ບົດປາໄສການອະພິປາຍທົ່ວໄປໃນກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 75
ໂດຍທ່ານສີຈິ້ນຜິງ ປະທານປະເທດຈີນ
ວັນທີ 22 ກັນຍາປີ 2020ທີ່ນະຄອນຫຼວງປັກກິ່ງ
ຮຽນທ່ານປະທານ
ບັນດາເພື່ອນມິດ:
ປີນີ້ແມ່ນປີທີ່ໄດ້ຮັບໄຊຊະນະໃນສົງຄາມຕ້ານຟາດຊິດໂລກຄົບຮອບ 75 ປີ, ທັງແມ່ນປີທີ່ອົງການສະຫະປະຊາຊາດສ້າງຕັ້ງຂຶ້ນຄົບຮອບ 75 ປີ. ມື້ວານນີ້, ອົງການສະຫະປະຊາຊາດໄດ້ຈັດກອງປະຊຸມສຸດຍອດເພື່ອລະນຶກວັນສ້າງຕັ້ງອົງການສະຫະປະຊາຊາດຄົບຮອບ 75 ປີຢ່າງຍິ່ງໃຫຍ່, ເພື່ອຈື່ຈຳບົດຮຽນທາງປະຫວັດສາດຂອງສົງຄາມຕ້ານຟາດຊິດໂລກ, ທັງຢືນຢັນເຖິງຄຳໝັ້ນສັນຍາອັນເດັດດ່ຽວທີ່ມີຕໍ່ຈຸດປະສົງ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ, ເຊິ່ງມີຄວາມໝາຍສຳຄັນທີ່ສຸດ.
ທ່ານປະທານ!
ມວນມະນຸດພວມຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19. ເຊື້ອພະຍາດໄດ້ແຜ່ລະບາດຢູ່ໃນຂອບເຂດທົ່ວໂລກຢ່າງຮ້າຍແຮງ, ທັງມີລັກສະນະໃກ້ຈະໝົດສິ້ນໄປແຕ່ພັດກັບເກີດຂຶ້ນອີກຮອບໃໝ່ເລື້ອຍໆ. ພວກຂ້າພະເຈົ້າເຫັນຄວາມພະຍາຍາມຂອງລັດຖະບານບັນດາປະເທດ ການປະກອບສ່ວນຂອງພະນັກງານການແພດ ການຄົ້ນຄວ້າວິທະຍາສາດ ແລະ ຄວາມມຸ່ງໝັ້ນຂອງປະຊາຊົນສາມັນ. ປະຊາຊົນບັນດາປະເທດໄດ້ຊ່ວຍຊູຍູ້ໜູນກັນ, ສະແດງໃຫ້ເຫັນເຖິງຄວາມກ້າຫານ ຄວາມຕັດສິນໃຈ ແລະ ຄວາມມີເມຕາຂອງມວນມະນຸດເມື່ອຜະເຊີນກັບໄພພິບັດທີ່ໜັກໜ່ວງ, ເຊິ່ງໄດ້ເປັນແສງສະຫວ່າງສາດສ່ອງໃນຂະນະທີ່ມືດມົນ. ມະນຸດຈະເອົາຊະນະພະຍາດຢ່າງແນ່ນອນ, ໄຊຊະນະນີ້ຈະຂຶ້ນກັບປະຊາຊົນທົ່ວໂລກຢ່າງແນ່ນອນ!
ເມື່ອຜະເຊີນໜ້າກັບການແຜ່ລະບາດຂອງພະຍາດ, ພວກເຮົາຕ້ອງປະຕິບັດຕາມທັດສະນະທີ່ຖືປະຊາຊົນສຳຄັນກວ່າໝູ່ ແລະ ຊີວິດສຳຄັນກວ່າໝູ່. ຕ້ອງຈັດສັນຊັບພະຍາກອນທັງໝົດ, ປ້ອງກັນ ແລະ ປິ່ນປົວພະຍາດຕາມຫຼັກວິທະຍາສາດ, ໃຊ້ນະໂຍບາຍຢ່າງຖືກຕ້ອງກັບເປົ້າໝາຍທີ່ແນ່ນອນ, ບໍ່ປ່ອຍປະຜູ້ຕິດເຊື້ອແລະຄົນເຈັບແມ່ນແຕ່ຄົນດຽວ, ເດັດດ່ຽວສະກັດກັ້ນການແຜ່ລະບາດຂອງພະຍາດ.
