ປີ 1988, ທ່ານສີຈິ້ນຜິງໄດ້ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີແຂວງຟູຈ້ຽນ
ປີ 1988, ທ່ານສີຈິ້ນຜິງໄດ້ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີແຂວງຟູຈ້ຽນ. ນິງເຕີເປັນໜຶ່ງໃນເຂດທຸກຍາກທີ່ຕິດຈອດກັນເປັນບໍລິເວນກວ້າງໃນຈຳນວນ 18 ແຫ່ງຂອງຈີນ. ທ່ານສີຈິ້ນຜິງເວົ້າວ່າ: ນິງເຕີເປັນສະຖານທີ່ຫ່າງໄກສອກຫຼີທີ່ສຸດຂອງແຂວງຟູຈ້ຽນ. ເພື່ອໄປໃຫ້ເຖິງທຸກບ້ານຊົນນະບົດໃນເຂດໜິງເຕີ, ທ່ານໄດ້ຂີ່ລົດຈິບຫຼາຍມື້ໄປ ຕາມເສັ້ນທາງທຸລະກັນດານ.ການເດີນທາງລັກສະນະນີ້ເກີດຂຶ້ນເລື້ອຍໆຄື,ເມື່ອຍຈົນຢຽດແອວຊື່ບໍ່ໄດ້, ບາງເທື່ອເຈັບແອວຫຼາຍຈົນວ່າລົງລົດທັນທີບໍ່ໄດ້. ຢູ່ເຂດພູດອຍທີ່ຫ່າງໄກສອກຫຼີກແລະບໍ່ມີທາງຫຼວງໄປເຖິງນັ້ນ, ເພື່ອເຂົ້າເຖິງບ້ານ,ທ່ານກໍຕ້ອງຍ່າງໄປຕາມທາງຍ່າງເທິງໜ່ວຍພູທີ່ອັນຕະລາຍຍ້ອນທາງຍ່າງເຕັມໄປດ້ວຍຂີ້ຕົມມື່ນຫຼາຍ. ໃນນັ້ນ,ມີຕາແສງແຫ່ງໜຶ່ງທີ່ຊື່ວ່າ ຕາແສງເຊ້ຍຕາງ.
ພາຍຫຼັງໄດ້ດຳລົງຕຳແໜ່ງເປັນຜູ້ນຳສູງສຸດຂອງປະເທດແລ້ວ, ໃນໂອກາດສຳຄັນຕ່າງໆ, ທ່ານສີຈິ້ນຜິງຍັງໄດ້ຫວນຄືນເຖິງເລື່ອງລາວໃນອະດີດກ່ຽວກັບຕາແສງເຊ້ຍຕາງໃນວັນເວລາທີ່ທຸກຍາກລຳບາກທີ່ສຸດແລະລືມຍາກທີ່ສຸດ. ທ່ານເຄີຍກ່າວວ່າ: ສະຖານທີ່ແຫ່ງນັ້ນ, ຂໍພຽງແຕ່ມີຄົນໄປຮອດເທື່ອດຽວ, ຊາວບ້ານຢູ່ຫັ້ນກໍຈະຈື່ຈຳເຈົ້ານານແສນນານເປັນຫຼາຍເຊັ່ນຄົນ. ແມ່ນແທ້, ຈົນມາເຖິງປັດຈຸບັນ, ພີ່ນ້ອງປະຊາຊົນທ້ອງຖິ່ນນັ້ນຍັງເວົ້າເຖິງເລື້ອຍໆວ່າ: ຕອນນັ້ນ ທ່ານສີຈິ້ນຜິງເຄີຍໄປເຖິງຕາແສງເຊ້ຍຕາງ.
