ວັນທີ 7 ຕຸລາ2020ນີ້, ແມ່ນວັນສ້າງຕັ້ງເຂດເສດຖະກິດພິເສດນະຄອນເຊ້ຍເມີນ ຕົວເມືອງແຄມທະເລທີ່ພາກຕາເວັນອອກສຽງໃຕ້ຂອງຈີນຄົບຮອບ 40 ປີ. ຄຳວ່າເຂດເສດຖະກິດພິເສດມັນພິເສດຢູ່ບ່ອນໃດ? ຊາວນະຄອນເຊ້ຍເມີນທີ່ເຊື່ອຖືທັດສະນະທີ່ວ່າ: “ມັກສູ້ຊົນຈຶ່ງຍາດໄດ້ໄຊຊະນະ” ນັ້ນໄດ້ສ້າງຕົວເມືອງນ້ອຍໆທີ່ບໍ່ມີຊື່ສຽງແຫ່ງນີ້ໃຫ້ເປັນຕົວ ເມືອງແຫ່ງການເປີດປະຕູສູ່ພາຍນອກທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ແລະ ເປັນເຂດທີ່ສາມາດດຶງດູດການລົງທຶນຂອງຕ່າງປະເທດໄດ້ແນວໃດ?
ທຸກມື້ນີ້, ຂະແໜງການການຄ້າສາກົນ, ການຂົນສົ່ງສິນຄ້າທາງເຮືອແລະການທ່ອງທ່ຽວວັດທະນະທຳ
ໄດ້ພັດທະນາໃຫ້ມີຂະໜາດໃຫຍ່ສົມຄວນໃນໄລຍະເບື້ອງຕົ້ນຢູ່ເຂດການຄ້າເສລີເຊ້ຍເມີນ.
ທ່ານໄດ້ເປີດປະຕູໃຫ້ກັບນະຄອນເຊ້ຍເມີນ
ປີ 1985, ມີຮອງເຈົ້າຄອງນະຄອນທີ່ມີອາຍຸ 32 ປີໄດ້ເດີນທາງໄປຮອດນະຄອນເຊ້ຍເມີນ. ມື້ນັ້ນພໍດີແມ່ນວັນເກີດຂອງທ່ານ, ທ່ານໄດ້ເດີນທາງຈາກເມືອງເຈີ້ງຕີ້ງແຂວງເຫີເປີຍໄປຮັບຕຳແໜ່ງຢູ່ນະຄອນເຊ້ຍເມີນ, ຖືວ່າເປັນການເລີ່ມຕົ້ນການຄົ້ນຄວ້າເສັ້ນທາງການປະຕິຮູບແລະການພັດທະນາດ້ວຍການເປີດປະຕູສູ່ພາຍນອກ.ຮອງເຈົ້າຄອງນະຄອນທ່ານນີ້ກໍຄື: ທ່ານສີຈິ້ນຜີງ.
ເດືອນມິຖຸນາປີ 1986, ທ່ານສີຈິ້ນຜິງ ຮອງເຈົ້າຄອງນະຄອນຜູ້ປະຈຳການນະຄອນເຊ້ຍເມີນກ່າວວ່າ: “ນະຄອນເຊ້ຍເມີນ, ມີຄວາມໝາຍວ່າ: ປະຕູຂອງຕຶກທີ່ສູງໃຫຍ່. ພວກເຮົາຍັງສາມາດເວົ້າໄດ້ວ່າ: ມັນເປັນປະຕູທີ່ເປີດສູ່ພາຍນອກ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າການສ້າງປະຕູທີ່ເປີດສູ່ພາຍນອກຢູ່ແຫ່ງນີ້ໃຫ້ໄວກວ່າເກົ່າແລະດີກວ່າເກົ່າອີກຕື່ມ.”
