黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮ່ວມ​ມື​ຈີນ-ລາວ​ໄດ້​ຮ່ວມ​ກັນ​ຍົກ​ສູງ​ຄວາມ​ສາ​ມາດ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ດ້ວຍ​ຕົນ​ເອງ​ໃຫ້​ບ້ານ​ທຸກ​ຍາກ

2020-09-21 15:39:37 cri

ການ​ຮ່ວມ​ມື​ຈີນ-ລາວ​ໄດ້​ຮ່ວມ​ກັນ​ຍົກ​ສູງ​ຄວາມ​ສາ​ມາດ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ດ້ວຍ​ຕົນ​ເອງ​ໃຫ້​ບ້ານ​ທຸກ​ຍາກ_fororder_2020-09-21_153216

ນັບ​ແຕ່​ຈີນ-ລາວ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ທົດ​ລອງ​ເພື່ອ​ແກ້​ໄຂ​ເພື່ອ​ແກ້​ໄຂ​ຄວາມ​ທຸກ​ຍາກ​ລາວ-ຈີນ​ຢູ່​ບ້ານ​ຊໍ້​ເມືອງ​ສັງ​ທອງ​ນະ​ຄອນ​ຫຼວງວຽງ​ຈັນ​ແລະ​ບ້ານ​ຊຽງ​ລ້ອມ​ແຂວງ​ຫຼວງ​ພະ​ບາງ​ເມື່ອ​ວັນ​ທີ 30 ກັນ​ຍາ​ປີ 2017 ເປັນ​ຕົ້ນ​ມາ, ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ໂຄງ​ການ​ປັບ​ປຸງວຽກ​ງານ​ບໍ​ລິ​ການ​ສາ​ທະ​ລະ​ນະ​ຂອງ​ສອງ​ບ້ານ​ເປົ້າ​ໝາຍ​ໂຄງ​ການ​ດັ່​ງ​ກ່າວ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຢ່າງ​ຈະ​ແຈ້ງ, ໂຄງ​ການ​ພັດ​ທະ​ນາ​ເພື່ອ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ໄດ້​ສ້າງ​ສຳ​ເລັດ​ໃນ​ຂັ້ນ​ພື້ນ​ຖານ, ແລະ​ໄດ້​ເຄື່ອນ​ໄຫວ​ເພື່ອ​ສ້າງ​ຄວາມ​ສາ​ມາດ​ຢ່າງ​ຕໍ່​ເນື່ອງ.

ທ່ານ​ໂຫຼ​ເຟີ້ງ​ຄ່ວນ ຜູ້​ຊ່ວຍ​ວຽກ​ຫົວ​ໜ້າ​ຝ່າຍ​ຈີນ​ຂອງ​ຫ້ອງ​ການ​ຄຸ້ມ​ຄອງ​ໂຄງກນ​ປະ​ສົມ​ກ່າວ​ວ່າ: ໂຄງ​ການ​ທົດ​ລອງ​ແກ້​ໄຂ​ຄວາມ​ທຸກ​ຍາກ​ລາວ-ຈີນ​ໄດ້​ສ້າງ​ແນວ​ຄິດ​ຈັດ​ຕັ້ງ​ດ້ວຍ​ຕົນ​ເອງ, ຕິດ​ຕາມ​ແລະ​ຄຸ້ມ​ຄອງ​ດ້ວຍ​ຕົນ​ເອງ​ແລະ​ພັດ​ທະ​ນາ​ດ້ວຍ​ຕົນ​ເອງ​ໃຫ້​ແກ່​ບ້ານ​ທຸກ​ຍາກ​ຂອງ​ລາວ, ຊ່ວຍ​ເຫຼືອ​ໂຄງ​ການ​ລະ​ດັບ​ບ້ານ​ສ້າງ​ໜ່ວຍ​ງານ​ຄຸ້ມ​ຄອງ, ແລະ​ສ້າງ​ເປັນ​ອົງ​ການ​ຮ່ວມ​ມື​ຊາວ​ບ້ານ​ແລະ​ເສດ​ຖະ​ກິດ​ລ່ວມ​ໝູ່​ຂອງ​ບ້ານ​ໃນ​ເບື້ອງ​ຕົ້ນ, ເພື່ອ​ຊ່ວຍ​ເຫຼືອ​ບ້ານ​ທຸກ​ຍາກ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ການ​ຮ່ວມ​ມື​ຈີນ-ລາວ​ໄດ້​ຮ່ວມ​ກັນ​ຍົກ​ສູງ​ຄວາມ​ສາ​ມາດ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ດ້ວຍ​ຕົນ​ເອງ​ໃຫ້​ບ້ານ​ທຸກ​ຍາກ_fororder_2020-09-21_153228

