黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຖື​ເອົາບັນ​ຫາ “​ຄວາມ​ປອດ​ໄພ​ແຫ່ງ​ຊາດ” ສ້າງ​ບັນ​ຫາ​ໃຫ້​ນັກ​ສຶກ​ສາ​ຈີນ​ອີກ​ຄັ້ງ​ໃໝ່

2020-09-10 15:56:25 cri

ອາ​ເມ​ຣິ​ກາ​ໄດ້​ຖື​ເອົາ​ບັນ​ຫາ “ຄວາມ​ປອດ​ໄພ​ແຫ່​ງ​ຊາດ” ​ເພື່ອ​ສ້າງ​ບັນ​ຫາອີກ​ຄັ້ງ​ໃໝ່, ແລະ​ປະ​ຕິ​ບັດ​ມາດ​ຕະ​ການ​ໃໝ່​ຕໍ່​ນັກ​ສຶກ​ສາ​ຈີນ. ວັນ​ທີ 9 ກັນ​ຍາ​ນີ້, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ທ່ານ​ໜຶ່ງ​ກ່າວ​ວ່າ: ໂດຍ​ອີງ​ຕາມ​ລັດ​ຖະ​ດຳ​ລັດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ບັບ​ໜຶ່ງ​ທີ່​ປະ​ກາດ​ໃນ​ວັນ​ທີ 29 ພຶດ​ສະ​ພາ​ປີ​ນີ້, ອາ​ເມ​ຣິ​ກາ​ໄດ້​ຍົກ​ເລີກວີ​ຊາ​ຂອງ​ພົນ​ລະ​ເມືອງ​ຈີນ​ຫຼາຍກວ່າ 1000 ຄົນ, ເພື່ອ​ບໍ່​ໃຫ້​ນັກ​ສຶກ​ສາ​ແລະ​ນັກ​ຄົ້ນ​ຄວ້າ​ຈີນ​ເຂົ້າ​ດິນ​ແດນ​ອາ​ເມ​ຣິ​ກາ​ດ້ວຍ​ຂໍ້​ອ້າງ​ທີ່​ມີ “ຄວາມ​ສ່ຽງ​ຕໍ່​ຄວາມ​ປອດ​ໄພ.”

ຕໍ່​ເລື່ອງ​ນີ້, ກະ​ຊວງ​ສຶກ​ສາ​ທິ​ການ​ຈີນ​ໄດ້​ຕອບ​ໂຕ້​ວ່າ: ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ທີ່​ອອກ​ມາດ​ຕະ​ການ​ຜິດ​ພາດ​ທີ່​ຈຳ​ກັດ​​ຕໍ່​ນັກ​ສຶກ​ສາ​ຈີນ​, ແລະ​ຄັດ​ຄ້ານ​ການ​ທີ່​ອາ​ເມ​ຣິ​ກາ​ຖື​​ເອົາການ​ແລກ​ປ່ຽນ​ດ້ານ​ການ​ສຶກ​ສາ​​ຕາມ​ປົກ​ກະ​ຕິ​ຫັນ​ເປັນ​ເລື້ອງ​ການ​ເມືອງ​ແລະ​ໃສ່​ຮ້າຍ​ປ້າຍ​ສີ​ຢ່າງ​ຜິດ​ພາດ. ແຕ່​ກ່ອນ, ຜູ້​ນຳ​ອາ​ເມ​ຣິ​ກາ​ເຄີຍ​ໄດ້​ປະ​ກາດ​ຢ່າງ​ເປີດ​ເຜີຍ​ວ່າ​ຍິນ​ດີ​ຕ້ອນ​ຮັບ​ນັກ​ສຶກ​ສາ​ຈີນ​ໄປ​ຮຽນ​ຢູ່​ອາ​ເມ​ຣິ​ກາ, ມາດ​ຕະ​ການ​ດັ່ງ​ກ່າວ​ທີ່​ອາ​ເມ​ຣິ​ກາ​ປະ​ຕິ​ບັດ​ນັ້ນ​ແມ່ນ​ຝຶນ​ກັບ​​ຄຳ​ປະ​ກາດ​ຂອງຕົນ​ເອງ. ຈີນ​ເຕືອນ​ໃຫ້​ອາ​ເມ​ຣິ​ກາ​ຈົ່ງ​ມີ​ພຶດ​ຕິ​ກຳ​ທີ່​ເປັນ​ປົກ​ກະ​ຕິ, ເຄົາ​ລົບ​ນັບ​ຖື​ຄວາມ​ເຫັນ​ຂອງ​ປະ​ຊາ​ຊົນ, ແລະ​ກະ​ທຳແຕ່​ສິ່ງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ແລກ​ປ່ຽນ​ແລະ​​ການ​ສ້າງ​ຄວາມເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ. ຈີນ​ກໍ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ແລກ​ປ່ຽນ​ລະ​ຫວ່າງ​ນັກ​ສຶກ​ສາ​ທັງ​ສອງ​ປະ​ເທດ, ທັງ​​ຍິນ​ດີ​ຕ້ອນ​ຮັບ​ນັກ​ສຶກ​ສາ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ລວມ​ທັງ​ນັກ​ສຶກ​ສາ​ອາ​ເມ​ຣິ​ກາ​ມາ​ຮຽນ​ຢູ່​ປະ​ເທດ​ຈີນ.

ຄຳ​ເຫັນ

0