ເມື່ອຜະເຊີນໜ້າກັບການແຜ່ລະບາດຂອງພະຍາດ, ພວກເຮົາຕ້ອງເພີ່ມທະວີຄວາມສາມັກຄີ ຮ່ວມແຮງຮ່ວມໃຈກັນຜ່ານຜ່າຄວາມຫຍຸ້ງຍາກ. ຕ້ອງຍຶດໝັ້ນຈິດໃຈວິທະຍາສາດ, ເສີມຂະຫຍາຍບົດບາດນຳພາທີ່ສຳຄັນຂອງອົງການອະນາໄມໂລກຢ່າງເຕັມສ່ວນ, ຊຸກຍູ້ການຮ່ວມມືສາກົນເພື່ອປ້ອງກັນ ແລະ ຄວບຄຸມຮ່ວມກັນ, ເດັດດ່ຽວເອົາຊະນະໃນບັ້ນຕ້ານກັບພະຍາດໃນທົ່ວໂລກ, ຄັດຄ້ານການຫັນເອົາບັນຫາກ່ຽວກັບພະຍາດເປັນບັນຫາການເມືອງ, ແລະຄັດຄ້ານການໃສ່ຮ້າຍປ້າຍສີປະເທດໃດໆດ້ວຍຂໍ້ອ້າງລັກສະນະນີ້.
ເມື່ອຜະເຊີນໜ້າກັບການແຜ່ລະບາດຂອງພະຍາດ,ພວກເຮົາຕ້ອງກຳນົດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດທີ່ເຮັດເປັນປະຈຳຢ່າງຮອບດ້ານ. ຕ້ອງຊຸກຍູ້ການຟື້ນຟູທຸລະກິດ ຕະຫຼາດ ການເຮັດວຽກ ແລະ ການຮຽນການສອນຢ່າງເປັນລະບຽບຮຽບຮ້ອຍ, ສ້າງໂອກາດ ປະກອບອາຊີບ, ຂັບເຄື່ອນເສດຖະກິດ, ຟື້ນຟູຄວາມເປັນລະບຽບ ແລະ ຄວາມມີຊີວິດຊີວາທາງດ້ານເສດຖະກິດສັງຄົມ, ອົງກອນເສດຖະກິດສຳຄັນຕ້ອງເພີ່ມທະວີການປະສານງານໃນນະໂຍບາຍມະຫາພາກ, ບໍ່ພຽງແຕ່ຟື້ນຟູເສດຖະກິດຂອງປະເທດຕົນເທົ່ານັ້ນ, ຍັງຄວນປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດຂອງໂລກ.
ເມື່ອຜະເຊີນໜ້າກັບການແຜ່ລະບາດຂອງພະຍາດ, ພວກເຮົາຕ້ອງເອົາໃຈໃສ່ ແລະ ຊ່ວຍເຫຼືອປະເທດພວມພັດທະນາ ໂດຍສະເພາະແມ່ນປະເທດອາຟຣິກາ. ປະຊາຄົມໂລກຄວນໃຊ້ມາດຕະການຢ່າງທ່ວງທັນກັບເວລາ ແລະ ເຂັ້ມແຂງໃນດ້ານການຫຼຸດຜ່ອນ ຫຼື ເລື່ອນເວລາຊຳລະໜີ້, ໃຫ້ການຊ່ວຍເຫຼືອ ແລະ ອື່ນໆ, ຮັບປະກັນການຈັດຕັ້ງປະຕິບັດ “ວາລະການພັດທະນາແບບຍືນຍົງຮອດປີ 2030ຂອງອົງການສະຫະປະຊາຊາດ” ໃຫ້ດີ, ຊ່ວຍເຫຼືອເຂົາເຈົ້າໃຫ້ສາມາດຜ່ານຜ່າຄວາມຫຍຸ້ງຍາກ.
