刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ຄວາມ​ເວົ້າ​ເຫຼົ່າ​ນີ້​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ?

2020-09-26 20:18:22 cri

“ບັນດາ​ປະ​ເທດ​ພົວພັນ​ກັນ​ຢ່າງ​​ໃກ້ຊິດ ມວນ​ມະນຸດ​ມີ​ຊາຕາກຳ​ຮ່ວມ​ກັນ” “​ ບັນດາ​ປະ​ເທດ​ສາມາດ​ມີ​ການ​ແຂ່ງຂັນ​ໄດ້ ​ແຕ່​ຕ້ອງ​ມີ​ລັກສະນະ​ສ້າງສັນ ​ແລະດຳ​ເນີນ​ໄປ​ໃນ​ທິດທາງ​ທີ່ດີ, ຕ້ອງ​ຮັກສາ​ເສັ້ນ​ພື້ນຖານ​​ຂອງ​ຄຸນ​ສົມບັດ ​ແລະລະບຽບ​ການ​ສາກົນ”. ວັນ​ທີ 22 ກັນຍາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ເຫັນ​ໃນ​ການ​ອະພິປາຍ​ທົ່ວ​ໄປ​ໃນ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະ​ຊາ​ຊາດ​ຄັ້ງ​ທີ 75, ​ເຊິ່ງ​ໄດ້​ຮັບ​ສຽງ​ຕອບ​ຮັບ​ທີ່​ດີ​ຈາກ​ບຸກຄົນ​ບັນດາ​ປະ​ເທດ.

 

ທ່ານ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ຄວາມ​ເວົ້າ​ເຫຼົ່າ​ນີ້​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ_fororder_无标题6

ທ່ານ ສີຈິ້ນຜີງ ໄດ້ກ່າວຄວາມເຫັນສຳຄັນໃນການອະພິບາຍທົ່ວໄປ

ຂອງສະມັດຊາໃຫຍ່ອົງການ ສປຊ ຄັ້ງທີ 75 ໃນວັນທີ 22 ກັນຍານີ້

 

"ພວກ​ເຮົາ​ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ບ້ານເມືອງ​ຂອງ​ໂລກ​ທີ່​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ແລະ​ຮ່ວມ​ທຸກ​ຮ່ວມ​ສຸກ​ກັນ. ບັນດາປະເທດໄດ້​ພົວ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ, ມວນມະນຸດ​ມີຊາຕາກຳ​ຮ່ວມ​ນຳ​ກັນ; ​ຄວນມີ​ທັດ​ສະ​ນະປະຊາຄົມຮ່ວມຊາຕາກຳທີ່​ເຊື່ອມ​ໂຍງ​ເຂົ້າກັນ, ​ຂ້າມ​ຜ່ານ​ແນວ​ຄິດ​ກຸ່ມ​ກ້ອນ​ຄັບແຄບ ແລະແນວຄິດເກມ​ຜົນລວມ​ເປັນສູນ. "----ທ່ານ​ສີ​ຈິນຜິ​ງ

 

