ວັນທີ 9 ກັນຍາ ປີ 2016, ທ່ານສີຈິ້ນຜິງໄດ້ກັບໄປຢ້ຽມຢາມໂຮງຮຽນ “1 ສິງຫາ”
ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນີດຈີນຄັ້ງທີ 18 ເປັນຕົ້ນມາ, ເມື່ອຮອດວັນຄູແຫ່ງຊາດຈີນ ຄື ວັນທີ 10 ກັນຍາຂອງທຸກປີ, ທ່ານສີຈິ້ນຜິງຈະໄປຢ້ຽມຢາມຄູອາຈານໃນໂຮງຮຽນ ຫຼື ສົ່ງສານສະແດງຄວາມອວຍພອນເຖິງຄູອາຈານ.
ເນື່ອງໃນໂອກາດວັນຄູແຫ່ງຊາດຈີນປີ 2014 ໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມງານສົນທະນາກັບຜູ້ຕາງໜ້າຄູອາຈານ ແລະ ນັກສຶກສາຂອງມະຫາວິທະຍາໄລສ້າງຄູປັກກິ່ງ. ທ່ານສີຈິ້ນຜິງໄດ້ຫວນຄືນວ່າ: “ຄູອາຈານຫຼາຍທ່ານເຄີຍໄດ້ສິດສອນຂ້າພະເຈົ້າ, ຈົນຮອດປະຈຸບັນຂ້າພະເຈົ້າຍັງຈື່ຈຳໃບໜ້າຂອງພວກເພິ່ນໄດ້ດີ, ພວກເພິ່ນໄດ້ສອນຄວາມຮູ້, ຫຼັກການແຫ່ງຄວາມເປັນຄົນ, ເຮັດໃຫ້ຂ້າພະເຈົ້າໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ.”
ໂຮງຮຽນ “ປ່າອີ່” ຫຼື ໂຮງຮຽນ “1 ສິງຫາ”ປັກກິ່ງສ້າງຕັ້ງຂຶ້ນໃນປີ 1947, ໃນຊຸມປີ 1960, ທ່ານສີຈິ້ນຜິງໄດ້ຜ່ານຊີວິດໄວຮຽນຢູ່ໂຮງຮຽນປະຖົມ ແລະ ມັດທະຍົມຕົ້ນຢູ່ແຫ່ງນີ້.
ວັນທີ 9 ກັນຍາ ປີ 2016, ທ່ານສີຈິ້ນຜິງໄດ້ກັບໄປຢ້ຽມຢາມໂຮງຮຽນ “1 ສິງຫາ”, ເພື່ອຢ້ຽມຢາມຖາມຂ່າວ ຄູອາຈານ ແລະ ນັກຮຽນ. ເຖິງວ່າວັນເວລາໄດ້ຜ່ານໄປດົນແລ້ວກໍຕາມ, ແຕ່ສາຍສຳພັນຍັງຄືເກົ່າ. ເວົ້າສຳລັບທ່ານສີຈິ້ນຜິງແລ້ວ, ດິນຈີ່ດິນຂໍ ແລະ ຕົ້ນໄມ້ໃບຫຍ້າທຸກບ່ອນພາຍໃນໂຮງຮຽນລ້ວນແຕ່ມີຄວາມຊົງຈຳທີ່ອົບອຸ່ນ ແລະ ສະໜິດສະໜົມ.
ຄູອາຈານອາວຸໂສຫຼາຍທ່ານຂອງໂຮງຮຽນ “1 ສິງຫາ”ທີ່ໄດ້ອອກບຳນານແລ້ວຮູ້ສຶກຕື່ນເຕັ້ນຫຼາຍທີ່ໄດ້ພົບກັບທ່ານສີຈິ້ນຜິງຜູ້ເຊິ່ງເຄີຍເປັນນັກຮຽນທີ່ຕົນເຄີຍສອນມາໃນອະດີດ.
ທ່ານສີຈິ້ນຜິງເວົ້າວ່າ: “ເມື່ອເຫັນຄູທຸກທ່ານມີສຸຂະພາບແຂງແຮງດີ, ຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດ. ໃນເມື່ອກ່ອນ ຄູໄດ້ຕັ້ງມາດຕະຖານສູງຕໍ່ພວກຂ້າພະເຈົ້າ, ເມື່ອຫວນຄືນໃນອະດີດແລ້ວ, ຮູ້ສຶກວ່າໄດ້ຮັບຜົນປະໂຫຍດຈົນຮອດທຸກມື້ນີ້.”
ຄູຜູ້ໜຶ່ງເວົ້າດ້ວຍຄວາມຕື່ນເຕັ້ນວ່າວ່າ: “ທ່ານໄດ້ນຳເອົາຄວາມສຸກມາໃຫ້ປະຊາຊົນທັງຫຼາຍ.”