ເຮືອບິນໂບອີງ-787 ລຳທຳອິດຂອງບໍລິສັດການບິນເຊ້ຍເມີນ
ຂະແໜງການບິນພົນລະເຮືອນແມ່ນຂີດໝາຍຂອງການເປີດປະຕູສູ່ພາຍນອກຂອງຕົວເມືອງໃດໜຶ່ງ. 30 ກວ່າປີກ່ອນ, ນະຄອນເຊ້ຍເມີນມີແຕ່ສະໜາມບິນນ້ອຍໆ ແລະມີເຮືອບິນພຽງບໍ່ເທົ່າໃດລຳເທົ່ານັ້ນ. ທ່ານສີຈິ້ນຜີີງໃນເວລານັ້ນໄດ້ຮັບຜິດຊອບກ່ຽວກັບວຽກງານຂອງບໍລິສັດການບິນເຊ້ຍເມີນ, ທ່ານໄດ້ພະຍາຍາມດ້ວຍຄວາມລຳບາກຢ່າງບໍ່ລົດລະ ແລະ ໃນທີ່ສຸດໄດ້ຮັບເງິນກູ້ 18 ລ້ານໂດລາຈາກລັດຖະບານກູເວດເຊິ່ງໄດ້ຊ່ວຍແກ້ໄຂບັນຫາອັນຮີບດ່ວນທາງດ້ານເງິນທຶນທີ່ຂາດເຂີນເພື່ອນຳໃຊ້ເຂົ້າໃນການຂະຫຍາຍສະໜາມບິນ. ພ້ອມດຽວກັນນີ້, ບໍລິສັດການບິນເຊ້ຍເມີນຍັງໄດ້ເຊົ່າ ເຮືອບິນໂບອີງ-737 ສອງລຳນຳບໍລິສັດໂບອີງອາເມຣິກາເພື່ອນຳໃຊ້ເຂົ້າໃນການດຳເນີນທຸລະກິດ.
ບໍລິສັດການບິນເຊ້ຍເມີນໃນຖານະເປັນບໍລິສັດການບິນຮ່ວມທຶນທີ່ດຳເນີນທຸລະກິດແບບວິສາຫະກິດແຫ່ງທຳອິດຂອງຈີນ, ການກຳເນີດຂອງບໍລິສັດແຫ່ງນີ້ກໍເປັນການທົດລອງເບື້ອງຕົ້ນໃນການປະຕິຮູບໂຄງປະກອບການບິນພົນລະເຮືອນຂອງຈີນ.ປັດຈຸບັນ, ບໍລິສັດການບິນເຊ້ຍມີເຮືອບິນທັງໝົດ 200 ກວ່າລຳ, ເປີດບໍລິການເສັ້ນທາງການບິນ 350 ກວ່າສາຍ, ເປັນບໍລິສັດການບິນພົນລະເຮືອນຂອງຈີນພຽງແຫ່ງດຽວທີ່ສາມາດຮັກສາສະຖິຕິໃນການສ້າງຜົນກຳໄລເປັນເວລາ 33 ປີລຽນຕິດ.
ຈາກທ່າກຳປັ່ນເສລີຈົນຮອດເຂດການຄ້າເສລີ
ໄລຍະທີ່ທ່ານສີຈິ້ນຜິງເຮັດວຽກຢູ່ນະຄອນເຊ້ຍເມີນພໍດີແມ່ນໄລຍະສຳຄັນສຳລັບນະຄອນເຊ້ຍເມີນທີ່ຊອກຫາເສັ້ນທາງການສ້າງທ່າກຳປັ່ນເສລີ. ເພື່ອຖອດຖອນແລະຮໍ່າຮຽນເອົາບົດຮຽນຂອງສາກົນ, ທ່ານໄດ້ນຳພາໜ່ວຍງານໄປທັດສະນະສຶກສາຢູ່ ສິງກະໂປທັງໄດ້ເປີດກອງປະຊຸມສຳມະນາສາກົນກ່ຽວກັບ “ເຂດປຸງແຕ່ງສິນຄ້າເພື່ອສົ່ງອອກແລະທ່າກຳປັ່ນເສລີ”ຄັ້ງທຳອິດຢູ່ຈີນເຊີ່ງຖືວ່າເປັນການສະສົມຕົວເລກຂໍ້ມູນກ່ຽວກັບສາກົນໃຫ້ກັບເຊ້ຍເມີນ.ແຕ່ອີງຕາມສະພາບຕົວຈິງຂອງຈີນ, ເຊ້ຍເມີນບໍ່ໄດ້ລອກແບບເອົາຮູບແບບທ່າກຳປັ່ນເສລີຂອງສິງກະໂປແບບອ້ອຍຕ້ອຍ,ແຕ່ໄດ້ອີງໃສ່ເງື່ອນໄຂຂອງຕົນ, ປະຕິບັດງານແບບຄ່ອຍເປັນຄ່ອຍໄປດ້ວຍ “3 ບາດກ້າວ” ຄື: ຈາກເຂດປອດພາສີໄດ້ພັດທະນາມາເປັນເຂດການຄ້າເສລີແລ້ວເປີດທ່າກຳປັ່ນໃນທົ່ວເກາະເຊ້ຍເມີນແບບມີຂໍ້ຈຳກັດ.
