ທ່ານໂດໂນ ທຣຳ ປະທານາທິບໍດີອາເມຣິກາໄດ້ຖືກວາລະສານ “ເດີທາມສ໌” ລົງຮູບສຽດສີໃນໜ້າປົກເປັນສີດຳອີກຄັ້ງໜຶ່ງ, ເຖິງວ່າວາລະສານດັ່ງກ່າວບໍ່ໄດ້ກ່າວເຖິງຊື່ແລະນາມສະກຸນຂອງທ່ານກໍຕາມ. ຢູ່ໜ້າປົກຂອງວາລະສານດັ່ງກ່າວ, ທຳນຽບຂ່າວຍັງເປັນແບບເກົ່າ, ແຕ່ໃນຮູບໜ້າປົກຢູ່ເທິງທຳນຽບຂາວມີທໍ່ລະບາຍຄວັນ 4 ທໍ່ກຳລັງລະບາຍເຊື້ອພະຍາດຢ່າງບໍ່ຢຸດຢັ້ງ. ວາລະສານດັ່ງກ່າວໄດ້ຂຽນບົດຄວາມລົງໃນ Twitter ໂດຍເນັ້ນຫົວຂໍ້ວ່າ: “ຄົນເຈັບຄົນທຳອິດ” ແລະການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ທຳນຽບຂາວ. “ຄົນເຈັບຄົນທຳອິດ” ໃຜໆກໍຮູ້ແລ້ວວ່າແມ່ນໝາຍເຖິງທ່ານໂດໂນ ທຳ ປະທານາທິບໍດີອາເມຣິການັ້ນເອງ.
ໃນເດືອນແລ້ວນີ້, ວາລະສານ “ເດີທາມສ໌” ກໍໄດ້ພິມຮູບໃນໜ້າປົກແບບສຽດສີງ່າຍດາຍທີ່ສຸດ, ບໍ່ມີທ່ານທຣຳ ເຊັ່ນກັນ, ແຕ່ວ່າໜ້າປົກຂອງວາລະສານເປັນສີດຳ! ປົກກະຕິແລ້ວໜ້າປົກວາລະສານ “ເດີທາມສ໌” ຈະເປັນສີແດງ, ແຕ່ໃນປະຫວັດສາດຂອງວາລະສານດັ່ງກ່າວກໍເຄີຍເກີດສະພາບທີ່ໜ້າປົກເປັນສີດຳສອງເທື່ອ, ແຕ່ເທື່ອຜ່ານມາແມ່ນພາຍຫຼັງອາເມຣິກາເກີດເຫດການ “11 ກັນຍາ” ເມື່ອປີ 2001. ຫຼັງຈາກນັ້ນ 19 ປີ, ໜ້າປົກຂອງວາລະສານ “ເດີທາມສ໌” ກໍໄດ້ພິມໜ້າປົກວາລະສານເປັນສີດຳອີກຄັ້ງໜຶ່ງ.
ເບິ່ງໜ້າປົກສີດຳດັ່ງກ່າວຢ່າງລະອຽດກໍສາມາດເຫັນໄດ້ວ່າ: ແມ່ນການລວມຍອດຕົວເລກ ກ່ຽວກັບຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ຄື: ວັນທີ 29 ກຸມພາປີ 2020, ມີຜູ້ເສຍຊີວິດພຽງແຕ່ 1 ຄົນຍ້ອນເປັນພະຍາດໂຄວິດ-19, ວັນທີ 1 ມີນາ, ຜູ້ເສຍຊີວິດເປັນສູນ; ວັນທີ 2 ມີນາ, ມີ 5 ຄົນເສຍຊີວິດຍ້ອນເປັນພະຍາດໂຄວິດ-19; ວັນທີ 8 ກັນຍາ, ມີ 445 ຄົນເສຍຊີວິດ. ຕົວເລກຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ໃນທຸກວັນເມື່ອລວມເຂົ້າກັນແລ້ວເຮັດໃຫ້ຄົນຕື່ນຕົກໃຈຄື: 200000 ຄົນ.
ພາຍຫຼັງມີຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ຢູ່ອາເມຣິກາບັນລຸເຖິງ 2 ແສນຄົນມາຮອດປັດຈຸບັນໄດ້ຜ່ານມາ 1 ເດືອນແລ້ວ, ຜູ້ເສຍຊີວິດຢູ່ອາເມຣິກາຫຼາຍກວ່າ 2,1 ແສນຄົນແລ້ວ. ອີງຕາມການຄາດຄະເນຂອງທ່ານ Dr. ຟາວຊີຂອງອາເມຣິກາ, ອາເມຣິກາອາດຈະມີຜູ້ເສຍຊີວິດຍ້ອນເປັນພະຍາດດັ່ງກາວອີກ 2 ແສນຄົນ. ນີ້ຈະເປັນເລື່ອງໂສກນາດຕະກຳເສົ້າແບບໃດກັນແທ້ຂອງມວນມະນຸດ!
ການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນການທົດສອບຄັ້ງໃຫຍ່ແທ້ໆ. ຖ້າວ່າບໍ່ໃຫ້ການເຄົາລົບຕໍ່ວິທະຍາສາດ, ຈະໄດ້ຜົນຕອບແທນທີ່ເຈັບແສບຢ່າງແນ່ນອນ. ການທີ່ໃສ່ຮ້າຍປ້າຍສີແລະຖິ້ມໂທດໃຫ້ປະເທດອື່ນກໍບໍ່ມີຜົນປະໂຫຍດຫຍັງເລີຍ, ຄວາມເວົ້າຫຼອກລວງຊ້ຳແລ້ວຊ້ຳອີກຫຼາຍກວ່າພັນເທື່ອຍັງເປັນຄວາມຫຼອກລວງຄືເກົ່າ. ການກະທຳຂອງທຳນຽບຂາວໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ວາລະສານ “ເດີທາມສ໌” ອົດທົນຕໍ່ໄປບໍ່ໄດ້ອີກແລ້ວ, ສະນັ້ນຈຶ່ງໄດ້ພິມໜ້າປົກດັ່ງກ່າວແບບເຈັບແສບທີ່ສຸດຄື: ທຳນຽບຂາວກຳລັງມີເຊື້ອພະຍາດລະບາຍ!
ຄຳເຫັນ
0