尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາດ​ແທ້​ຂອງ​ນະ​ໂຍ​ບາຍອາ​ເມ​ຣິ​ກາ​​ຕ້ອງ​ມາ​ກ່ອນເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ​ ​ໂລກ

2020-09-27 11:11:29 cri

ທາດ​ແທ້​ຂອງ​ນະ​ໂຍ​ບາຍອາ​ເມ​ຣິ​ກາ​​ຕ້ອງ​ມາ​ກ່ອນເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ​ ​ໂລກ_fororder_timg (1)

ໃນ​ການ​ອະ​ພິ​ປາຍ​ທົ່ວ​ໄປ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ຄັ້ງ​ທີ 75 ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຜູ້​ນຳ​ອາ​ເມ​ຣິ​ກາ​ໄດ້​ກ່າວ​ຄຳ​ປາ​ໄສ​​ຜ່ານທາງວິ​ດີ​ໂອ​ໂດຍ​ໄດ້ອວດ​ອົ່ງ,ມີ​ຄວາມ​ເຫັນ​ລຳ​ອຽງ​ແລະ​ຫຼອກ​ລວງ. ຜູ້​ນຳ​ອາ​ເມ​ຣິ​ກາ​ທັງ​ເຜີຍ​ແຜ່​ຄຳ​ເວົ້າ​ລັດ​ທິ​ຝ່າຍ​ດຽວ​​ທັງ​ທຳ​ລາຍ​ບັນ​ຍາ​ກາດ​ຂອງກອງ​ປະ​ຊຸມ​ທັງ​ໄດ້​ໂອ້ອວດ​ຢ່າງ​ໜ້າ​​ດື້ດ້ານ​ວ່າ​ອາ​ເມ​ຣິ​ກາ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ຖາ​ນະ​ຜູ້​ສ້າງ​ສັນ​ຕິ​ພາບ, ພ້ອມ​ທັງ​ໄດ້​ກ່າວ​ຖ້ອຍ​ຄວາມ​ທີ່​​ຜິດ​ພາດ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ອີ​ຣານ, ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ການໃຫ້​ເງິນ​ອຸດ​ໜູນ​ແກ່ນາ​ໂຕ​ແລະ​ບັນ​ຫາ​ອື່ນໆ, ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຫັນ​ແກ່​ຕົວ​ແລະ​ເຈົ້າ​ອຳ​ນາດ​ແບບອາ​ເມ​ຣິ​ກາ​ຕ້ອງ​ມາ​ກ່ອນ​ຢ່າງ​ທົ່ວ​ທີບ ເຊິ່ງ​ໄດ້​ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ສະ​ແດງ​ຄວາມ​ເຫັນ​ຄັດ​ຄ້ານ​ໂດຍ​ທົ່ວ​ໄປ.
 

ທາດ​ແທ້​ຂອງ​ນະ​ໂຍ​ບາຍອາ​ເມ​ຣິ​ກາ​​ຕ້ອງ​ມາ​ກ່ອນເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ​ ​ໂລກ_fororder_u=1032605637,3804350491&fm=26&gp=0


