ປີ 1988, ທ່ານສີຈິ້ນຜິງໄດ້ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີແຂວງຟູຈ້ຽນ
ເດືອນກໍລະກົດປີ 2020, ນັກຂ່າວໄດ້ໄປເອົາຂ່າວຢູ່ຕາແສງເຊ້ຍຕາງເມືອງໂຊ້ນິງນະຄອນນິງເຕີແຂວງຟູຈ້ຽນໃນໂອກາດທີ່ເຂດດັ່ງກ່າວໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ເພື່ອຫວນຄືນປະຫວັດທີ່ທ່ານສີຈິ້ນຜິງໄດ້ເຮັດວຽກຢູ່ຮາກຖານບ່ອນຢູ່ຂົວທີ່ມີຫຼັງຄາ.
ເມື່ອນັກຂ່າວເດີນທາງຈາກເທສະບານເມືອງໂຊ້ນິງ, ໃຊ້ເວລາປະມານ 1 ຊົ່ວໂມງເຄິ່ງກໍໄປຮອດຕາແສງເຊ້ຍຕາງແລ້ວ.
ຢູ່ຫົວບ້ານ, ນັກຂ່າວໄດ້ເຫັນຂົວທີ່ມີຫຼັງຄາຮູບຊົງບູຮານແບບລຽບງ່າຍແຫ່ງໜຶ່ງ. ພະນັກງານທ້ອງຖິ່ນບອກກັບນັກຂ່າວວ່າ, ນີ້ກໍແມ່ນຂົວຫຼວນເຟີ່ງ. ໃນເມື່ອກ່ອນ, ທ່ານສີຈິ້ນຜິງໄດ້ຍ່າງບຸປ່າຫຍ້າໜາມຂຶ້ນພູລົງຫ້ວຍເດີນທາງໄປຮອດຕາແສງເຊ້ຍຕາງ, ເພື່ອເຮັດວຽກຢູ່ຂັ້ນຮາກຖານ, ຂົວທີ່ມີຫຼັງຄາແຫ່ງນີ້ກໍໄດ້ເປັນສັກຂີພິຍານໃຫ້ແກ່ປະຫວັດສາດທີ່ລືມຍາກຕອນໜຶ່ງ.
ພໍ່ເຖົ້າຫວາງກ່ວງຊາວ
“ມາເດີ້ ມາເດີ! ມາ ຮ້ານຊາຊິ້ງຟູຂອງເຮົາ, ມາຊິມ ລົດຊາດຂອງການລົງຮາກຖານ!” ຢູ່ ຮ້ານຊາຊິ້ງຟູຫຼື ຮ້ານຊາຄວາມສຸກຂອງຕາແສງເຊ້ຍຕາງເມືອງໂຊ້ນິງ, ພໍ່ເຖົ້າຫວາງກ່ວງຊາວ ອາຍຸ 73 ປີໄດ້ເສີບນ້ຳຊາໃຫ້ແກ່ພວກນັກຂ່າວ, ແລະ ເວົ້າວ່າ “ຊານີ້ແມ່ນເຮັດດ້ວຍຢາພື້ນເມືອງຂອງທ້ອງຖິ່ນນີ້, ສາມາດປ້ອງກັນອາການເມົາແດດ ແກ້ອັກເສບ ແລະ ດີໄອ.”
ພໍ່ເຖົ້າຫວາງກ່ວງຊາວແມ່ນຊາວກະສິກອນທີ່ເກີດ ແລະໃຫຍ່ຢູ່ກັບຕາແສງເຊ້ຍຕາງ,ທັງແມ່ນຊາວບ້ານຜູ້ໜຶ່ງທີ່ເຄີຍເສີບນ້ຳຊາໃຫ້ແກ່ເພິ່ນໃນເວລາທີ່ທ່ານສີຈິ້ນຜິງລົງຮາກຖານເຮັດວຽກຢູ່ຕາແສງເຊ້ຍຕາງໃນອະດີດ.
