ວັນທີ 28 ກັນຍານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເປັນປະທານກອງປະຊຸມກົມການເມືອງສູນກາງພັກກອມມູນິດຈີນ ເພື່ອຄົ້ນຄວ້າປຶກສາຫາລືແລະກຳນົດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14, ແລະເປົ້າໝາຍວິໄສທັດໄລຍະຍາວຮອດປີ 2035.
ທ່ານ ສີຈິ້ນຜິງ ໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ວຽກງານກຳນົດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14, ກ່ອນໜ້ານີ້, ທ່ານ ສີຈິ້ນຜິງ ເຄີຍໄດ້ໃຫ້ທິດຊີ້ນຳວ່າ: “ຕ້ອງເສີມຂະຫຍາຍບົດບາດຂອງອິນເຕີເນັດໃນການຮັບຟັງຫາງສຽງໃນໃຈຂອງປະຊາຊົນແລະເຕົ້າໂຮມສະຕິປັນຍາຂອງປະຊາຊົນໃຫ້ໄດ້ດີກວ່າເກົ່າ, ຮິບໂຮມຄວາມຄິດຄວາມເຫັນຢ່າງກວ້າງຂວາງແລະຮ່ວມແຮງຮ່ວມໃຈກັນສຸມທຸກກຳລັງໃຫ້ໄດ້ດີກວ່າເກົ່າ,ແລະໄດ້ສະເໜີຄວາມຮຽກຮ້ອງຕ້ອງການທີ່ຈະແຈ້ງຕໍ່ວຽກງານການກຳນົດແຜນການ 5 ປີຄັ້ງທີ 14.”
ການກຳນົດແລະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ເປັນວິທີການທີ່ສຳຄັນຂອງພັກກອມມູນິດຈີນໃນການປົກຄອງປະເທດແລະການຄຸ້ມຄອງລັດ. ການກຳນົດແຜນການຕາມຫຼັກວິທະຍາສາດຢ່າງສົມເຫດສົມຜົນມີຜົນດີຕໍ່ການບັນລຸການພັດທະນາທີ່ມີຄຸນນະພາບສູງແລະມີລະດັບສູງກວ່າເກົ່າຂອງຈີນ,ມີຜົນດີຕໍ່ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນ.
ຜູ້ຊົມໃຊ້ອິນເຕີເນັດຢູ່ຈີນໄດ້ມີຈຳນວນຫຼາຍກວ່າ 900 ລ້ານຄົນ, ໃນປະຫວັດການກຳນົດແຜນການ 5 ປີຄັ້ງທີ 14 ຂອງຈີນ, ເທື່ອນີ້ເປັນເທື່ອທຳອິດທີ່ໄດ້ຮິບໂຮມຄວາມຄິດຄວາມເຫັນແລະຂໍ້ສະເໜີຈາກທົ່ວສັງຄົມຜ່ານທາງອິນເຕີເນັດ, ເຊິ່ງມີຄວາມໝາຍທີ່ມີລັກສະນະປະດິດສ້າງໃໝ່. ໄດ້ຮັບຄວາມເຫັນແລະຂໍ້ສະເໜີຈາກຊາວເນັດທີ່ມີຕໍ່ແຜນການ 5 ປີຄັ້ງທີ 14 ມີຫຼາຍກວ່າ 1.018.000 ຂໍ້ຄວາມເຊິ່ງລ້ວນແລ້ວແຕ່ແມ່ນຄວາມເຫັນແລະຂໍ້ສະເໜີມີລັກສະນະສ້າງສັນຢ່າງອຸດົມສົມບູນ, ສະແດງໃຫ້ເຫັນເຖິງຄວາມມຸ່ງມາດປາຖະໜາໃໝ່ຂອງປະຊາຊົນຈີນທີ່ມີຕໍ່ຊີວິດການເປັນຢູ່ທີ່ດີງາມຢ່າງເຕັມສ່ວນ,ຂະນະດຽວກັນກໍເປັນການສະແດງໃຫ້ເຫັນເຖິງທັດສະນະຂອງພັກກອມມູນິດຈີນທີ່ຖືປະຊາຊົນເປັນກົກແລະກຳອຳນາດເພື່ອປະຊາຊົນຢ່າງແທ້ຈິງ.
ຄຳເຫັນ
0