尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຕັດການພົວພັນທາງເສດຖະກິດລະຫວ່າງຈີນ-ອາເມຣິກາບໍ່ແມ່ນເລື່ອງງ່າຍດາຍ!

2020-09-17 15:48:04 cri

ການຕັດການພົວພັນທາງເສດຖະກິດລະຫວ່າງຈີນ-ອາເມຣິກາບໍ່ແມ່ນເລື່ອງງ່າຍດາຍ!_fororder_微信图片_20200917150046

ໃນໄລຍະມໍ່ໆມານີ້, ທ່ານ ໂດໂນ ທຣຳ ປະທານາທິບໍດີອາເມຣິກາໄດ້ປ່າວຂ່າວກ່ຽວກັບການຕັດການພົວພັນທາງເສດຖະກິດລະຫວ່າງຈີນ-ອາເມຣິກາ, ພ້ອມທັງໄດ້ນາບຂູ່ວິສາຫະກິດອາເມຣິກາວ່າ: “ຈະເກັບພາສີເພີ່ມຕໍ່ວິສາຫະກິດທີ່ບໍ່ຍອມຍ້າຍຖານການຜະລິດຄືນປະເທດ”, ໃນຂະນະດຽວກັນກໍໄດ້ໃຫ້ຄຳໝັ້ນສັນຍາວ່າຈະໃຫ້ທຶນແກ່ວິສາຫະກິດທີ່ຕັດສິນໃຈຍ້າຍຖານການຜະລິດຄືນປະເທດ, ໂດຍມີເຈດຕະນາຢາກໃຫ້ວິສາຫະກິດອາເມຣິກາຍ້າຍອອກຈາກຈີນ. ແຕ່ອີງຕາມບົດລາຍງານຂອງກຸ່ມບໍລິສັດໂກນແມນ ແຊກຫຼື Goldman Sachs ທີ່ໄດ້ເຜີຍແຜ່ໃນວັນທີ 11 ກັນຍານີ້ກໍຄືຜົນການສຳຫຼວດສະບັບໜຶ່ງຂອງສະພາການຄ້າອາເມຣິກາປະຈຳຊຽງໄຮ້ກ່ອນໜ້ານີ້ສະແດງໃຫ້ເຫັນວ່າ: ວິສາຫະກິດຈຳນວນໜຶ່ງ, ຕົວຢ່າງຄື: ບໍລິສັດ Telsa ເຊິ່ງເປັນບໍລິສັດຜະລິດລົດຍົນພະລັງງານເບັດເຕີຣີຂອງອາເມຣິກາບໍ່ພຽງແຕ່ບໍ່ໄດ້ຖອນຖານການຜະລິດອອກຈາກຈີນເທົ່ານັ້ນ, ຫາກຍັງໄດ້ເພີ່ມການຜະລິດແລະການລົງທຶນຢູ່ຈີນອີກດ້ວຍ. ວິສາຫະກິດອາເມຣິກາສ່ວນຫຼາຍຢູ່ຈີນບໍ່ໄດ້ມີແຜນການຕັດຈຳນວນພະນັກງານໃຫ້ໜ້ອຍລົງ, ວິສາຫະກິດຫຼາຍກວ່າ 2 ສ່ວນ​ 3 ຍັງກ່າວວ່າ: ຍັງຈະຮັກສາຫຼືເພີ່ມຈຳນວນພະນັກງານຕື່ມອີກ.

ການຕັດການພົວພັນທາງເສດຖະກິດລະຫວ່າງຈີນ-ອາເມຣິກາບໍ່ແມ່ນເລື່ອງງ່າຍດາຍ!_fororder_微信图片_202009171500461

ທີ່ຈິງແລ້ວ, ການຕັດການພົວພັນທາງເສດຖະກິດບໍ່ແມ່ນເລື່ອງງ່າຍດາຍເໝືອນດັ່ງການຕັດຕູ້ລົດໄຟໃນຂະບວນລົດໄຟໃຫ້ອອກຈາກກັນ.  ນອກຈາກຈະຕ້ອງພິຈາລະນາເຖິງຕົ້ນທຶນຂອງການຖອນອອກຈາກຈີນແລ້ວ, ຕະຫຼາດພາຍໃນປະເທດທີ່ໃຫຍ່ໂຕ, ຕ່ອງໂສ້ການສະໜອງແລະຕ່ອງໂສ້ອຸດສາຫະກຳທີ່ສົມບູນລວມເຖິງໂຄງລ່າງພື້ນຖານທີ່ດີຂອງຈີນຈຶ່ງແມ່ນແຮງດຶງດູດອັນມະຫາສານໃນການດຶງດູດວິສາຫະກິດອຸດສາຫະກຳການຜະລິດຕ່າງປະເທດໃຫ້ມາລົງທຶນຢູ່ຈີນ.
 

ນັບແຕ່ບັນຫາດິນຟ້າອາກາດຈົນຮອດການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນໂລກຄັ້ງນີ້, ສິ່ງທ້າທາຍນັບມື້ນັບຫຼາຍສະແດງໃຫ້ເຫັນວ່າ: ໂລກຕ້ອງການການຮ່ວມມືລະຫວ່າງຈີນ-ອາເມຣິກາ. ອາເມຣິກາແລະຈີນມີການເພິ່ງພາອາໄສເຊິ່ງກັນແລະກັນແລະເຊື່ອມໂຍງກັນ, ການຕັດການພົວພັນທາງເສດຖະກິດແບບງ່າຍດາຍມີແຕ່ຈະສ້າງຜົນກະທົບທີ່ມີລັກສະນະເປັນໄພພິບັດໃຫ້ແກ່ສອງຝ່າຍກໍຄືໃຫ້ກັບໂລກເທົ່ານັ້ນ.

ຄຳ​ເຫັນ

0