ເມື່ອ 75 ປີກ່ອນ, ຈີນໄດ້ປະກອບສ່ວນຄັ້ງປະຫວັດສາດເຂົ້າໃນການຍາດເອົາໄຊຊະນະໃນສົງຄາມຕ້ານຟາດຊິດໂລກ, ສະໜັບສະໜູນການສ້າງຕັ້ງອົງການສະຫະປະຊາຊາດ. ໃນທຸກມື້ນີ້, ຈີນໄດ້ສືບຕໍ່ຍຶດໝັ້ນຈິດໃຈຮັບຜິດຊອບເຊັ່ນກັນ, ຕັ້ງໜ້າເຂົ້າຮ່ວມການຮ່ວມມືສາກົນເພື່ອຕ້ານກັບພະຍາດ, ປະກອບສ່ວນກຳລັງຂອງຈີນໃນການປ້ອງກັນຄວາມປອດໄພດ້ານສາທາລະນະລຸກຂອງໂລກ. ພວກເຮົາຈະສືບຕໍ່ແບ່ງປັນບົດຮຽນຕ້ານພະຍາດ ແລະ ເຕັກນິກປິ່ນປົວກັບບັນດາປະເທດ, ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ປະເທດທີ່ມີຄວາມຕ້ອງການ, ຮັບປະກັນຄວາມໝັ້ນທ່ຽງຂອງຕ່ອງໂສ້ການສະໜອງວັດຖຸອຸປະກອນຕ້ານພະຍາດໃນທົ່ວໂລກ, ທັງຕັ້ງໜ້າເຂົ້າຮ່ວມການຄົ້ນຄວ້າວິທະຍາສາດທົ່ວໂລກໃນການຊອກຫາແຫຼ່ງກຳເນີດ ແລະ ການແຜ່ລະບາດຂອງເຊື້ອພະຍາດ. ຈີນໄດ້ມີຢາວັກຊີນຫຼາຍຊະນິດໄດ້ເຂົ້າສູ່ການທົດລອງປິ່ນປົວຕົວຈິງໄລຍະ 3, ຫຼັງຈາກການຄົ້ນຄວ້າສຳເລັດແລ້ວ ແລະ ເລີ່ມນຳໃຊ້ຕົວຈິງແລ້ວ, ຈະຖືເປັນຜະລິດຕະພັນສາທາລະນະຂອງໂລກ, ແລະໃຫ້ບູລິມະສິດໃນການສະໜອງແກ່ປະເທດພວມພັດທະນາ. ຈີນຈະຈັດຕັ້ງປະຕິບັດຕາມຄຳໝັ້ນສັນຍາທີ່ໃຫ້ການຊ່ວຍເຫຼືອສາກົນ 2 ຕື້ໂດລາສະຫະລັດພາຍໃນເວລາ 2 ປີ, ລົງເລິກການຮ່ວມມືສາກົນໃນຂົງເຂດກະສິກຳ, ການຫຼຸດຜ່ອນຄວາມທຸກຍາກ ການສຶກສາ ແມ່ແລະເດັກ ການປ່ຽນແປງຂອງດິນຟ້າອາກາດ ແລະອື່ນໆ, ຊ່ວຍເຫຼືອບັນດາປະເທດຟື້ນຟູການພັດທະນາເສດຖະກິດສັງຄົມ.
ທ່ານປະທ່ານ!
ປະຫວັດສາດການພັດທະນາຂອງສັງຄົມມະນຸດຄືປະຫວັດສາດແຫ່ງການເອົາຊະນະສິ່ງທ້າທາຍແລະຄວາມຫຍຸ້ງຍາກຕ່າງໆຢ່າງບໍ່ຢຸດຢັ້ງ. ການແຜ່ລະບາດຂອງພະຍາດໂຄວິດ-19 ຂະໜາດໃຫຍ່ໃນທົ່ວໂລກ ແລະສະພາບການປ່ຽນແປງຂອງໂລກແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຜ່ານມາໄດ້ສົ່ງຜົນສະທ້ອນໃຫ້ກັນແລະກັນ, ແຕ່ວ່າ ກະແສຫຼັກຂອງຍຸກສະໄໝຍັງແມ່ນສັນຕິພາບແລະການພັດທະນາບໍ່ມີການປ່ຽນແປງ, ປະຊາຊົນບັນດາປະເທດມີຄວາມປາຖະໜາຢ່ງແຮງກ້າກວ່າເກົ່າທີ່ຫວັງຢາກພັດທະນາໂດຍສັນຕິແລະຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈະບໍ່ເປັນວິກິດການຄັ້ງສຸດທ້າຍຂອງມວນມະນຸດ, ພວກເຮົາຕ້ອງກຽມພ້ອມຮ່ວມມືກັນເພື່ອຮັບມືກັບສິ່ງທ້າທາຍລັກສະນະທົ່ວໂລກຫຼາຍກວ່າເກົ່າ. ຂ້າພະເຈົ້າຈຶ່ງສະເໜີດັ່ງນີ້:
ໜຶ່ງ, ການແຜ່ລະບາດຂອງພະຍາດຄັ້ງນີ້ໄດ້ບອກໃຫ້ພວກເຮົາຮັບຮູ້ວ່າ: ພວກເຮົາໄດ້ດຳລົງຊີວິດຢູ່ໃນບ້ານເມືອງຂອງໂລກທີ່ເຊື່ອມໂຍງເຊື່ອມຈອດກັນແລະຮ່ວມທຸກຮ່ວມສຸກກັນ. ບັນດາປະເທດໄດ້ພົວພັນກັນຢ່າງແໜ້ນແຟ້ນ, ມວນມະນຸດມີຊາຕາກຳຮ່ວມນຳກັນ. ບໍ່ວ່າປະເທດໃດກໍບໍ່ຄວນສະແຫວງຫາຜົນປະໂຫຍດຈາກຄວາມຫຍຸ້ງຍາກຂອງປະເທດອື່ນ, ແລະເພື່ອໃຫ້ໄດ້ຄວາມໝັ້ນຄົງທ່າມກາງຄວາມວຸ້ນວາຍຂອງປະເທດອື່ນ. ບໍ່ຄວນໂຍນເຫດຮ້າຍໃຫ້ປະເທດໃກ້ຄຽງແລະປະພຶດຕົນແບບເອົາຫູໄປນາເອົາຕາໄປໄຮ່ເມື່ອປະເທດໃກ້ຄຽງປະສົບໄພ, ຖ້າເຮັດແບບນັ້ນ, ໃນທີ່ສຸດ, ໄພຂົ່ມຂູ່ທີ່ມີຕໍ່ປະເທດອື່ນກໍຈະກາຍເປັນສິ່ງທ້າທາຍສຳລັບຕົນເອງ. ພວກເຮົາຄວນມີທັດສະນະປະຊາຄົມຮ່ວມຊາຕາກຳທີ່ເຊື່ອມໂຍງເຂົ້າກັນ, ຂ້າມຜ່ານແນວຄິດກຸ່ມກ້ອນຄັບແຄບ ແລະແນວຄິດເກມຜົນລວມເປັນສູນ, ສ້າງແນວຄວາມຄິດແບບວົງຄະນາຍາດ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະຖິ້ມການຖົກຖຽງກັນດ້ານຮູບຖານຈິດສຳນຶກ, ຜ່ານຜ່າກັບດັກຄວາມຂັດແຍ້ງທາງດ້ານອາລະຍະທຳ, ເຄົາລົບເສັ້ນທາງ ແລະຮູບແບບການພັດທະນາທີ່ປະເທດຕ່າງໆໄດ້ຄັດເລືອກຢ່າງເປັນເຈົ້າຕົນເອງ, ເຮັດໃຫ້ຄວາມຫຼາກຫຼາຍຂອງໂລກກາຍເປັນກຳລັງແຮງທີ່ບໍ່ມີວັນເຫືອດແຫ້ງໃນການຊຸກຍູ້ຄວາມກ້າວໜ້າຂອງສັງຄົມມະນຸດ, ກາຍເປັນສະພາບການແບບທຳມະຊາດຂອງອາລະຍະທຳມວນມະນຸດທີ່ມີຫຼາກຫຼາຍສີສັນ.
