ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສສຳຄັນໃນພິທີຍ້ອງຍໍບຸກຄົນແລະໜ່ວຍງານດີເດັ່ນໃນທົ່ວປະເທດຈີນໃນການຕ້ານກັບພະຍາດໂຄວິດ-19
ໃນພິທີຍ້ອງຍໍບຸກຄົນແລະໜ່ວຍງານດີເດັ່ນໃນທົ່ວປະເທດຈີນໃນການຕ້ານກັບພະຍາດໂຄວິດ-19 ທີ່ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງໃນເວລາ 10 ໂມງເຊົ້າຂອງວັນທີ 8 ກັນຍາ2020. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນແລະປະທານຄະນະກຳມະການການທະຫານສູນກາງຈີນໄດ້ ກ່າວຄຳປາໄສສຳຄັນ ໄດ້ສະຫຼຸບໂດຍສັງເຂບຢ່າງຖືກຕ້ອງທັງໄດ້ອະທິບາຍຢ່າງເລິກເຊິ່ງກ່ຽວກັບຈິດໃຈອັນຍິ່ງໃຫຍ່ໃນການຕ້ານພະຍາດນັ້ນກໍຄື: ຊີວິດເໜືອກວ່າທຸກສິ່ງຢ່າງ, ປະຊາຊົນທົ່ວທັງຊາດຮ່ວມແຮງຮ່ວມໃຈກັນ, ສ່ຽງຊີວິດໃນການເຮັດວຽກ, ເຄົາລົບວິທະຍາສາດແລະຮ່ວມຊາຕາກຳ.
ນອກນີ້, ໃນເວລາກ່າວຄຳປາໄສ, ທ່ານສີຈິ້ນຜິງໄດ້ກ່າວເຖິງ “ປະຊາຊົນ” ແລະ “ຊີວິດ” ຫຼາຍເທື່ອ. ທ່ານຍັງໄດ້ຢືມເອົາຄຳບູຮານມາໃຊ້ວ່າ “ການຮັກແພງປະຊາຊົນແລະພະຍາຍາມສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ຄື ຄວາມເມດຕາ” ເພື່ອອະທິບາຍຮາກເຫງົ້າວັດທະນະທຳແລະປະຫວັດສາດກ່ຽວກັບ “ຊີວິດເໜືອກວ່າທຸກສິ່ງຢ່າງ”ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນຂອງອະລິຍະທຳຈີນ. ທ່ານສີຈິ້ນຜິງກ່າວວ່າ:
“ຊີວິດເໜືອກວ່າທຸກສິ່ງຢ່າງ, ເຊິ່ງໄດ້ສະແດງອອກແບບລວມສູນເຖິງມູນເຊື້ອຂອງປະຊາຊົນຈີນທີ່ມີຄວາມເມດຕາກະລຸນາອັນເລິກເຊິ່ງແລະໄດ້ສະແດງໃຫ້ເຫັນເຖິງຄຸນຄ່າຂອງຊາວພັກກອມມູນິດຈີນທີ່ຖືປະຊາຊົນເປັນໃຈກາງ. ການຮັກແພງປະຊາຊົນແລະພະຍາຍາມສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ຄື“ຄວາມເມດຕາ”. ສະພາບພະຍາດໄຮ້ຄວາມປານີແຕ່ຄົນເຮົາມີຈິດໃຈເມດຕາ. ຊີວິດຂອງຄົນເປັນສິ່ງທີ່ປະເສີດທີ່ສຸດ, ຊີວິດມີພຽງຄັ້ງດຽວເທົ່ານັ້ນ, ຫາກເສຍຊີວິດໄປກໍຈະບໍ່ສາມາດກັບມາອີກ.