ນັບ​ແຕ່​ພະຍາດ​ໂຄ​ວິດ-19 ​ແຜ່​ລະບາດ​ຢ່າງ​ຮ້າຍ​ແຮງ​ໃນ​ທົ່ວ​ໂລກ​ເປັນ​ຕົ້ນ​ມາ, ຈີນ​ໄດ້​ສົ່ງ​ໜ່ວຍ​ຊ່ຽວຊານ​ແພດ​ໝໍ 34 ໜ່ວຍ​ໄປ​ສູ່ 32 ປະ​ເທດ, ​ໃຫ້ການ​ຊ່ວຍ​ເຫຼືອ​ຕ້ານ​ພະຍາດ 283 ຊຸດ​​ແກ່ 150 ປະ​ເທດ ​ແລະ 4 ອົງການ​ຈັດ​ຕັ້ງ​ສາກົນ, ສະໜອງ ​ແລະສົ່ງ​ອອກ​ວັດຖຸ​ຕ້ານ​ພະຍາດ​ໃຫ້ 200 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ. ຈີນ​​ໄດ້​ຖື​ທ່າ​ທີ​ທີ່​ເປີດ​ເຜີຍ ​ໂປ່​ງ​ໃສ ​ແລະຮັບຜິ​ດຊອບ, ​ເປັນ​ເຈົ້າ​ການແຈ້ງ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​​ພະຍາດຕໍ່​ອົງການ​ອະນາ​ໄມ​ໂລກ ​ປະ​ເທດ​ແລະ ​ເຂດ​ແຄວ້ນ​ທີ່​ກ່ຽວ​ຂ້ອງຢ່າງ​ວ່ອງ​ໄວທ່ວງທັນກັບເວລາ​ທີ່​ສຸດ, ​ໄດ້​ເຜີຍ​ແຜ່​ຂໍ້​ມູນ​ລຳດັບ​ແຊນ​ເຊື້ອ​ພະ​ຍາດ​ໂຄ​ວິດ-19, ເຜີຍແຜ່ແຜນບົ່ງມະຕິປິ່ນປົວພະຍາດແລະແຜນການປ້ອງກັນ ແລະ ຄວບຄຸມພະຍາດຕັ້ງແຕ່ຫົວທີ, ​ແບ່ງປັນ​ບົດຮຽນ​ໃນການປ້ອງ​ກັນຄວບ​ຄຸມ ​ແລະປິ່ນປົວ​ພະຍາດ​ກັບ​ຝ່າຍ​ຕ່າງໆ​ຢ່າງ​ບໍ່​ເຫັນ​ແກ່ຕົວ​ຢ່າງວ່ອງ​ໄວ​ທ່ວງ​ທັນ​ກັບ​ເວ​ລາ​ທີ່​ສຸດ. ຈີນ​​ໄດ້​ຍຶດໝັ້ນ​ທັດສະນະ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ, ​ເພີ່ມ​ທະວີ​ການ​ປະສານ​ງານ​ດ້ານ​ນະ​ໂຍບາຍ, ​​ເຊິ່ງ​ໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ ​ແລະ ​ແຮງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຟື້ນ​ຟູ​ເສດຖະກິ​ດຂອງ​ໂລກ.

ທ່ານ​ ສີ​ຄຸນ ບຸນ​ວິ​ໄລ ນັກວິຊາ​ການ​ຜູ້​ທີ່ມີ​ຊື່​ສຽງທັງເປັນນັກ​ຄົ້ນຄວ້າກ່ຽວກັບ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ລາວ​ກ່າວ​ວ່າ: ຜົນງານ​ການ​ຕ້ານ​ພະຍາດ​ທີ່​ພົ້ນ​ເດັ່ນ​ຂອງ​ຈີນ​ເປັນ​ແບບຢ່າງ​ທີ່​ດີ ​ແລະ​ ເປັນ​ບົດຮຽນ​ທີ່​ດີ​ໃຫ້​ແກ່​ບັນດາ​ປະ​ເທດ​ໃນ​ໂລກ​. ພວກ​ເຮົາ​ໄດ້​ເຫັນ​ວ່າ, ​ໃນ​ຂະນະ​ທີ່ຈີນ​ເພີ່ມ​ທະວີ​ການ​ປ້ອງ​ກັນ ​ແລະຄວບ​ຄຸມພະ​ຍາດ​ຢູ່ພາຍ​ໃນ​ປະ​ເທດ​ຕົນ, ຈີນ​ຍັງໄດ້​ຮ່ວມ​ກັນກັບ​ປະຊາ​ຄົມ​ໂລກ, ດຳ​ເນີນ​ການ​ຮ່ວມ​ມື​ສາກົນ​ເພື່ອ​ຕ້ານ​ພະຍາດ​ຢ່າງ​ຕັ້ງໜ້າ, ​​ໃຫ້ການ​ຊ່ວຍ​ເຫຼືອ​​ແກ່ຫຼາຍ​ປະ​ເທດ, ​ໃຊ້​ການ​ກະທຳ​ຕົວ​ຈິງ​ເພື່ອປະຕິບັດ​ຕາມ​ທັດສະນະ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ, ​ເຮັດ​ໃຫ້​ທົ່ວ​ໂລກ​ໄດ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ສະຕິຕື່ນຕົວຂອງຈີນ​ໃນ​ການ​ແບບ​ຫາບ​ໜ້າ​ທີ່ຮັບ​ຜິດ​ຊອບໃນ​ຖານະ​ປະ​ເທດ​ໃຫຍ່​.