ວັນ​ທີ 15 ກັນ​ຍາ​ນີ້, ທ່ານ​ນາງ​ເຂັມ​ມະ​ນີ ພົນ​ເສ​ນາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ​ທັງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລາວ-ຈີນ​ໄດ້​ໄປ​ສຳ​ຫຼວດ​ວຽກ​ງານ​ຢູ່​ບ້ານ​ຊໍ້. ​ທ່ານ​ນາງ​ເຂັມ​ມະ​ນາ ພົນ​ເສ​ນາ​ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ວ່າ: ດຽວ​ນີ້​ບ້ານ​ຊໍ້​ໄດ້​ພັດ​ທະ​ນາ​ໄດ້​ດີ, “ຄວນ​ສືບ​ຕໍ່​ຄົ້ນ​ຄວ້າ​ແລະ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ລະ​ບົບ​ພັດ​ທະ​ນາ​ຂອງ​ບ້ານ​ທຸກ​ຍາກ​ຢ່າງ​ຮອບ​ດ້ານ, ເຮັດ​ໃຫ້​ບ້ານ​ທຸກ​ຍາກ​ສາ​ມາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ໂດຍ​ສະ​ເພາະ​ໃນ​ດ້ານ​ການ​ສ້າງ​ຄວາມ​ສາ​ມາດ, ລາວ​ຈີນ​ສາ​ມາດ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ແລະ​ຮ່ວມ​ມື​ກັນ​ໄດ້​ຢ່າງ​ເລິກ​ເຊິ່ງກວ່າ​ເກົ່າ.”

ໃຮ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ຟັ້ນ​ຊີ​ນິງ ຫົວ​ໜ້າ​ໜ່ວຍ​ຊ່ຽວ​ຊານ​ຝ່າຍ​ຈີນ​ຂອງ​ໂຄງ​ການ​ທົດ​ລອງ​ເພື່ອ​ແກ້​ໄຂ​ຄວາມ​ທຸກ​ຍາກ​ລາວ-ຈີນ​ກ່າວ​ວ່າ: “ໂດຍ​ອີງ​ຕາມ​ບົດ​ຮຽນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ, ພວກ​ເຮົາ​ບໍ່​ແມ່ນ​ແຕ່​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໂດຍ​ການ​ໃຫ້​ເງິນ​ທຶນ​ແລະ​ເຄື່ອງ​ອຸ​ປະ​ກອນ​ຢ່າງ​ງ່າຍ​ດາຍ​ເທົ່າ​ນັ້ນ, ພວກ​ເຮົາ​ມີ​ໂຄງ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍົກ​ສູງ​ຄວາມ​ສາ​ມາດ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ດ້ວຍ​ຕົນ​ເອງ​ທີ່​ມີ​ປະ​ສິດ​ທິ​ຜົນ​ຫຼາຍກວ່າ​ເກົ່າ​ແລະ​ຕໍ່​ເນື່ອງ​ໃຫ້​ກັບ​ບ້ານ​ເປົ້າ​ໝາຍ. ໄດ້​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ຄວາມ​ສາ​ມາດ​ຮ່ວມ​ກັນ, ໄດ້​ສ້າງ​ເສັ້ນ​ທາງ, ສ້າງ​ຂົວ​ໂຕງ, ເຮືອນ​ຢາງ, ໂຕງ​ຮຽນ​ແລະ​ອື່ນໆ​ທີ່​ເຫັນ​ປະ​ຈັກ​ຕາ, ທັງ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ຝຶກ​ອົບ​ຮົມ, ການ​ສຳ​ຫຼວດ, ການ​ຖອດ​ຖອນ​ບົດ​ຮຽນ​ແລະ​ອື່ນໆ​ອີກ​ດ້ວຍ.”

ຄຳ​ເຫັນ

0