ພໍ່ເຖົ້າຫວາງກ່ວງຊາວຍັງຈື່ຈຳສະພາບການໃນຕອນນັ້ນໄດ້ດີ, ຄື: ວັນທີ 19 ກໍລະກົດປີ 1989, ມີຄົນກຸ່ມໜຶ່ງຕາກແດດກ້າ, ຍ່າງລົງຈາກທາງປູດ້ວຍຫີນແຜ່ນທີ່ຄົດລ້ຽວ. ຜູ້ສູງໆທີ່ຍ່າງຢູ່ທາງໜ້າທີ່ສຸດ ໃສ່ໝວກຕໍເຟືອງ ມີຜ້າເຊັດໜ້າພາດຢູ່ເທິງບ່າ ແລະເຫື່ອໄຫຼໄຄຍ້ອຍ, ຜູ້ນັ້ນກໍແມ່ນທ່ານສີຈິ້ນຜິງທີ່ເປັນເລຂາຄະນະພັກນີງເຕີໃນເວລານັ້ນ.
ໃນມື້ທີ2ຫຼັງຈາກການສຳຫຼວດຄົ້ນຄວ້າວຽກງານແລ້ວ, ທ່ານສີຈິ້ນຜິງກໍໄດ້ເປັນປະທານຈັດກອງປະຊຸມເພື່ອປຶກສາຫາລື, ວຽກງານຊ່ວຍເຫຼືອຕາແສງເຊ້ຍຕາງເຊິ່ງຖືວ່າເປັນຫົວຂໍ້ສຳຄັນ, ທ່ານໄດ້ຕັດສິນໃຈປະກາດຢູ່ທີ່ປະຊຸມເລີຍວ່າຈະສະໜັບສະໜູນທຶນໃນການພັດທະນາໃຫ້ຕາແສງເຊ້ຍຕາງ 7 ແສນ 2 ໝື່ນຢວນ, ໃນນັ້ນ 4 ແສນກວ່າຢວນຕ້ອງນຳໃຊ້ເຂົ້າໃນການສ້າງເຂື່ອນໄຟຟ້ານ້ຳຕົກ, ເພື່ອແກ້ໄຂບັນຫາການຂາດແຄນໄຟຟ້າໃນການຜະລິດ ແລະການດຳລົງຊີວິດຂອງປະຊາຊົນ. ພະນັກງານຂອງຕາແສງເຊ້ຍຕາງໄດ້ຫວນຄືນວ່າ: “ໄດ້ຮັບງົບປະມານຄົບຕາມຈຳນວນງວດດຽວໂລດ, ພະນັກງານຕາແສງຕື່ນເຕັ້ນດີໃຈຫຼາຍຈົນນອນບໍ່ ຫຼັບ, ເພາະຄິດວ່າຈະເຮັດແນວໃດຈຶ່ງຈະສາມາດນຳໃຊ້ງົບປະມານນີ້ໃຫ້ເກີດປະສິດທິຜົນສູງສຸດ.”
ຫຼັງຈາກການເດີນທາງໄປສຳຫຼວດຄົ້ນຄວ້າຄັ້ງທຳອິດແລ້ວ, ຕາແສງເຊ້ຍຕາງໄດ້ກາຍເປັນສະຖານທີ່ທີ່ທ່ານສີຈິ້ນຜິງເອົາໃຈໃສ່ຕະຫຼອດມາ. ທ່ານສີຈິ້ນຜິງໄດ້ໄປສຳຫຼວດຄົ້ນຄວ້າວຽກງານຢູ່ຕາແສງເຊ້ຍຕາງ 3 ເທື່ອ, ເພື່ອປະສານງານແກ້ໄຂບັນຫາຫຍຸ້ງຍາກໃນການສ້າງສາພັດທະນາຂອງທ້ອງຖິ່ນແຫ່ງນັ້ນ.
