາກລ່າແຊັງ, ເກົາກີ້, ແລະ ລ້ຽງສັດເປັນຕົ້ນ, ເຮັດໃຫ້ບ້ານມິນນິງໄດ້ກ້າວສູ່ເສັ້ນທາງທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຂຶ້ນໄດ້ຢ່າງວ່ອງໄວ, ໄດ້ຄ່ອຍໆພັດທະນາເປັນຕາແສງມິນນິງ. ປະຈຸບັນ, ຕາແສງມິນນິງໄດ້ມີຫຼາຍຂະແໜງການທີ່ເປັນເອກະລັກ ເຊັ່ນ: ການປູກຝັງ, ການລ້ຽງສັດ, ການທ່ອງທ່ຽວ ແລະ ອື່ນໆ, ມີພົນລະເມືອງຖາວອນ 6 ໝື່ນ 6 ພັນກວ່າຄົນ. ປີ 2019, ລາຍຮັບທີ່ຈັບຈ່າຍໄດ້ສະເລ່ຍຕໍ່ຫົວຄົນຂອງພົນລະເມືອງທົ່ວຕາແສງແມ່ນ 13970 ຢວນ, ອັດຕາເກີດຄວາມທຸກຍາກໄດ້ຫຼຸດລົງເຫຼືອ 0,197%.
ຫາດຊາຍແຫ້ງໃນອະດີດໄດ້ກາຍເປັນ “ຫາດຊາຍຄຳ” ທີ່ຈະເລີນຮຸ່ງເຮືອງ ແລະ ຮັ່ງມີ. “ຮູບແບບມິນນິງ” ກໍຄ່ອຍໆກາຍເປັນໂຕແບບທີ່ດີແຫ່ງການພັດທະນາທີ່ມີການປະສານສົມທົບກັນລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ.
ວັນທີ 8 ມິຖຸນາປີ 2020, ທ່ານສີຈິ້ນຜິງໄດ້ໄປສຳຫຼວດສະພາບການອະນຸລັກທຳມະຊາດແລະສິ່ງແວດລ້ອມຂອງແມ່ນ້ຳເຫຼືອງຕອນຢູ່ນະຄອນອູຈົ່ງເຂດນິງເຊ້ຍ
ການພັດທະນາທີ່ມີການປະສານສົມທົບກັນຂອງເຂດແຄວ້ນ, ໄດ້ຝັງເລິກໃນຈິດໃຈຂອງທ່ານສີຈິ້ນຜິງມາໂດຍຕະຫຼອດ. ເຮັດແນວໃດຈຶ່ງຈະສາມາດແກ້ໄຂບັນຫາຂອງເຂດດ້ອຍພັດທະນາໄດ້? ທ່ານສີຈິ້ນຜິງເຄີຍຂຽນບົດຄວາມກ່ຽວກັບເລື່ອງນີ້ ສະເພາະໃນເດືອນທັນວາປີ 2004, ທັງໄດ້ອະທິບາຍຢ່າງລະອຽດໂດຍຍົກເອົາ “ທິດສະດີຄຸໄມ້”ທີ່ມີຊື່ສຽງໃນເສດຖະສາດ.
“ຕ້ອງເຂົ້າໃຈວ່າ, ຖ້າບໍ່ມີຄວາມອີ່ມໜໍາສຳລານຂອງເຂດດ້ອຍພັດທະນາ, ກໍຈະບໍ່ມີຄວາມອີ່ມໜໍາສຳລານຮອບດ້ານຂອງທົ່ວແຂວງ; ຖ້າບໍ່ມີການຫັນເປັນທັນສະໄໝຢູ່ເຂດດ້ອຍພັດທະນາ, ກໍຈະບໍ່ມີການຫັນເປັນທັນສະໄໝຢູ່ທົ່ວແຂວງ. ນີ້ກໍຄື “ທິດສະດີຄຸໄມ້”ທີ່ໄດ້ລະບຸໄວ້ໃນຫຼັກເສດຖະສາດ, ຂະໜາດບັນຈຸນ້ຳໃນຄຸໄມ້ໜ່ວຍໜຶ່ງບໍ່ແມ່ນຂຶ້ນຢູ່ກັບໄມ້ແປ້ນໂຕທີ່ຍາວທີ່ສຸດໃນຄຸໄມ້ໜ່ວຍນັ້ນ,ແຕ່ຫາກຂຶ້ນຢູ່ກັບໄມ້ແປ້ນທີ່ສັ້ນທີ່ສຸດ.”