ຕາມ​ຂ່າວ​ລາຍ​ງານ​ວ່າ: ອາ​ເມ​ຣິ​ກາ​ໄດ້​ຖອນ​ອອກ​ຈາກ​ສັນ​ຍາ​ນິວ​ເຄ​ລຍ​ຂອງອີ​ຣານ​ແຕ່​ພຽງຝ່າຍ​ດຽວ​ໃນ​ເດືອນ​ພຶດ​ສະ​ພາ​ປີ 2018, ບໍ່​ມີ​ສິດ​ທິ​ໃນ​ການ​ເຂົ້າ​ຮ່ວມ​ສັນ​ຍາ​​ອີກແລ້ວ. ແຕ່​ວ່າ, ທ່ານ ໄມ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ພັດ​ໄດ້​ສົ່ງ​​ຈົດ​ໝາຍ​ເຖິງ​ສະ​ພາ​ຄວາມ​ໝັ້ນ​ຄົງ​​ອົງ​ການສະ​ຫະ​ປະ​ຊາ​ຊາດ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍ​ຮຽກ​ຮ້ອງ​ຢ່າງ​ໄຮ້​ເຫດ​ຜົນ​ໃຫ້​ດຳ​ເນີນ​ກົນ​ໄກ “ຟື້ນ​ຟູ​ການ​ຂວ້ຳ​ບາດ​ຢ່າງວ່ອງ​ໄວ”​ຕໍ່​ອີ​ຣານທີ່​​ລະ​ບຸ​ໄວ້​ໃນ​ມະ​ຕິເລກ​ທີ 2231 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ສຸດ​ທ້າຍ​ໄດ້​ຖືກ​ປະ​ຕິ​ເສດ​ຈາກ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສ່ວນ​ຫຼາຍ​ທີ່​ສຸດ. ເນື່ອງ​ຈາກ​ວ່າ​ຕົນ​ເອງ​ໄດ້​ປະ​ລາ​ໄຊ​ໃນການ​​ເກ້ຍ​ກ່ອມໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຂວ້ຳ​ບາດ​ອີ​ຣາ​​ນ​ໂດຍ​ກົງ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຈຶ່ງ​ໄດ້​ໃຊ້​ຊ່ອງ​ທາງ​ຂວ້ຳ​ບາດ​ແຕ່​ພຽງ​ຝ່າຍ​ດຽວ​ແລະ​ໄດ້​ຢືນ​ຢູ່​ຝ່າຍ​ກົງ​ກັນ​ຂ້າມ​ກັບ​ປະ​ຊາ​ຄົມ​ໂລກ​ອີກ​ເທື່ອ​ໜຶ່ງ​, ​ນີ້​ໄດ້​ເຜີຍ​ແບ​ໃຫ້​ເຫັນ​ຈຸດ​ປະ​ສົງ​ທີ່​ແທ້​​ຈິງຂອງ​ອາ​ເມ​ຣິ​ກາ​ແລະ​​ເຜີຍ​ແບ​ການເປັນ​ຜູ້​ທຳ​ລາຍ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ​ຕື່ມ​ອີກ.
 

ຄຳ​ປາ​ໄສ​ຂອງ​ຜູ້​ນຳ​ອາ​ເມ​ຣິ​ກາ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ເຮັດ​ໃຫ້​ຊາວ​ໂລກ​ເຫັນ​​ໄດ້ຢ່າງ​ຈະ​ແຈ້ງວ່າ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ພວມ​ອອກເຫື່ອ​ເທ​ແຮງປ່ຽນ “​ນະ​ໂຍ​ບາຍການ​ຖື​ອາ​ເມ​ຣິ​ກາ​ຕ້ອງ​ມາ​ກ່ອນ” ເປັນ “ໄພ​ຂົ່ມ​ຂູ່​​ການ​ບັງ​ຄັບ​ຈາກອາ​ເມ​ຣິ​ກາ”ຕື່ມ​ອີກ​​ເພື່ອ​​ຜົນ​ປະ​ໂຫຍ​ສ່ວນ​ຕົວ, ທຳ​ລາຍ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງສາ​ກົນ​ແລະ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ​ຂອງ​ໂລກ. ພາຍ​ໃຕ້​ສະ​ພາບ​ການດັ່ງ​ກ່າວ, ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ນີ້​ຈຶ່ງ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​​ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ລວມ​ໝູ່​ຕໍ່​ລັດ​ທິ​ຫຼາຍ​ຝ່າຍ​ເຊິ່ງ​ເປັນ​ການ​ສະ​ກັດ​ກັ້ນ​ແລະ​​ກ່າວ​ໂຈມ​ຕີ​ແບບລວມ​ໝູ່​ຄັ້ງ​ໜຶ່ງ​ທີ່​ມີ​ຕໍ່​ລັດ​ທິ​ຝ່າຍ​ດຽວ​ໂດຍ​ບໍ່​ຕ້ອງ​ສົງ​ໄສ.

ຄຳ​ເຫັນ

0