ປີ 2015, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຕ່າງໆກ່ຽວກັບການລະນຶກອົງການສະຫະປະຊາຊາດສ້າງຕັ້ງຂຶ້ນຄົບຮອບ 70 ປີ
ປີ 2015, ທ່ານສີຈິ້ນຜິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຕ່າງໆກ່ຽວກັບການລະນຶກອົງການສະຫະປະຊາຊາດສ້າງຕັ້ງຂຶ້ນຄົບຮອບ 70 ປີ, ໃນເວລາເຂົ້າຮ່ວມການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສໃນຫົວຂໍ້ທີ່ວ່າ “ຮ່ວມກັນສ້າງສາຍພົວພັນຄູ່ຮ່ວມມືແບບໃໝ່ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມໃຈກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”, ເມື່ອປະເຊີນໜ້າກັບສະພາບການສາກົນທີ່ເກີດມີການປ່ຽນແປງແລະການສັບປ່ຽນຢ່າງເລິກເຊິ່ງ, ຄຳປາໄສດັ່ງກ່າວຂອງທ່ານສີຈິ້ນຜິງຖືວ່າເປັນການສະເໜີແຜນຍຸດທະສາດຂອງຈີນກ່ຽວກັບການຄົ້ນຄິດອະນາຄົດຂອງມວນມະນຸດ.
ຫຼາຍປີມານີ້, ການເຄື່ອນໄຫວຂອງທ່ານສີຈິ້ນຜິງນັບແຕ່ຈາກມະຫາວິທະຍາໄລຕ່າງປະເທດ, ຈາກກອງປະຊຸມຢູ່ຕ່າງປະເທດຈົນຮອດກອງປະຊຸມສຸດຍອດຂອງອົງການສະຫະປະຊາຊາດ, ຈາກການກ່າວປາຖະກະຖາຢູ່ເຊີແນວປະເທດສວິສຈົນຮອດການພົບປະສອງຝ່າຍຫຼາຍໆຄັ້ງ…. ໃນຫລາຍກາລະໂອກາດສຳຄັນໃນເວທີສາກົນ, ທ່ານສີຈິ້ນຜິງໄດ້ຊີ້ແຈງແນວຄວາມຄິດກ່ຽວກັບການສ້າງປະຊາຄົມຮ່ວມຊາຕາຢ່າງບໍ່ຢຸດຢັ້ງ ໂດຍໄດ້ໃຫ້ຄຳຊີ້ແຈງທາງທິດສະດີປັດຊະຍາອັນເລິກເຊິ່ງດ້ວຍຄຳເວົ້າທີ່ເຂົ້າໃຈງ່າຍເພື່ອໃຫ້ທົ່ວໂລກຮັບຮູ້ວ່າ: ປະຊາຊົນຈີນຫວັງຢາກຮ່ວມກັບປະຊາຊົນບັນດາປະເທດໃນໂລກສ້າງບ້ານເມືອງຂອງໜ່ວຍໂລກທີ່ດີງາມກວ່າເກົ່າ.
“ໃນໂລກນີ້ແຕ່ເດີມບໍ່ໄດ້ມີອັນທີ່ເອີ້ນວ່າ ‘ກັບດັກຊູຊີດີເດັສ’(Thucydides'strap)ດອກ, ແຕ່ວ່າ ລະຫວ່າງປະເທດໃຫຍ່ໄດ້ເກີດມີການວິເຄາະຍຸດທະສາດທີ່ຜິດພາດຊ້ຳແລ້ວຊ້ຳອີກ ເຊິ່ງກໍອາດຈະນຳໄປສູ່ ‘ກັບດັກຊູຊີດີເດັສ’ສຳລັບຕົນເອງ. ”
ທ່ານສີຈິ້ນຜິງໄດ້ກ່າວປາຖະກະຖາຢູ່ນະຄອນ ຊີອັດໂຕ ປະເທດອາເມຣິກາໃນໂອກາດທີ່ທ່ານເດີນທາງໄປຢ້ຽມຢາມອາເມຣິກາທັງເຂົ້າຮ່ວມກອງປະຊຸມສຸດຍອດຕ່າງໆເພື່ອລະນຶກອົງການສະຫະປະຊາຊາດສ້າງຕັ້ງຂຶ້ນຄົບຮອບ70ໃນເດືອນກັນຍາປີ2015, ເຊິ່ງໃນການກ່າວປາຖະກະຖາຄັ້ງນັ້ນ, ທ່ານໄດ້ໃຫ້ທັດສະນະໂດຍກົງທີ່ກ້າປະເຊີນໜ້າກັບທັດສະນະ‘ກັບດັກຊູຊີດີເດັສ’ທີ່ສະເໜີໂດຍນັກວິຊາການຂອງປະເທດຕາເວັນຕົກ.
