尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ການ​ຍຶດ​ຄອງ Tik Tok ​ຢ່າງຮອບ​ດ້ານ​ແມ່ນ​ຈຸດ​ປະ​ສົງ​ທີ່​ແທ້​ຈິງຂອງ​ອາ​ເມ​ຣິ​ກາ

2020-09-30 17:16:07 cri

ຈີນ​ກ່າວ​ວ່າ: ການ​ຍຶດ​ຄອງ Tik Tok ​ຢ່າງຮອບ​ດ້ານ​ແມ່ນ​ຈຸດ​ປະ​ສົງ​ທີ່​ແທ້​ຈິງຂອງ​ອາ​ເມ​ຣິ​ກາ_fororder_838ba61ea8d3fd1fde7377c2eba87c1894ca5f3a

ວັນ​ທີ 27 ກັນ​ຍາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ສານ​ຂອງເຂດ​ພິ​ເສດ​ໂກ​ລົມເບຍຂອງ​ອາ​ເມ​ຣິ​ກາ​ໄດ້​ຕັດ​ສິນ​ໃຫ້​ຢຸດ​ຕິ​​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ກ່ຽວ​ກັບ​​ການ​ໃຫ້​ຢຸດ​ຕິ​ການ​ດາວ​ໂລດAPP Tik Tokຢູ່​ເພ​ລ​ສະ​ຕໍຂອງ​ອາ​ເມ​ຣິ​ກາ. ໃນ​ງານ​ຟັງ​ຄຳ​ໃຫ້​ການ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ກັນ​ຍາ​ນີ້, ທ່ານ ຈອນ​ຮອນ ທະ​ນາຍ​ຄວາມຂອງ Tik Tok ກ່າວ​ວ່າ: Tik Tok ມີ​​ຜູ້​ຊົມ​ຊາວ​ເນັດ​ປະ​ມານ 100 ລ້ານ​ຄົນ​ຢູ່​ອາ​ເມ​ຣິ​ກາ, ການ​ຢຸດ​ຕິ​ການ​ໃຊ້ Tik Tok ກໍ​ເທົ່າ​ກັບ​ວ່າ​ໄດ້​ລ່ວງ​ລະ​ເມີດ​ສິດ​ເສ​ລີ​ພາບ​ໃນ​ການປາກ​ເວົ້າ​ຂອງ​ປະ​ຊາ​ຊົນ.
ຈີນ​ກ່າວ​ວ່າ: ການ​ຍຶດ​ຄອງ Tik Tok ​ຢ່າງຮອບ​ດ້ານ​ແມ່ນ​ຈຸດ​ປະ​ສົງ​ທີ່​ແທ້​ຈິງຂອງ​ອາ​ເມ​ຣິ​ກາ_fororder_1000 (1)

ກ່ຽວ​ກັບ​​ຂໍ້​ອ້າງ​ທີ່​ວ່າ​ຫ້າມ​ດາວ​ໂລດAPP Tik Tok ​ເພື່ອ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ກະ​ຊວງ​ຍຸ​ດ​ຕິ​ທຳ​ອາ​ເມ​ຣິ​ກາ, ທ່ານ ຈອນ​ຮອນ ຕອບ​ໂຕ້​ວ່າ: ຄຳ​ສັ່ງ​ເກືອດ​ຫ້າມ​ດັ່ງ​ກ່າວ​ເປັນ​ການ​ຕິດ​ຕາມຄວບ​ຄຸມ​ທີ່​ບໍ່​ຖືກ​ຕ້ອງ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ສ່ວນ​ບຸກ​ຄົນ​ທາງ​ດ້ານ​ໂທ​ລະ​ຄົມ, ຫາກ​ບໍ່​ແມ່​ນ​ໄດ້​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢ່າງ​ແທ້​ຈິງ​ແຕ່​ຢ່າງ​ໃດ,ກົງ​ກັນ​ຂ້າມ​ພັດໄດ້​ພິ​ຈາ​ລະ​ນາ​ເຖິງ​ຜົນ​ປະ​ໂຫຍດ​ທາງ​ການ​ເມືອງ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້. ກ່ອນ​ໜ້າ​ນີ້, ໜັງ​ສື​ພິມ​ນິວຢອກ​ທາມ​ສ໌​ຂອງ​ອາ​ເມ​ຣິ​ກາ​ກໍ​ໄດ້​ລາຍ​ງານ​ວ່າ: ອົງ​ການ​ຂ່າວ​ລັບ​ສູນ​ກາງ​ອາ​ເມ​ຣິ​ກາ​ຫຼື CIA ໄດ້​ປະ​ເມີນ​ຜົນ​ໂດຍ​ເຫັນ​ວ່າ: ບໍ່​ໄດ້​ມີ​ຫຼັກ​ຖານ​ອ້າງ​ອີງ​​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ:​ລັດ​ຖະ​ບານ​ຈີນ​ໄດ້​ເກັບ​ກຳ​ຂໍ້​ມູນ​ຂອງຊາວ​ເນັດ​ຜູ້​ເຂົ້າ​ຊົມ Tik Tok.