ທ່ານສີຈິ້ນຜິງຕອບວ່າ: “ແມ່ນຄູອາຈານໄດ້ບຳລຸງສ້າງພວກຂ້າພະເຈົ້າ.”
ໃນງານສົນທະນາ, ທ່ານເສີນຈຸ່ນ, ຜູ້ອຳນວຍການໂຮງຮຽນ “1 ສິງຫາ” ເວົ້າວ່າ: ຍິນດີຕ້ອນຮັບທ່ານຜູ້ນຳກັບຄືນສູ່ໂຮງຮຽນ. ທ່ານສີຈິ້ນຜິງເວົ້າວ່າ: “ເມື່ອກັບມາຮອດໂຮງຮຽນແລ້ວກໍບໍ່ມີຄຳວ່າ ຜູ້ນຳອີກແລ້ວ, ມີແຕ່ນັກຮຽນ.” ໃນຂະນະນັ້ນ, ການພົບປະມີສຽງຕົບມືດັງຂຶ້ນຢ່າງຄຶກຄື້ນ.
ໃນມື້ນັ້ນ, ທ່ານສີຈິ້ນຜິງໄດ້ພົບກັບຄູອາຈານຫຼາຍທ່ານທີ່ເຄີຍສອນຕົນເອງ ເຊັ່ນ: ທ່ານເສີນຈົ່ງຮານ ທ່ານນາງເສີນຊິ່ວຢິງ ແລະ ອື່ນໆ, ຄູຫຼາຍທ່ານມີອາຍຸຫຼາຍກວ່າ 70 ປີແລ້ວ, ແຕ່ເມື່ອຫວນຄືນເຖິງອະດີດ ຍັງມີຄວາມປະທັບໃຈຫຼາຍ.
ທ່ານນາງເສີນຊິ່ວຢິງເວົ້າວ່າ: “ໃນໂຮງຮຽນມັດທະຍົມຕົ້ນ, ຂ້າພະເຈົ້າເຄີຍເປັນຄູສອນພາສາຈີນໃຫ້ແກ່ທ່ານສີຈິ້ນຜິງ, ໃນຕອນນັ້ນຂ້າພະເຈົ້າຍັງເປັນຊາວໜຸ່ມຢູ່, ດຽວນີ້ມີຜົມກໍຫງອກແລ້ວ, ຮູບຮ່າງໜ້າຕາກໍປ່ຽນແປງໄປຕາມການເວລາ, ແຕ່ສາຍສຳພັນລະຫວ່າງຄູກັບນັກຮຽນບໍ່ເຄີຍປ່ຽນແປງແມ່ນແຕ່ໜ້ອຍດຽວ. ມື້ນີ້ໄດ້ຟັງຄວາມເວົ້າຂອງທ່ານເລຂາທິການໃຫຍ່ແລ້ວນ້ຳຕາເກືອບອອກ. ທ່ານເວົ້າວ່າ ມາຮອດໂຮງຮຽນຕົນແລ້ວກໍຮູ້ສຶກວ່າຍິ່ງຍັບເຂົ້າໃກ້ບ້ານເກີດກໍຍິ່ງມີຄວາມຕື່ນເຕັ້ນ. ຢູ່ນີ້ມີຮາກເຫງົ້າ ແລະ ສາຍສຳພັນຂອງທ່ານ.”
ໃນປີ 1960, ທ່ານນາງເສີນຊິ່ວຢິງຮຽນຈົບຈາກຄະນະອັກສອນສາດຂອງມະຫາວິທະຍາໄລສ້າງຄູປັກກິ່ງ, ແລະເຂົ້າເຮັດວຽກຢູ່ໂຮງຮຽນ “1 ສິງຫາ”ໃນພາກມັດທະຍົມ. ເດືອນກັນຍາປີ 1965, ທ່ານນາງເສີນຊິ່ວຢິງທີ່ເປັນຄູສອນພາສາຈີນຢູ່ຫ້ອງ ມ 1 / 4ໄດ້ຕ້ອນຮັບນັກຮຽນຊຸດໃໝ່, ໃນນັ້ນກໍມີທ່ານສີຈິ້ນຜິງ ອາຍຸ 12 ປີ.
ຢູ່ໃນຫ້ອງຮຽນນີ້, ທ່ານສີຈິ້ນຜິງມີອາຍຸນ້ອຍກວ່າໝູ່. ທ່ານນາງເສີນຊິ່ວຢິງສັງເກດເຫັນວ່າ, ນັກຮຽນຜູ້ນີ້ບໍ່ຄ່ອຍມັກຢອກຫຼິ້ນກັບໝູ່ຮ່ວມຮຽນໃນເວລາພັກຜ່ອນ, ລາວເປັນຄົນໜັກແໜ້ນ ແລະ ມີຄວາມເມດຕາ. ທັງເປັນຄົນດຸໝັ່ນຂະຫຍັນພຽນໃນເວລາຮຽນ, ໃນຍາມເລີກຮຽນມີອັນໃດບໍ່ເຂົ້າໃຈກໍມັກໄປຖາມຄູ.