ທ່ານ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ຄວາມ​ເວົ້າ​ເຫຼົ່າ​ນີ້​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ_fororder_无标题1

(ທ່ານ ສີ​ຄຸນ ບຸນ​ວິ​ໄລ)

​ ຢູ່​ຕໍ່​ໜ້າ​ໄພພິບັດ​ອັນ​ໜັກໜ່ວງ, ກຳລັງ​ແຮງ​ຂອງ​ມວນ​ມະນຸດ​ຍັງ​ບໍ່​ທັນເຂັ້ມ​ແຂງພຽງພໍ ຍິ່ງກວ່າ​ນັ້ນ​ແມ່ນຍັງ​ອ່ອນ​ແອ​ຢູ່.ການເກີດມີ​ສະພາບພະຍາດ​ໂຄ​ວິດ-19 ໄດ້​ເຕືອນ​ໃຫ້​ພວ​ກເຮົາ​ຮູ້ວ່າ:​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ທີ່ມີລັກ​ສະ​ນະ​ທົ່ວ​ໂລກ​ບໍ່​ມີ​ພົມ​ແດນນີ້,ບໍ່ມີປະເທດໃດເຊື້ອຊາດໃດສາມາດ​ລອດ​ພົ້ນຈາກ​ຜົນ​ກະ​ທົບຂອງເຊື້ອພະ​ຍາດ​ໄດ້ພຽງ​ລຳ​ພັງ​​. ເມື່ອ​ປະ​ເຊີນ​ກັບສະພາບການ​ແຜ່​ລະບາດ​ຂອງ​ພະຍາດ​, ຖ້າມີແນວຄິດທີ່ເສີຍເມີຍ ແລະ ແນວ​ຄິດ​ປົກ​ປ້ອງຕົນເອງທັງມີຈິດ​ໃຈ​ໃນລັກສະນະຢືນເບິ່ງລ້າໆເມື່ອເຫັນຄົນອື່ນປະສົບໄພກໍຈະບໍ່​ມີ​ຜົນ​ດີ​ຫຍັງ​ເລີຍຕໍ່ຕົນເອງ, ຄວາມ​ສາມັກ​ຄີ​,ການປະສານ​ງານ ​ແລະ​ ການຮັບ​ມື​ກັບ​ພະຍາດ​ຮ່ວມ​ກັນ​ໄດ້ກາຍ​ເປັນ​​ທາງ​ເລືອກ​ທີ່​ຈຳ​ເປັນຂອງມວນມະນຸດ.

 

"ເມື່ອ​ປະ​ເຊີນ​ໜ້າ​ກັບ​ອ່າ​ອ່ຽງ​ລວມ​​ຂອງເສດ​ຖະ​ກິດ​ໂລ​ກາ​ພິ​ວັດ, ການ​ປະ​ພຶດ​​ຕົນ​ຄື​ກັບ​ນົກ​ກະ​ຈອກ​ເທບ​​ໝົ້ນຫົວ​ໃສ່​ຂີ້​ຊາຍ​ເພື່ອ​ທຳ​ທ່າ​ວ່າ​ບໍ່​ເຫັນ​ຫຍັງ, ຫຼື​ການ​​ຝືນ​ກັບ​ກະ​ແສ​​ເສດ​ຖະ​ກິດໂລ​ກາ​ພິ​ວັດ​ຄື​ດັ່ງ​ຕົວ​ລະ​ຄອນ ດອນ​ກີ​ໂຮ​ເຕ ທີ່​ຖືຫອກ​ຍາວຕໍ່​ຕ້ານຍຸກ​ສະ​ໄໝເຊິ່ງ​ການ​ກະ​ທຳ​ແບບ​ນີ້ ລ້ວນ​ແຕ່​ເປັນ​ການ​ກະ​ທຳ​ທີ່​ລະ​ເມີດ​ກົດ​ເກນ​ປະ​ຫວັດ​ສາດ. ໂລກ​ບໍ່​ສາ​ມາດ​ຖອຍຫຼັງ​ຄືນ​ສູ່​ສະ​ພາບ​ທີ່​ໂດດ​​ດ່ຽວ​ແລະ​ປິດ​ປະ​ຕູ​​ໃສ່​ກັນ​ໄດ້​ອີກ, ຍິ່ງ​ບໍ່​ອາດ​ສາ​ມາດ​ຖືກ​ແບ່ງ​ແຍກ​ດ້ວຍ​ນໍ້າ​ມື​ຂອງ​ຄົນ​ໄດ້."

