ສະພາບການທີ່ຄຶກຄື້ນໃນງານຕະຫຼາດນັດການຄ້າການບໍລິການສາກົນຈີນ 2020 ທີ່ເນັ້ນຫົວຂໍ້ວ່າ “ບໍລິການທົ່ວໂລກ, ແບ່ງປັນແລະສ້າງຜົນປະໂຫຍດໃຫ້ກັນແລະກັນ” ໄດ້ດຶງດູດສາຍຕາຂອງຄົນທັງຫຼາຍໃນທົ່ວໂລກ. ບຸກຄົນວົງການຕ່າງໆກ່າວວ່າ: ມາດຕະການຂອງຈີນທີ່ເປີດກວ້າງການຄ້າການບໍລິການຢ່າງບໍ່ຢຸດຢັ້ງ, ຈະສ້າງໂອກາດການຄ້າໃໝ່ຫຼາຍກວ່າເກົ່າໃຫ້ແກ່ໂລກພາຍໃຕ້ສະພາບການຂອງການແຜ່ລະບາດຂອງພະຍາດໂຄວິດ-19.
ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ, ທ່ານວິລຽມ ຈອນສ໌ ຫົວໜ້າສາຂາຂອງວາລະສານ Executire Intelligence Review ປະຈຳວໍຊີງຕັນຂອງອາເມຣິກາກ່າວວ່າ: ພະຍາດໂຄວິດ-19 ໄດ້ແຜ່ລະບາດໃນທົ່ວໂລກ, ປະເທດຈີນເປັນພຽງປະເທດດຽວໃນໂລກທີ່ມີເງື່ອນໄຂຈັດງານມະຫາກຳແບບນີ້, ເປັນການສົ່ງສັນຍານວ່າຈີນໄດ້ປະກອບສ່ວນເຮັດໃຫ້ເສດຖະກິດໂລກສາມາດຟື້ນຄືນໃໝ່ໄດ້. ທ່ານຈອນສ໌ ເຫັນວ່າ, ການເຄື່ອນໄຫວເສດຖະກິດຕ່າງໆຂອງຈີນພວມກັບຄືນສູ່ສະພາບປົກກະຕິ, ເຊິ່ງຈະສ້າງຜົນປະໂຫຍດທີ່ດີໃຫ້ແກ່ເສດຖະກິດໂລກທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພະຍາດ. ປັດຈຸບັນ, ກຸ່ມເສດຖະກິດຕ່າງໆມີການພົວພັນກັນຢ່າງໃກ້ຊິດ, ຖ້າວ່າຢາກເຮັດໃຫ້ໂລກພັດທະນາໄປຂ້າງໜ້າ, ການຮ່ວມມືກັບຈີນແມ່ນທາງເລືອກທີ່ດີທີ່ສຸດ.
ໃນຍຸກປັດຈຸບັນໃນສະພາບທີ່ເສດຖະກິດຂອງປະເທດຕ່າງໆໃນໂລກເພິ່ງພາອາໄສເຊິ່ງກັນແລະກັນ, ລັດຖະບານອາເມຣິກາພັດຕັ້ງໃຈສ້າງກຳແພງດ້ານການຄ້າ, ເຮັດໃຫ້ເສດຖະກິດຂອງປະເທດຕົນແຍກອອກຈາກເສດຖະກິດຂອງໂລກ, ແຕ່ໃນຂະນະດຽວກັນອາເມຣິກາພັດຢາກຮັກສາຄຸນະພາບຂອງການດຳລົງຊີວິດຄືເກົ່າ, ເລື່ອງນີ້ຕາມທັດສະນະຂອງທ່ານຈອນສ໌ແລ້ວ “ເປັນເລື່ອງທີ່ ເປັນໄປບໍ່ໄດ້ເລີຍ.”
ຄຳເຫັນ
0