ເພື່ອປົກປ້ອງຄວາມປອດໄພດ້ານຊີວິດຂອງປະຊາຊົນ, ພວກເຮົາຕ້ອງຍອມເສຍຄ່າຕອບແທນທຸກຢ່າງ, ແລະກໍສາມາດເຮັດໄດ້ເຊັ່ນກັນ. ເພາະວ່າ ຈຸດປະສົງພື້ນຖານຂອງພັກກອມມູນິດຈີນກໍແມ່ນຮັບໃຊ້ປະຊາຊົນຢ່າງສຸດໃຈ, ປະເທດຊາດຂອງພວກເຮົາເປັນປະເທດສັງຄົມນິຍົມທີ່ປະຊາຊົນເປັນເຈົ້າຂອງປະເທດຊາດ. ພວກເຮົາໄດ້ປິດຊ່ອງທາງເຂົ້າອອກອູຮັ້ນແລະແຂວງຫູເປີຍຢ່າງເດັດຂາດ ທັງໄດ້ປະຕິບັດມາດຕະການປ້ອງກັນແລະຄວບຄຸມພະຍາດຢ່າງເຂັ້ມງວດແບບບໍ່ເຄີຍມີມາກ່ອນ. ການວາງນະໂຍບາຍດັ່ງກ່າວນີ້ແມ່ນຕ້ອງການຄວາມກ້າຫານຢ່າງໃຫຍ່ຫຼວງທາງການເມືອງ, ຕ້ອງການມີຄວາມຮັບຜິດຊອບຕໍ່ປະຫວັດສາດຂັ້ນເດັດຂາດ. ເພື່ອປົກປ້ອງຄວາມປອດໄພດ້ານຊີວິດຂອງປະຊາຊົນ, ພວກເຮົາສາມາດເຮັດໄດ້ທຸກສິ່ງຢ່າງ! ຈາກເດັກນ້ອຍທີ່ຫາກໍ່ເກີດມາໄດ້ພຽງ 30 ກວ່າຊົ່ວໂມງຈົນຮອດຜູ້ເຖົ້າທີ່ມີອາຍຸ 100 ກວ່າປີ, ຈາກນັກສຶກສາຕ່າງປະເທດທີ່ຮຽນຢູ່ຈີນຈົນຮອດຄົນຕ່າງປະເທດທີ່ຢູ່ຈີນ, ຊີວິດທຸກຄົນລ້ວນແຕ່ໄດ້ຮັບການປົກປ້ອງຢ່າງເຕັມຄວາມສາມາດ, ຊີວິດຂອງຄົນ,ຄຸນຄ່າຂອງຄົນແລະກຽດສັກສີຂອງຄົນໄດ້ຮັບການ ເອົາໃຈໃສ່ເບິ່ງແຍງຢ່າງລະອຽດຮອບຄອບ. ນີ້ເປັນການອະທິບາຍທີ່ດີທີ່ສຸດກ່ຽວກັບແນວຄິດ ກຳອຳນາດເພື່ອປະຊາຊົນຂອງພັກກອມມູນິດຈີນ. ນີ້ເປັນການສະແດງໃຫ້ເຫັນຢ່າງດີທີ່ສຸດເຖິງທັດສະນະກ່ຽວກັບຄຸນສົມບັດຂອງອາລິຍະທຳຈີນທີ່ວ່າ “ຊີວິດສຳຄັນກວ່າໝູ່”. ນີ້ຍັງເປັນຫຼັກຖານທີ່ດີທີ່ສຸດໃນການພິສູດໃຫ້ເຫັນເຖິງຈິດໃຈມະນຸດສະທຳຂອງປະຊາຊົນຈີນໃນການເຄົາລົບນັບຖືຊີວິດ. ”
ທ່ານຜູ້ຟັງ, ໃນສຳນວນດັ່ງກ່າວ, ທ່ານສີຈິ້ນຜິງໄດ້ຢືມໃຊ້ຄຳບູຮານທີ່ວ່າ “ໄອ້ເຢີນລີ້ອູ້ຈື່ເວີ້ຍເຢີນ”(“ການຮັກແພງປະຊາຊົນແລະພະຍາຍາມສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ໄດ້ແກ່ ຄວາມເມດຕາ” )ເຊິ່ງມີເຄົ້າເດີມມາຈາກບົດ “ຈ່ວງຈື.ທຽນຕີ້” ທີ່ແຕ່ງໂດຍ ຈ່ວງຈື ໜຶ່ງໃນບັນດາບຸກຄົນຕົວແທນສຳຄັນຂອງສາສະໜາເຕົາ,ນັກປັດຊະຍາຜູ້ມີຊື່ສຽງໃນສະໄໝບູຮານຈີນ, ເຊິ່ງຄຳບູຮານນີ້ມີຄວາມໝາຍວ່າ: ຮັກແພງປະຊາຊົນ,ພະຍາຍາມສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ. ຈ່ວງຈືບໍ່ພຽງແຕ່ມີຈຸດຢືນໃຫ້ຮັກແພງປະຊາຊົນເທົ່ານັ້ນ, ຍັງມີຈຸດຢືນໃຫ້ຮັກແພງສິ່ງທີ່ມີຊີວິດແລະສິ່ງທີ່ບໍ່ມີຊີວິດຢູ່ທຳມະຊາດ ທັງໝົດ ອັນໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນກ່ຽວກັບແນວຄິດປັດຊະຍາສາສະໜາເຕົາ ທີ່ວ່າ: ຄວາມກົມກຽວກັນລະຫວ່າງມະນຸດກັບທຳມະຊາດ, “ມະນຸດແລະທຳມະຊາດເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ”.