--ທ່ານ​ສີ​ຈິ້ນ​ຜິ​ງ

 

ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ມີອາ​ເມຣິກາ​ເປັນ​​ຕົວ​ແທນ​ນັ້ນ​ເຄີຍ​ເປັນ​ປະ​ເທດໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ​ຈາກ​​ເສດຖະກິດ​ໂລກາ​ພິວັດ, ​ແຕ່​ວ່າ​ໄປ​ຄຽງ​ຄູ່​ກັບ​ການ​ຂະ​ຫຍາຍ​ຕົວ​ແບບ​ກ້າວ​ກະ​ໂດດ​​ຂອງປະ​ເທດ​ຈະ​ເລີ​ນ​ໃໝ່ທີ່ທັນສະໄໝທີ່​ມີ​ຈີນ​ເປັນ​ຕົວ​ແທນ​ນັ້ນ, “​ໂລກາ​ພິວັດ”​​ໃນ​ຍຸກ​ໃໝ່ຍຸກ​ໄດ້​ຫັນ​ຈາກ​ຮູບ​ການ​ປຸ້ນ​ສະ​ດົມ​ທີ່ສ້າງຄວາມບໍ່​ດຸ​ນດ່ຽງ​​ມາ​ເປັນ “ການ​ພັດ​ທະນາແບບ​ຊົມ​ໃຊ້​ຮ່ວມ​ກັນ, ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ”​ທີ່ມີ​ຄວາມ​ດຸນ​ດ່ຽງ​ໂດຍ​ທຽບ​ຖານ. ລັດຖະບານ​ອາ​ເມຣິກາ​​ເລີ່ມມີຄວາມ​ກັງ​ວົນ​ວ່າ:ໄປ​ຄຽງ​ຄູ່​ກັບການ​ຮ່ວມ​ມື​ລະຫວ່າງເຂດ​ແຄວ້ນ​ຕ່າງໆໄດ້ເພີ່ມ​ຂຶ້ນ​ຕື່ມ​ອີກ, ປະ​ເທດ​ຕົນ​ຈະ​ຖືກໂດດດ່ຽວ, ສະ​ນັ້ນອາ​ເມຣິກາ​​​ຈິ່ງ​​ປ່າວ​ປະ​ກາດ​ຢູ່​ເລື້ອຍ​ໆ​ວ່າ “ອາ​ເມຣິກາ​​ຕ້ອງ​ມາ​ກ່ອນ” ​ເພື່​ອຄັດຄ້ານ​ເສດຖະກິດ​ໂລກາ​ພິວັດ ​ແລະ​ທຳລາຍ​ການ​ຮ່ວມ​ມື​ສາກົນ.

ທ່ານ ຢູກິໂອະ ຮາ​ໂຕ​ຢາ​ມະ ອະດີດ​ນາຍົກລັດຖະມົນຕີຍີ່ປຸ່ນ​ກ່າວ​ວ່າ: ຖ້າ​ບັນດາ​ປະ​ເທດ​ລ້ວນ​ແຕ່ປະຕິບັດຕາມຫຼັກການ “​ຜົນ​ປະ​ໂຫຍດປະ​ເທດ​ຕົນ​​​ຕ້ອງມາ​ກ່ອນ”,ກໍຈະ​​ເຮັດໃຫ້​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຕົນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃນ​ທີ່​ສຸດ, ​ໃນ​ໂລກ​ ໂລກາ​ພິວັດນີ້, ຖ້າ​ຫາກ​ດື້ດ້ານຕັດ​ສາຍ​ພົວ​ພັນ​ກັບ​ຜູ້​ອື່ນ​ຕາມ​ລຳ​ພັ​ງ​ໃຈ, ກໍ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ຟື້ນ​ຟູ​ເສດຖະກິດ​ຂອງ​ໂລກ​ພາຍຫຼັງ​ການແຜ່​ລະບາດຂອງ​ພະຍາດ​ໂຄ​ວິດ​-19ສິ້ນ​ສຸດ​ລົງ​ແນ່ນອນ.