ໃນເວລາໄປເອົາຂ່າວ, ນັກຂ່າວຍັງໄດ້ພົບກັບນາງຫວງຈົ່ງຊິ້ວ, ລາວໄດ້ເວົ້າເຖິງເລື່ອງໃນອະດີດທີ່ທ່ານສີຈິ້ນຜິງໄປສຳຫຼວດກວດກາວຽກງານຢູ່ຕາແສງເຊ້ຍຕາງເປັນຄັ້ງທີ 2. ຕອນຄ່ຳວັນທີ 23 ກໍລະກົດປີ 1989, ຢູ່ຕາແສງເຊ້ຍຕາງໄດ້ເກີດໄພນ້ຳຖ້ວມຢ່າງໜັກໜ່ວງ, ເຮັດໃຫ້ຄອບຄົວຂອງນາງປະສົບກັບຄວາມເສຍຫາຍຢ່າງໜັກໜ່ວງ, ອາວຂອງນາງກໍໄດ້ເສຍຊີວິດໃນໄພນ້ຳຖ້ວມຄັ້ງນັ້ນ, ເຫຼືອໄວ້ແຕ່ຫຼານນ້ອຍ. ນາງຫວງຈົ່ງຊິ້ວເວົ້າວ່າ: “ໃນຕອນນັ້ນຫຼານອາຍຸຍັງບໍ່ຮອດ 1 ປີ ກໍບໍ່ມີພໍ່ແລ້ວ. ມື້ນັ້ນທ່ານເລຂາໄດ້ໄປອົບອຸ່ນ ແລະ ສະແດງຄວາມເຫັນໃຈຢູ່ເຮືອນຕົນ, ທັງອຸ້ມຫຼານນ້ອຍ, ໃຫ້ກຳລັງໃຈແກ່ພວກເຮົາວ່າຕ້ອງເຂັ້ມແຂງ, ຕ້ອງສາມາດພົ້ນອອກຈາກຄວາມເສົ້າສະຫຼົດໃຈນີ້ໄດ້, ແລະບຳລຸງສ້າງຫຼານໃຫ້ເຕີບໃຫຍ່ຂຶ້ນເປັນຜູ້ມີຄວາມຮູ້ຄວາມສາມາດ.”
ທ່ານເລຂາທີ່ນາງຫວງຈົ່ງຊິ້ວເວົ້າເຖິງນັ້ນ ກໍໝາຍເຖິງທ່ານສີຈິ້ນຜິງ. ຫຼັງຈາກທ່ານສີຈິ້ນຜິງໄປສຳຫຼວດຄົ້ນຄວ້າວຽກງານຢູ່ຕາແສງເຊ້ຍຕາງຄັ້ງທຳອິດ 1 ອາທິດເມື່ອວັນທີ 19 ກໍລະກົດແລ້ວ, ທ່ານສີຈິ້ນຜິງໄດ້ຍ່າງໄປບ້ານເຊ້ຍພິງເຟີ່ງຕາແສງເຊ້ຍຕາງອີກເທື່ອໜຶ່ງເພື່ອສະແດງຄວາມເຫັນໃຈຕໍ່ປະຊາຊົນຜູ້ປະສົບໄພ, ທັງໃຫ້ກຳລັງໃຈວ່າຕ້ອງເພີ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບໍ່ຄວນມີແນວຄິດລໍຖ້າ ແລະ ອາໄສຜູ້ອື່ນ, ໃຊ້ສອງມືສ້າງຊີວິດການເປັນຢູ່ຂອງຕົນໃຫ້ນັບມື້ນັບດີຂຶ້ນ.
“ເຖິງວ່າໄດ້ປະສົບໄພ, ແຕ່ໃນຫຼາຍປີຜ່ານມານີ້, ພວກເຮົາໄດ້ຈື່ຈຳຄຳຊີ້ນຳຂອງທ່ານເລຂາ, ບໍ່ຖ້າ ທັງບໍ່ອາໄສແຕ່ຜູ້ອື່ນ, ພາຍໃຕ້ການສະໜັບສະໜູນຂອງດ້ານນະໂຍບາຍທີ່ດີ, ພວກເຮົາໄດ້ພັດທະນາກະສິກຳແບບທັນສະໄໝ, ສ້າງໂຮງງານຜະລິດຊາ, ປູກໝາກກ້ຽງ, ຫຼານຂອງຂ້ອຍຍັງໄປເປີດຮ້ານຂາຍໂທລະສັບມືຖືແຫ່ງໜຶ່ງຢູ່ແຂວງກວາງຕຸ້ງ.” ເມື່ອເວົ້າເຖິງການປ່ຽນແປງຂອງຊຸມປີມໍ່ໆມານີ້, ນາງຫວງຈົ່ງຊິ້ວກໍມີໃບໜ້າຍິ້ມແຍ້ມແຈ່ມໃສ.
