尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂໍ​ພຽງແຕ່​ບໍ​ລິ​ຈາກ​ເງິນງວດໃຫຍ່​ກໍ​ມີ​ໂອ​ກາດ​ເປັນ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ຣິ​ກາ​ປະ​ຈຳ​ຕ່າງ​ປະ​ເທດ​ໄດ້ແລ້ວ

2020-09-21 17:17:19 cri

ຂໍ​ພຽງແຕ່​ບໍ​ລິ​ຈາກ​ເງິນງວດໃຫຍ່​ກໍ​ມີ​ໂອ​ກາດ​ເປັນ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ຣິ​ກາ​ປະ​ຈຳ​ຕ່າງ​ປະ​ເທດ​ໄດ້ແລ້ວ_fororder_微信图片_20200921171635

ຫວ່າງ​ກ່ອ​ນ​ນີ້​ບໍ່​ດົນ, ທ່ານ ເຈັ​ຟ​ຟ​ຣີ ໂຣ​ສ໌ ກັນ​ເຕີ ເອກ​ອັກ​ຄະ​ລັດ​ຖະ​ທູດອາ​ເມ​ຣິ​ກາ​ປະ​ຈຳອິດ​ສ​ລັງ​ໄດ້ສ້າງ​ຂ່າວ​ທີ່​ເຮັດ​ໃຫ້​ຄົນບໍ່​ໜ້າ​ເຊື່ອ​ໃຈ​ໄດ້​ດ້ວຍ​ການກ​ະ​ທຳ​ທີ່​ແປກໆ​ຈົນ​ຮອດ​ປັດ​ຈຸ​ບັນ​ຍັງ​ເປັນ​ເລື່ອງ​ຕະ​ຫຼົກ​ຢູ່.
 

ຍ້ອນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງທີ່ມີຈຸດປະສົງ​ທາງ​ການ​ເມືອງ​ຈາກ​ທ່ານ ໂດ​ໂນ ທ​ຣຳ, ທ່ານ ເຈັ​ຟ​ຟ​ຣີ ໂຣ​ສ໌ ກັນ​ເຕີ ໄດ້ໄປດຳລົງຕຳແໜ່ງຢູ່ນະຄອນຫຼວງເຣຈາວິກໃນເດືອນພຶດສະພາປີ 2019, ຈາກນັ້ນບໍ່ດົນກໍ່ມີອາການ “ຢ້ານຄົນອື່ນມາທຳຮ້າຍຕົນເອງເລື້ອຍໆ”, ມີຄວາມວິຕົກກັງວົນຕໍ່ຄວາມປອດໄພຂອງຕົນຕະຫຼອດເວລາ, ກິນບໍ່ໄດ້ນອນບໍ່ຫຼັບ. ແຕ່ທ່ານຍັງໄດ້ສະເໜີຄຳຮ້ອງຂໍຕໍ່ລັດຖະບານອາເມຣິກາຄື: ຕ້ອງໄດ້ຮັບການອະນຸມັດເປັນພິເສດຈາກລັດຖະບານອິດສລັງໃຫ້ຕົນຖືປືນ; ຈັດສັນເສື້ອກັກປ້ອງກັນລູກປືນໃຫ້ລາວ,ຂີ່ລົດຫຸ້ມເກາະໃນເວລາອອກນອກສະຖານທູດ.
 

ນະຄອນຫຼວງເຣຈາວິກຂອງອິດສລັງເປັນໜຶ່ງໃນນະຄອນຫຼວງຂອງປະເທດຕ່າງໆທີ່ປອດໄພທີ່ສຸດຢູ່ໃນໂລກ. ການກະທຳຂອງທ່ານ ເຈັ​ຟ​ຟ​ຣີ ໂຣ​ສ໌ ກັນ​ເຕີ ແບບນີ້ເປັນການຢຽບຫຍ່ຳກຽດຕິຍົດຂອງປະເທດອື່ນ,ເປັນການຝ່າຝືນພັນທະໜ້າທີ່ຂອງເອກອັກຄະລັດຖະທູດ.
 