“ການຮັກແພງປະຊາຊົນແລະພະຍາຍາມສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ” ເປັນຄຸນນະທຳທີ່ມີມູນເຊື້ອຂອງປະຊາຊາດຈີນ, ເປັນຈິດໃຈທີ່ເປັນບ່ອນອີງອາໄສສຳລັບປະຊາຊາດຈີນເພື່ອດຳລົງຄົງຕົວແລະມີການພັດທະນາ ເຊິ່ງຈິດໃຈນີ້ໄດ້ສະແດງອອກຢ່າງເຕັມສ່ວນໃນຂະບວນການຕໍ່ຕ້ານພະຍາດໂຄວິດ-19.
ການແຜ່ລະບາດຂອງພະຍາດໂຄວິດ-19ໃນຄັ້ງນີ້ເປັນເຫດການສຸກເສີນດ້ານສາທາລະນະສຸກຄັ້ງຮ້າຍແຮງທີ່ເກີດຂຶ້ນຢູ່ຈີນເຊິ່ງມີການແຜ່ລະບາດໄວທີ່ສຸດ, ແຜ່ເຊື້ອໃນຂອບເຂດກວ້າງຂວາງທີ່ສຸດແລະມີຄວາມຫຍຸ້ງຍາກຫຼາຍທີ່ສຸດໃນການປ້ອງກັນແລະຄວບຄຸມນັບຕັ້ງແຕ່ສະຖາປະນາສປຈີນເປັນຕົ້ນມາ, ເວົ້າສຳລັບປະເທດຈີນແລ້ວມັນເປັນວິກິດການຄັ້ງໜຶ່ງ ທັງເປັນການທົດສອບຄັ້ງໜຶ່ງ. ເມື່ອປະເຊີນໜ້າກັບສະພາບການແຜ່ລະບາດຂອງພະຍາດຮ້າຍແຮງທີ່ເກີດຂຶ້ນຢ່າງກະທັນຫັນແບບນີ້, ທ່ານສີຈິ້ນຜິງໄດ້ບັນຊາການແລະວາງແຜນດ້ວຍຕົນເອງ ອັນໄດ້ສ້າງຄວາມໝັ້ນໃຈອັນເດັດດ່ຽວ,ສາມາດເຕົ້າໂຮມກຳລັງແຮງແລະໃຫ້ທິດຊີ້ນຳຢ່າງຈະແຈ້ງແກ່ປະຊາຊົນຈີນໃນການຕໍ່ສູ້ຕ້ານກັບພະຍາດ.
