黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂໍສະ​ແດງ​ຄວາມ​ເຄົາ​ລົບ​​ຕໍ່​ປະ​ຊາ​ຊົນ​ຈີນ​ຜູ້​ຍິ່ງ​ໃຫຍ່​ໃນ​ການ​ຕໍ່​ສູ້​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2020-09-12 10:28:38 cri

ພິ​ທີ​ຍ້ອງ​ຍໍ​ບຸກ​ຄົນ ແລະ ໜ່ວຍ​ງານ​ດີ​ເດັ່ນ​ທົ່ວ​ປະ​ເທດ​ຈີນໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 8 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫ​ຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​​ໃຫ້​ກຽດມອບຫຼຽນ​ໄຊ​ແຫ່ງ​ຊາດ ແລະ ນາມ​ມະ​ຍົດ​ແຫ່ງ​ຊາດ​ໃຫ້​ແກ່​ບຸກ​ຄົນ​ ແລະ ໜ່ວຍ​ງານ​ດີ​ເດັ່ນ ພ້ອມ​ທັງ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ. ອີງ​ຕາມ​ຂໍ້​ຕົກ​ລົງ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 21 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13, ໄດ້​ຕົກ​ລົງ​ມອບຫຼຽນ​ໄຊ​ແຫ່ງ​ຊາດ​ໃຫ້​ແກ່​ທ່ານ​ຈົ່ງ​ໜານ​ຊານ, ມອບ​ນາມ​ມະ​ຍົດ​ແຫ່ງ​ຊາດ​ວິ​ລະ​ຊົນ​ປະ​ຊາ​ຊົນ​ໃຫ້​ແກ່​ທ່ານ​ຈ່າງ​ໂປຫຼີ, ທ່ານ​ຈ່າງ​ຕິ້ງຢ​ວີ ແລະ ທ່ານ​ນາງ​ເສິນ​ເວີຍ.

ຕົ້ນ​ປີ​ນີ້, ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີ​ດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ໄດ້​ບັນ​ຊາ​ດ້ວຍ​ຕົນ​ເອງ ແລະ ​ວາງ​ແຜນ​ການດ້ວຍ​ຕົນ​ເອງ, ສຸນ​ກາ​ງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ວາງ​ແຜນ​​ຮັບ​ມື​ສະ​ຖາ​ນະ​ການ​ທົ່ວ​ທຸກ​ດ້ານ ແລະ ​ໄດ້ຕັດ​ສິນ​ນະ​ໂຍ​ບາຍ​ຢ່າງ​ເດັດ​ຂາດ, ທົ່ວ​ພັກ, ທົ່ວ​ກອງ​ທັບ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ໄດ້​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ກັນ ແລະ ສູ້​ຊົນ​ຜ່ານ​ຜ່າ, ການ​ຕໍ່​ສູ້​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ທາງ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ.

ໃນ​ເວ​ລາ​ນີ້, ພວກ​ເຮົາ​ຂໍສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ບັນ​ດາແພດ​ໝໍ ແລະ ພະ​ຍາ​ບານ​ທີ່​ມຸ່ງ​ໜ້າ​ໄປ​ສູ່​ເຂດ​​ທີ່​ມີ​ການ​ແຜ່ລະ​ບາດ​ຂອງ​ພະ​ຍາດ ເຊິ່​ງ​ເຂົາ​ເຈົ້າ​ໄດ້​ປະ​ຕິ​ຍານ​​ຕົນວ່າ: ​ຖ້າບໍ່​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຈະ​ບໍ່​ກັບ​ຄືນ​ກົມ​ກອງ ແລະ ຖື​ເອົາ​ຊຸດ​ສີ​ຂາວ​​ຂອງ​ແພດ​ໝໍເປັນ​ຊຸດ​ທະ​ຫານ! ນີ້​ກໍ​ຄື​ວິ​ລະ​ຊົນ​ຊຸດ​ສີ​ຂາວ​ຂອງ​ພວກ​ເຮົາ: ທ່ານ​ຈົ່ງ​ໜານ​ຊານ ​ບັນ​ດິດ​​ຂອງ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນທີ່​ມີ​ອາ​ຍຸ 84 ປີ, ທ່ານ​ຈ່າງ​ໂປຫຼີ ບັນ​ດິດ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ທີ່​ມີ​ອາ​ຍຸ 72 ປີ ໄດ້​ຮັບ​ການມອບ​ໝາຍ​ຈາກ​ສູນ​ກາງ, ເຖິງ​ຈະ​ມີ​ອາ​ຍຸສູງ​ແລ້ວ, ແຕ່​​ພວກ​ເພິ່ນ​ຍັງ​ໄປ​ສູ້​ຊົນ​ຢູ່​ນະ​ຄອນ​ອູ​ຮັ້ນ, ທ່ານ​ຈ່າງ​ຕິ້ງຢ​ວີ ​ເຖິງ​ຈະ​ເປັນ​ພະ​ຍາດ ALS, ແຕ່​ບໍ່​ເຄີຍ​ທໍ້​ຖອຍ​​ໃຈຈັກ​ເທື່ອເມື່ອ​ຜະ​ເຊີນ​ກັບ​ເຊື້ອ​ພະ​ຍາດ; ນາງຫຼີ​ຮຸ້ຍ ນາງ​ພະ​ຍາ​ບານ​ທີ່​ອາ​ຍຸ​​ຍັງ​ບໍ່​ຮອດ 25 ປີ ກໍ​ໄດ້​ຍຶດ​ໝັ້ນ​ໃນ​ຕຳ​ແໜ່ງ​ງານ​ຂອງ​ຕົນ​ຈົນ​ເຖິງ​ທີ່​ສຸດ ແລະ ໄດ້​ຂຽນບັນ​ທຶກ​ໄວ້​ວ່າ: ຖ້າ​ຂ້ອຍ​ເສຍ​ຊີ​ວິດ​ໄປ​ແລ້ວ, ຂໍ​​ບໍ​ລິ​ຈາກ​ສົບ​ຂອງ​ຂ້ອຍ ເພື່ອ​ການ​ຄົ້ນ​ຄວ້າ​ຕ້ານ​ເຊື້ອ​ພະ​ຍາດ. ກໍ​ຍ້ອນ​ວ່າ​ມີ​ວິ​ລະ​ຊົນ​ທີ່​ມີ​ເລືອດ​ເນື້ອ​ຕັ້ງ​ເປັນ​ໝື່ນ​ເປັນ​ແສນ​ຄົນ​ແບບ​ນີ້ ທີ່ໄດ້​ເຝົ້າ​ລະ​ວັງ​ສຸ​ຂະ​ພາບ​ທາງ​ຮ່າງ​ກາຍ ແລະ ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ, ຈິ່ງ​ສາ​ມາດສ້າງ​ຮົ້ວ​ເຫຼັກ​ກ້າ​ດ້ານ​ສາ​ທາ​ລະ​ນະ​ສຸກ​ໄດ້.