ໃນຈຳນວນທ່ານເອກອັກຄະລັດຖະທູດທັງຫຼາຍທີ່ທ່ານ ໂດໂນ ທຣຳ ແຕ່ງຕັ້ງຕຳແໜ່ງເພື່ອຈຸດປະສົງທາງການເມືອງນັ້ນ, ຜູ້ທີ່ມີການກະທຳແບບແປກໆແລະບໍ່ປະຕິບັດຕາມລະບຽບການທາງການທູດນັ້ນມີຈຳນວນຫຼາຍ. ຍົກຕົວຢ່າງ, ທ່ານ ວູດດີ ຈອນສັນ ເອກອັກຄະລັດຖະທູດອາເມຣິກາປະຈຳອັງກິດກໍຖືກສືບສວນຍ້ອນສະແດງຄວາມຄິດເຫັນກ່ຽວກັບລັດທິເຊື້ອຊາດແລະຜິວພັນແລະການຈຳແນກເພດ. ອີກຕົວຢ່າງໜຶ່ງຄື: ທ່ານນາງ ລານາ ມາກ ເອກອັກຄະລັດຖະທູດອາເມຣິກາປະຈຳອາຟຣິກາໃຕ້ໄດ້ສະແດງຄວາມຄິດເຫັນຜ່ານທາງ Twitter ໂດຍເອີ້ນລູກຊາຍຂອງຕົນເປັນ “ເສນາທິການ” ທະວີດເຕີເຊິ່ງໄດ້ເຮັດໃຫ້ວົງການພາຍນອກມີຄວາມສົງໄສຕໍ່ທ່າທີຂອງທ່ານທີ່ຈະສັບຊ້ອນຕຳແໜ່ງທີ່ສຳຄັນໃຫ້ແກ່ລູກຊາຍຂອງຕົນ. ເຖິງວ່າທ່ານໄດ້ປະຕິເສດຕໍ່ເລື່ອງນີ້, ແຕ່ກໍໄດ້ໄລ່ອັກຄະລັດຖະທູດທີ່ເປັນຜູ້ຊ່ວຍວຽກງານຂອງຕົນອອກຈາກຕຳແໜ່ງ.
 

ເອກອັກຄະລັດຖະທູດອາເມຣິກາປະຈຳຕ່າງປະເທດແບ່ງເປັນສອງປະເພດ: ປະເພດໜຶ່ງແມ່ນການແຕ່ງຕັ້ງເພີ່ມທາງການເມືອງຈາກປະທານາທິບໍດີ, ຄືປະທານາທິບໍດີເປັນຜູ້ສະເໜີຊື່, ສະພາສູງຮັບຜິດຊອບການສຳຫຼວດກວດກາຄຸນວຸດທີ, ແລະແຕ່ງຕັ້ງໂດຍປະທານາທິບໍດີ. ເອກອັກຄະລັດຖະທູດປະເພດນີ້ບໍ່ຜ່ານການຄຸ້ມຄອງໂດຍກົງຈາກກະຊວງການຕ່າງປະເທດ, ຫາກປະຕິບັດຕາມຄຳສັ່ງຂອງປະທານາທິບໍດີໂດຍກົງ. ອີກປະເພດໜຶ່ງແມ່ນຄັດເລືອກຈາກນັກການທູດມືອາຊີບ,ຄືກະຊວງການຕ່າງປະເທດເປັນຜູ້ສະເໜີຊື່, ແລ້ວສະພາສູງດຳເນີນການສຳຫຼວດກວດກາຄຸນວຸດທິ,ປະທານາທິບໍດີເປັນຜູ້ແຕ່ງຕັ້ງ. ອັດຕາສ່ວນຂອງສອງປະເພດດັ່ງກ່າວແມ່ນປະມານ 3 ຕໍ່ 7.
 

ໃນຈຳນວນເອກອັກຄະລັດຖະທູດທີ່ໄດ້ຮັບການແຕ່ງຕັ້ງເພື່ອທາງການເມືອງນັ້ນ, ສ່ວນຫຼາຍແມ່ນໄດ້ລະດົມທຶນຫຼືບໍລິຈາກເງິນຈຳນວນຫຼາຍໃຫ້ກັບການຫາສຽງແຂ່ງຂັນເລືອກຕັ້ງປະທານາທິບໍດີ, ສະນັ້ນຈຶ່ງແຕ່ງຕັ້ງຜູ້ຄົນເຫຼົ່ານີ້ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດເປັນການຕອບແທນບຸນຄຸນຂອງເຂົາເຈົ້າ. ເອກອັກຄະລັດຖະທູດແບບນີ້ມີຈຸດພິເສດແບບດຽວກັນອັນໜຶ່ງກໍຄື: ກວມທຸກຂະແໜງການ, ແຕ່ພັດບໍ່ໄດ້ເຂົ້າໃຈຕໍ່ວຽກງານການຕ່າງປະເທດ. “ຂໍແຕ່ບໍລິຈາກເງິນງວດໃຫຍ່ກໍ່ມີໂອກາດເປັນເອກອັກຄະລັດຖະທູດອາເມຣິກາປະຈຳຕ່າງປະເທດໄດ້ແລ້ວ”, ຍ້ອນຄົນມີຈຸດພິເສດແບບດຽວກັນຈຳນວນຫຼາຍແຕ່ຕຳແໜ່ງມີໜ້ອຍ, ສະນັ້ນຕ້ອງແລ້ວແຕ່ສະພາບການ, ແຕ່ເວົ້າໂດຍລວມແລ້ວນີ້ແມ່ນເລື່ອງຈິງທີ່ບໍ່ຕ້ອງສົງໄສເລີຍ.

ຄຳ​ເຫັນ

0