ເດືອນເມສາ ປີ 2015, ນະຄອນເຊ້ຍເມີນແຂວງຟູຈ້ຽນໄດ້ກາຍເປັນເຂດທົດລອງການຄ້າເສລີແຫ່ງໃໝ່ຂອງຈີນ. ໃນຂະບວນການສ້າງເຂດການຄ້າເສລີ, ເຊ້ຍເມີນໄດ້ກຳແໜ້ນກາລະໂອກາດແຫ່ງການສ້າງເສັ້ນທາງສາຍໄໝທາງທະເລໃນສະຕະວັດທີ21, ໂດຍໄດ້ຮັດແໜ້ນການຮ່ວມມືທາງດ້ານເສດຖະກິດ ການຄ້າ ແລະ ການແລກປ່ຽນດ້ານວັດທະນະທຳກັບບັນດາປະເທດທີ່ຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”, ການຄ້າຂາເຂົ້າຂາອອກໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ທາງລົດໄຟດ່ວນຈີນ(ເຊ້ຍເມີນ)-ເອີຣົບໄດ້ກາຍເປັນຊ່ອງທາງໃໝ່ສຳລັບການຈໍລະຈອນສິນຄ້າສາກົນ.
ປັດຈຸບັນ, ຢູ່ເຂດການຄ້າເສລີເຊ້ຍເມີນໄດ້ປະກອບມີອຸດສາຫະກຳ 7 ຂະແໜງທີ່ມີບົດບາດສຳຄັນແລະມີຂະໜາດໃຫຍ່ສົມຄວນໃນໄລຍະເບື້ອງຕົ້ນເຊັ່ນ: ການຄ້າສາກົນ, ການສ້ອມແປງເຮືອບິນ, ທຸລະກິດໃຫ້ເຊົ່າ, ການຂົນສົ່ງສິນຄ້າທາງເຮືອ, ການສ້າງທຸລະກິດດ້ວຍການປະດິດສ້າງ,ການທ່ອງທ່ຽວວັດທະນະທຳແລະການຜະລິດອຸປະກອນທີ່ກ້າວໜ້າທັນສະໄໝ.ນັບຕັ້ງແຕ່ມື້ຂື້ນປ້າຍເປີດເຂດການຄ້າເສລີດັ່ງກ່າວເປັນເວລາ 5 ປີມານີ້, ເຂດການຄ້າເສລີເຊ້ຍເມີນໄດ້ມີວິສາຫະກິດທີ່ຈົດທະບຽນໃໝ່ລວມທັງໝົດ 50.300 ແຫ່ງ, ທຶນຈົດທະບຽນມີ ເຖິງ 670 ຕື້ຢວນ, ຈຳນວນວິສາຫະກິດໃນເຂດການຄ້າເສລີເປັນ 6 ເທົ່າກ່ອນຂື້ນປ້າຍເປີດເຂດການຄ້າເສລີ.