ຕາແສງເຊ້ຍຕາງເມືອງໂຊ້ນິງເປັນຕາແສງເຂດພູດອຍທີ່ຫ່າງໄກສອກຫຼີກທີ່ສຸດຂອງເຂດນິງເຕີ. ຈົນມາເຖິງຊຸມປີ 1980, ເຊ້ຍຕາງຍັງຄົງເປັນ “ຕາແສງ 5 ບໍ່ມີ”ພຽງແຫ່ງດຽວຂອງແຂວງຟູຈ້ຽນ, ຄຳວ່າ “5 ບໍ່ມີ”ກໍໝາຍເຖິງ ບໍ່ມີທາງຫຼວງ, ບໍ່ມີນ້ຳປະປາ, ບໍ່ມີໄຟຟ້າໃຕ້ຢູ່ໃນເຮືອນ, ບໍ່ມີລາຍຮັບດ້ານການເງິນ,ບໍ່ມີສຳນັກງານເຮັດວຽກຂອງອົງການປົກຄອງ. ເນື່ອງຈາກທາງຍ່າງເທິງໜ່ວຍພູທຸລະກັນດານຫຼາຍ, ພໍ່ຄ້າຊາວຂາຍທັງຫຼາຍໃຜໆກໍບໍ່ກ້ານຳເອົາສິນຄ້າປະເພດຂອງແຫຼວໄປຂາຍ, ຍ້ອນຢ້ານວ່າສິນຄ້າຈະຕົກແຕກໂດຍບັງເອີນ ກໍຈະຂາດທຶນ. ຈົນເຮັດໃຫ້ຊາວທ້ອງຖິ່ນຈຳນວນຫຼາຍ ບໍ່ເຄີຍເຫັນຮອດນ້ຳສະອິວວ່າເປັນແບບໃດ. ພໍ່ແມ່ປະຊາຊົນບໍ່ເຄີຍເບິ່ງຮູບເງົາຈັກເທື່ອ, ໜ່ວຍສາຍຮູບເງົາຂອງຕາແສງໄດ້ລົງໄປສາຍຮູບເງົາເລື່ອງຍຸກສົງຄາມໃນບ້ານ, ຫຼັງຮູບເງົາຈົບລົງແລ້ວ, ພວກເດັກນ້ອຍກໍພາກັນແລ່ນໄປຫຼັງຜ້າສາກ ຮູບເງົາເພື່ອ ເກັບກະສອບລູກປືນທີ່ຍິງຕໍ່ສູ້ກັນ ໃນຮູບເງົາ… ຄວາມທຸກຍາກຂອງຕາແສງເຊ້ຍຕາງແມ່ນເຮັດໃຫ້ຄົນຈິນຕະນາການໄດ້ຍາກ.
ເພື່ອຊອກຮູ້ສະພາບການຂອງຕາແສງເຊ້ຍຕາງ, ທ່ານສີຈິ້ນຜິງໄດ້ເວົ້າກັບພະນັກງານຕາແສງວ່າ ຕ້ອງໄປຕາແສງເຊ້ຍຕາງໃຫ້ໄດ້ຈັກຄັ້ງໜຶ່ງ.
ວັນທີ 19 ກໍລະກົດປີ 1989, ທ່ານສີຈິ້ນຜິງໄດ້ນຳພາການນຳພາກສ່ວນທີ່ກ່ຽວຂ້ອງຂອງອົງການປົກຄອງເຂດນິງເຕີແລະເມືອງໂຊ້ນິງປະມານ 30 ກວ່າຄົນຂີ່ລົດເມຂະໜາດກາງອອກຈາກສຳນັກງານປົກຄອງເມືອງເດີນທາງໄປເຖິງບ້ານຊ້າງຜິງເຟີ່ງຕາແສງຜິງຊີ່ ຈາກນັ້ນໄປກໍບໍ່ມີທາງຫຼວງໄປເຖິງເຂດນັ້ນອີກແລ້ວ,ຄົນທັງຫຼາຍຈຳຕ້ອງລົງລົດຍ່າງເອົາ.
