ໃນຊຸມປີຜ່ານມາ, ທ່ານສີຈິ້ນຜິງເຄີຍໄດ້ໄປສຳຫຼວດຄົ້ນຄວ້າວຽກງານຢູ່ເຂດຊິ່ງຈ່ຽງ, ເຂົ້າຮ່ວມການພິຈາລະນາກັບຄະນະຜູ້ແທນເຂດຊິ່ນຈ່ຽງ, ເປັນປະທານຈັດກອງປະຊຸມເພື່ອຮ່ວມກັນປຶກສາຫາລືແຜນແມ່ບົດຂອງການປະຕິຮູບ ພັດທະນາ ແລະ ຮັກສາຄວາມໝັ້ນຄົງຢູ່ເຂດຊິ່ນຈ່ຽງ,ລວມເຖິງການຕອບຈົດໝາຍຄົນຮຸ່ນຫຼັງລຸງຄຸບານ. ທັງໝົດນີ້ລ້ວນແຕ່ໄດ້ສະແດງໃຫ້ເຫັນວ່າ ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ຢ່າງສູງຕໍ່ເຂດຊິ່ນຈ່ຽງ.
ເດືອນເມສາປີ 2014, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ເຂດຊິ່ນຈ່ຽງ. ໂດຍໄດ້ໄປສຳຫຼວດກວດເບິ່ງກຸ່ມບໍລິສັດອຸດສາຫະກຳໝາກໄມ້ຊິ່ນຈ່ຽງຈຳກັດທີ່ຢູ່ນະຄອນອູລຸມກີ.
ເດືອນເມສາປີ 2014, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງກຸ່ມບໍລິສັດອຸດສາຫະກຳໝາກໄມ້ຊິ່ນຈ່ຽງຈຳກັດທີ່ຢູ່ນະຄອນອູລຸມກີ.
ຢູ່ໃນຫໍວາງສະແດງໄດ້ມີຜະລິດຕະພັນໝາກໄມ້ແຫ້ງຊະນິດຕ່າງໆ. ທ່ານສີຈິ້ນຜິງທັງຟັງຄຳແນະນຳທັງຊິມໝາກໄມ້ແຫ້ງຕາມຄຳເຊີນ, ທ່ານຍ້ອງຍໍວ່າ ໝາກເອພຣິຄັອດແຫ້ງຄາລ່າມີລົດຊາດເປັນເອກະລັກ, ໝາກທັນໂຣ້ຊ່ຽງມີລົດຊາດແຊບ. ທ່ານສີຈິ້ນຜິງໄດ້ຈັບຫໍ່ໝາກລ່າແຊ້ງແຫ້ງຂຶ້ນ ແລະຖາມວ່າ: “ບໍ່ໄດ້ໃຊ້ຝຸ່ນເຄມີຕີ້?” ເມື່ອເຫັນວ່າ ໝາກທັນໃຫຍ່ເຫີທຽນແຫ້ງຫໍ່ໜຶ່ງຕິດລາຄາ 190 ຢວນ, ທ່ານກໍຖາມວ່າ ປະຊາຊົນຈະໄດ້ຜົນກຳໄລເທົ່າໃດ. ທັງຖາມຕື່ມວ່າ “ພວກທ່ານມີສິນຄ້າຍີ່ຫໍ້ຊື່ດັງບໍ່?” “ໝາກໄມ້ຂອງເຂດຊິ່ນຈ່ຽງມີແນວພັນຄ້າຍຄືກັບອາຊີກາງ, ເຮັດແນວໃດຈຶ່ງຈະສາມາດສ້າງທ່າແຮງຂອງຕົນໄດ້?”
ໝາກລ່າແຊັງຊິນຈ່ຽງ
ໃນກອງປະຊຸມສຳມະນາທີ່ຈັດຂຶ້ນໃນໄລຍະທີ່ທ່ານໄປສຳຫຼວດຄົ້ນຄວ້າ, ທ່ານສີຈິ້ນຜິງໄດ້ຫວນຄືນເຖິງເລື່ອງລາວທີ່ຊາວໜຸ່ມປັນຍາຊົນມະໝັກໃຈເຂົ້າຮ່ວມກອງກໍ່ສ້າງເຂດຊິ່ນຈ່ຽງເມື່ອຊຸມປີ 1960-1970. ທ່ານກ່າວວ່າ: “ຕອນນັ້ນຂ້າພະເຈົ້າໄດ້ລົງຮາກຖານຢູ່ພາກເໜືອແຂວງສ້ານຊີ່, ແຕ່ກໍມີຄວາມປາຖະໜາຢາກມາດິນແດນແຫ່ງນີ້. ຊູ່ຕົ່ງໂປ່ມີບົດກະວີວ່າ ຖ້າໄດ້ກິນໝາກລິ້ນຈີ່ມື້ລະ 300 ໜ່ວຍ ຈະຍອມເປັນຄົນຫຼິງໜານຕະຫຼອດໄປ.” ຢູ່ເຂດຊິ່ນຈ່ຽງມີເຂົ້າຈີ່ມຸສລິມ, ເຂົ້າຂົ້ວປົລບ, ປີ້ງຊີ້ນແກະ, ໝາກແຕງແຄນຕາລຸບ, ໝາກລ່າແຊ້ງ ແລະອື່ນໆ, ພວກເຮົາກໍມີເຫດຜົນເຕັມສ່ວນວ່າ ຍອມເປັນຄົນຊິ່ນຈ່ຽງຕະຫຼອດໄປ.”
