尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີຫຼາຍກວ່າ 2 ແສນ​ຄົນ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ປະ​ລາ​ໄຊ​ຂອງ​ອາ​ເມ​ຣິ​ກາ

2020-09-28 16:12:31 cri

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີຫຼາຍກວ່າ 2 ແສນ​ຄົນ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ປະ​ລາ​ໄຊ​ຂອງ​ອາ​ເມ​ຣິ​ກາ_fororder_c8177f3e6709c93d092dab94fda6abdbd000541c

ວັນ​ທີ 22 ກັນ​ຍາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີ​ຫຼາຍກວ່າ 2 ແສນ​ຄົນ, ເຊິ່ງ​ຫ່າງ​ຈາກ​ກໍ​ລະ​ນີ​ທຳ​ອິດ​ຂອງ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ອາ​ເມ​ຣິ​ກາ​ຍັງ​ບໍ່​ຄົບ 7 ເດືອນ, ​ແລະ​ຫ່າງ​ຈາກ​ກໍ​ລະ​ນີ​ທີ່ 1 ແສນ​ຄົນ​ຢູ່​ອາ​ເມ​ຣິ​ກາ​ກໍ​ໃຊ້​ເວ​ລາ​ບໍ່​ເຖິງ 4 ເດືອນ. ໜັງ​ສື​ພິມ​ເດີ​ວອນ ສະ​ຕ​ຣີດ​ລາຍ​ວັນ The Wall Street  Journal ຂອງ​ອາ​ເມ​ຣິ​ກາ​ສະ​ບັບ​​ອອກວັນ​ທີ 23 ກັນ​ຍາ​ນີ້​ລາຍ​ງານ​ວ່າ: ນີ້​ເປັນ​ຫຼັກ​ໝາຍ​​ໂສກ​ນາດ​ຕະ​ກຳທາງ​ປະ​ຫວັດ​ສາດ​ແລະ​ເຮັດ​ໃຫ້​ຄົນ​ຕ້ອງ​ຄິດ​ນຶກຢ່າງ​ເລິກ​ເຊິ່ງ. ໜັງ​ສື​ພິມ​ເດີ​ກາ​ດຽນ​ຂອງ​ອັງ​ກິດ​ສະ​ບັບ​ວັນ​ທີ 23 ກັນ​ຍາ​ນີ້​ກໍ​ໄດ້​ວິ​ເຄາະ​ວ່າ: ຫຼັງ​ຈາກ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີ​ເຖິງ 1 ແສນ​ຄົນ​ແລ້ວ, ​ນັບ​ເວ​ລາ​ບໍ່​ຮອດ 4 ເດືອນ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ກໍ​ໄດ້​ເພີ່ມຂຶ້ນ 1 ເທົ່າ, ​ແລະ​ຄາດ​ວ່າ​ເມື່ອຮອດ​ທ້າຍ​ປີ​ນີ້​ອາດ​ຈະ​ມີ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ 2,5 ແສນ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19. ລັດ​ຖະ​ບານ​ໂດ​ໂນ ທ​ຣຳ ບໍ່​​ໄດ້​ໃຫ້​ຄວາມ​ສຳ​ຄັນ​ກັບ​ສະ​ພາບພະ​ຍາດ​ໂຄວິດ-19, ບໍ່​ໃຫ້​ການ​ເຄົາ​ລົບ​ການ​ປະ​ຕິ​ບັດ​ງານ​ຕາມ​ຫຼັກ​ວິ​ທະ​ຍາ​ສາດ​​ທັງໄດ້​​ສົ່ງ​ຂ່າວ​ຄາວ​ທີ່​ຜິດ​ພາດ​ໃຫ້​ກັບປະ​ຊາ​ຊົນ, ​ປະ​ໝາດ​ການ​ໃສ່​ຜ້າ​ປິດ​ປາກ, ຈົນກ້າວ​ເຖິງ​ຂັ້ນ​ທີ່​ເວົ້າ​ໄປ​ທົ່ວ​ທີບ​ໃນ​ຫຼາຍໆ​ຄັ້ງ​ວ່າ: ການ​ສັກ​ນ້ຳ​ຢາ​ຂ້າ​ເຊື້ອ​ສາ​ມາດ​ຊ່ວຍ​ຂ້າ​ເຊື້ອ​ພະ​ຍາດ​ໂຄວິດ-19 ໄດ້, ​ນອກ​ນີ້​ທ່ານ​ຍັງ​ມີ​ການ​ກະ​ທຳ​ຜິດ​ພາດ​ຄືລຸ່ມ​ນີ້:ໃນ​ຂະ​ນະ​ທີ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຍັງ​ບໍ່ທັນ​ໄດ້​ຮັບ​ການ​ຄວບ​ຄຸມ​​ໄວ້​ໄດ້ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທ່ານ​ກໍ​ໄດ້​ສັ່ງ​ໃຫ້​ຍົກ​ເລີກ​ມາດ​ຕະ​ການ​ປິດ​ເມືອງ​ແລະ​ຟື້ນ​ຟູ​ການ​​ເຄື່ອນ​ໄຫວ​ດ້ານເສດ​ຖະ​ກິດ​ຄືນ​ໃໝ່​ຢ່າງ​ຟ້າວ​ຟັ່ງ, ບໍ່​ປະ​ຕິ​ບັດ​ມາດ​ຕະ​ການ​ຮັກ​ສາ​ໄລ​ຍະ​ຫ່າງ​ທາງ​ສັງ​ຄົມ,​ຈຶ່ງເຮັດ​ໃຫ້​ອາ​ເມ​ຣິ​ກາ​​ໃຊ້​ຄ່າ​ທົດ​ແທນ​ດ້ວຍຊີ​ວິດ​ຂອງ​ປະ​ຊາ​ຊົນ​ຈຳ​ນວນ 2 ແສນ​ຄົນ​ຈາກ​ຄວາມ​ປະ​ລາ​ໄຊ​ໃນການ​ຕໍ່​ສູ້​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີຫຼາຍກວ່າ 2 ແສນ​ຄົນ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ປະ​ລາ​ໄຊ​ຂອງ​ອາ​ເມ​ຣິ​ກາ_fororder_4ec2d5628535e5dd7ecdb9d7044df3e8cf1b6263