ສອງ, ການແຜ່ລະບາດຂອງພະຍາດຄັ້ງນີ້ໄດ້ບອກໃຫ້ພວກເຮົາຮັບຮູ້ວ່າ: ເສດຖະກິດໂລກາພິວັດແມ່ນສະພາບຕົວຈິງທາງພາວະວິໄສແລະມ່ນກະແສຂອງປະຫວັດສາດ. ເມື່ອປະເຊີນໜ້າກັບອ່າອ່ຽງລວມຂອງເສດຖະກິດໂລກາພິວັດ, ການປະພຶດຕົນຄືກັບນົກກະຈອກເທບໝົ້ນຫົວໃສ່ຂີ້ຊາຍເພື່ອທຳທ່າວ່າບໍ່ເຫັນຫຍັງ, ຫຼືການຝືນກັບກະແສເສດຖະກິດໂລກາພິວັດຄືດັ່ງຕົວລະຄອນ ດອນກີໂຮເຕ ທີ່ຖືຫອກຍາວຕໍ່ຕ້ານຍຸກສະໄໝ ເຊິ່ງການກະທຳແບບນີ້ ລ້ວນແຕ່ເປັນການກະທຳທີ່ລະເມີດກົດເກນປະຫວັດສາດ. ໂລກບໍ່ສາມາດຖອຍຫຼັງຄືນສູ່ສະພາບທີ່ໂດດດ່ຽວແລະປິດປະຕູໃສ່ກັນໄດ້ອີກ, ຍິ່ງບໍ່ອາດສາມາດຖືກແບ່ງແຍກດ້ວຍນ້ຳມືຂອງຄົນໄດ້. ພວກເຮົາບໍ່ສາມາດຫຼົບຫຼີກສິ່ງທ້າທາຍທີ່ເກີດມາຈາກເສດຖະກິດໂລກາພິວັດໄດ້, ແຕ່ຕ້ອງກ້າປະເຊີນກັບບັນຫາສຳຄັນຕ່າງໆເຊັ່ນຄວາມແຕກໂຕນກັນລະຫວ່າງຄົນຮັ່ງແລະຄົນທຸກ, ຄວາມແຕກໂຕນດ້ານການພັດທະນາແລະອື່ນໆ. ພວກເຮົາຄວນແກ້ໄຂການພົວພັນລະຫວ່າງລັດຖະບານກັບຕະຫຼາດ, ຄວາມຍຸຕິທຳກັບປະສິດທິພາບ, ການເຕີບໂຕກັບການແບ່ງປັນ, ເຕິກໂນໂລຊີກັບການປະກອບອາຊີບໃຫ້ເໝາະສົມ, ເພື່ອເຮັດໃຫ້ການພັດທະນາມີທັງຄວາມດຸນດ່ຽງແລະຄວາມເຕັມສ່ວນ, ເຮັດໃຫ້ໝາກຜົນການພັດທະນາສ້າງຜົນປະໂຫຍດໃຫ້ແກ່ປະເທດຕ່າງໆ,ຊົ້ນຊັ້ນຕ່າງໆແລະກຸ່ມຄົນຕ່າງໆ. ພວກເຮົາຄວນຍຶດໝັ້ນແນວຄວາມຄິດເປີດກວ້າງແລະກວມລວມ, ສ້າງເສດຖະກິດໂລກແບບເປີດກວ້າງຢ່າງເດັດດ່ຽວໜຽວແໜ້ນ, ປົກປັກຮັກສາລະບົບການຄ້າຫຼາຍຝ່າຍທີ່ຖືເອົາອົງການການຄ້າໂລກເປັນພື້ນຖານ,ຍຶດໝັ້ນຈຸດຢືນອັນຈະແຈ້ງໃນການຄັດຄ້ານລັດທິຝ່າຍດຽວ,ລັດທິປົກປ້ອງ, ຮັກສາຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງຂອງໂລກໃຫ້ມີຄວາມໝັ້ນທ່ຽງແລະດຳເນີນງານໄປຢ່າງສະດວກ.
