ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ບ້ານຊິງກ້າງປ້າ ເມືອງຊືນານແຂວງກຸ້ຍໂຈ່ວ ສປ ຈີນ ຕັ້ງຢູ່ສ່ວນເລິກຂອງເຂດພູອູຫຼິງ, ໃນແຕ່ກ່ອນ,ບ້ານນີ້ມີຄວາມຫຼ້າຫຼັງທີ່ສຸດເນື່ອງຈາກຄົມມະນາຄົມບໍ່ສະດວກ, ເງື່ອນໄຂທຳມະຊາດບໍ່ເອື້ອອຳນວຍ. ໃນຊຸມປີຜ່ານມາ, ບ້ານຊິງກ້າງປ້າໄດ້ດຳເນີນການປັບປຸງໂຄງສ້າງອຸດສາຫະກຳ ໂດຍໄດ້ປູກພືດເສດຖະກິດເຊັ່ນ ຫົວຜັກທຽມ, ໝາກເຜັດ,ຕົ້ນໄມ້ກິນໝາກແລະອື່ນໆເປັນເນື້ອທີ່ກວ້າງຂວາງ, ລ້ຽງງົວຢ່າງຫຼວງຫຼາຍ, ທັງໄດ້ສ້າງວິສາຫະກິດເສດຖະກິດລວມໝູ່ຂອງບ້ານ 6 ແຫ່ງເຊັ່ນ ສະຫະກອນວິຊາການປູກຝັງແລະລ້ຽງສັດ, ໂຮງງານປຸງແຕ່ງອາຫານ, ລີສອດປ່າໄມ້ ເປັນຕົ້ນ. ຊາວບ້ານສາມາດເຮັດວຽກໃນວິສາຫະກິດລວມໝູ່ຂອງບ້ານໂດຍບໍ່ຈຳເປັນຕ້ອງເດີນທາງໄກໄປຊອກວຽກເຮັດຢູ່ຕ່າງຖິ່ນ. ປັດຈຸບັນ, ຊາວກະສິກອນຂອງບ້ານຊິງກ້າງປ້າມີລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີເຖິງ 15.000 ຢວນ, ລາຍໄດ້ເສດຖະກິດລວມໝູ່ບັນລຸຫຼາຍກວ່າ 6 ລ້ານຢວນຕໍ່ປີ. ບ້ານຊິງກ້າງປ້າໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ຈົນກາຍເປັນການ “ບ້ານອີ່ມໜຳສຳລານ” ທີ່ຮັ່ງມີສວຍງາມ.
ຄຳເຫັນ
0