ສູນກາງພັກກອມມູນິດຈີນໄດ້ແບກຫາບພາລະກຳທີ່ມີຄວາມຮັບຜິດຊອບສູງຕໍ່ປະຊາຊົນຈີນ, ໂດຍຖືເອົາຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນໄວ້ຢູ່ຖານະສຳຄັນອັນດັບໜຶ່ງຢ່າງສະເໝີຕົ້ນສະເໝີປາຍ, ຍຶດໝັ້ນຕາມແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງຢ່າງແທ້ຈິງ,ຍອມເສຍຄ່າຕອບແທນທຸກສິ່ງຢ່າງ ເຖິງວ່າເສດຖະກິດຈະຢຸດຈຶ້ງເປັນໄລຍະສັ້ນ, ເຖິງວ່າການເງິນລັດຖະບານຈະປະເຊີນກັບແຮງກົດດັນຢ່າງໃຫຍ່ຫຼວງກໍຕາມ, ຈັ່ງໃດກໍຕ້ອງເຕົ້າໂຮມຊັບພະຍາກອນທຸກຢ່າງ, ຊອກຫາທຸກວິທີທາງ ເພື່ອຕ້ານກັບພະຍາດຢ່າງເຕັມຄວາມສາມາດ. ຈີນໄດ້ສັບຊ້ອນແພດໝໍທີ່ດີເດັ່ນທີ່ສຸດ, ອຸປະກອນທີ່ກ້າວໜ້າທັນສະໄໝທີ່ສຸດແລະຊັບພະຍາກອນທີ່ຕ້ອງການຮີບດ່ວນທີ່ສຸດພາຍໃນຂອບເຂດທົ່ວປະເທດ ເພື່ອນຳໃຊ້ເຂົ້າໃນການກອບກູ້ປິ່ນປົວຄົນເຈັບ. ໃນຂະບວນການກອບກູ້ປິ່ນປົວຄົນເຈັບ, ບໍ່ໄດ້ເບິ່ງຂ້າມຜູ້ຕິດເຊື້ອຈັກຄົນແລະບໍ່ປະຖິ້ມຄົນເຈັບຈັກຄົນ, ໂດຍສາມາດເຮັດ ໄດ້ຕາມເປົ້າໝາຍຄື “ຮັບຮອງແລະປິ່ນປົວຄົນເຈັບ,ກວດຫາເຊື້ອແລະກັກບໍລິເວນຕາມສົມຄວນໂດຍບໍ່ເບິ່ງຂ້າມຈັກຄົນ. ” ຈາກເດັກນ້ອຍທີ່ຫາກໍ່ເກີດມາໄດ້ພຽງ 30 ກວ່າຊົ່ວໂມງຈົນຮອດຜູ້ເຖົ້າທີ່ມີອາຍຸ 100 ກວ່າປີ,ຄ່າປິ່ນປົວແມ່ນລັດຖະບານຈ່າຍເອງໝົດ…. ເມື່ອທົບທວນຄືນຂະບວນການຕ້ານກັບພະຍາດຄັ້ງນີ້ແລ້ວຈຶ່ງເຫັນໄດ້ວ່າ: ປະຊາຊົນເໜືອກວ່າທຸກສິ່ງຢ່າງ, ຊີວີດເໜືອກວ່າທຸກສິ່ງຢ່າງ ເປັນທາດແທ້ອັນພົ້ນເດັ່ນຂອງການຕ້ານກັບພະຍາດຢູ່ຈີນ, ການທີ່ສຸມຄວາມພະຍາຍາມຈົນສຸດຄວາມສາມາດເພື່ອກອບກູ້ຊີວິດເປັນຄວາມຮັບຮູ້ທີ່ເປັນເອກະພາບກັນໃນທົ່ວສັງຄົມຈີນທັງເປັນແບບຢ່າງອັນມີຊີວິດຊີວາທີ່ໄດ້ສະແດງໃຫ້ເຫັນວ່າ ຈີນໃຫ້ຄວາມສຳຄັນຢ່າງສູງຕໍ່ສິດທິມະນຸດ.