ທ່ານນາງເສີນຊິວຢິງມັກສອນບົດກະວີຂອງຕູ້ຟູໃນໂມງຮຽນ, “ແມ່ນບົດກະວີທີ່ມີລັກສະນະເມດຕາກະລຸນາ ແລະເປັນຫ່ວງນຳປະຊາຊົນ.” ທ່ານນາງເສີນຊິວຢິງຍັງຈື່ວ່າ, ເມື່ອຄູອະທິບາຍບົດກະວີຂອງຕູ້ຟຸແລ້ວ, ຫຼັງຈາກເລີກຮຽນທ່ານສີຈິ້ນຜິງກໍໄປຖາມຄູ, ໂດຍເວົ້າວ່າຕົນມັກນັກກະວີຄົນນີ້ຫຼາຍ, ຍັງຫວັງຢາກອ່ານຜົນງານບົດກະວີຂອງຕູ້ຟູໃຫ້ຫຼາຍ.
ຫຼັງຈາກຮຽນຈົບຈາກໂຮງຮຽນ “1 ສິງຫາ”ແລ້ວ, ທ່ານສີຈິ້ນຜິງກໍໄດ້ເດີນທາງໄປລົງຮາກຖານຢູ່ບ້ານຫຼຽງເຈ່ຍເຫີນະຄອນຢຽນອ່ານແຂວງສ້ານຊີ່. ໃນຫຼາຍສິບປີຫຼັງຈາກນັ້ນ, ທ່ານສີຈິ້ນຜິງກໍຍັງໄດ້ເອົາໃຈໃສ່ໂຮງຮຽນ ແລະ ຄູອາຈານຂອງຕົນຕະຫຼອດມາ. ໃນໄລຍະທີ່ເຮັດວຽກຢູ່ຕ່າງຖິ່ນ, ທຸກເທື່ອທີ່ທ່ານກັບມາປັກກິ່ງ, ຈະຍາດເວລາໄປຢ້ຽມຢາມຄູອາຈານທີ່ເຄີຍສອນຕົນເອງ.
ປີ 1999, ທ່ານນາງເສີນຊິ່ວຢິງທີ່ອອກບຳນານແລ້ວໄດ້ລວບລວມນິທານເດັກທີ່ມີໜັງສືໜຶ່ງແສນກວ່າໂຕ. ທ່ານໄດ້ຝາກປື້ມໃໝ່ຂອງຕົນໃຫ້ແກ່ທ່ານສີຈິ້ນຜິງ. ຫຼັງຈາກນັ້ນບໍ່ດົນ, ທ່ານສີຈິ້ນຜິງທີ່ເປັນຮອງເລຂາຄະນະພັກທັງເປັນຮັກສາການເຈົ້າແຂວງແຂວງຟູຈ້ຽນໃນເວລານັ້ນໄດ້ສົ່ງຈົດໝາຍເຖິງຄູຄືນໂດຍຂຽນວ່າ: “ການເຄົາລົບຄູອາຈານແມ່ນມູນເຊື້ອອັນດີງາມຂອງປະຊາຊາດຈີນ, ທ່ານເຄີຍເປັນຄູຂອງຂ້າພະເຈົ້າ, ປະຈຸບັນຍັງເປັນຄູຂອງຂ້າພະເຈົ້າຄືເກົ່າ, ໃນອະນາຄົດຍັງຄົງເປັນຄູຂອງຂ້າພະເຈົ້າເຊັ່ນກັນ.” ເຊິ່ງວັນທີ່ຝາກຈົດໝາຍດັ່ງກ່າວແມ່ນວັນທີ 19 ພະຈິກ ປີ 1999, ແຕ່ຈົນຮອດປະຈຸບັນ ທ່ານນາງເສີນຊິ່ວຢິງຍັງສາມາດຈື່ຈຳເນື້ອໃນຂອງຈົດໝາຍດັ່ງກ່າວໄດ້.