ສາມ, ການແຜ່ລະບາດຂອງພະຍາດຄັ້ງນີ້ໄດ້ບອກໃຫ້ພວກເຮົາຮັບຮູ້ວ່າ: ມວນມະນຸດຕ້ອງປະຕິຮູບຕົນເອງ, ເລັ່ງລັດສ້າງໃຫ້ມີຮູບແບບການພັດທະນາ ແລະຮູບການດຳລົງຊີວິດແບບສີຂຽວ, ສ້າງສາຄວາມສີວິໄລດ້ານນິເວດ ແລະສ້າງໂລກທີ່ສວຍງາມ. ມະນຸດເຮົາບໍ່ຄວນປະໝາດຕໍ່ຄຳເຕືອນອີກແລ້ວອີກຕື່ມຈາກທຳມະຊາດຕໍ່ໄປອີກ, ບໍ່ຄວນເດີນໄປຕາມເສັ້ນທາງເກົ່າທີ່ມີແຕ່ຮຽກເອົາຫາຜົນປະໂຫຍດຢ່າງດຽວແຕ່ບໍ່ຍອມທຸ້ມເທກຳລັງຄົນແລະວັດຖຸຊັບສິນ, ພຽງເນັ້ນແຕ່ການພັດທະນາແຕ່ບໍ່ຮັກສາສິ່ງແວດລ້ອມ, ພຽງແຕ່ນຳໃຊ້ແຕ່ບໍ່ປົວແປງ. ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, “ສັນຍາປາຣີ”ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໄດ້ ເປັນຕົວແທນທິດທາງລວມແຫ່ງການຫັນປ່ຽນຮູບແບບການພັດທະນາ ຂອງທົ່ວໂລກໃຫ້ເປັນແບບສີຂຽວແລະກາກບອນຕ່ຳ, ແມ່ນການເຄື່ອນໄຫວທີ່ຈຳເປັນລະດັບພື້ນຖານສຸດໃນການຮັກສາ ໜ່ວຍໂລກ, ບັນດາປະເທດຕ້ອງມີການເຄື່ອນໄຫວທີ່ມີລັກສະນະຕັດສິນ. ຈີນຈະເພີ່ມທະວີການປະກອບສ່ວນຢ່າງເປັນເຈົ້າການຂອງຕົນ, ໃຊ້ນະໂຍບາຍ ແລະມາດຕະການທີ່ເຂັ້ມແຂງກວ່າເກົ່າ, ພະຍາຍາມໃຫ້ປະລິມານການປ່ອຍກາກບອນດີອົກຊິດໃນປີ 2030 ເທົ່ານັ້ນ, ສູ້ຊົນໃຫ້ບັນລຸເປົ້າໝາຍປອດກາກບອນກ່ອນປີ 2060. ບັນດາປະເທດຄວນສ້າງທັດສະນະການພັດທະນາແບບໃໝ່ທີ່ມີການປະດິດສ້າງໃໝ່, ປະສານສົມທົບກັນ, ສີຂຽວ, ເປີດກວ້າງ ແລະຊົມໃຊ້ຮ່ວມກັນ, ກຳແໜ້ນໂອກາດ ທີ່ມີລັກສະນະປະຫວັດສາດຂອງການປະຕິວັດ ວິທະຍາສາດເຕັກນິກ ແລະການປ່ຽນແປງດ້ານອຸດສາຫະກຳຮອບໃໝ່, ຊຸກຍູ້ການຟື້ນຟູ ເສດຖະກິດໂລກແບບສີຂຽວພາຍຫຼັງການແຜ່ລະບາດພະຍາດໂຄວິດ-19 ສິ້ນສຸດລົງ, ເຕົ້າໂຮມກຳລັງແຮງອັນເຂັ້ມແຂງເພື່ອຊຸກຍູ້ການພັດທະນາແບບຍືນຍົງ.
ສີ່, ການແຜ່ລະບາດຂອງພະຍາດຄັ້ງນີ້ໄດ້ບອກໃຫ້ພວກເຮົາຮັບຮູ້ວ່າ: ລະບົບບໍລິຫານໂລກຕ້ອງການໃຫ້ມີການປະຕິຮູບ ແລະປັບປຸງໃຫ້ດີຂຶ້ນຢ່າງຮີບດ່ວນ. ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ພຽງແຕ່ເປັນການທົດສອບຕໍ່ຄວາມສາມາດການກຳອຳນາດຂອງບັນດາປະເທດເທົ່ານັ້ນ, ທັງເປັນການກວດສອບລະບົບບໍລິຫານໂລກອີກດ້ວຍ. ພວກເຮົາຄວນຍຶດໝັ້ນກ້າວເດີນໄປຕາມເສັ້ນທາງຂອງລັດທິຫຼາຍຝ່າຍ, ຮັກສາລະບົບສາກົນທີ່ຖືອົງການສະຫະ ປະຊາຊາດເປັນແກນກາງ. ການບໍລິຫານໂລກຄວນຍຶດໝັ້ນຫຼັກການທີ່ ປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ, ຊຸກຍູ້ໃຫ້ບັນດາປະເທດມີສິດທິ ໂອກາດ ແລະ ລະບຽບການທີ່ສະເໝີພາບກັນ, ເຮັດໃຫ້ລະບົບບໍລິຫານໂລກສອດຄ່ອງກັບການເມືອງ ແລະ ເສດຖະກິດໂລກທີ່ມີການປ່ຽນແປງ, ຕອບສະໜອງກັບຄວາມຕ້ອງການຕົວຈິງໃນການຮັບມືກັບສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ, ສອດຄ່ອງກັບທ່າອຽງປະຫວັດສາດທີ່ມີສັນຕິພາບ ການພັດທະນາ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ການທີ່ມີຄວາມຂັດແຍ່ງກັນລະຫວ່າງປະເທດແມ່ນເລື່ອງປົກກະຕິ, ຄວນແກ້ໄຂຢ່າງເໝາະສົມໂດຍຜ່ານການສົນທະນາ ແລະ ປຶກສາຫາລືກັນ. ລະຫວ່າງປະເທດສາມາດມີການແຂ່ງຂັນກັນໄດ້, ແຕ່ຕ້ອງເປັນການແຂ່ງຂັນໃນທາງສ້າງສັນ ແລະ ດຳເນີນໄປໃນທິທາງທີ່ດີ, ຕ້ອງຮັກສາເສັ້ນພື້ນຖານດ້ານຄຸນສົມບັດ ແລະ ລະບຽບການສາກົນ. ປະເທດໃຫຍ່ຄວນມີພາບພົດຂອງປະເທດໃຫຍ່, ຄວນສະໜອງຜະລິດຕະພັນສາທາລະນະສາກົນໃຫ້ຫຼາຍກວ່າເກົ່າ, ແບກຫາບພັນທະໜ້າທີ່ ແລະ ສະແດງໃຫ້ເຫັນເຖິງສະຕິທີ່ມີຄວາມຮັບຜິດຊອບໃນຖານະເປັນປະເທດໃຫຍ່.
ທ່ານປະທານ!
ນັບແຕ່ປີນີ້ເປັນຕົ້ນມາ, ປະຊາຊົນຈີນຈຳນວນ 1,4 ຕື້ຄົນບໍ່ຢ້ານຕໍ່ຄວາມຫຍຸ້ງຍາກ, ໄດ້ຮ່ວມແຮງຮ່ວມໃຈກັນ, ພະຍາຍາມຜ່ານຜ່າຜົນກະທົບຈາກສະພາບພະຍາດໂຄ ວິດ-19 ຈົດສຸດຄວາມສາມາດ, ເລັ່ງລັດຟື້ນຟູການຜະລິດແລະການດຳລົງຊີວິດ. ພວກຂ້າພະເຈົ້າມີຄວາມໝັ້ນໃຈວ່າຈະສາມາດສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານຕາມເວລາກຳນົດ, ເຮັດໃຫ້ປະຊາກອນຜູ້ທຸກຍາກຢູ່ຊົນນະບົດ ຕາມມາດຕະຖານໃນປັດຈຸບັນຫຼຸດພົ້ນອອກຈາກຄວາມທຸກຍາກຕາມເວລາກຳນົດ, ບັນລຸເປົ້າໝາຍການຫຼຸດຜ່ອນຄວາມທຸກຍາກຕາມ “ວາລະການພັດທະນາແບບ ຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ” ກ່ອນເວລາກຳນົດ 10 ປີ.
ຈີນແມ່ນປະເທດທີ່ພວມພັດທະນາໃຫຍ່ທີ່ສຸດຂອງໂລກ ແລະເດີນຕາມເສັ້ນທາງ ການພັດທະນາໂດຍສັນຕິ, ການພັດທະນາແບບເປີດປະຕູສູ່ພາຍນອກ, ການພັດທະນາແບບຮ່ວມມືກັ ແລະການພັດທະນາຮ່ວມກັນ. ພວກຂ້າພະເຈົ້າຈະບໍ່ສະແຫວງຫາການເປັນເຈົ້າອຳນາດ, ບໍ່ຂະຫຍາຍອຳນາດ, ບໍ່ສະແຫວງຫາຂອບເຂດອິດທິພົນຂອງຕົນ, ບໍ່ມີເຈດຈຳນົງຢາກກໍ່ສົງຄາມເຢັນຫຼືກໍ່ ສົງຄາມກັບປະເທດໃດໆ, ຍຶດໝັ້ນການແກ້ໄຂຄວາມຂັດແຍ້ງກັນຜ່ານຊ່ອງທາງ ການສົນທະນາແລະປຶກສາຫາລືຮ່ວມກັນ. ພວກຂ້າພະເຈົ້າຈະບໍ່ສະແຫວງຫາການ ເປັນຜູ້ດີເດັ່ນສຸດຍອດແຕ່ພຽງຜູ້ດຽວ, ບໍ່ເຂົ້າຮ່ວມການແຂ່ງຂັນແບບເຈົ້າໄດ້ຂ້ອຍ ເສຍ ແລະກໍຈະບໍ່ພັດທະນາເສດຖະກິດດ້ວຍການປິດປະຕູ, ພວກຂ້າພະເຈົ້າຈະສ້າງສະພາບການພັດທະນາໃໝ່ທີ່ເອົາຮອບໝູນວຽນທາງດ້ານ ເສດຖະກິດພາຍໃນປະເທດເປັນຫຼັກ ແລະຮອບໝູນວຽນທາງດ້ານເສດຖະກິດທັງ ພາຍໃນແລະສາກົນຊ່ວຍຊູຍູ້ໜູນກັນ ເພື່ອສ້າງໂອກາດໃຫ້ແກ່ການພັດທະນາເສດ ຖະກິດຂອງຈີນ ແລະເພີ່ມກຳລັງຂັບເຄື່ອນໃຫ້ແກ່ການຟື້ນຟູແລະການເຕີບໂຕ ຂອງເສດຖະກິດໂລກ.