ຈີນ​ກ່າວ​ວ່າ: ການ​ຍຶດ​ຄອງ Tik Tok ​ຢ່າງຮອບ​ດ້ານ​ແມ່ນ​ຈຸດ​ປະ​ສົງ​ທີ່​ແທ້​ຈິງຂອງ​ອາ​ເມ​ຣິ​ກາ_fororder_1000

ໃນ​ໄລ​ຍະ​ມໍ່​ໆ​ມາ​ນີ້, ອາ​ເມ​ຣິ​ກາ​ໄດ້​ສ້າງ​ຄວາມ​ກົດ​ດັນ​ຢ່າງ​ຮ້າຍ​ແຮງ​ໃຫ້​ກັບ Tik Tok ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ທຳ​ລາຍ​ຄວາມ​ໝັ້ນ​ໃຈ​ຂອງ ​Tik Tok ເປັນ​ກ້າວໆ,ເພື່ອ​ໃຫ້ Tik Tok ​ລົດ​ລາ​ວາ​ສອກ. ຂະ​ນະ​ດຽວ​ກັນ​,ຄຽງ​ຄູ່​ກັບ​ການ​ເປີດ​ເຜີຍ​ຂໍ້​ມູນ​ຂອງ​ບັນ​ດາ​ຝ່າຍ, ອາ​ເມ​ຣິ​ກາ​ກໍ​ໄດ້​ເຜີຍ​ແບ​ຈຸດ​ປະ​ສົງ​​ທີ່​ແທ້​ຈິງຂອງ​ຕົນ​ເພື່ອ​ເຂົ້າ​ຍຶດ​ຄອງ​ Tik Tok ​ຢ່າງຮອບ​ດ້ານ​ເຊິ່ງ​ລວມ​ທັງເຕັກ​ນິກ​ທີ່​ກ່ຽວ​ຂ້ອງ​ຂອງ Tik Tok. ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ເຄີຍ​ໄດ້​ກ່າວ​ວ່າ: ອາ​ເມ​ຣິ​ກາມີ​ຄຳ​ສັ່ງ​ເກືອດ​ຫ້າມ​ທາງ​ການ​ຄ້າ​ທີ່​ກ່ຽວ​ຂ້ອງ​ກັບ​ແອັບ WeChat  ແລະ Tik Tok ໃນ​ຂໍ້​ຫາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ ເປັນ​ການ​ທຳ​ລາຍ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່ເປັນ​ທຳ​ແລະ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງ​ຢ່າງ​ໜັກ​ໜ່ວງ. ຖ້າ​ອາ​ເມ​ຣິ​ກາ​ປະ​ຕິ​ບັດ​ຕາມ​ໃຈ​​ຄື​ແບບ​ນີ້, ຈີນ​ຈະ​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ​ເພື່ອ​ປົກ​ປັກ​ຮັກ​ສາ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງວິ​ສາ​ຫະ​ກິດ​ຈີນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ.

ຈີນ​ກ່າວ​ວ່າ: ການ​ຍຶດ​ຄອງ Tik Tok ​ຢ່າງຮອບ​ດ້ານ​ແມ່ນ​ຈຸດ​ປະ​ສົງ​ທີ່​ແທ້​ຈິງຂອງ​ອາ​ເມ​ຣິ​ກາ_fororder_1000 (2)

ຄຳ​ເຫັນ

0