黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜົນ​ສຳ​ເລັດ​ໃນ​ການ​ປ້ອ​ງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຢູ່​ຈີນ​ບໍ່​ສາ​ມາດ​ປາ​ສະ​​ຈາກ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ຢ່າງ​ເຂັ້ມ​ງວດ​ຂອງ​ລັດ​ຖະ​ບານ​ແລະ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຊົນ

2020-09-23 15:56:46 cri

ປັດ​ຈຸ​ບັນ, ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່ຈີນໄດ້​ຮັບ​ປະ​ສິ​ດ​ທິ​ຜົນ​ສຳ​ຄັນ​ລັກ​ສະ​ນະ​ຂັ້ນ​ຕອນ, ຂະ​ແໜງ​ການ​ຕ່າງໆ​ໄດ້​ຟື້ນ​ຟູ​ການ​ຜະ​ລິດ​ແລະ​ຄືນ​ສູ່​ສະ​ພາບປົກ​ກະ​ຕິ, ​ໂຮງ​ຮຽນ​ຕ່າງໆ​ໄດ້​ເປີດ​ຮຽນ​ຄືນ​ໃໝ່​ເທື່ອ​ລະ​ກ້າວ. ເປັນ​ຫຍັງ​ຈີນ​ຈຶ່ງ​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້? ຈີນ​ໄດ້​ເຮັດ​ແນ​ວ​ໃດ​ຈຶ່ງເອົາ​ຊະ​ນະ​ເຊື້ອ​ພະ​ຍາດ​ໂຄວິດ-19 ? ສື່ມວນ​ຊົນ​ຕ່າງ​ປະ​ເທດ​ເຫັນ​ວ່າ: ວຽກ​ງານ​ປ້ອ​ງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຢູ່​ຈີນ​​ປະ​ສົບ​ຜົນ​ສຳ​ເລັດ​ບໍ່​ສາ​ມາດ​ປາ​ສະ​​ຈາກ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ຢ່າງ​ເຂັ້ມ​ງວດ​ຂອງ​ລັດ​ຖະ​ບານ​ແລະ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຊົນ​ໄດ້.

ພາຍ​ຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລ້ວ, ລັດ​ຖະ​ບານ​ຈີນ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຄື: ສ້າງ​ໂຮງ​ໝໍ​ຊົ່ວ​ຄາວ​​ສຳ​ເລັດ​ໃຊ້​ເວ​ລາ​ບໍ່​ເທົ່າ​ໃດ​ມື້, ດຳ​ເນີນ​ການກວດ​ເຊື້ອ​ພະ​ຍາດ​ຂະ​ໜາດ​ໃຫຍ່, ຕິດ​ຕາມ​ຜູ້​ທີ່​ພົວ​ພັນ​ກັບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ຢ່າງ​ໃກ້​ຊິດ​ແລະ​ອື່ນໆ. ຜົນ​ການ​ຄົ້ນ​ຄວ້າ​ສະ​ບັບ​ໜຶ່ງ​ທີ່​ວາ​ລະ​ສານ “ວິ​ທະ​ຍາ​ສາດ” ຂອງ​ອາ​ເມ​ຣິ​ກາ​ເປີດ​ເຜີຍ​ໃນ​ເດືອນ​ເມ​ສາ​ປີ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ຢ່າງ​ເຂັ້ມ​ງວດ​ທີ່​ສຸດ​ທີ່​ຈີນ​ປະ​ຕິ​ບັດ​ໃນ 50 ມື້​ໃນ​ໄລ​ຍະ​ຫາ​ກໍ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ອາດ​ຈະ​ເຮັດ​ໃຫ້​ຫຼາຍ​ແສນ​ຄົນ​ບໍ່​ຕິດ​ເຊື້ອ​ພະ​ຍາດ.