ເລຂາຄະນະພັກຕາແສງເຊ້ຍຕາງຈັບພ້າຕັດຫຍ້າໜາມຮົກເຮື້ອຖາງທາງຍ່າງນຳໜ້າ, ທ່ານສີຈິ້ນຜິງພ້ອມພະນັກງານຄົນອື່ນໆກໍຈັບໄມ້ໄຜ່ຄົນລະລຳຍ່າງຕາມແຄມນ້ຳ, ຕາມໄລຍະທາງ, ເຂົາເຈົ້າໄດ້ຍ່າງບຸປ່າຫຍ້າໜາມ,ຂຶ້ນພູລົງຫ້ວຍແບບນີ້ໄປຕະຫຼອດທາງ.
ເນື່ອງຈາກເປັນສະຖານທີ່ຫ່າງໄກສອກຫຼີກ, ການເດີນທາງຫຍຸ້ງຍາກລຳບາກທີ່ສຸດ,ພະນັກງານການນຳຂັ້ນເທິງໜ້ອຍຄົນທີ່ສຸດທີ່ຈະລົງໄປເຖິງຕາແສງເຊ້ຍຕາງ, ສ່ວນທ່ານສີຈິ້ນຜິງເປັນເລຂາຄະນະພັກເຂດນິງເຕີຜູ້ທຳອິດທີ່ເດີນທາງໄປເຖິງຕາແສງແຫ່ງນັ້ນ. ຕະຫຼອດໄລຍະການເດີນທາງໄປເຄື່ອນໄຫວວຽກງານຢູ່ບ້ານຕ່າງໆ, ທ່ານສີຈິ້ນຜິງໄດ້ຖືກຕ້ອນຮັບຢ່າງອົບອຸ່ນທີ່ສຸດ, ພີ່ນ້ອງປະຊາຊົນໃນຕາແສງພາກັນເວົ້າວ່າ ທ່ານເປັນພະນັກງານການນຳຂັ້ນສູງສຸດທີ່ເຄີຍໄປຢ້ຽມຢາມທ້ອງຖິ່ນນີ້. ຊາວບ້ານທັງຫຼາຍພາກັນຫາບນ້ຳຕົ້ມຢາພື້ນເມືອງເຢັນໃສ່ຄຸ,ຍັງມີນ້ຳ ຖົ່ວຂຽວອີກຕື່ມນຳມາ, ມອບໃຫ້ພະນັກງານການນຳທັງຫຼາຍທັງບອກວ່າ “ເຊີນດື່ມເດເດີ້,ພວກທ່ານເດີນທາງຍາວໄກລຳລາກຫຼາຍ! ”
ໃນຄວາມເປັນຈິງແລ້ວ, ສິ່ງທີ່ຫຍຸ້ງຍາກລຳບາກນັ້ນບໍ່ສະເພາະແຕ່ເສັ້ນທາງ ໄປຫາຕາແສງເຊ້ຍຕາງເທົ່ານັ້ນ, ສະພາບແວດລ້ອມການເຮັດວຽກງານກໍລຳບາກເຊັ່ນກັນ. ຄະນະພັກຕາແສງເຊ້ຍຕາງຈົນບໍ່ມີຮອດສະຖານທີ່ເຮັດວຽກ ແລະກໍບໍ່ມີຫ້ອງພັກຜ່ອນເລີຍ.