ຈຳ​ນວນ 2 ແສນ​​ຊີ​ວິດ​ເປັນ​ຕົວ​ເລກ​ທີ່​ເຮັດ​ໃຫ້​ຄົນ​ສະ​ເທືອນ​ໃຈ, ແຕ່​ໃນ​ຂະ​ນະ​ດຽວ​ກັນ​ສະ​ພາບ​ພະ​ຍາດ​ຍັງ​ບໍ່​ມີ​ທ່າ​ອ່ຽງ​ວ່າ​ຈະຢຸດ​ເຊົາ​ເທື່ອ. ປັດ​ຈຸ​ບັນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່​ຕໍ່​ມື້​ຢູ່​ອາ​ເມ​ຣິ​ກາ​ມີ​ປະ​ມານ 800​ ຄົນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍັງ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ. ພາຍ​ໃຕ້​ສະ​ພາບ​ທີ່​ຜູ້​ນຳ​ອາ​ເມ​ຣິ​ກາ​ຫັນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ເປັນ​ບັນ​ຫາ​ການ​ເມືອງ, ອາ​ເມ​ຣິ​ກາ​ມີ​ຄວາມ​ອາດ​ສາ​ມາດ​ພຽງ​ໜ້ອຍ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19​ ໄດ້. ຄະ​ນະ​ແພດ​ສາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ວໍ​ຊິງ​ຕັນ​ຂອງ​ອາ​ເມ​ຣິ​ກາ​ຄາດ​ຄະ​ເນ​ວ່າ: ຮອດ​ທ້າຍ​ປີ​ນີ້, ​ຢູ່​ອາ​ເມ​ຣິ​ກາ​ອາດ​ຈະ​ມີ​ປະ​ຊາ​ຊົນ​ຈຳ​ນວນ 4,1 ແສນ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີຫຼາຍກວ່າ 2 ແສນ​ຄົນ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ປະ​ລາ​ໄຊ​ຂອງ​ອາ​ເມ​ຣິ​ກາ_fororder_a50f4bfbfbedab64bfb2159d80bdfbc478311e39

ໃນ​ຖາ​ນະ​ເປັນ​ກຸ່ມ​ເສດ​ຖະ​ກິດ​​ໃຫຍ່ອັນ​ດັບ​ໜຶ່ງ​ແລະ​ປະ​ເທດ​ທີ່​ມີ​ກຳ​ລັງ​​ສັງ​ລວມຕົວ​ຈິງ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ຢູ່​ໃນ​ໂລກ, ອາ​ເມ​ຣິ​ກາ​ໄດ້​ປະ​ສົບ​ຄວາມປະ​ລາ​ໄຊ​​ຢ່າງ​ສິ້ນ​ເຊີງໃນ​ການ​ຕໍ່​ສູ້​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ​ເຊິ່ງ​ໄດ້​ສ້າງ​ຄວາມ​ອັບ​ປະ​ຍົດ​ໃຫ້​ຊາວ​ອາ​ເມ​ຣິ​ກາ​ແລະ​ເປັນ “ຄວາມ​ປະ​ລາ​ໄຊ​ແບບ​ອາ​ເມ​ຣິ​ກາ”​ນັ້ນ​ເອງ.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີຫຼາຍກວ່າ 2 ແສນ​ຄົນ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ປະ​ລາ​ໄຊ​ຂອງ​ອາ​ເມ​ຣິ​ກາ_fororder_dcc451da81cb39db6ca303468c8d5a23aa1830e5

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີຫຼາຍກວ່າ 2 ແສນ​ຄົນ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ປະ​ລາ​ໄຊ​ຂອງ​ອາ​ເມ​ຣິ​ກາ_fororder_1000

ຄຳ​ເຫັນ

0