尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈະ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ເອີ​ຣົບ​ແນວ​ໃດ? ຕົ້ນ​ຕໍ​ຕ້ອງ​ຍຶດ​ໝັ້ນຈຸດ​ຢືນ 4 ຂໍ້

2020-09-16 16:37:58 cri

ຈະ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ເອີ​ຣົບ​ແນວ​ໃດ? ຕົ້ນ​ຕໍ​ຕ້ອງ​ຍຶດ​ໝັ້ນຈຸດ​ຢືນ 4 ຂໍ້_fororder_微信图片_202009161636342

ຕອນ​ຄ່ຳ​ວັນ​ທີ 14 ກັນ​ຍາ​ນີ້, ຢູ່​ນະ​ຄອນ​ຫຼວ​ງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນໄດ້​ພົບ​ປະ​​ສົນ​ທະ​ນາຜ່ານ​ທາງວິ​ດີ​ໂອ​ກັບ​ທ່ານ​ນາງ ແອງ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ສະ​ຫະ​ພາບ​ເອີ​ຣົບ, ທ່ານ​ ຊາ​ເລ ມີ​ແຊນ ປະ​ທານ​ສະ​ພາ​ມົນ​ຕີ​ເອີ​ຣົບ​ແລະ​ທ່ານ ​ອູ​ເຊີ​ລາ ວອນ ເດີ ​ໄລ​ເຢີ ປະ​ທານ​ຄະ​ນະ​ກຳ​​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ. ທ່ານ ສີ​ຈິ້ນ​ຜິງ ​ໄດ້​ສະ​ເໜີ​ໃຫ້​ຈີນ​ແລະ​ເອີ​ຣົບຕ້ອງ​ຍຶດ​ໝັ້ນ​ຈຸດ​ຢືນ 4 ຂໍ້​ຄື: ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ​, ການ​ຮ່ວມ​ມື​ກັນ​ແບບ​ເປີດ​ປະ​ຕູ, ລັດ​ທິ​ຫຼາຍ​ຝ່າຍ,ການ​ເຈ​ລະ​ຈາ​ແລະ​ການ​ປຶກ​ສາ​ຫາ​ລືກັນ, ​ເຊິ່ງ​ເປັນ​ການ​ຊີ້​ແຈງຢ່າງ​ຈະ​ແຈ້ງ​ກ່ຽວ​ກັບການ​ສ້າງ​​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ເອີ​ຣົບ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ.

ຈະ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ເອີ​ຣົບ​ແນວ​ໃດ? ຕົ້ນ​ຕໍ​ຕ້ອງ​ຍຶດ​ໝັ້ນຈຸດ​ຢືນ 4 ຂໍ້_fororder_微信图片_20200916163634

​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ, ມີນັກ​ການ​ເມືອງ​ເອີ​ຣົບ​ບາງ​ຄົນ​ມີ​ຄວາມ​ລະ​ແວງ​ສົງ​ໄສ​ກ່ຽວ​ກັບ​ຍຸດ​ທະ​ສາດ​ແລະ​​ບໍ່​ມີຄວາມໄວ້​ເນື້ອ​ເຊື່ອ​ໃຈ​​ຈີນ. ໃນ​ການ​ສົນ​ທະ​ນາ​ຄັ້ງ​ນີ້, ​ທ່ານ ສີ​ຈິ້ນ​ຜິງ ໄດ້​ສະ​ເໜີໃຫ້​ຍຶດ​ໝັ້ນ “​ ຈຸດ​ຢືນ 4 ຂໍ້” ຕື່ມ​ອີກ ເຊິ່ງ​ມີ​ຜົນ​ດີ​ທັງ​ຕໍ່​ຈີນ​ແລະ​ເອີ​ຣົບ​ໃນ​ການ​ລຶບ​ລ້າງ​ສິ່ງ​ທີ່​ເປັນ​ອຸ​ປະ​ສັກ​ກີດ​ຂວາງ​ແລະ​ຫາງ​ສຽງ​ທີ່​ຜິດ​ພາດ, ​ເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ ແລະ ສະ​ແຫ​ວງ​ຫາ​ການ​ພັດ​ທະ​ນາ​ຮ່ວມ​ກັນ, ​ເຊິ່ງມີ​ຄວາມ​ໝາຍ​ຕົວ​ຈິງ​​ຕໍ່​ການ​ຮ່ວມ​ມື 2 ຝ່າຍ.
 

ຈະ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ເອີ​ຣົບ​ແນວ​ໃດ? ຕົ້ນ​ຕໍ​ຕ້ອງ​ຍຶດ​ໝັ້ນຈຸດ​ຢືນ 4 ຂໍ້_fororder_微信图片_202009161636341
ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ເອີ​ຣົບ, ການ​ສະ​ໜັບ​ສະ​ໜູນ​ລັດ​ທິ​ຫຼາຍ​ຝ່າຍ, ປົກ​ປັກ​ຮັກ​ສາ​ລະ​ບຽບການ​ສາ​ກົນແລະ​ລະ​ບົບ​ສາ​ກົນ​ທີ່​ຖື​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ໃຈ​ກາງ​​ໄດ້​ເປັນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງສອງ​ຝ່າຍ​ເຊັ່ນ​ກັນ, ​ທັງ​ແມ່ນ​ກາ​ນ​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ. ​ໃນ​ເງື່ອນ​ໄຂ​ທີ່​ໂລກ​ພວມປະ​ເຊີນ​ກັບ​ສະ​ຖາ​ນະ​ການ​ທີ່​ມີ​ການ​ປ່ຽນ​ແປງ​​ຢ່າງໃຫຍ່​ທີ່​ບໍ່​ເຄີຍ​ມີ​​ມາ​ກ່ອນ​ໃນ​ຮອບ 100 ປີ​ຜ່ານ​ມາ, ຈີນ​ແລະ​ເອີ​ຣົບ​ກໍ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ແລະ​ມີ​ຄວາມ​ສາ​ມາດ​ກຳ​ນົດ​ທິດ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ແລະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​​ໂດຍ​ຜ່ານການ​ສົນ​ທະ​ນາ, ເປີດກວ້າງ​ການ​ຮ່ວມ​ມື​ທີ່​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ເພື່ອ​ເພີ່ມ​ພະ​ລັງ​​ທີ່​ສ້າງ​ສັນ​ຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ​ຄືນ​ໃໝ່​ແລະ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ທຳ​ຂອງ​ໂລກ.

ຄຳ​ເຫັນ

0