何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້​ນ​ຜິງ​ກ່າວ​ວ່າ:ພວກ​ເຮົາ​ຕ້ອງຍ້ອງ​ຍໍ​ຊົມ​ເຊີຍເພດ​ຍິງ​ຈຳ​ນວນຫຼວງຫຼາຍ​ທີ່ປະ​ກອບ​ສ່ວນ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ປ້ອງ​ກັນ ແລະ ກອບ​ກູ້​ຊີ​ວິດ

2020-10-02 17:40:12 CRI

ວັນ​ທີ 1 ຕຸ​ລາ​ປີ 2020, ທ່ານ​ສີ​ຈິ້​ນ​ຜິງ ປ​ະ​ທານ​ປະ​ເທດ​ຈີນໄດ້​ປະ​ກອບ​ຄຳ​ເຫັນ​ທີ່​ສຳ​ຄັນ ໃນ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ລະ​ນຶກກອງ​ປະ​ຊຸມ​ໃຫຍ່​ແມ່​ຍິງ​ໂລກ​ທີ່​ປັກ​ກິ່ງ​ຄົບ​ຮອບ 25 ປີ​ໂດຍ​ຜ່ານ​ທາງວີ​ດີ​ໂອ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ພວກ​ເຮົາ​ພວມ​ຕໍ່​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ເພດ​ຍິງ​ທີ່​ເຮັດ​ວຽກ​ໜ້າ​ທີ່​ເປັນພະ​ນັກ​ງານ​ການ​ແພດ ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ພະ​ຍາດ ພະ​ນັກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ນິກ ຜູ້​ເຮັດ​ວຽກ​ເຂດ​ຊຸມ​ຊົນ ແລະ​ອາ​ສາ​ສະ​ໝັກ ແລະ​ຂະ​ແໜງ​ການ​ອື່ນໆ​ຈຳ​ນວນຫຼວງຫຼາຍ​ບໍ່​ຢ້ານ​ກົວ​ຕໍ່​ໄພ​ອັນ​ຕະ​ລາຍ, ສູ້​ຊົນ​ທັງ​ເວັນ ​ທັງ ຄືນ,ເຝົ້າ​ຮັກ​ສາ​​ປະ​ຕິ​ບັດ​ໜ້າ​ທີ່ຢູ່​ແນວ​ໜ້າ​ຂອງ​ການ​​ປົກປ້ອງ ແລະ​ຄວບ​ຄຸມ​ພະ​ຍາດ, ປະ​ກອບ​ສ່ວນ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ປ້ອງ​ກັນ ແລະ ກອບ​ກູ້​ຊີ​ວິດ​ດ້ວຍ​ຄວາມ​ດຸ​ໝັ່ນ ແລະ ສະ​ຕິ​ປັນ​ຍາ​ຂອງ​ຕົນ. ພວກ​ເຮົາ​ຕ້ອງຍ້ອງ​ຍໍ​ຊົມ​ເຊີຍ​ພວກ​​ເຂົາເຈົ້າ.

 

 

ຄຳ​ເຫັນ

0