ອັນທີ່ວ່າ‘ກັບດັກຊູຊີດີເດັສ’ ແມ່ນມີເຄົ້າເດີມມາຈາກປຶ້ມຂອງທ່ານຊູຊີດີເດັສ ນັກປະຫວັດສາດເກຣັກບູຮານ ເຊິ່ງໄດ້ລະບຸກ່ຽວກັບສາເຫດທີ່ພາໃຫ້ເກີດສົງຄາມເປໂລປົນເນຊຽນ.ເມື່ອເຫັນປະເທດຈີນທີ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ນັກວິຊາການປະເທດຕາເວັນຕົກໄດ້ອີງໃສ່ເລື່ອງດັ່ງກ່າວແລ້ວນຳມາເສີມຂະຫຍາຍໃຫ້ເປັນ ທັດສະນະ “ ກັບດັກຊູຊີດີເດັສ”. ໃນເວລາກ່າວປາຖະກະຖາຢູ່ຊີແອັດໂຕ, ທ່ານສີຈິ້ນຜິງໄດ້ຊີ້ແຈງການພົວພັນແບບ ໃໝ່ລະຫວ່າງປະເທດໃຫຍ່, ທ່ານໄດ້ຕອບໂຕ້ທັດນະນະທີ່ວ່າ “ລະຫວ່າງປະເທດໃຫຍ່ທີ່ຈະເລີນແລ້ວທີ່ຮັກສາຄວາມຈະເລີນກັບປະເທດໃຫຍ່ທີ່ຂະຫຍາຍຕົວແບບກ້າວກະໂດດ ນັ້ນຕ້ອງເກີດມີສົງຄາມຄັ້ງໜຶ່ງ.”
ໃນວັນທີ28ກັນຍາປີດຽວກັນ, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 70, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສໃນຫົວຂໍ້ທີ່ວ່າ “ຮ່ວມມືກັນສ້າງສາຍພົວພັນຄູ່ຮ່ວມມືແບບໃໝ່ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມໃຈກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”, ທ່ານກ່າວເນັ້ນວ່າ: ສັນຕິພາບ,ການພັດທະນາ, ຄວາມເປັນທຳ,ຍຸຕິທຳ,ປະຊາທິປະໄຕ,ເສລີພາບແມ່ນຄຸນຄ່າຮ່ວມຂອງມວນມະນຸດທັງເປັນເປົ້າໝາຍອັນສູງສົ່ງຂອງອົງການສະຫະປະຊາຊາດ. ໃນໂລກປັດຈຸບັນ, ບັນດາປະເທດໄດ້ເພີ່ງພາອາໄສເຊິ່ງກັນແລະກັນ, ຮ່ວມທຸກຮ່ວມສຸກນຳກັນ,ບັນດາຝ່າຍຄວນສືບທອດແລະເສີມຂະຫຍາຍຈຸດປະສົງແລະຫຼັກການຂອງກົດບັດອົງການສະຫະປະຊາຊາດ, ສ້າງການພົວພັນສາກົນແບບໃໝ່ທີ່ຖືເອົາການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດເປັນແກນກາງ, ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ທ່ານສີຈິ້ນຜິງຍັງສະເໜີວ່າ: ການພົວພັນສາກົນແບບໃໝ່ຄວນບຸກເບີກເສັ້ນທາງໃໝ່ແຫ່ງການແລກປ່ຽນລະຫວ່າງຊາດທີ່ມີການສົນທະນາກັນແຕ່ບໍ່ເປັນປໍລະປັກກັນ, ຜູກມິດກັນແຕ່ບໍ່ຮ່ວມກຸ່ມ. ການຄົບຄ້າສະມາຄົມລະຫວ່າງປະເທດໃຫຍ່ກັບປະເທດໃຫຍ່, ການຄົບຄ້າສະມາຄົມລະຫວ່າງປະເທດໃຫຍ່ກັບປະເທດນ້ອຍລ້ວນແຕ່ຄວນຖືເອົາການ ເຄົາລົບເຊິ່ງກັນແລະກັນ, ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດເປັນແກນກາງ.
ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຄວນຍຶດໝັ້ນໃນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ,ຮ່ວມກັນຊົມໃຊ້ການພັດທະນາແລະຄວາມຈະເລີນຮຸ່ງເຮືອງ. ເມື່ອປະເຊີນໜ້າກັບລັດທິປົກປ້ອງແລະກະແສຝືນກັບໂລກາພິວັດທີ່ນັບມື້ນັບຟື້ນຄືນນັ້ນ, ທາງອອກຂອງເສດຖະກິດໂລກຈະເປັນຄືແນວໃດ? ໃນກອງປະຊຸມເວທີປຶກສາຫາລືດາວົສທີ່ຈັດຂຶ້ນໃນຕົ້ນປີ2017, ທ່ານສີຈິ້ນຜິງເຄີຍໄດ້ເລົ່າເລື່ອງລາວຂອງຈີນເພື່ອຕອບຄຳຖາມດັ່ງກ່າວ. ທ່ານກ່າວວ່າ:
“ແຕ່ກ່ອນ, ຈີນເຄີຍມີຄວາມລະແວງສົງໃສຕໍ່ເສດຖະກິດໂລກາພິວັດ, ແລະກໍເຄີຍມີຄວາມກັງວົນໃຈຕໍ່ການເຂົ້າເປັນສະມາຊິກອົງການການຄ້າໂລກ. ແຕ່ວ່າພວກເຮົາເຫັນວ່າ: ການເຊື່ອມໂຍງເຂົ້າກັບເສດຖະກິດໂລກເປັນທ່າອ່ຽງລວມຂອງປະຫວັດສາດ, ເສດຖະກິດຈີນຢາກມີການພັດທະນາ, ກໍຕ້ອງມີຄວາມກ້າຫານລອຍນ້ຳໃນທະເລທ່າມກາງຕະຫຼາດສາກົນ, ຖ້າວ່າເວລາໃດກໍບໍ່ກ້າຜ່ານຜ່າບັ້ນທົດສອບຈາກຟ້າຝົນລົມແດງແລະຊອກຫາປະສົບການໃນທະເລ, ມີມື້ໃດມື້ໜຶ່ງຕ້ອງຈົມນ້ຳຕາຍໃນທະເລຢ່າງແນ່ນອນ. ດັ່ງນັ້ນ, ຈີນໄດ້ກ້າວໄປສູ່ຕະຫຼາດສາກົນຢ່າງກ້າຫານ. ໃນຂະບວນການເຄື່ອນໄຫວລັກສະນະນີ້, ຈີນເຄີຍສະໝັກນ້ຳ,ເຄີຍພົບນ້ຳໝູນ,ເຄີຍພົບລົມພະຍຸແລະຄື້ນທະເລ, ແຕ່ວ່າຈີນກໍໄດ້ຮຽນຮູ້ການລອຍນ້ຳທ່າມກາງລົມພາຍຸແລະຄື້ນທະເລ, ນີ້ຄືການເລືອກຍຸດທະສາດທີ່ຖືກຕ້ອງ.”
“ບໍ່ຄວນເຮັດແບບເມື່ອໃດຫາກພົບກັບລົມພາຍຸແລະຄື້ນທະເລກໍຖອຍຄືນສູ່ທ່າກຳປັ່ນເລີຍໂລດ”, ໃນເວລາຊີ້ແຈງແນວຄວາມຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ທ່ານສີຈິ້ນຜິງຍັງໄດ້ກ່າວເນັ້ນຫຼາຍເທື່ອວ່າ: ຄວນພັດທະນາເສດຖະກິດໂລກແບບເປີດກວ້າງຢ່າງເດັດດ່ຽວໜຽວແໜ້ນ, ຮ່ວມກັນຊົມໃຊ້ໂອກາດແລະຜົນປະໂຫຍດ, ບັນລຸເປົ້າໝາຍໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂະບວນການເປີດກວ້າງ.
ໃນໂລກນີ້ມີ200ກວ່າປະເທດແລະເຂດແຄວ້ນ, ມີ2500ກວ່າຊົນເຜົ່າແລະ ມີຫລາຍສາສະໜາ. ຖ້າຫາກວ່າມີພຽງແຕ່ຮູບແບບການດຳລົງຊີວິດຢ່າງດຽວ, ພາສາດຽວ, ດົນຕີຊະນິດດຽວແລະເຄື່ອງນຸ່ງແບບດຽວເທົ່ານັ້ນ, ມັນຈະເປັນສິ່ງທີ່ຈິນຕະນາການບໍ່ໄດ້.ພວກເຮົາຄວນຊຸກຍູ້ໃຫ້ອະລິຍະທຳທີ່ແຕກຕ່າງກັນນັ້ນເຄົາລົບເຊິ່ງກັນແລະກັນ ແລະຢູ່ຮ່ວມກັນຢ່າງກົມກຽວ, ຄວນສະແຫວງຫາສະຕິປັນຍາຈາກອະລິຍະທຳທີ່ຕ່າງກັນ, ຮ່ວມມືກັນເພື່ອແກ້ໄຂສິ່ງທ້າທາຍຕ່າງໆທີ່ມວນມະນຸດປະເຊີນຮ່ວມກັນ.
ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດເປັນເປົ້າໝາຍທີ່ດີງາມ, ທັງເປັນເປົ້າໝາຍທີ່ຕ້ອງການໃຫ້ພະຍາຍາມສູ້ຊົນຕໍ່ໆໄປໃນຫລາຍເຊັ່ນຄົນຈິ່ງຈະສາມາດບັນລຸຜົນເປັນຈິງໄດ້. ຈີນຍິນດີຮ່ວມກັບບັນດາຝ່າຍ,ຍຶດໝັ້ນການສົນທະນາແລະປຶກສາຫາລືກັນ, ສ້າງສາຮ່ວມກັນແລະຊົມໃຊ້ຮ່ວມກັນ, ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນ, ພັດທະນາແບບສີຂຽວແລະກາກບອນຕ່ຳ, ຮ່ວມກັນຊຸກຍູ້ຂະບວນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ,ສ້າງສາໂລກທີ່ມີສັນຕິພາບຖາວອນ,ມີຄວາມໝັ້ນຄົງທົ່ວໄປ,ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ເປີດກວ້າງແລະກວມລວມ, ສະອາດແລະສວຍງາມ.
ຄຳເຫັນ
0