ທ່ານ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ຄວາມ​ເວົ້າ​ເຫຼົ່າ​ນີ້​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ_fororder_无标题5

(ທ່ານ ຢູກິໂອະ ຮາ​ໂຕ​ຢາ​ມະ)

ນັບ​ແຕ່​ອຸດສາຫະກຳຈະເລີນຮຸ່ງເຮືອງມາ​ນີ້, ສົງ​ຄົມ​ມະ​ນຸດ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຂະ​ນະ​ດຽວ​ກັນ​ກໍ​ໄດ້​ພາ​ໃຫ້​ເກີດ​ມີ​ບັນ​ຫາ​ຕ່າງໆ​ເປັນ​ຕົ້ນປະ​ຊາ​ກອນໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​, ລະ​ບົບ​ນິ​ເວດ​ຖືກ​ທຳ​ລາຍ, ມີມົນ​ລະ​ພິດ​ດ້ານ​ສິ່ງ​ແວດ​ລ້ອມ, ການ​ລະ​ບາດ​ຂອງ​ພະ​ຍາດ​ແລະ​ອື່ນໆ. ເລື່ອງ​ຈິງ​ຈຳ​ນວນຫຼວງຫຼາຍ​ໄດ້​ພິ​ສູດໃຫ້ເຫັນ​ແລ້ວ​ວ່າ: ມະ​ນຸດ​ໄດ້​ພັດ​ທະ​ນາຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດໃນ​ລັກ​ສະ​ນະ​ປຸ້ນ​ສະ​ດົມພຽງເພື່ອ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ດ້ານ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ໃດ​ໜຶ່ງ​ເທົ່າ​ນັ້ນ. ເມື່ອເບິ່ງ​ຈາກ​ໄລ​ຍະ​ຍາວ​ແລ້ວ, ໃນທີ່ສຸດ ການ​ປະ​ພຶດ​ທີ່​ຂາດ​ວິ​ໄສ​ທັດ​ເບິ່ງກວ້າງມອງ​ໄກ​ລັກ​ສະ​ນະ​ນີ້​​ຈະ​ທຳ​ລາຍ​ພື້ນ​ຖານ​ສິ່ງ​ແວດ​ລ້ອມ​ທີ່​ເປັນ​ບ່ອນ​ເພິ່ງ​ພາ​ອາ​ໄສ​ເພື່ອ​ການຢູ່​ລອດ​ຂອງ​ພວກ​ເຮົາ​ຢ່າງ​ສິ້ນ​ເຊິ່ງ, ເຮັດ​ໃຫ້​ຄວາມ​ພະ​ຍາ​ຍາມ​ຂອງ​ມະ​ນຸດ​ໃນ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານເສດ​ຖະ​ກິດ​ແລະ​ການ​ພັດ​ທະ​ນາ​​ສັງ​ຄົມ​ຊ່ຳກັບວ່າ​ສູນ​ເສຍ​ໄປ​ລ້າໆ.

 

"​ມະ​ນຸດ​ເຮົາບໍ່​ຄວນ​ເດີນໄປຕາມ​ເສັ້ນ​ທາງ​ເກົ່າທີ່ມີ​ແຕ່​ຮຽກ​ເອົາຫາ​ຜົນ​ປະ​ໂຫຍດ​ຢ່າງ​ດຽວແຕ່ບໍ່ຍອມ​ທຸ້ມ​ເທ​ກຳ​ລັງ​ຄົນ​ແລະ​ວັດ​ຖຸ​ຊັບ​ສິນ, ​ພຽງ​ເນັ້ນ​ແຕ່​ການພັດທະນາແຕ່ບໍ່ຮັກສາ​ສິ່ງ​ແວ​ດ​ລ້ອມ, ພຽງ​ແຕ່ນຳໃຊ້ແຕ່ບໍ່​ປົວ​ແປງ." ---ທ່ານ​ສີ​ຈິ້ນ​ຜິງ

