何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້​ນ​ຜິງ ແລະ ປະ​ທາ​ນາ​ທິ​ບໍ​ດີ​ສິງ​ກະ​ໂປ​ສົ່ງ​ສານ​ຊົມ​ເຊີ​ຍ​ເຊິ່ງ​ກັນ​ແລະ​ກັນ​ເພື່ອ​ສະ​ເຫຼີມ​ສະຫຼອງ​ຈີນ ແລະ ສິງ​ກະ​ໂປ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 30 ປີ

2020-10-03 10:45:50 CRI

ວັນ​ທີ 3 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ ທ່ານນາງ​ຮາ​ລີ​ມາ ຈາ​ກອບ ປະ​ທາ​ນາ​ທິ​ບໍ​ດີ​ສິງ​ກະ​ໂປ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຊິ່ງ​ກັນ​ແລະ​ກັນ​ເພື່ອ​ສະ​ເຫຼີມ​ສະຫຼອງຈີນ ແລະ ສິງ​ກະ​ໂປ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 30 ປີ.

 

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເນັ້ນ​ໃນ​ສານ​ຊົມ​ເຊີຍ​ວ່າ, ໃນ 30 ປີ​ຜ່ານ​ມາ, ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ສະ​ຖາ​ນະ​ການ​ສາ​ກົນ, ຈີນ ແລະ ສິງ​ກະ​ໂປ​ໄດ້​ເຂົ້າ​ໃຈ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ, ຊຸກ​ຍູ້ໃຫ້​ການ​ພົວ​ພັນ​ສອງ​ຝ່າຍ​ກ້າວ​ໄປ​ໜ້າ​ພ້ອມ​ກັບ​ຍຸກ​ສະ​ໄໝ. ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ໄດ້​ກວ້າງ​ຂວາງກວ່າ​ຂອບ​ເຂດ​ສອງ​ຝ່າຍ, ໄດ້​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ແບບ​ຢ່າງ​ທີ່​ດີ​ໃນ​ພາກ​ພື້ນ ແລະ ສາ​ກົນ.

 

ທ່ານ​ສີ​ຈິ້​ນ​ຜິງ​ຊີ້​ອອກວ່າ, ຈີນ​ຍິນ​ດີ​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ສິງ​ກະ​ໂປ, ສືບ​ຕໍ່​ຖື​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ດ້ວຍ​ຄຸນ​ນະ​ພາບ​ສູງຮ່ວມ​ກັນ​ເປັນ​ຫຼັກ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈງ​ໃນ​ຂົງ​ເຂດ​ຕ່າງໆ, ຮ່ວມ​ກັນ​ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ ແລະ ການ​ຄ້າ​ເສ​ລີ, ຊຸກ​ຍູ້​ການ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ມີ​ການ​ຂະ​ຫຍາຍ​ຕົວຫຼາຍກວ່າ​ເກົ່າ, ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.

 

ທ່ານ​ນາງ​ຮາ​ລີ​ມາ​ໄດ້​ຢືນ​ຢັນ​ໃນ​ສານ​ຊົມ​ເຊີຍ​ວ່າ, ການ​ພົວ​ພັນ​ສິງ​ກະ​ໂປ-ຈີນ​ໄດ້​ພັດ​ທະ​ນາ​ຢ່​າງວ່ອງ​ໄວ, ການ​ຮ່ວມ​ມື​ຕົວ​ຈິງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕໍ່​ເນື່ອງ, ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ນັບ​ມື້​ນັບ​ໃກ້​ຊິດກວ່າ​ເກົ່າ. ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ສອງ​ປະ​ເທດ​ໄດ້​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ຮ່ວມ​ກັນ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ ຮັກ​ສາ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ ແລະ ຄວາມ​ໝັ້ນ​ທ່ຽງ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ, ຍັງ​ໄດ້​ເປີດ​ຂົງ​ເຂດ​ການ​ຮ່ວມ​ມື​ໃໝ່​ຫຼາຍ​ຂົງ​ເຂດ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ການ​ພົວ​ພັນ​ສອງ​ປະ​ເທດ​ຈະ​ໄດ້​ມີ​ການ​ຂະ​ຫຍາຍ​ຕົວຫຼາຍກວ່າ​ເກົ່າ​ໃນ 30 ປີ​ຂ້າງ​ໜ້າ​ນີ້.

ຄຳ​ເຫັນ

0