ປີ 1991, ທາງຫຼວງເສັ້ນທຳອິດຂອງຕາແສງເຊ້ຍຕາງໄດ້ສ້າງສຳເລັດ ແລະເລີ່ມແລ່ນລົດ, ນີ້ແມ່ນທາງນ້ອຍແຄບໆທີ່ປູດ້ວຍຫີນແຮ່ຢູ່ເທິງສັນພູ, ບໍ່ພຽງແຕ່ທຸລະກັນດານ, ແລະເກືອບວ່າ ບໍ່ມີທາງຂັ້ນໄດ, ຍັງເປັນທາງມື່ນ, ຢູ່ທາງຂ້າງກໍແມ່ນເຫວເລິກ, ເມື່ອຍ່າງຢູ່ຕາມເສັ້ນທາງສາຍນີ້ຈະເຮັດໃຫ້ຄົນຕົກໃຈຫຼາຍ. ໃນມື້ທີ່ເລີ່ມແລ່ນລົດ, ພໍ່ເຖົ້າຫວາງກ່ວງຊາວຕອນນັ້ນອາຍຸຍັງໜຸ່ມ, ນາງຫວງຈົ່ງຊິ້ວ ພ້ອມດ້ວຍພວກຊາວບ້ານໄດ້ພ້ອມກັນຈູດກະໂພກ ໄຊໂຍໂຫ່ຮ້ອງຢ່າງເບີກບານມ່ວນຊື່ນ.
ປະຈຸບັນຢູ່ຕາແສງເຊ້ຍຕາງໄດ້ມີທາງຫຼວງເຂົ້າເຖິງຕາແສງ 5 ເສັ້ນແລ້ວ, ທາງຫຼວງເຂົ້າບ້ານ 10 ເສັ້ນ. ນອກຈາກນີ້, ໃນປະຈຸບັນຢູ່ຕາແສງເຊ້ຍຕາງໄດ້ມີຫ້າງຮ້ານປະເພດຕ່າງໆ, ມີນັກທ່ອງທ່ຽວຢ່າງຫຼວງຫຼາຍ. ມີບໍລິການທ່ອງທ່ຽວຕາມວິຖີຊົນນະບົດ 8 ແຫ່ງ, ເຮືອນພັກ 10 ກວ່າແຫ່ງ, ຊາວໜຸ່ມ 100 ກວ່າຄົນໄດ້ກັບຄືນສູ່ຕາແສງເພື່ອສ້າງທຸລະກິດ, ກະສິກຳທີ່ເປັນເອກະລັກ ເຊັ່ນ: ໃບຊາ ໂຢສາ ຢາພື້ນເມືອງຈີນແລະອື່ນໆໄດ້ເລີ່ມພັດທະນາ, ມີ 117 ຄອບຄົວທຸກຍາກທີ່ໄດ້ລົງທະບຽນລວມທັງໝົດມີ508 ຄົນໃນທົ່ວຕາແສງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ລາຍຮັບສຸດທິສະເລ່ຍຕໍ່ຫົວຄົນກໍໄດ້ເພີ່ມຂຶ້ນຈາກ 186 ຢວນເມື່ອປີ 1988 ເພີ່ມຂຶ້ນເປັນ 14777 ຢວນໃນປີ 2019.