 

ທ່ານ​ແຊມ​ແພດ​ເປ​ເຣ​ຣາ ເລ​ຂາ​​ສອງ​ຂອງ​ສະ​ຖານ​ທູດ​ສີ​ລັງ​ກາ​ປະ​ຈຳ​ຈີນ​ຢືນ​ຢັນ​ວ່າ: ທ່ານ​ສີ​ຈິ້ນ​ຜິງ​ເປັນ​ຜູ້​ນຳ​ພຽງ​ຄົນ​ດຽວ​ໃນເວລາປະກອບຄຳເຫັນໄດ້​ກ່າວເນັ້ນ​ໜັກ​ກ່ຽວກັບການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ.  ທົ່ວ​ໂລກ​ພວມ​ຜະ​ເຊີນ​ກັບ​ບັນ​ຫາ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ມີ​ພຽງ​ແຕ່​ການ​ປະ​ກອບ​ຄຳ​ເຫັນ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ເທົ່າ​ນັ້ນ​ທີ່​ໄດ້​ໃຫ້​ຄຳ​ແນະ​ນຳ​ທີ່​ສາ​ມາດ​ຈັດຕັ້ງປະ​ຕິ​ບັດ​ໄດ້​ແລະ​ມີ​ລັກ​ສະ​ນະ​ພຶດ​ຕິ​ກຳຕົວ​ຈິງ.

ທ່ານ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ຄວາມ​ເວົ້າ​ເຫຼົ່າ​ນີ້​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ_fororder_无标题2

(ທ່ານ​ ແຊມ​ແພດ​ເປ​ເຣ​ຣາ)

“ພູ​ຂຽວ​ນໍ້າ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ”. ຄວນ​ອະ​ນຸ​ລັກ​ທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມໃນ​ຂະ​ນະ​ທີ່​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​, ເອົາ​ໃຈ​ໃສ່​ການ​ຟື້ນ​ຟູ​ສິ່ງ​ແວດ​ລ້ອມ​ໃນ​ຂະ​ນະ​ທີ່​ພັດ​ທະ​ນາ​ແລະ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ. ພວກ​ເຮົາ​ຄວນຂຸດຄົ້ນ​ຊັບ​ພະ​ຍາ​ກອນ​ທີ່​ຕ້ອງ​ການ​ເພື່ອຄວາມຢູ່​ລອດ​ແລະ​ກາ​ນ​ພັດ​ທະ​ນາ​ນຳ​​ໜ່ວຍ​ໂລກ, ໃນ​ຂະ​ນະ​ດຽວ​ກັນ​ກໍທຸ້ມ​ເທ​ກຳ​ລັງ​ຄົນ​ແລະ​ກຳ​ລັງ​ວັດ​ຖຸ​ເພື່ອ​ບົວ​ລະ​ບັດ​ຮັກ​ສາ​ໜ່ວຍໂລກ​​ໃຫ້​ດີ. ມີ​ພຽງ​ແຕ່​ເຮັດ​ແນວ​ນີ້​ຈິ່ງ​ຈະ​ເຮັດ​ໃຫ້​ສັງ​ຄົມ​ມະ​ນຸດ​ສາ​ມາດ​ບັນ​ລຸ​ການ​ພັດ​ທະ​ນາ​ຢ່າງ​ຖາ​ວອນ​ໄດ້.

 

"ການ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ປະ​ເທດ​ແມ່ນ​​ເລື່ອງ​ປົກກະຕິ, ຄວນ​ແກ້​ໄຂ​ຢ່າງ​ເໝາະ​ສົມ​ໂດ​ຍຜ່ານ​ການ​ສົນທະນາ​ ​ແລະປຶກສາ​ຫາລື​ກັນ. ບັນດາ​ປະ​ເທດ​ສາມາດ​ມີ​ການ​ແຂ່ງຂັນ​ໄດ້ ​ແຕ່​ຕ້ອງ​ມີ​ລັກສະນະ​ສ້າງສັນ ​ແລະດຳ​ເນີນ​ໄປ​ໃນ​ທິດທາງ​ທີ່ດີ, ຕ້ອງ​ຮັກສາ​ເສັ້ນ​ພື້ນຖານ​ດ້ານ​ຄຸນສົມບັດ ​ແລະລະບຽບ​ການ​ສາກົນ."

---ທ່ານ​ສີ​ຈິ້ນ​ຜິງ

 

ນັບ​ແຕ່ສົງ​ຄາມ​ໂລກ​ຄັ້ງ​ທີ 2 ສິ້ນ​ສຸດ​ລົງ​ເປັນ​ຕົ້ນ​ມາ, ລະ​ບົບ​ສາ​ກົນ​ທີ່​ຖື​ເອົາ​ ອົງການ ສ​ປ​ຊ ເປັນ​ແກນ​ກາງ​ໄດ້​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງໃຫ້ກັບໂລກ​​ໃນ​ການ​ພັດ​ທະ​ນາ,ການສ້າງສັນ​ຕິ​ພາບ​ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ອົງ​ການຈັດ​ຕັ້ງ​ສາ​ກົນ​ທີ່​ມີ ສ​ປ​ຊ ເປັນ​ຕົວ​ແທນໄດ້​ສ້າງ​ກົນ​ໄກ​ທີ່​ຍຸ​ຕິ​ທຳ​ແລະ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ຢ່າງ​ເໝາະ​ສົມ.

ທ່ານ​ ກອນ ທັບພະຣັງສີ ອ​ະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ກ່າວ​ວ່າ: ເປັນເວລາດົນນານມາແລ້ວ, ເພື່ອ​ສັນ​ຕິ​ພາບ​ແລະ​ຄວາມ​ສະ​ຫງົບ​ຂອງ​ໂລກ, ຈີນ​ ແລະ ບັນ​ດາ​ປະ​ເທດ​ໃນ​ໂລກ​ໄດ້​ຮັກ​ສາ​ການ​ຮ່ວມ​ມື ແລະ ​ປະ​ຕິ​ບັດ​ພັນ​ທະ​ຂອງຕົນໃນ​ຖາ​ນະ​ເປັນ​ປະ​ເທດ​ສະ​ມາ​ຊິກຂອງ ສ​ປ​ຊ ໄດ້ເປັນ​ຢ່າງ​ດີ. ຈີນ​​ໄດ້ເອົາໃຈໃສ່​ປະ​ຕິ​ບັດ​ໂຄງ​ການ​ທັງ​ໝົດ​ທີ່​ຕົນໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາໄວ້, ຈີນໄດ້ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ສະ​ມາ​ຊິກ​ອື່ນໆ​ທີ່​ມີ​ຄວາມ​ຕ້ອງ​ການໂດຍ​ຜ່ານ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕ່າງໆ ໂດຍມີການ​ກະ​ທຳ​ຕົວ​ຈິງ​ເຊິ່ງໄດ້​ສະ​ແດງ​ໃຫ້​ທົ່ວ​ໂລກ​​ເຫັນ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​​ບັນ​ດາ​ປະ​ເທດ​ບົນຈິດໃຈ​ມິດ​ຕະ​ພາບ, ບໍ່​ມີແນວຄິດຢາກ​ສ້າງຄວາມ​ຂັດ​ແຍ້ງ​ກັບ​ປະ​ເທດ​ໃດ​ໜຶ່ງ.