ຕະຫຼອດໄລຍະ 40 ປີຜ່ານມານີ້, 500 ວິສາຫະກິດຊັ້ນນຳຂອງໂລກເຊັ່ນ:ບໍລິສັດDell, ບໍລິສັດ GE ເປັນຕົ້ນໄດ້ດຳເນີນທຸລະກິດຢູ່ເຊ້ຍເມີນ. ທຸກມື້ນີ້, ເຊ້ຍເມີນໄດ້ກາຍເປັນເຂດນິຄົມວິສາຫະກິດໃຫ້ເຊົ່າເຮືອບິນ ໃຫຍ່ອັນດັບສາມຂອງຈີນ, ເປັນດ່ານນຳເຂົ້າເຫຼົ້າໃຫຍ່ອັນດັບສອງຂອງຈີນແລະເປັນ ອູ່ສ້ອມແປງເຮືອບິນແບບປະຕູດຽວໃຫຍ່ທີ່ສຸດຂອງຈີນ.
ເສັ້ນທາງການເດີນເຮືອທີ່ຕັ້ງຊື່ວ່າ “ການຂົນສົ່ງຕາມເສັ້ນທາງສາຍໄໝທາງທະເລ” ຈຳນວນ 51 ສາຍກໍມີຈຸດເລີ່ມຕົ້ນຈາກທ່າກຳປັ່ນເຊ້ຍເມີນເຊິ່ງເປັນຈຸດເຊື່ອມໂຍງຂະແໜງການຕ່າງໆເປັນຕົ້ນແມ່ນ: ທ່າກຳປັ່ນ,ການຂົນສົ່ງທາງທະເລ, ການຈໍລະຈອນສິນຄ້າ, ການຄ້າ, ການທະນາຄານ, ຂໍ້ມູນຂ່າວສານແລະອື່ນໆ ເຊິ່ງສາມາດເຊື່ອມໂຍງທັງພາຍໃນປະເທດຈີນກໍຄື ກັບ 5 ທະວີບໃນໂລກ.
ໃນໂອກາດເດີນທາງໄປເຊ້ຍເມີນເພື່ອເຂົ້າຮ່ວມກອງປະຊຸມພົບປະຂອງບັນດາຜູ້ນຳປະເທດບຣິກສ (BRICS) ໃນເດືອນກັນຍາ ປີ 2017, ທ່ານສີຈິ້ນຜິງໄດ້ກ່າວດ້ວຍຄວາມປະທັບໃຈວ່າ: “ຕົ້ນຝາງທີ່ມີດອກໄມ້ສີແດງພວມເບັ່ງບານ,ນົກຍາງທີ່ບິນທະຍານສູ່ທ້ອງຟ້າ, ລ້ວນແຕ່ເປັນສັນຍາລັກຂອງນ້ຳໃຈບຸກບືນກ້າວໜ້າ,ກ້າສູ້ຊົນຮູ້ເອົາຊະນະຂອງຕົວເມືອງແຫ່ງນີ້.
ແມ່ນແທ້, ການພັດທະນາຂອງເຊ້ຍເມີນເປັນການຫຍໍ້ພາບທີ່ສະທ້ອນໃຫ້ເຫັນເຖິງຂະບວນວິວັດຂອງການປະຕິຮູບ ແລະ ການເປີດປະຕູສູ່ພາຍນອກຂອງຈີນ, ນັບມາຮອດເດືອນກັນຍາ ປີ 2020,ຈີນໄດ້ສ້າງຕັ້ງເຂດການຄ້າເສລີຈຳນວນ 21 ແຫ່ງແລ້ວ, ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກນັບມື້ນັບມີຄວາມເຂັ້ມແຂງກວ່າເກົ່າ. ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນເຄີຍໄດ້ກ່າວເນັ້ນມາຫຼາຍເທື່ອແລ້ວວ່າ: ຈີນຈະເປີດປະຕູສູ່ພາຍນອກນັບມື້ນັບກວ້າງອອກ, ຈີນຈະສືບຕໍ່ຊຸກຍູ້ການຄ້າແລະການລົງທຶນໃຫ້ເປັນເສລີ ແລະ ສະດວກຫຼາຍຂຶ້ນກວ່າເກົ່າເພື່ອຮ່ວມມືກັບບັນດາປະເທດເພື່ອບັນລຸເປົ້າໝາຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ.
ຄຳເຫັນ
0