ພໍ່ເຖົ້າຫວາງກ່ວງຊາວເຫັນວ່າ, ຊາຢາພື້ນເມືອງຈອກໜຶ່ງ ນ້ຳຖົ່ວຂຽວຖ້ວຍໜຶ່ງໃນປີນັ້ນ, ກໍແມ່ນປະຊາຊົນຕາແສງເຊ້ຍຕາງໄດ້ຕອບແທນບຸນຄຸນທ່ານສີຈິ້ນຜິງລ່ວງໜ້າ, ປຽບເໝືອນເປັນນ້ຳສັກສິດທີ່ພາໃຫ້ເກີດມີການປ່ຽນແປງຢູ່ຕາແສງເຊ້ຍຕາງ. ເພື່ອໃຫ້ນັກທ່ອງທ່ຽວຕ່າງຖິ່ນໄດ້ຊິມລົດຊາດຊາຢາພື້ນເມືອງເພື່ອຜ່ອນຄາຍຄວາມຮ້ອນ ແລະ ນ້ຳຖົ່ວຂຽວທີ່ທ່ານສີຈິ້ນຜິງເຄີຍດື່ມໃນອະດີດ, ພໍ່ເຖົ້າຫວາງກ່ວງຊາວກໍໄດ້ລົງມືສ້ອມແປງເຮືອນເກົ່າ ແລະແລ້ວໄດ້ເປີດ “ຮ້ານຊາຄວາມສຸກ”, ພໍ່ເຖົ້າເວົ້າວ່າ: “ຕອນທີ່ທ່ານສີຈິ້ນຜິງມາຄັ້ງທຳອິດ, ເຮືອນຂ້ອຍກັບລົກໄກ່ ປຸກຢູ່ຮ່ວມກັນ. ແຕ່ໃນປີ 2019, ພວກເຮົາມີລາຍຮັບຫຼາຍກວ່າ 5 ໝື່ນຢວນຕໍ່ປີ, ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ.” ປະຈຸບັນ ພໍ່ເຖົ້າຫວາງກ່ວງຊາວ ແລະ ເມຍໄດ້ເປີດ “ຮ້ານຊາຄວາມສຸກ”, ນອກຈາກກິ່ນຫອມຂອງນ້ຳຊາຢາພື້ນເມືອງແລ້ວ, ຍັງເຕັມໄປດ້ວຍລົດຊາດແຫ່ງຄວາມສຸກ.
ການສຳຫຼວດຄົ້ນຄວ້າວຽກງານຢູ່ຕາແສງເຊ້ຍຕາງ, ຄືພາບຫຍໍ້ທີ່ສ່ອງແສງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງທ່ານສີຈິ້ນຜິງທີ່ມີຕໍ່ເຂດທຸກຍາກ. ການປ່ຽນແປງຂອງຕາແສງເຊ້ຍຕາງກໍສະແດງໃຫ້ເຫັນວ່າ, ໃນທຸກມື້ນີ້ທີ່ຈີນສູ້ຊົນຍາດເອົາໄຊຊະນະໄລຍະສຸດທ້າຍໃນການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ, ຂໍພຽງແຕ່ຮັກສາຄວາມໝັ້ນໃຈຢ່າງເດັດດ່ຽວ, ເຮັດວຽກຢ່າງດຸໝັ່ນ ສຸມທຸກຄວາມພະຍາຍາມຢ່າງບໍ່ລົດລະ, ຊີວິດທີ່ດີງາມກວ່າເກົ່າກໍຈະມາເຖິງຢ່າງແນ່ນອນ.
ເດືອນສິງຫາປີ 2019, ພະນັກງານສະມາຊິກພັກ ແລະ ປະຊາຊົນ 6 ຄົນຂອງຕາແສງເຊ້ຍຕາງໄດ້ສົ່ງຈົດໝາຍເພື່ອລາຍງານຂ່າວດີທີ່ທົ່ວຕາແສງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຕໍ່ທ່ານສີຈິ້ນຜິງ, ທ່ານສີຈິ້ນຜິງກໍໄດ້ຂຽນຈົດໝາຍຕອບຄືນວ່າ: “ເມື່ອຮູ້ວ່າຕາແສງເຊ້ຍຕາງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຊີວິດການເປັນຢູ່ຂອງພີ່ນ້ອງປະຊາຊົນນັບມື້ນັບດີຂຶ້ນ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ. ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງພີ່ນ້ອງປະຊາຊົນ.”
ຄຳເຫັນ
0