ທ່ານ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ຄວາມ​ເວົ້າ​ເຫຼົ່າ​ນີ້​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ_fororder_无标题3

(ທ່ານ​ ກອນ ທັບພະຣັງສີ)

ທ່ານ​ ມົງຢົວ ອອງ ຊີນ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ໂຄ​ສະ​ນາ​ສູນ​ກາງພັກ​ສັນ​ນິ​ບາດ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ​ທີ່​ເປັນ​ພັກ​ກຳ​ອຳ​ນາດ​ຂອງ​ມຽນ​ມາ​ກ່າວ​ວ່າ: ​ຖ້ອຍ​ຄວາມ​ທີ່ຜູ້​ນຳ​ອາ​ເມ​ຣິ​ກາ​ກ່າວ​ໂຕມ​ຕີ​ຈີນ​​ພຽງເພື່ອ​ຮັບ​ໃຊ້ການ​ເລືອກ​ຕັ້ງ​​ທົ່ວ​ໄປຂອງ​ອາ​ເມ​ຣິ​ກາ​ເທົ່າ​ນັ້ນ, ເພື່ອປົກ​ປິດ​​ຄວາມ​ປະ​ລາ​ໄຊ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ. ​ການ​ກະ​ທຳຂອງອາ​ເມ​ຣິ​​ກາ​ທີ່ນາບ​ຂູ່​ຈະ​ຕັດ​ສາຍ​ພົວ​ພັນ​ກັບ​​ອົງ​ການ​ຈັດ​ຕັ້ງ​ສາ​ກົນຫຼື​ສັນ​ຍາ​ສາ​ກົນຫຼາຍໆ​ເທື່ອຈົນ​ວ່າໄດ້ຖອນ​ຕົວອອກ​ຈາກອົງ​ການ​ຈັດ​ຕັ້ງ​ສາ​ກົນຕ່າງໆແລະ​ຖອນ​ອອກ​ຈາກ​ສັນ​ຍາ​ສັນ​ຕິ​ພາບ​ສາ​ກົນຫຼາຍ​ສະ​ບັບຈິ່ງ​ເປັນ​ໄພຂົ່ມ​ຂູ່​ທີ່​ໃຫຍ່​ທີ່​ສຸດ​ຕໍ່​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.

ທ່ານ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ຄວາມ​ເວົ້າ​ເຫຼົ່າ​ນີ້​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ_fororder_无标题4

(ທ່ານ​ ມົງຢົວ ອອງ ຊີນ)

ອາ​ເມ​ຣິ​ກາອວດ​ອ້າງ​ຕົນ​ເປັນ​ປະ​ເທດ​ໃຫຍ່​ທີ່​ເຂັ້ມ​ແຂງ​ກໍ​ປະ​ຕິ​ບັດລັດອາ​ເມ​ຣິ​ກາ​ວິ​ເສດ,ແລະ​ຖອນ​ອອກ​ຈາກ​ອົງ​ການ​ຈັດ​ຕັ້ງຫຼື​ສັນ​ຍາ​ທີ່​ກ່ຽວ​ຂ້ອງ​​ຕາມ​ລຳ​ພັງ​ໃຈ, ຫວ່າງ​ມໍ່ໆມາ​ນີ້, ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ, ອາ​ເມ​ຣິ​ກາ​ຍັງ​ຂົມ​ຂູ່ ສ​ປ​ຊ ແລະ​ຍິ່ງ​ໄປ​ກວ່າ​ນັ້ນຍັງ​ສວມຮອຍ ສ​ປຊ ໂດຍໄດ້ປະ​ກາດ​ຂ່າວ​ທີ່ບໍ່​ຖືກ​ຕ້ອງຕາມ​ຄວາມ​ເປັນຈິງ, ລະ​ເມີດ​ກົດ​ລະ​ບຽບ​ສາ​ກົນ​ຢ່າງ​ໜັກ​ໜ່ວງໂດຍບໍ່​ມີ​​ມາດ​ຖານ​ຄຸນ​ສົມ​ບັດ​ຫຍັງ​ເລີຍ. ປະ​ເທດ​ໃຫຍ່​ຍິ່ງ​ຄວນ​ມີ​​​ພາບ​ພົດໃນຖານະ​ເປັນ​ປະ​ເທດ​ໃຫຍ່, ຄວນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ໃຫຍ່​ນຳ​ອີກ.

ມິດລາຍການບັນດາທ່ານ, ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ຄວາມ​ເວົ້າ​ເຫຼົ່າ​ນີ້​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ? ທ່ານສາມາດຂຽນໃສ່ບ່ອນ comment ໄດ້ເດີ!

 

 

ຄຳ​ເຫັນ

0