ຈີນ​ໄດ້​​ເຮັດ​ແນວ​ໃດ​ຈຶ່ງເອົາ​ຊະ​ນະ​ເຊື້ອ​ພະ​ຍາດໂຄວິດ-19? ໜັງ​ສື​ພິມ “ບາງກອກ​ພົ​ສ”ຂອງ​ໄທ​ລາຍ​ງານ​ວ່າ, ສາມ​ເສົາ​ຄ້ຳ​ສຳ​ຄັນ​ທີ່​ເຮັດ​ໃຫ້​ຈີນ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ຢ່າງ​ສຳ​ເລັດ​ຜົນ​ພາຍ​ໃນ​​ເວ​ລາ 3 ເດືອນ​ກໍ​ຄື: ການ​ນຳ​ພາ​ທີ່​ເຂັ້ມ​ແຂງ, ກົນ​ໄກ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຢ່າງ​ຮອບ​ດ້ານ​ແລະ​ກາ​ນ​ສະ​ໜັບ​ສະ​ໜູນ​ຢ່າງກວ້າງ​ຂວາງ. ບົດ​ລາຍ​ງານ​ຂອງ​ໜັງ​ສື​ພິມ​ດັ່ງ​ກ່າວ​ລະ​ບຸ​ວ່າ: ການ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູ​ນິດ​ຈີນເປັນ​ສິ່ງ​ຄ້ຳ​ປະ​ກັນ​ວຽກ​ງານ​ປ້ອງ​ກັນ​ພະ​ຍາດ​ໃຫ້​ສາ​ມາດ​ດຳ​ເນີນ​ໄປ​ຕາມ​ທິດ​ທາງ​ແລະ​ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ. ​ເມື່ອທຽບ​ໃສ່​ສະ​ພາບ​ການ​​ຢູ່ຈີນ, ອາ​ເມ​ຣິ​ກາ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ, ກໍ​ຍ້ອນ​ວ່າ​ລັດ​ຖະ​ບານ​ທ​ຣຳ​ເກືອບວ່າ​ບໍ່​ມີ “​ຄວາມ​ສາ​ມາດ​ການ​ນຳ​ພາ” ເລີຍ​ໃນ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ນອກ​ນີ້, ການ​ສູ້​ຊົນ​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ຈີນ​ແມ່ນ “ສົງ​ຄາມ​ບັ້ນ​ໜຶ່ງ” ທີ່​ປະ​ຊາ​ຊົນ​ຈີນ​ເຂົ້າ​ຮ່ວມ​ທັງ​ໝົດ. ພາຍ​ໃຕ້​ຄວາມຕື່ນ​ຕົວ​ເຂົ້າ​ໃຈ​ແລະ​ການ​ຮ່ວມ​ມື​ຂອງ​ປະ​ຊາ​ຊົນ​ຈີນ 1.4 ຕື້​ຄົນ, ລັດ​ຖະ​ບານ​ຈີນ​ຈຶ່ງ​ສາ​ມາດ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໄດ້​ຢ່າງ​ຮອບ​ດ້ານ​ທີ່​ສຸດ.

ພາຍ​ຫຼັງ​ໜ່ວຍ​ຊ່ຽວ​ຊານ​ສາ​ກົນ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ສຳ​ເລັດ​ການ​ຢ້ຽມ​ຢາມ​ປະ​ເທດ​ຈີນ​ແລ້ວ, ທ່ານ ບ​ຣູ​ສ ໄອ​ເວີດ ເນັ້ນ​ໜັກ​ວ່າ: ວິ​ທີ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ຈີນ​ແມ່ນ​ສາ​ມາດ​ຮ່ຳ​ຮຽນ​ຖອດ​ຖອນ​ເປັນ​ບົດ​ຮຽນ​ໄດ້, ແຕ່​ວິ​ທີ​ດັ່ງ​ກ່າວ​ຕ້ອງ​ການ​ຄວາມ​ໄວ, ເງິນ​ທຶນ, ຈິນ​ຕະ​ນາ​ການ​ແລະ​ຄວາມ​ກ້າ​ຫານ. ແຕ່​ສິ່ງ​ທີ່​ໜ້າ​ເສຍ​ດາຍ​ກໍ​ຄື, ຫຼາຍ​ປະ​ເທດ​ບໍ່​ສາ​ມາດ​ເຮັດ​ສິ່ງ​ເຫຼົ່າ​ນີ້​ໄດ້.

ຄຳ​ເຫັນ

0