ເດືອນມີນາປີ 2017, ຢູ່ສະຖານທີ່ປະຊຸມທີ່ຄະນະຜູ້ແທນເຂດຊິ່ນຈ່ຽງມາເຂົ້າຮ່ວມກອງປະຊຸມຄັ້ງທີ 5 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 12, ຜູ້ແທນທ່ານໜຶ່ງໄດ້ເອົາຮູບຖ່າຍຂອງຄອບຄົວລຸງຄຸບານໃຫ້ແກ່ທ່ານສີຈິ້ນຜິງເບິ່ງ.
ລຸງຄຸບານທີ່ຜູ້ແທນທ່ານນີ້ເວົ້າເຖິງນັ້ນ, ແມ່ນຊາວກະສິກອນເຜົ່າອຸຍເກີຂອງເມືອງອີທຽນເຂດຊິ່ນຈ່ຽງ. ເມື່ອຊຸມປີ 1950, ລຸງຄຸບານຢາກສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນທີ່ໄດ້ຮັບການປົດປ່ອຍ, ຈຶ່ງໄດ້ສະແດງຄວາມຫວັງຫຼາຍເທື່ອທີ່ຢາກຂີ່ລາໄປຢາມທ່ານປະທານເໝົາເຈີຕົ່ງຢູ່ນະຄອນຫຼວງປັກກິ່ງ, ຕໍ່ມາ ທ່ານປະທານເໝົາເຈີຕົ່ງໄດ້ຕ້ອນຮັບລຸງຄຸບານສອງເທື່ອ.
ຮູບຖ່າຍຂອງຄອບຄົວລຸງຄຸບານທີ່ຜູ້ແທນສະພາປະຊາຊົນແຫ່ງຊາດເອົາໃຫ້ແກ່ທ່ານສີຈິ້ນຜິງເບິ່ງ
ເດືອນມັງກອນປີ 2017, ທ່ານສີຈິ້ນຜິງໄດ້ຕອບຈົດໝາຍຄືນສູ່ຄົນຮຸ່ນຫຼັງຂອງລຸງຄຸບານວ່າ: “ຫວັງວ່າທົ່ວຄອບຄົວພວກເຈົ້າສືບຕໍ່ເຮັດຄືລຸງຄຸບານ, ຮ່ວມກັບພີ່ນ້ອງປະຊາຊົນ, ເປັນແບບຢ່າງທີ່ດີໃນການຮັກຫອມພັກ ຮັກປະເທດຊາດ ແລະຮັກວົງຄະນາຍາດແຫ່ງຊາດຈີນ, ຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າສາມັກຄີກັນຢ່າງແໜ້ນແຟ້ນປານແກນໝາກພິລາ, ຮ່ວມກັນສ້າງອະນາຄົດທີ່ດີງາມກວ່າເກົ່າຢູ່ເຂດຊິ່ນຈ່ຽງພາຍໃຕ້ການນຳພາຂອງພັກ.”
ເດືອນມີນາປີດຽວກັນ, ໃນເວລາເຂົ້າຮ່ວມການປຶກສາຫາລືກັບຄະນະຜູ້ແທນເຂດຊິ່ນຈ່ຽງ, ທ່ານສີຈິ້ນຜິງໄດ້ໃຊ້ຄຳປຽບທຽບທີ່ມີຊີວິດຊີວາເພື່ອເນັ້ນເຖິງການຖະນຸຖະໜອມຄວາມສາມັກຄີຂອງຊົນເຜົ່າ, ຄື ຮັກສາຄວາມສາມັກຄີຂອງຊົນເຜົ່າຄືກັນກັບຮັກສາດວງຕາຂອງຕົນ, ຖະນຸຖະໜົມຄວາມສາມັກຄີຂອງຊົນເຜົ່າເໝືອນກັບຖະນຸຖະໜອມຊີວິດຂອງຕົນ, ຮັດແໜ້ນຄວາມສາມັກຄີຢ່າງແໜ້ນແຟ້ນຄືແກນໝາກພິລາ.