ຈີນຈະສືບຕໍ່ເປັນຜູ້ສ້າງສັນຕິພາບຂອງໂລກ, ຜູ້ປະກອບສ່ວນເຂົ້າໃນການພັດທະ ນາຂອງໂລກ ແລະຜູ້ປົກປັກຮັກສາລະບຽບການສາກົນ ເພື່ອສະໜັບສະໜູນອົງ ການສະຫະປະຊາຊາດເສີມຂະຫຍາຍບົດບາດແກນກາງໃນວຽກງານສາກົນ. ຂ້າ ພະເຈົ້າຂໍປະກາດວ່າ:
ຈີນຈະເພີ່ມເງິນຈຳນວນ 50 ລ້ານໂດລາເພື່ອສະໜັບສະໜູນແຜນການມະນຸດສະ ທຳເພື່ອຮັບມືກັບສະພາບພະຍາດໂຄວິດ-19ທົ່ວໂລກຂອງອົງການສະຫະປະຊາ ຊາດ;
ຈີນຈະສ້າງຕັ້ງກອງທຶນການຮ່ວມມືໃຕ້ໃຕ້ລະຫວ່າງຈີນ-ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດໄລຍະທີ 3 ເປັນຈຳນວນເງິນ 50 ລ້ານໂດລາ;
ກອງທຶນສັນຕິພາບແລະການພັດທະນາລະຫວ່າງຈີນ-ອົງການສະຫະປະຊາຊາດຈະສິ້ນສຸດລົງຕາມເວລາກຳນົດເມື່ອປີ 2025, ແລ້ວຈະຕໍ່ເວລາໄປອີກ 5 ປີ;
ຈີນຈະສ້າງສູນຂໍ້ມູນຂ່າວສານແລະປະດິດສ້າງພູມສາດທົ່ວໂລກແລະສູນການຄົ້ນ ຄວ້າຖານຂໍ້ມູນໃຫຍ່ກ່ຽວກັບການພັດທະນາແບບຍືນຍົງລະດັບສາກົນຢູ່ອົງການ ສະຫະປະຊາຊາດ ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການຈັດຕັ້ງປະຕິບັດ “ວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ”.
ທ່ານປະທານ, ເພື່ອນມິດທັງຫຼາຍ!
ປະຫວັດສາດໄດ້ພັດທະນາແລະສືບທອດມາຮອດຄົນລຸ້ນພວກເຮົາແລ້ວ, ພວກຂ້າ ພະເຈົ້າຕ້ອງມີການຕັດສິນໃຈທີ່ຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ ແລະເປັນໄປຕາມ ກະແສຂອງປະຫວັດສາດ. ຂໍໃຫ້ພວກເຮົາຈົ່ງສາມັກຄີກັນ, ຍຶດໝັ້ນຄຸ່ນຄ່າຮ່ວມຂອງມວນມະນຸດ ຄືສັນຕິພາບ, ການພັດທະນາ, ຄວາມຍຸຕິທຳ, ຄວາມເປັນທຳ, ປະຊາທິປະໄຕແລະເສລີພາບ, ຊຸກຍູ້ການສ້າງການພົວພັນສາກົນ ແບບໃໝ່, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຮ່ວມກັນສ້າງອະນາຄົດທີ່ດີງາມກວ່າເກົ່າຂອງໂລກ!
ຄຳເຫັນ
0