尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄ​ວິດ-19 ຢູ່​ອາ​ເມ​ຣິ​ກາ​ມີເກືອບ 2 ແສນ​ຄົນເກີດຈາກຄວາມຜິດພາດທີ່ໜັກໜ່ວງ

2020-09-22 15:25:24 cri

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄ​ວິດ-19 ຢູ່​ອາ​ເມ​ຣິ​ກາ​ມີເກືອບ 2 ແສນ​ຄົນເກີດຈາກຄວາມຜິດພາດທີ່ໜັກໜ່ວງ_fororder_622762d0f703918f627f242cbea177905beec4ca

​ໃນ​ວັນ​ທີ 21 ກັນ​ຍາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄ​ວິດ-19 ຢູ່​ອາ​ເມ​ຣິ​ກາ​ຄາດ​ວ່າ​ຈະ​ມີ​ເຖິງ 2 ແສນ​ຄົນ, ນີ້​ເປັນ​ຕົວ​ເລກ​ທີ່​ມີ​ລັກ​ສະ​ນະ​ໂສກ​ນາດ​ຕະ​ກຳ. ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ຮູ້​ສຶກປະ​ຫຼາດ​ໃຈເປັນພິເສດກໍແມ່ນ, ​ຈົນ​ມາ​ຮອດ​ປັດ​ຈຸ​ບັນ​,ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ກໍ​ບໍ່ຍອມຮັບວ່າ​ເຂົາ​ເຈົ້າ​ມີ​ຄວາມ​ຜິດ​ພາດ​ແລະ​ຂໍ້​ບົກ​ຜ່ອງ​ໃດໆ​ໃນ​ວຽກ​ງານ​ຮັບມືກັບສະພາບພະ​ຍາດ​ໂຄວິດ-19.
 

ເມື່ອເບິ່ງ​ໂດຍ​ລວມ​ແລ້ວ, ຢູ່​ອາ​ເມ​ຣິ​ກາ​ໄດ້​ມີ​ຄວາມ​ຜິດ​ພາດ​ຫຼື​ບັນ​ຫາ​ໃຫຍ່​ດັ່ງລຸ່ມ​ນີ້,ທີ່ສົ່​ງ​ຜົນ​ເຮັດ​ໃຫ້​​ມີ​ຜູ້​ເສຍ​ຊີ​ວິດ​ຈຳ​ນວນ 2 ແສນ​ຄົນ​ແລະມີ​ຄວາມ​ບໍ່​ແນ່ນອນ​ຢ່າງ​ໜັກ​ໜ່ວງ​ຈົນ​ຮອດ​ປັດ​ຈຸ​ບັນ.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄ​ວິດ-19 ຢູ່​ອາ​ເມ​ຣິ​ກາ​ມີເກືອບ 2 ແສນ​ຄົນເກີດຈາກຄວາມຜິດພາດທີ່ໜັກໜ່ວງ_fororder_03087bf40ad162d9ed0a6b516b4df9eb8b13cd34

ຄວາມ​ຜິດ​ພາດ​ທີ່​ໜັກ​ໜ່ວງ​ອັນ​ທີ​ໜຶ່ງ​ແມ່ນ: ລັດ​ຖະ​ບານກໍຄືກະແສຫຼັກທາງ​ສັງ​ຄົມຂອງອາ​ເມ​ຣິ​ກາ​ບໍ່ມີຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ຄວາມ​ໜັກ​ໜ່ວງ​ຮ້າຍແຮງຂອງ​ພະ​ຍາດ​ໂຄວິດ-19.
 

ຄວາມ​ຜິດ​ພາດ​ທີ່​ໜັກ​ໜ່ວງ​ທີ່​ສຸດອັນ​ທີ​ສອງ​ແມ່ນ: ໂດຍ​ປະ​ເຊີນ​ກັບ​ທາງເລືອກອັນ​ຮີບ​ດ່ວນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ແລະ​ຄວາມ​ສຳ​ຄັນ​ໃນ​ການຟື້ນຟູເສດ​ຖະ​ກິດ, ຜູ້​ນຳ​ແລະ​ປວງ​ຊົນ​ຈຳ​ນວນ​ຫຼາຍ​ຂອງ​ອາ​ເມ​ຣິ​ກາ​ລ້ວນ​ແຕ່​ໄດ້​ເລືອກ​ເອົາການຟື້ນຟູ​ເສດ​ຖະ​ກິດ​ຫຼາຍກວ່າ.
 

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄ​ວິດ-19 ຢູ່​ອາ​ເມ​ຣິ​ກາ​ມີເກືອບ 2 ແສນ​ຄົນເກີດຈາກຄວາມຜິດພາດທີ່ໜັກໜ່ວງ_fororder_359b033b5bb5c9eabd08d772ababe60738f3b3c6

ຄວາມຜິດພາດອັນໜັກໜ່ວງທີ່ສຸດອັນ​ທີ​ສາມແມ່ນ: ຈິດ​ໃຈ​ຮັບຮູ້ວິ​ທະ​ຍາ​ສາດ​ມີ​ຂໍ້​ບົກ​ຜ່ອງ​ທີ່​ເຮັດ​ໃຫ້​ຄົນ​ຮູ້​ສຶກ​ຕົກ​ສະ​ເງີ້. ການ​ໃສ່​ຜ້າ​ປິດ​ປາກ​ໄດ້​ຮັບ​ການ​ຢັ້ງ​ຢືນ​ໂດຍ​ທົ່ວ​ໄປ​ຈາກ​​ຈີນ,ປະ​ເທດ​ແລະ​ເຂດ​ແຄ້ວນ​ອາ​ຊີ​ຕາ​ເວັນ​ອອກ​ອື່ນໆ​ວ່າ​ເປັນ​ມາດ​ຕະ​ການ​ດ້ານ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ທີ່​ມີ​ປະ​ສິດ​ທິ​ຜົນ, ແຕ່​ປະ​ທາ​ນາ​ທິ​ບໍ​ດີ​ແລະ​​ປະ​ຊາ​ຊົນຫຼາຍ​ຄົນ​​ຢູ່​ອາ​ເມ​ຣິ​ກາລ້ວນ​ແຕ່​ໄດ້​ຄັດ​ຄ້ານການ​ໃສ່​ຜ້າ​ປິດ​ປາກ.

ຄວາມຜິດພາດອັນໜັກໜ່ວງທີ່ສຸດອັນ​ທີ​ສີ່ແມ່ນ: ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຄ້າຍ​ຄື​ກັນ​ກັບ​ສົງ​ຄາມ​ບັ້ນ​ໜຶ່ງ, ແຕ່​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ບໍ່​ໄດ້​ມີ​ການ​ບັນ​ຊາ​​ຈາກການ​ນຳ​ຂັ້ນ​ສູງ​ທີ່​ມີ​ປະ​ສິດ​ທິ​ຜົນ​ແລະ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ເອ​ກະ​ພາບ​ກັນໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ແຖມຍັງຖືກກໍ່ກວນ​ຢ່າງ​ໜັກ​ໜ່ວງ​ຈາກ​ການຫາສຽງ​​ທາງ​ການ​ເມືອງເພື່ອການ​ເລືອກ​ຕັ້ງ​ທົ່ວ​ໄປ.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄ​ວິດ-19 ຢູ່​ອາ​ເມ​ຣິ​ກາ​ມີເກືອບ 2 ແສນ​ຄົນເກີດຈາກຄວາມຜິດພາດທີ່ໜັກໜ່ວງ_fororder_8718367adab44aed1d9d9f50cb8ed706a38bfbc8

ຄວາມຜິດພາດອັນໜັກໜ່ວງທີ່ສຸດອັນ​ທີ​ 5 ແມ່ນ: ​ກຳ​ລັງ​ການ​ເມືອງ​ຕ່າງໆ​ຢູ່​ອາ​ເມ​ຣິ​ກາ​ບໍ່ມີຄວາມ​ສາ​ມາດລະດົມການ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ເມື່ອ​ປະ​ເຊີນ​ກັບ​ພະ​ຍາດ​ໂຄວິດ-19 ທີ່​ຮ້າຍ​ແຮງ, ກ່ອນອື່ນພວກ​ເຂົາ​ເຈົ້າ​ ​ລ້ວນ​ແຕ່​ຄິດວ່າຈະເຮັດແນວໃດເພື່ອປັດປ່າຍໜ້າ​ທີ່​ຮັບ​ຜິດ​ຊອບ​ໄດ້ດີ, ແລະ​ຈະເຮັດແນວໃດເພື່ອເຮັດ​ໃຫ້​ຝ່າຍ​ກົງ​ກັນ​ຂ້າມ​ຕົກ​ຢູ່​ໃນ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ແນວ​ໃດ.
 

ໃນຈຳນວນ 2 ແສນ​ຄົນ​ທີ່​ເສຍ​ຊີ​ວິດ​ໄປ​ແລ້ວ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຜູ້​ທຸກ​ຍາກ​ແລະ​ຄົນ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ. ເຖິງວ່າ​ອາ​ເມ​ຣິ​ກາ​ເປັນ​ປະ​ເທດ​ທີ່​ເຂັ້ມ​ແຂງ​ກໍ​ຕາມ, ແຕ່​ພັດ​ເປັນ​ປະ​ເທດ​ທີ່​ບໍ່​ໄດ້​ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ, ສະ​ນັ້ນ​ພະ​ຍາດ​ໂຄວິດ-19 ຈຶ່ງ​ໄດ້​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ແບບ​ນີ້​ຢູ່​ປະ​ເທດ​ທີ່​ມີຄວາມຈະ​ເລີນ​ທີ່​ສຸດ​ໃນ​ໂລກ. ແນວ​ໃດ​ກໍ​ຕາມ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ 2 ແສນ​ຄົນ​ຍ້ອນ​ພະ​ຍາດ​ໂຄວິດ-19 ​ເປັນເລື່ອງ​ອັບ​ປະ​ຍົດ​ຂອງອາ​ເມ​ຣິ​ກາ​ໃນ​ຖາ​ນະເປັນ​ປະ​ເທດ​ມະ​ຫາ​ອຳ​ນາດ​ທີ່​ມີ​​ວິທະຍາສາດການ​ແພດກ້າວໜ້າ​ທີ່​ສຸດ​ແລະມີ​ກຳ​ລັງ​ທີ່​ເຂັ້ມ​ແຂງ​ທີ່​ສຸດ, ໂດຍ​ສະ​ເພາະ​​ເປັນ​ເລື່ອງ​ອັບ​ປະ​ຍົດ​ຂອງຄະນະນຳຜູ້ກຳອຳ​ນາດ​​ແລະ​ບຸກ​ຄົນ​ດີ​ເດັ່ນ​ໃນ​ວົງ​ການ​ຕ່າງໆ​ທີ່​ມີ​ຄວາມ​ສາ​ມາດ​ໃນ​ການ​ຈັດ​ສັນ​ຊັບ​ພະ​ຍາ​ກອນ​ທາງ​ສັງ​ຄົມຂອງ​ອາ​ເມ​ຣິ​ກາ, ໃນຂະ​ນະ​ດຽວ​ກັນ​ກໍ​ເປັນການທຳລາຍຊື່ສຽງຂອງລະບອບການເມືອງອາເມຣິກາເອງ.

ຄຳ​ເຫັນ

0