ເຮັດແນວໃດຈຶ່ງຈະສາມາດຈັດຕັ້ງປະຕິບັດນະໂຍບາຍຂອງພັກທີ່ມີຕໍ່ສາສະໜາຢູ່ເຂດຊິ່ນຈ່ຽງໄດ້ດີກວ່າເກົ່າ, ແມ່ນບັນຫາທີ່ທ່ານສີຈິ້ນຜິງໄດ້ພິຈາລະນາຕະຫຼອດມາ.
ຕອນເຊົ້າວັນທີ 30 ເມສາປີ 2014, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມສຸເຫຼົ່າຢາງຫາງນະຄອນອູລຸມກີ
ເດືອນເມສາປີ 2014, ໄດ້ຍິນວ່າພໍ່ເຖົ້າທຸຊຸນ ມາໄລທີແມ່ນອີມາມໃນສຸເຫຼົ່າມຸສລິມຂອງບ້ານ, ທ່ານສີຈິ້ນຜິງກໍໄດ້ຖາມເຖິງລາຍລະອຽດກ່ຽວກັບການຄຸ້ມຄອງ ສຸເຫຼົ່າ ແລະ ສະພາບການທີ່ຊາວບ້ານດຳເນີນກິດຈະກຳທາງສາສະໜາ. ພໍ່ເຖົ້າທຸຊຸນບອກວ່າ, ໃນເວລາອະທິບາຍຄຳພີກູຣານໃນຍາມທຳມະດາ, ຕົນໄດ້ເອົາໃຈໃສ່ແນະນຳນະໂຍບາຍທີ່ດີຂອງພັກ, ເພື່ອເຮັດໃຫ້ຊາວບ້ານມີຄວາມເຂົ້າໃຈດີກວ່າເກົ່າ.
“ວິທີແນວນີ້ດີທີ່ສຸດ.” ທ່ານສີຈິ້ນຜິງກ່າວວ່າ, ສາສະໜາຄວນສອດຄ່ອງກັບສັງຄົມສັງຄົມນິຍົມ, ຕັ້ງໜ້າໂຄສະນາແນວຄວາມຄິດທີ່ດີ ແລະເປັນຜົນດີຕໍ່ການສ້າງສາສັງຄົມນິຍົມ, ເຮັດໃຫ້ປະຊາຊົນດຳລົງຊີວິດຢ່າງມີຄວາມສຸກ. ໃນວົງຄະນາຍາດສັງຄົມນິຍົມ, ມີແຕ່ຮັກສາຄວາມສາມັກຄີຂອງຊົນເຜົ່າ ແລະ ຄວາມກົມກຽວດ້ານສາສະໜາເທົ່ານັ້ນ, ພາລະກິດດ້ານຕ່າງໆຈຶ່ງຈະສາມາດພັດທະນາໃຫ້ນັບມື້ນັບດີຂຶ້ນ.
ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ວຽກງານສາສະໜາ. ທ່ານຊີ້ອອກຢ່າງຈະແຈ້ງວ່າ: “ວຽກງານມະຫາຊົນໃຫຍ່ທີ່ສຸດຢູ່ຊິ່ນຈ່ຽງກໍແມ່ນການຮັກສາຄວາມສາມັກຄີຂອງຊົນເຜົ່າ ແລະ ຄວາມກົມກຽວດ້ານສາສະໜາ.”
ເດືອນພຶດສະພາປີ 2014, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໃນກອງປະຊຸມສຳມະນາກ່ຽວກັບວຽກງານຊິ່ນຈ່ຽງຂັ້ນສູນກາງຄັ້ງທີ2ວ່າ, ຕ້ອງເອົາໃຈໃສ່ປະຕິບັດວຽກງານສາສະໜາໃຫ້ດີ, ຕັ້ງໜ້ານຳພາສາສະໜາໃຫ້ສອດຄ່ອງກັບສັງຄົມສັງຄົມນິຍົມ, ເສີມຂະຫຍາຍບົດບາດທີ່ຕັ້ງໜ້າຂອງບຸກຄົນສາສະໜາ ແລະ ປະຊາຊົນຜູ້ເຊື່ອຖືສາສະໜາໃນການຊຸກຍູ້ການພັດທະນາເສດຖະກິດສັງຄົມ.