ໃນ “ທິດສະດີຄຸໄມ້”ທີ່ທ່ານສີຈິ້ນຜິງກ່າວເຖິງນັ້ນມີຄວາມໝາຍວ່າ, ຂະໜາດບັນຈຸນ້ຳໃນຄຸໄມ້ໜ່ວຍໜຶ່ງບໍ່ແມ່ນຂຶ້ນຢູ່ກັບໄມ້ແປ້ນໂຕທີ່ຍາວທີ່ສຸດໃນຄຸໄມ້ໜ່ວຍນັ້ນ, ແຕ່ຫາກຂຶ້ນຢູ່ກັບໄມ້ແປ້ນທີ່ສັ້ນທີ່ສຸດ. ນີ້ກໍສະແດງໃຫ້ເຫັນວ່າ: ບໍ່ວ່າການພັດທະນາຂອງປະເທດໃດໜຶ່ງ, ຫຼືການພັດທະນາຂອງທ້ອງຖິ່ນໃດໜຶ່ງ,ພາກສ່ວນຕ່າງໆມັກຈະມີລະດັບການພັດທະນາທີ່ແຕກຕ່າງກັນ, ສຳລັບສິ່ງທີ່ຈະຕັດສິນລະດັບການພັດທະນາໂດຍລວມນັ້ນ, ບໍ່ພຽງແຕ່ແມ່ນສ່ວນທີ່ມີທ່າແຮງເທົ່ານັ້ນ, ພັດແຮ່ງຂຶ້ນຢູ່ກັບພາກສ່ວນທີ່ດ້ອຍພັດທະນາ.
ເດືອນກຸມພາປີ 2014, ໃນເວລາທີ່ໃຫ້ສຳພາດຕໍ່ໂທລະພາບຣັດເຊຍ, ທ່ານສີຈິ້ນຜິງຍັງໄດ້ໃຊ້ຄຳປຽບທຽບ “ຫຼິ້ນປີອາໂນດ້ວຍມື 10 ນິ້ວ” ເພື່ອບັນລະຍາຍທາດແທ້ຂອງການພັດທະນາທີ່ມີການປະສານສົມທົບກັນ. ທ່ານກ່າວວ່າ: ການເປັນຜູ້ນຳຢູ່ຈີນ, ຕ້ອງຢູ່ບົນພື້ນຖານທີ່ຮັບຮູ້ສະພາບການຢ່າງຈະແຈ້ງ, ວາງແຜນຢ່າງເປັນເອກະພາບກັນ, ການພັດທະນາຕ້ອງມີການປະສານສົມທົບກັນ, ທັງ ຮັກສາຄວາມດຸນດ່ຽງແບບສັງລວມ, ເນັ້ນຈຸດໜັກທັງນຳພາສະພາບການລວມ, ບາງເທື່ອຕ້ອງກຳແໜ້ນພາກສ່ວນໃຫຍ່ແຕ່ປ່ອຍວາງພາກສ່ວນນ້ອຍ, ພັດທະນາພາກສ່ວນນ້ອຍໃນພາກສ່ວນໃຫຍ່, ບາງເທື່ອກໍຕ້ອງໃຊ້ພາກສ່ວນນ້ອຍຊຸກຍູ້ພາກສ່ວນໃຫຍ່, ການພັດທະນາພາກສ່ວນນ້ອຍກໍສາມາດສະທ້ອນໃຫ້ເຫັນພາກສ່ວນໃຫຍ່ໄດ້. ແນວຄິດທີ່ສອດຫ້ອຍຢູ່ໃນນັ້ນ ກໍແມ່ນການພັດທະນາທີ່ມີການປະສານສົມທົບກັນ.
ທ່ານສີຈິ້ນຜິງໄດ້ໃຊ້ “ທິດສະດີຄຸໄມ້” ບັນລະຍາຍຄວາມສຳຄັນຂອງການພັດທະນາທີ່ມີການປະສານສົມທົບກັນ, ຄວາມອີ່ມໜໍາສຳລານຮອບດ້ານບໍ່ພຽງແຕ່ແມ່ນຄວາມອີ່ມໜໍາສຳລານຂອງເຂດພັດທະນາເທົ່ານັ້ນ, ຍັງເປັນຄວາມອີ່ມໜໍາສຳລານຂອງເຂດດ້ອຍພັດທະນາອີກດ້ວຍ; ບໍ່ພຽງແຕ່ແມ່ນຄວາມສິວິໄລດ້ານວັດຖຸທີ່ອຸດົມສົມບູນເທົ່ານັ້ນ, ພັດແຮ່ງແມ່ນຄວາມສິວິໄລດ້ານຈິດໃຈທີ່ອຸດົມສົມບູນອີກດ້ວຍ. ການເນັ້ນການປະສານສົມທົບ ແລະ ຄວາມດຸນດ່ຽງກັນແມ່ນແນວຄວາມຄິດປົກຄອງປະເທດຂອງທ່ານສີຈິ້ນຜິງທີ່ທ່ານໄດ້ປະຕິບັດມາຢ່າງສະເໝີຕົ້ນສະເໝີປາຍ.
