ວັນທີ 22 ກັນຍານີ້, ທ່ານໂດໂນ ທຣຳ ປະທານາທິບໍດີອາເມຣິກາໄດ້ກ່າວຄຳປາໄສເປັນເວລາ 7 ນາທີໃນການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 75, ໂດຍທ່ານໄດ້ໃສ່ຮ້າຍປ້າຍສີຈີນອີກເທື່ອໜຶ່ງກ່ຽວກັບຫົວຂໍ້ຕ່າງໆເຊັ່ນ: ການແຜ່ລະບາດຂອງພະຍາດໂຄວິດ-19 ແລະອື່ນໆ. ຫາງສຽງທົ່ວໄປໄດ້ເອີ້ນ 7 ນາທີດັ່ງກ່າວວ່າເປັນ “7 ນາທີທີ່ເວົ້າແຕ່ຄວາມຫຼອກລວງ.”
ໃນເວລາທ່ານທຣຳ ກ່າວຄຳປາໄສ, ຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ຢູ່ອາເມຣິກາມີຫຼາຍກວ່າ 2 ແສນຄົນ, ສ່ວນນະຄອນນິວຢອກທີ່ຄວນເປັນສະຖານທີ່ຈັດສະມັດຊາໃຫຍ່ຄັ້ງນີ້ພັດພວມຕົກຢູ່ໃນສະພາບທີ່ມີພະຍາດໂຄວິດ-19 ແຜ່ລະບາດຢ່າງໜັກໜ່ວງ. ພາຍຫຼັງເກີດການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວ, ຈີນໄດ້ແຈ້ງສະພາບການແຜ່ລະບາດຂອງພະຍາດຕໍ່ອົງການອະນາໄມໂລກ, ລວມທັງອາເມຣິກາແລະປະເທດອື່ນໆໄດ້ຮັບຮູ້ທ່ວງທັນກັບເວລາ, ແລະໄດ້ແບ່ງປັນລຳດັບພັນທຸກຳຂອງເຊື້ອພະຍາດໃນທັນທີ. ແຕ່ຜ່ານໄລຍະເຄິ່ງປີແລ້ວ, ລັດຖະບານອາເມຣິກາບໍ່ໄດ້ເອົາໃຈໃສ່ຂໍ້ມູນຢ່າງຈະແຈ້ງຈາກຝ່າຍຈີນ. ກົງກັນຂ້າມພັດບໍລິຫານປະເທດແບບໝິ່ນປະໝາດຕໍ່ຊີວິດຂອງປະຊາຊົນ, ບໍ່ໃຫ້ການເຄົາລົບຫຼັກວິທະຍາສາດ, ປະຊາຊົນອາເມຣິກາ 2 ແສນຄົນທີ່ເສຍຊີວິດນັ້ນໄດ້ກາຍເປັນຫຼັກຖານຢັ້ງຢືນ “ການປະລະໄຊຂອງອາເມຣິກາ”. ເພື່ອຜົນປະໂຫຍດດ້ານການເລືອກຕັ້ງແລ້ວ, ນັກການເມືອງອາເມຣິກາບາງຄົນຈຶ່ງໃສ່ຮ້າຍປ້າຍສີຈີນເລື້ອຍໆ, ຫາຂໍ້ອ້າງຕ່າງໆຖິ້ມໂທດໃສ່ປະເທດຈີນ.
ຄວາມເວົ້າຫຼອກລວງຂອງອາເມຣິກາໃນສະມັດຊາໃຫຍ່ອົງການສະຫະປະຊາຊາດ, ຍັງເປັນແບບເກົ່າຄືບໍ່ມີຫຼັກຖານທັງບໍ່ມີເນື້ອໃນໃໝ່. ການກະທຳດັ່ງກ່າວບໍ່ພຽງແຕ່ສ້າງຄວາມອັບອາຍຂາຍໜາໃຫ້ອາເມຣິກາເທົ່ານັ້ນ, ທັງໄດ້ສະແດງໃຫ້ເຫັນວ່າ: ອາເມຣິກາຖືອົງການສະຫະປະຊາຊາດເຊິ່ງເປັນເວທີຫຼາຍຝ່າຍກາຍເປັນ “ເວທີສະແດງການເມືອງ” ຂອງຕົນ, ທັງໄດ້ສ່ອງແສງໃຫ້ເຫັນເຖິງຈິດໃຈເປັນເຈົ້າອຳນາດຂອງອາເມຣິກາເຊິ່ງເປັນປະເທດມະຫາອຳນາດພຽງໜຶ່ງດຽວໃນໂລກ.
ບໍ່ມີປະເທດໃດສາມາດຄວບຄຸມວຽກງານຂອງທົ່ວໂລກ, ແລະຄວບຄຸມຊາຕາກຳຂອງປະເທດອື່ນໆໄດ້. ປະຊາຄົມໂລກໄດ້ກ້າວອອກຈາກສະໄໝທີ່ໂຫດຮ້າຍປ່າເຖື່ອນເປັນເວລາດົນແລ້ວ, ອາເມຣິກາຄວນຕື່ນຈາກຄວາມຝັນໄດ້ແລ້ວ. ອົງການສະຫະປະຊາຊາດບໍ່ຄວນຖືກໝິ່ນປະໝາດ, ປະເທດຕ່າງໆໃນໂລກຈະບໍ່ຍອມຮັບຕໍ່ການຂົ່ມເຫັງເຕັງເຕັກຂອງອາເມຣິກາແບບນີ້ອີກແລ້ວ.
ຄຳເຫັນ
0