何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອດ​ເວ​ລາ​ເກັບ​ກ່ຽວແລ້ວ

2020-09-23 16:35:27 CRI

ປີ​ນີ້, ​ຈາກການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ​ໃນ​ຕົ້ນ​ປີ​ນີ້, ​ຈົນຮອດ​ໄພ​ນ້ຳ​ຖ້ວມ​ທີ່​ໜັກ​ໜ່ວງ, ການ​ຜະ​ລິດ​ກະ​ສິ​ກຳຂອງ​ຈີນ​ໄດ້​ພົບ​ກັ​ບ​ສິ່ງ​ທ້າ​ທາຍ​ຢ່າງ​ລຽນ​ຕິດ. ເມື່ອ​ຜະ​ເຊີນ​ກັບ​ການ​ທົດ​ສອບ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ວາງ​ແຜນ​ການ​ປູກ​ຝັງ​ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ຕັ້ງ​ແຕ່​ຫົວ​ທີ. ທ່ານ​ຊີ້​ນຳ​ວ່າ: “ຍິ່ງ​ຜະ​ເຊີນ​ກັບ​ຄວາມ​ສ່ຽງ ແລະ ສິ່ງ​ທ້າ​ທາຍ, ຍິ່ງ​ຕ້ອງ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ກະ​ສິ​ກຳ, ຍິ່ງ​ຕ້ອງ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ​ອາ​ຫານ​ສຳ​ຮອງ​ທີ່​ສຳ​ຄັນ.”

ຮອດ​ເວ​ລາ​ເກັບ​ກ່ຽວແລ້ວ_fororder_图7

ໂດຍ​ຜ່ານ​ຄວາມ​ພະ​ຍາ​ຍາມຮ່ວມ​ກັນ​ຂອງ​ທຸກ​ຝ່າຍ,​ການ​ຜະ​ລິດ​ກະ​ສິ​ກຳ​ຢູ່​ທົ່ວ​ປະ​ເທດ​ໄດ້​ດຳ​ເນີນ​ໄປ​ຢ່າງ​ໝັ້ນ​ທ່ຽງ, ​ການຜະ​ລິດ​ລະ​ດູ​ຮ້ອນ​ໄດ້​ຮັບ​ຜົນ​ເກັບ​ກ່ຽວ​ຢ່າງ​ອຸ​ດົມ​ສົມ​ບູນ, ຍອດ​ປະ​ລິ​ມານ​ຜົນຜະ​ລິດ​ໄດ້​ເພີ່ມ​ຂຶ້ນ 1208000 ໂຕນ ເມື່ອ​ທຽບ​ໃສ່​ປີ​ຜ່ານ​ມາ.

ຮອດ​ເວ​ລາ​ເກັບ​ກ່ຽວແລ້ວ_fororder_图8

ຜົນ​ເກັບ​ກ່ຽວ​ທີ່​ອຸ​ດົມ​ສົມ​ບູນ​ໃນ​ປີ 2020 ຍາດ​ມາໄດ້​ບໍ່​ແມ່ນ​ງ່າຍ​ດາຍ!

 

ຄຳ​ເຫັນ

0