ພວກ​ເຮົາ​ຂໍສະ​ແດງ​ຄວາມ​ເຄົາ​ລົບ​​ຕໍ່​ປະ​ຊາ​ຊົນ​ນະ​ຄອນ​ອູ​ຮັ້ນຜູ້​ອົງ​ອາດ​ກ້າ​ຫານ! ແລະ ສະ​ແດງ​ຄວາມ​ເຄົາ​ລົບ​​ຕໍ່​ປະ​ຊາ​ຊົນ​ຈີນ​ຜູ້​ຍິ່ງ​ໃຫຍ່! ພາຍຫຼັງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລ້ວ, ທົ່ວ​ປະ​ເທດ​ຈີນ​ໄດ້​ຮ່ວມ​ກັນເປັນ​ຈິດ​ໜຶ່ງ​ໃຈ​ດຽວ​, ພະ​ນັກ​ງານ​ຂັ້ນ​ຮາກ​ຖານ 4 ລ້ານກວ່າ​ຄົນ​ໄດ້​ສ້າງ​ເຄືອ​ຂ່າຍ​ຈຳ​ນວນ 6,5 ແສນ​ໜ່ວຍປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ທີ່​ປົກ​ຄຸມ​ເຂດ​ຊຸມ​ຊົນທົ່ວ​ປະ​ເທດ​; ​ມີສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ 79 ກວ່າ​ລ້ານ​ຄົນ​ໄດ້​ສະ​ໝັກ​ໃຈ​ບໍ​ລິ​ຈາກ​ເງິນ 8,36 ຕື້ຢວນ ເພື່ອ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ພະ​ນັກ​ງານ​ສະ​ມາ​ຊິກ​ພັກ 396 ຄົນ​ໄດ້​ເສຍ​ສະຫຼະ​ຊີ​ວິດ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ; ​ພະ​ນັກ​ງານກຳ​ມະ​ກອນ 4 ໝື່ນກວ່າ​ຄົນ​ຈາກ​ທົ່ວ​ປະ​ເທດ​ຈີນ​ໄດ້​ໃຊ້​ເວ​ລາ​ພຽງ 10 ກວ່າ​ວັນ​ເທົ່າ​ນັ້ນ, ກໍ​ໄດ້​ສ້າງ​ໂຮງ​ໝໍ​ໂຫ​ເສິນ​ຊານ ແລະ ໂຮງ​ໝໍ​ເຫຼີຍ​ເສິນ​ຊານ​ໃຫ້​ສຳ​ເລັດ.

ນີ້​ແມ່ນ​ບັ້ນ​ຮົບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຂອງ​ປະ​ຊ​າ​ຊົນ​ຈີນ ພາຍ​ໃຕ້​ກາ​ນ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ຍິ່ງ​ໃຫຍ່, ຍ່ອມ​ຈະ​ຖືກ​ຈາ​ລຶກ​ໄວ້​ໃນ​​ປຶ້ມປະ​ຫວັດ​ສາດ​ຂອງ​ຊົນ​ຊາດ​ຈີນໄປ​ຕະຫຼອດ​ກາ​ລະ​ນານ.

ຄຳ​ເຫັນ

0