ສຳລັບຄົນຈີນທຸກຄົນແລ້ວ, ປະຊາຊົນທົ່ວປະເທດຈີນທີ່ຮ່ວມແຮງຮ່ວມໃຈກັນຕ້ານພະຍາດໃນຄັ້ງນີ້ເປັນປະສົບການທີ່ຈະບໍ່ຫຼົງລືມຈັກເທື່ອ. ຍັງຈື່ໄດ້ວ່າ: ຕອນບຸນກຸດຈີນປີ2020ໃກ້ຈະໝູນວຽນມາເຖິງ, ທຳອິດຄິດວ່າຈະຈັດງານສັງສັນມ່ວນຊື່ນກັບໝູ່ເພື່ອນ,ໄປຢ້ຽມຢາມຍາດຕິພີ່ນ້ອງເພື່ອອວຍພອນປີໃໝ່ຄືດັ່ງທີ່ໄດ້ເຮັດໃນທຸກປີທີ່ຜ່ານມາ, ແຕ່ວ່າທັງໝົດໄດ້ຖືກໂຈະໄວ້ຢ່າງກະທັນຫັນເນື່ອງຈາກເກີດມີການແຜ່ລະບາດຂອງພະຍາດໂຄວິດ-19. ໃນສົງຄາມທີ່ບໍ່ມີແປວໄຟແລະຄວັນລະເບີດຮອບນີ້, ປະຊາຊົນທັງຫຼາຍໄດ້ພາກັນໃສ່ຜ້າປິດປາກ, ພະຍາຍາມບໍ່ອອກນອກເຮືອນຖ້າບໍ່ຈຳເປັນ, ຢູ່ຕາມຖະໜົນຫົນທາງມິດງຽບເກືອບບໍ່ມີຄົນ. ແຕ່ວ່າ ໃນຂະນະທີ່ປະຊາຊົນໃຜໆກໍຕື່ນຕົວພາກັນຢູ່ໃນເຮືອນບໍ່ອອກນອກເຮືອນນັ້ນ, ມີກຸ່ມຄົນໜຶ່ງພັດໄດ້ສະໝັກໃຈໄປຕະລຸມບອນຢູ່ແນວໜ້າແຫ່ງການຕ້ານກັບພະຍາດ. ເຊິ່ງໃນກຸ່ມຄົນນີ້ກໍມີພະນັກງານແພດໝໍ, ທະຫານ, ກຳມະກອນຜູ້ເຮັດວຽກທັງເວນທັງຄືນເພື່ອກໍ່ສ້າງໂຮງໝໍເຫຼີຍເຊີນຊ່ານ, ໂຮງໝໍໂຮເຊີນຊ່ານ, ຍັງມີອ້າຍບ່າວສົ່ງອາຫານດ່ວນເຖິງທີ່, ມີນັກຂ່າວແລະກໍມີອາສາສະໝັກທີ່ຮີບຮ້ອນເດີນທາງມາຈາກແຫ່ງຕ່າງໆໃນທົ່ວປະເທດເພື່ອໄປສະໜັບສະໜູນການຕ້ານກັບພະຍາດຢູ່ນະຄອນອູຮັ້ນກໍຄືແຂວງຫູເປີຍ.
ພາຍໃຕ້ການຊີ້ນຳນຳພາຂອງທ່ານສີຈິ້ນຜິງ, ປະຊາຊົນຈີນນັບເປັນ 1,4 ຕື້ຄົນໄດ້ຮ່ວມທຸກຮ່ວມສຸກ, ສູ້ຊົນຄຽງບ່າຄຽງໄຫຼ່ກັນ, ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ໂດຍໄດ້ຂຽນປະຫວັດສາດໜ້າໃໝ່ອັນຍິ່ງໃຫຍ່ກ່ຽວກັບມະນຸດທີ່ຕໍ່ຕ້ານກັບພະຍາດຕິດແປດຊະນິດຮ້າຍແຮງ ດ້ວຍການກະທຳຕົວຈິງຂອງຕົນ. ຄືດັ່ງທີ່ທ່ານສີຈິ້ນຜິງໄດ້ເວົ້າວ່າ: “ພວກເຮົາສາມາດເອົາຊະນະບັ້ນຮົບຕ້ານພະຍາດຄັ້ງນີ້, ກໍແມ່ນຍ້ອນປະຊາຊົນຈີນເປັນຜູ້ໃຫ້ກຳລັງໃຈແລະຄວາມໝັ້ນໃຈ.” “ປະຊາຊົນຈຶ່ງເປັນວິລະຊົນທີ່ແທ້ຈິງ.ຂໍພຽງແຕ່ອາໄສປະຊາຊົນຢ່າງແໜ້ນໜຽວ, ພວກເຮົາກໍຈະສາມາດເອົາຊະນະຄວາມຫຍຸ້ງຍາກແລະອຸປະສັກທຸກຢ່າງ ເພື່ອບັນລຸເປົ້າໝາຍທີ່ຈະຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຈີນໄດ້ຢ່າງແນ່ນອນ. ”
ພວກເຮົາກໍເຊື່ອໝັ້ນວ່າ: ປະເທດໃດໜຶ່ງທີ່ຖະໜອມຮັກປະຊາຊົນຂອງຕົນກໍຍ່ອມຈະມີຄວາມຈະເລີນຮຸ່ງເຮືອງ, ພັກການເມືອງໃດໜຶ່ງທີ່ສະແຫວງຫາຄວາມສຸກໃຫ້ກັບປະຊາຊົນນັ້ນຍ່ອມຈະຍືນຍົງຄົງຕົວຊົ່ວກາລະນານແນ່ນອນ.
ຄຳເຫັນ
0