ທ່ານເສີນຈົງຮານ, ເຄີຍເປັນຮອງຄູປະຈຳຫ້ອງຂອງທ່ານສີຈິ້ນຜິງໃນອະດີດ. ທ່ານໄດ້ຕີລາຄາທ່ານສີຈິ້ນຜິງວ່າ: “ຫຼາຍປີຜ່ານມານີ້, ບໍ່ວ່າທ່ານຈະຢູ່ໃນຕຳແໜ່ງໃດກໍຕາມ, ທ່ານໄດ້ຈື່ຈຳ ແລະ ໃຫ້ຄວາມສຳຄັນຕໍ່ຄູອາຈານພວກເຮົາທີ່ເຄີຍສອນເພິ່ນຕະຫຼອດມາ. ທ່ານເປັນຄົນທີ່ຮູ້ຈັກຕອບແທນບຸນຄຸນ ແລະ ມີຈິດໃຈຮັກແພງກັບທຸກຄົນ.”
ທ່ານເສີນຈົງຮານຫວນຄືນວ່າ: “ເທື່ອທຳອິດທີ່ທ່ານສີຈິ້ນຜິງມາຢາມເຮືອນຂ້າພະເຈົ້າ, ແມ່ນໄລຍະທີ່ທ່ານລົງຮາກຖານຢູ່ບ້ານຫຼຽງເຈ່ຍເຫີ,ຕອນນັ້ນຂ້າພະເຈົ້າອາໄສຢູ່ໃນເຮືອນແຖວ, ພວກເຮົາລົມເລື່ອງອະດີດ, ເລື່ອງຂອງບ້ານຫຼຽງເຈ່ຍເຫີ, ທັງໄດ້ລົມເຖິງປື້ມຫຼາຍເລື່ອງ. ຕໍ່ມາຂ້າພະເຈົ້າເຄີຍໄປຢາມທ່ານຢູ່ນະຄອນຟູໂຈ່ວ. ທ່ານບໍ່ເຄີຍຖືໂຕຈັກເທື່ອ, ເອີ້ນຂ້າພະເຈົ້າຄູເສີນຕະຫຼອດ. ຕອນທີ່ຄູປະຈຳຫ້ອງຂອງທ່ານເຈັບເປັນພາຍຫຼັງອອກບຳນານ, ທ່ານສີຈິ້ນຜິງກໍເຄີຍໄປຢາມເພິ່ນ.”
ປີ 2016, ໃນເວລາພົບກັບທ່ານສີຈິ້ນຜິງຢູ່ໂຮງຮຽນ “1 ສິງຫາ”, ມີເລື່ອງໜຶ່ງເຮັດໃຫ້ທ່ານເສີນຈົງຮານຮູ້ສຶກຕື້ນຕັນໃຈຫຼາຍ. “ມື້ນັ້ນພວກເຮົາພົບກັນ, ຂ້າພະເຈົ້າເວົ້າວ່າ, ຫວັງວ່າທ່ານຈະສາມາດປົກຄອງປະເທດໃຫ້ດີກວ່າເກົ່າ, ມີຄວາມຄືບໜ້າໃນທຸກດ້ານ. ທ່ານເວົ້າວ່າ, ຂອບໃຈຄຳສັ່ງສອນຂອງຄູ, ຂ້າພະເຈົ້າຈະຈື່ຈຳໄວ້ໃນໃຈຕະຫຼອດ. ເມື່ອໄດ້ຍິນຄຳວ່າ ຄຳສັ່ງສອນຂອງຄູແລ້ວ, ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫຼາຍ.”
ກ່ຽວກັບບົດບາດຂອງຄູອາຈານທີ່ມີຕໍ່ປະເທດ ແລະ ຊົນຊາດ, ທ່ານສີຈິ້ນຜິງເຄີຍກ່າວວ່າ: “ສໍຂາວ3ນິ້ວ, ໂຕະຄູ 3 ສອກໄດ້ພົວພັນເຖິງຊາຕາກຳຂອງປະເທດ; ຈິດໃຈທີ່ບໍລິສຸດ ແລະ ອຸທິດຕະຫຼອດຊີວິດຂອງຕົນເພື່ອພາລະກິດສ້າງຈິດວິນຍານຂອງຊົນຊາດ.” ຈາກໄວຮຽນຈົນຮອດການເປັນຜູ້ນຳສູງສຸດຂອງປະເທດຈີນ, ທ່ານສີຈິ້ນຜິງໄດ້ນຳໜ້າເປັນແບບຢ່າງໃນການເຄົາລົບຄູອາຈານ, ກາຍເປັນກຳລັງທີ່ອົບອຸ່ນໃນການຊຸກຍູ້ພາລະກິດການສຶກສາຂອງຈີນໃຫ້ບຸກບືນກ້າວໄປໜ້າ, ພ້ອມກັນນັ້ນກໍຍັງເປັນແຮງບັນດານໃຈໃຫ້ນັກຮຽນນັກສຶກສານັບເປັນຮ້ອຍລ້ານຄົນບຸກບືນສູ້ຊົນເພື່ອຕອບແທນບຸນຄຸນຂອງຊາດ.
ຄຳເຫັນ
0