ຢູ່ແຂວງຟູຈ້ຽນມີຂົວແບບໜຶ່ງເອີ້ນວ່າ ຂົວທີ່ມີຫຼັງຄາ, ກິດຈະກຳສ່ວນຫຼາຍແມ່ນຈັດຂຶ້ນຢູ່ເທິງຂົວ, ປ້າຍຊື່ບັນພະບຸລຸດກໍໄດ້ຕັ້ງໄວ້ຢູ່ເທິງຂົວເພື່ອໃຫ້ຄົນລຸ້ນຫຼັງກາບໄຫວ້ບູຊາ. ຂົວທີ່ມີຫຼັງຄາຂອງຕາແສງເຊ້ຍຕາງຊື່ວ່າ ຂົວຫຼວນເຟີ່ງ.ສຳນັກງານຊົ່ວຄາວຂອງຄະນະພັກແລະອົງການປົກຄອງຕາແສງເຊ້ຍຕາງກໍຕັ້ງຢູ່ບ່ອນດຽວກັນກັບຫໍໄຫວ້ຫວາງຊື້ ທີ່ຢູ່ຂ້າງຂົວຫຼວນເຟີ່ງ. ກ່ອນທີ່ທ່ານສີຈິ້ນຜິງຈະໄປເຖິງ, ຊາວບ້ານທັງຫຼາຍພາກັນເອົາຕັ່ງເທີ້ງ, ຕັ່ງອີ່,ໂຕະໃນເຮືອນຕົນໄປວາງຢູ່ເທິງຂົວຫຼວນເຟີ່ງ ແລ້ວຫາແນວກັ້ນມາບັງຢູ່ທາງກາງແບບລຽບງ່າຍເພື່ອແບ່ງເບື້ອງໜຶ່ງເປັນເຂດປະຊຸມ, ອີກເບື້ອງໜຶ່ງເປັນເຂດພັກຜ່ອນ.
ພະນັກງານຕາແສງໄດ້ຫວນຄືນເຖິງສະພາບໃນອະດີດວ່າ: “ຢູ່ບ່ອນຫ່າງໄກສອກຫຼີກຄືຕາແສງພວກເຮົາແຫ່ງນີ້, ໜ້ອຍທີ່ສຸດຈະເຫັນການນຳຂັ້ນສູງມາເຖິງ, ຄົນທັງຫຼາຍຄິດວ່າເພິ່ນໜ້າຈະພິຖີພິຖັນຫຼາຍ, ແຕ່ບໍ່ນຶກເລີຍວ່າ ເພິ່ນບໍ່ໄດ້ຖືໂຕແມ່ນແຕ່ໜ້ອຍດຽວ.ເພິ່ນໄດ້ນຸ່ງເສື້ອເຊີດສີຂາວ, ລຽບງ່າຍທີ່ສຸດ, ອາຫານທ່ຽງແມ່ນອາຫານພື້ນບ້ານຄື ຜັກສົດ,ໜໍ່ໄມ້ໄຜ່,ຫອຍນາ , ແຕ່ທ່ານກໍກິນແບບແຊບຊ້ອຍ. ”
ການສຳຫຼວດຄົ້ນຄວ້າວຽກງານໃນມື້ນັ້ນໄດ້ດຳເນີນໄປຈົນຮອດບ່າຍ 3 ໂມງ, ທ່ານສີຈິ້ນຜິງພ້ອມຄະນະຈຶ່ງໄດ້ອຳລາຈາກຕາແສງເຊ້ຍຕາງ,ແລ້ວພາກັນຍ່າງກັບອີກ 10 ກວ່າກິໂລແມັດ, ຈິ່ງກັບຄືນເຖິງບ້ານຊ້າງຜິງເຟີ່ງບ່ອນທີ່ຈອດລົດໄວ້ກ່ອນໜ້ານັ້ນ.
ທ່ານຫຼຽນເຕີເຢີນ ຮອງເຈົ້າຄອງເມືອງຜູ້ປະຈຳການຂອງ ເມືອງໂຊ້ນິງໃນເວລານັ້ນໄດ້ຂຽນບົດບັນທຶກປະຈຳວັນກ່ຽວກັບເລື່ອງການເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຄັ້ງນີ້ວ່າ: “ມື້ນີ້, ຂີ່ລົດ 5 ຊົ່ວໂມງ, ເດີນທາງດ້ວຍການຍ່າງ 4 ຊົ່ວໂມງເຄິ່ງ, ຈັດກອງປະຊຸມສຳມະນາແລະຢ້ຽມຢາມຜູ້ທຸກຍາກ 2 ຊົ່ວໂມງ, ການເດີນທາງໃຊ້ເວລາໝົດມື້,ເຫື່ອໄຫຼອາບຕົນໂຕຈົນປຽກໝົດ,ຄວາມລຳບາກຫາອັນປຽບບໍ່ໄດ້ເລີຍ…ເມື່ອຮອດຫໍພັກຂອງເມືອງແລ້ວ, ພະນັກງານຫຼາຍທ່ານຈິ່ງພົບວ່າ ພື້ນຕີນແລະນີ້ວຕີນຍ່າງຫຼາຍໂພດຈົນໂພງ”.
