黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະຄອນຄຸນໝິງມອບເຄື່ອງຊ່ວຍເຫຼືອໃຫ້ນະຄອນຫຼວງວຽງຈັນ

2020-09-17 16:50:49 cri

ນະຄອນຄຸນໝິງມອບເຄື່ອງຊ່ວຍເຫຼືອໃຫ້ນະຄອນຫຼວງວຽງຈັນ_fororder_微信图片_20200917164933


ຕອນບ່າຍວັນທີ 16 ກັນຍາ 2020, ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງຊ່ວຍເຫຼືອທາງການແພດ ຈາກນະຄອນຄຸນໝິງ ຫຼືເມືອງຄຸນໝິງ ແຂວງຢຸນໜານ ສປ ຈີນ, ຕາງໜ້າມອບ-ຮັບໂດຍທ່ານ ຈ່ຽງ ຈ້າຍຕຸ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ແລະທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍສອງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບມີ ລົດກູ້ໄພ 1 ຄັນ, ເຄື່ອງຊ່ວຍຫາຍໃຈ 2 ເຄື່ອງ, ເຄື່ອງວັດແທກອຸນຫະພູມ 200 ອັນ, ຜ້າອັດປາກທາງການແພດ 20.000 ອັນ ແລະຜ້າອັດປາກຮຸ້ນ N95 ຈໍານວນ 500 ອັນ. ໂອກາດດັ່ງກ່າວທ່ານ ສິນລະວົງ ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງລັດຖະບານຈີນ ທີ່ໃຫ້ການສືບຕໍ່ເຫຼືອລັດຖະບານລາວ ກໍ່ຄືການປະກອບສ່ວນຂອງນະຄອນຄຸນໝິງທີ່ໃຫ້ຊ່ວຍເຫຼືອນະຄອນຫຼວງວຽງຈັນ (ນວ) ໃນຄັ້ງນີ້.

ນະຄອນຄຸນໝິງມອບເຄື່ອງຊ່ວຍເຫຼືອໃຫ້ນະຄອນຫຼວງວຽງຈັນ_fororder_微信图片_20200917164949



ທ່ານ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນວ ຍັງໃຫ້ຮູວ່າ: ລົດກູ້ໄພ ແລະເຄື່ອງຊ່ວຍເຫຼືອດັ່ງກ່າວ ມີມູນຄ່າລວມທັງໝົດເປັນເງິນ 95.000 ໂດລາສະຫະລັດ. ລົດກູ້ໄພຄັນດັ່ງກ່າວແມ່ນໄດ້ຕິດຕັ້ງເຄື່ອງອຸປະກອນການແພດພື້ນຖານຄົບຊຸດ ເຊິ່ງລົດ ແລະເຄື່ອງຊ່ວຍເຫຼືອເຫຼົ່ານັ້ນແມ່ນຈະນໍາໃຊ້ເຂົ້າໃນວຽກງານສາທາລະນະສຸກ ພາຍໃນນະຄອນຫຼວງວຽງຈັນ ເພື່ອປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະວຽກງານທີ່ຈໍາເປັນອື່ນໆ ເພື່ອໃຫ້ເກີດປະໂຫຍດສູງສຸດ.

ຄຳ​ເຫັນ

0