ຢູ່ຊິ່ນຈ່ຽງມີບ້ານໜຶ່ງຊື່ວ່າບ້ານຕາສີ່. ຕາສີ່ໃນພາສາເຜົ່າອຸຍເກີມີຄວາມໝາຍວ່າ ດິນເຄັມ, ບ້ານຕາສີເຄີຍເປັນບ່ອນທີ່ສິ່ງແວດລ້ອມທຳມະຊາດບໍ່ດີ ແລະ ບໍ່ຄ່ອຍມີຄົນອາໄສຢູ່. ປີ 2009 ທ່ານສີຈິ້ນຜິງທີ່ເປັນຮອງປະທານປະເທດຈີນໃນເວລານັ້ນເຄີຍໄປສຳຫຼວດວຽກງານຢູ່ບ້ານຕາສີ່, ໂດຍໄດ້ຝາກຄວາມຫວັງໃຫ້ປະຊາຊົນບັນດາເຜົ່າທີ່ເພີ່ມທະວີຄວາມສາມັກຄີກັນ, ປຸກລະດົມປະຊາຊົນເຮັດວຽກໃນຂະແໜງການອຸດສາຫະກຳ ແລະ ຂະແໜງການບໍລິການ ເພື່ອສ້າງຄວາມຮັ່ງມີຂຶ້ນ. ໂດຍຜ່ານຄວາມພະຍາຍາມຢ່າງບໍ່ລົດລະ, ປະຈຸບັນ ບ້ານຕາສີ່ໄດ້ເກີດມີການປ່ຽນແປງແບບໜ້າມືເປັນຫຼັງມື, ກາຍເປັນ “ບ້ານແບບຢ່າງໃນການສ້າງຄວາມອີ່ມໜໍາສຳລານທົ່ວປະເທດ”.
ເດືອນເມສາປີ 2014, ໃນເວລາໄປສຳຫຼວດກວກາວຽກງານຢູ່ຊິ່ນຈ່ຽງ, ທ່ານສີຈິ້ນຜິງໄດ້ເວົ້າເຖິງບ້ານຕາສີ. ໃນເດືອນມິຖຸນາປີດຽວກັນ, ຊາວບ້ານທັງຫຼາຍຂອງບ້ານຕາສີໄດ້ຂຽນຈົດໝາຍເພື່ອລາຍງານການປ່ຽນແປງຂອງບ້ານຕົນໃນໄລຍະ 5 ປີຜ່ານມາໃຫ້ທ່ານສີຈິ້ນຜິງຊາບ. ຕໍ່ມາ ເຂົາເຈົ້າໄດ້ຮັບຈົດໝາຍຕອບຄືນຈາກທ່ານສີຈິ້ນຜິງ. ໃນຈົດໝາຍ, ທ່ານສີຈິ້ນຜິງຊີ້ອອກວ່າ, ການພັດທະນາ ແລະ ການປ່ຽນແປງຂອງບ້ານຕາສີ່ສະແດງໃຫ້ເຫັນວ່າ, ເມື່ອມີນະໂຍບາຍທີ່ດີຂອງພັກ, ແລະປະຊາຊົນບັນດາເຜົ່າໄດ້ຮ່ວມແຮງຮ່ວມໃຈບຸກບືນສູ້ຊົນແລ້ວ, ກໍຈະເຮັດໃຫ້ພີ່ນ້ອງປະຊາຊົນດຳລົງຊີວິດຢ່າງມີຄວາມສຸກແນ່ນອນ.
“ລະດູຮ້ອນ ປີ 2009 ສະຫາຍສີຈິ້ນຜິງໄດ້ນັ່ງຄັດຕະໝາດຢູ່ເທິງຮ້ານໄມ້ກ້ອງຮົ່ມເຄືອໝາກລ່າແຊ້ງ, ທັງໂອ້ລົມກັບພວກເຮົາຢ່າງສະໜິດສະໜົມ.” ເລຂາຄະນະພັກບ້ານຕາສີ່ໄດ້ຫວນຄືນວ່າ, ປີ 2014 ໃນມື້ທີ່ໄດ້ຮັບຈົດໝາຍຕອບຄືນຈາກທ່ານສີຈິ້ນຜິງ, “ພີ່ນ້ອງປະຊາຊົນໄດ້ມາເຕົ້າໂຮມກັນຢູ່ກ້ອງຮົ່ມເຄືອໝາກລ່າແຊ້ງນີ້, ອ່ານຈົດໝາຍຂອງທ່ານສີຈິ້ນຜິງລື້ມໄປລື້ມມາ.”
ຄຳເຫັນ
0