ວັນທີ 22 ກັນຍາປີນີ້ແມ່ນວັນບຸນເກັບກ່ຽວຂອງຊາວກະສິກອນຈີນຄັ້ງທີ 3. ຜົນການສຳຫຼວດສະພາບກະສິກຳຫຼ້າສຸດສະແດງໃຫ້ເຫັນວ່າ: ເນື້ອທີ່ປູກທັນຍາຫານຂອງຈີນໃນລະດູໃບໄມ້ຫຼົ່ນປີນີ້ມີທ່າອ່ຽງເພີ່ມຂຶ້ນຢ່າງຈະແຈ້ງ, ຄາດວ່າຈະມີເຖິງ 85,6 ລ້ານເຮັກຕາ. ພາຍໃຕ້ສະພາບການທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ໄພນ້ຳຖ້ວມທີ່ໜັກໜ່ວງຢູ່ເຂດລ້ອງແມ່ນ້ຳຢາງຊີກຽງ, ໄພລົມພາຍຸທີ່ເກີດຂຶ້ນຫຼາຍມື້ຕິດຕໍ່ກັນແລະອື່ນໆ, ການເກັບກ່ຽວສະບຽງອາຫານທີ່ອຸດົມສົມບູນຂອງຈີນໄດ້ປະສົບຜົນສຳເລັດທີ່ບໍ່ງ່າຍດາຍປານໃດ, ແຕ່ມີຄວາມໝາຍສຳຄັນຕໍ່ການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ.
ຕາມສະຖິຕິ, ປັດຈຸບັນ, ສະບຽງອາຫານສະເລ່ຍຕໍ່ຫົວຄົນຂອງຈີນບັນລຸໄດ້ປະມານ 470 ກິໂລ, ສູງກວ່າເສັ້ນມາດຖານຄວາມໝັ້ນຄົງດ້ານສະບຽງອາຫານສາກົນຄື 400 ກິໂລໂດຍສະເລ່ຍຕໍ່ຫົວຄົນ, ສະພາບການກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານໄດ້ພັດທະນາໄປໃນທິດທາງທີ່ດີຢ່າງຕໍ່ເນື່ອງ. ໃນນີ້ສາເຫດທີ່ສຳຄັນອັນໜຶ່ງກໍແມ່ນຍ້ອນລັດຖະບານຈີນໄດ້ໃຫ້ຄວາມສຳຄັນໃນລະດັບສູງຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານເປັນເວລາດົນນານມາແລ້ວ, ໂດຍໄດ້ຈັດເອົາຄວາມໝັ້ນຄົງດ້ານສະບຽງອາຫານເປັນວຽກງານບູລິມະສິດໃນການປົກຄອງແລະບໍລິຫານປະເທດ.
ໃນຂະນະດຽວກັນ, ການບຸກບືນສູ້ຊົນຂອງປະຊາຊົນຈີນທີ່ກ້າສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກໍ່ເປັນສາເຫດອັນໜຶ່ງໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຈີນ. ໃນປີທີ່ພິເສດປີນີ້, ປະຊາຊົນຈີນໄດ້ຕໍ່ຕ້ານກັບພະຍາດໂຄວິດ-19 ທັງຕ້ານກັບໄພພິບັດທາງທຳມະຊາດທັງຊຸກຍູ້ການຜະລິດ, ແລະພະຍາຍາມຍາດເຮັດວຽກເພື່ອໃຫ້ໄດ້ຜົນເກັບກ່ຽວທີ່ອຸດົມສົມບູນ.
ຈີນເປັນກຳລັງທີ່ຕັ້ງໜ້າໃນການປົກປັກຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຢ່າງສະເໝີຕົ້ນສະເໝີປາຍ. ດ້ານໜຶ່ງ, ຈີນທີ່ມີປະຊາກອນກວມເກືອບ 1 ສ່ວນ 5 ຂອງໂລກໄດ້ບັນລຸການຫັນປ່ຽນທີ່ມີລັກສະນະປະຫວັດສາດຈາກ “ກິນບໍ່ອີ່ມ” ມາເປັນການ “ກິນອີ່ມ”ແລະ “ກິນດີ”, ອີກດ້ານໜຶ່ງ, ຈີນໄດ້ແບ່ງປັນບົດຮຽນສຳເລັດຜົນໃນການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຢ່າງເປັນເຈົ້າການແລະເຂົ້າຮ່ວມການບໍລິຫານຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກຢ່າງຕັ້ງໜ້າແລະອື່ນໆເຊິ່ງໄດ້ສະແດງໃຫ້ເຫັນເຖິງການແບກຫາບໜ້າທີ່ຮັບຜິດຊອບຂອງປະເທດໃຫຍ່ປະເທດໜຶ່ງ.
ຄຳເຫັນ
0