ຫຼັງຈາກການສຳຫຼວດຄົ້ນຄວ້າວຽກງານເທື່ອນັ້ນແລ້ວ, ທ່ານສີຈິ້ນຜິງໄດ້ໄປຕາແສງເຊ້ຍຕາງອີກສອງເທື່ອຄື ໃນວັນທີ 26 ກໍລະກົດປີ 1989 ແລະວັນທີ 7 ສິງຫາປີ 1996 ເພື່ອປະສານງານໃນການແກ້ໄຂບັນຫາຫຍຸ້ງຍາກໃນການສ້າງສາພັດທະນາຕາແສງເຊ້ຍຕາງ.
ສຳລັບອະນາຄົດຂອງຕາແສງເຊ້ຍຕັງ, ທ່ານສີຈິ້ນຜິງໄດ້ໃຫ້ທິດຊີ້ນຳຢ່າງໜັກແໜ້ນດ້ວຍຄວາມເອົາໃຈໃສ່ວ່າ: “ການພັດທະນາຂອງເຊ້ຍຕາງ,ຕົ້ນຕໍແມ່ນຕ້ອງສຸມໃສ່ການປະຕິບັດງານຕົວຈິງ,ແຕ່ບໍ່ແມ່ນເວົ້າແຕ່ປາກລ້າໆ.”ທ່ານຮຽກຮ້ອງໃຫ້ພະນັກງານການນຳທັງຫຼາຍຕ້ອງປ່ຽນແປງທັດສະນະ, ເປີດກວ້າງແນວຄິດ, ຄົ້ນຄວ້າເສັ້ນທາງພັດທະນາໃຫ້ຈະແຈ້ງຕື່ມອີກ, ປະຕິບັດງານຢ່າງໜັກແໜ້ນກວ່າເກົ່າ. ຕ້ອງຖືເອົາບ້ານໃດໜຶ່ງ,ຄອບຄົວໃດໜຶ່ງແລະຄົນໃດໜຶ່ງເປັນເປົ້າໝາຍເພື່ອຄົ້ນຫາວິທີແກ້ໄຂບັນຫາ, ດຳເນີນໄປເທື່ອລະໂຄງການ, ຈິ່ງຈະສາມາດພັດທະນາໃຫ້ກ້າວຂຶ້ນສູ່ລະດັບໃໝ່ໄດ້ຢ່າງແທ້ຈິງ.
ເມື່ອໄດ້ສູ້ຊົນຢ່າງຕໍ່ເນື່ອງມາເປັນຫຼາຍສິບປີ, ພາຍໃຕ້ສະພາບການລວມທີ່ປະຊາຊົນທົ່ວທັງຊາດສູ້ຊົນຜ່ານຜ່າເພື່ອຍາດເອົາໄຊຊະນະໃນບັ້ນຮົບລຶບລ້າງຄວາມທຸກຍາກໃນຂັ້ນສຸດທ້າຍນັ້ນ, ຕາແສງເຊ້ຍຕາງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ, ເຖິງຈະເປັນໄຊຊະນະນ້ອຍໆເທົ່ານັ້ນກໍຕາມ, ແຕ່ພັດພົບເຫັນກົນແຈສຳຄັນໃນການຫຼຸດພົ້ນອອກຈາກຄວາມທຸກຍາກ, ເຊິ່ງໄດ້ເປີດອະນາຄົດອັນສົດໃສຂອງຈີນຈາກການລຶບລ້າງຄວາມທຸກຍາກກ້າວໄປສູ່ການສ້າງສາພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ.
ຄຳເຫັນ
0