ການພັດທະນາແບບບໍ່ດຸນດ່ຽງກັນຢູ່ຈີນແມ່ນບັນຫາທີ່ມີຢູ່ແລ້ວເປັນເວລາດົນນານ, ສະແດງອອກຢ່າງພົ້ນເດັ່ນໃນຄວາມບໍ່ດຸນດ່ຽງກັນລະຫວ່າງເຂດແຄວ້ນ, ຕົວເມືອງກັບຊົນນະບົດ, ເສດຖະກິດກັບສັງຄົມ, ຄວາມສິວິໄລດ້ານວັດຖຸ ແລະ ຄວາມສິວິໄລດ້ານຈິດໃຈ, ການສ້າງສາເສດຖະກິດ ແລະ ການປ້ອງກັນປະເທດ ແລະອື່ນໆ.
ໃນວົງການພູມສາດຂອງຈີນ, ມີເສັ້ນແບ່ງເຂດແດນທາງປະຊາກອນ ແລະ ພູມສາດເສັ້ນໜຶ່ງທີ່ມີຊື່ສຽງ ຊື່ວ່າ “ເສັ້ນຫູເວີຍຢົ່ງ”, ຈາກພາກຕາເວັນອອກສຽງເໜືອ ໄປສູ່ພາກຕາເວັນຕົກສຽງໃຕ້, “ເສັ້ນຫູເວີຍຢົ່ງ” ໄດ້ຜ່ານດິນແດນ 9,6ລ້ານກິໂລຕາແມັດຂອງຈີນ. ໂດຍຖືເສັ້ນນີ້ເປັນເສັ້ນແບ່ງເຂດແດນ, ຢູ່ທາງພາກຕາເວັນອອກສຽງໃຕ້ມີປະຊາກອນໜາແໜ້ນຫຼາຍ, ຢູ່ພາກຕາເວັນຕົກສຽງເໜືອມີປະຊາກອນໜ້ອຍ, ເຊິ່ງໄດ້ສ່ອງແສງໃຫ້ເຫັນບັນຫາໃນການພັດທະນາທີ່ບໍ່ດຸນດ່ຽງກັນລະຫວ່າງເຂດແຄວ້ນຢ່າງພົ້ນເດັ່ນ.
ເຮັດແນວໃດຈຶ່ງຈະສາມາດຊຸກຍູ້ໃຫ້ເຂດແຄວ້ນຕ່າງໆພັດທະນາໄດ້ຢ່າງດຸນດ່ຽງກັນ? ນີ້ແມ່ນວຽກງານສຳຄັນອີກຢ່າງໜຶ່ງທີ່ຢູ່ໃນໃຈຂອງທ່ານສີຈິ້ນຜິງ.
ຫຼັງຈາກການລົງເລິກສຳຫຼວດຄົ້ນຄວ້າ, ປຶກສາຫາລືຢ່າງກວ້າງຂວາງ, ທ່ານສີຈິ້ນຜິງໄດ້ສະເໜີແນວຄວາມຄິດໃນການພັດທະນາແບບໃໝ່ຄື: ປະດິດສ້າງໃໝ່ ປະສານສົມທົບກັນ ສີຂຽວ ເປີດກວ້າງ ແລະ ຊົມໃຊ້ຮ່ວມກັນ. ປັກກິ່ງ-ທຽນສິນ-ແຂວງເຫີເປີຍພັດທະນາທີ່ມີການປະສານສົມທົບກັນ, ພັດທະນາແລວເສດຖະກິດແມ່ນໍ້າຢາງເຊ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ອະນຸລັກລະບົບນິເວດ ແລະ ການພັດທະນາດ້ວຍຄຸນນະພາບສູງຂອງລ້ອງແມ່ນ້ຳເຫຼືອງ ແລະ ໂຄງການພັດທະນາທີ່ມີການປະສານສົມທົບກັນອື່ນໆ ເຊິ່ງຈະຊຸກຍູ້ເສດຖະກິດສັງຄົມຂອງຈີນໃຫ້ກ້າວໄປສູ່ທິດທາງທີ່ດຸນດ່ຽງກວ່າເກົ່າ ແລະ ມີຄຸນນະພາບສູງກວ່າເກົ່າ.
ຄຳເຫັນ
0