ທ່ານສີຈິ້ນຜິງເຄີຍເວົ້າເຖິງເລື່ອງການແຕ່ງດອງຂອງຄົນທຳມະດາໃນຫຼາຍ ໂອກາດ. ຈາກການບອກໃຫ້ນັກບິນໃນກອງທັບວ່າ “ຂ້ຽວແຕ່ງດອງໄວໆເດີ” ຈົນຮອດການເອົາໃຈໃສ່ເລື່ອງການສ້າງຄອບຄົວຂອງບ່າວແກ່ສາວເຖົ້າຢູ່ບ້ານສິບແປດຖ້ຳຫຼາຍເທື່ອ. ເລື່ອງການສ້າງຄອບຄົວຂອງຄົນເຫຼົ່ານີ້ກໍແມ່ນສິ່ງທີ່ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ມາໂດຍຕະຫຼອດ.
ເດືອນພຶດສະພາປີ 2013, ຢູ່ເມືອງລູສ່ານ ແຂວງເສສວນໄດ້ເກີດໄພແຜ່ນດິນໄຫວຂັ້ນ 7 ລິກເຕີ, ພາໃຫ້ເກີດມີຜົນເສຍຫາຍດ້ານຊີວິດ ແລະ ຊັບສິນຢ່າງໜັກໜ່ວງ, ທ້າວຈ່າງຊ້າງນຽນ ນັກບິນກອງທັບທີ 13 ໄດ້ຮັບຄຳສັ່ງໃຫ້ໄປຊ່ວຍກູ້ໄພຢູ່ເຂດປະສົບໄພ.
ເມືອງທີ່ປະສົບໄພຕັ້ງຢູ່ເທິງເຂດພູດອຍ, ບ່ອນທີ່ເມກໝອກກົ້ວເຕັມໜ້ວຍພູ, ເສັ້ນທາງຖືກທຳລາຍ, ແມ່ນສະຖານທີ່ທີ່ໜ່ວຍກູ້ໄພທາງໜ້າດິນຍາກທີ່ຈະໄປເຖິງ.ພາຍໃຕ້ສະພາບການດັ່ງກ່າວ ທ້າວຈ່າງຊ້າງນຽນກໍໄດ້ພະຍາຍາມຫຼາຍເທື່ອແຕ່ບໍ່ໄດ້ຜົນ, ໃນທີ່ສຸດລາວກໍສາມາດຊອກຫາທາງລົງຈອດໄດ້ຢ່າງສຳເລັດຜົນ, ໂດຍສາມາດສົ່ງອາຫານ ແລະ ຢາປົວພະຍາດທີ່ຕ້ອງການດ່ວນໃຫ້ແກ່ປະຊາຊົນຢູ່ເຂດປະສົບໄພ, ທັງໄດ້ຂັບເຮືອບິນເຮລີກົບແຕສົ່ງຜູ້ບາດເຈັບໜັກ 17 ຄົນໄປປິ່ນປົວຢູ່ໂຮງໝໍ.
ວັນທີ 22 ພຶດສະພາປີ 2013, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມນາຍ ແລະ ພົນທະຫານທີ່ເຂົ້າຮ່ວມການກູ້ໄພຢູ່ເມືອງລູສ່ານ, ທ່ານສີຈິ້ນຜິງຈຶ່ງໄດ້ບອກທ້າວຈ່າງຊ້າງນຽນດ້ວຍຄວາມຄວາມເປັນຫ່ວງເປັນໃຍວ່າ: “ຕ້ອງຂ້ຽວຍາດເວລາຈັດງານດອງໃຫ້ສຳເລັດເດີ.”
ວັນທີ 22 ພຶດສະພາປີ 2013, ໃນເວລາທີ່ໄປສຳຫຼວດກວດເບິ່ງກົມກອງທີ່ທ້າວຈ່າງຊ້າງນຽນປະຈຳການຢູ່ນັ້ນ, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມນາຍ ແລະ ພົນທະຫານທີ່ເຂົ້າຮ່ວມການກູ້ໄພຢູ່ເມືອງລູສ່ານ. ເມື່ອຮູ້ວ່າທ້າວຈ່າງຊ້າງນຽນໄດ້ໂຈະພິທີແຕ່ງດອງທັນທີຫຼັງເມືອງລູສ່ານເກີດໄພແຜ່ນດິນໄຫວ, ລາວໄດ້ເດີນທາງກັບຄືນສູ່ກົມກອງເພື່ອເຂົ້າຮ່ວມການກູ້ໄພ, ທ່ານສີຈິ້ນຜິງຈຶ່ງໄດ້ບອກດ້ວຍຄວາມຄວາມເປັນຫ່ວງເປັນໃຍວ່າ: “ຕ້ອງຂ້ຽວຍາດເວລາຈັດງານດອງໃຫ້ສຳເລັດເດີ.”
ພິທີແຕ່ງດອງອັນພິເສດຂອງທ້າວຈ່າງຊ້າງນຽນ
ອີງຕາມຄຳເວົ້າຂອງທ່ານສີຈິ້ນິຜິງ, ຫຼັງຈາກການກູ້ໄພສິ້ນສຸດລົງ, ທາງກົມກອງໄດ້ຈັດພິທີແຕ່ງດອງແບບລຽບງ່າຍ ແຕ່ ພິເສດໃຫ້ແກ່ທ້າວຈ່າງຊ້າງນຽນ. ໃນມື້ນັ້ນ, ຍົນເຮລີກົບເຕ 7 ລຳໄດ້ຈັດແຖວຢ່າງເປັນລະບຽບຈົບງາມເພື່ອເປັນກຽດໃຫ້ແກ່ພິທີແຕ່ງດອງ. ຜູ້ຕາງໜ້າປະຊາຊົນຂອງເຂດປະສົບໄພເມືອງລູສ່ານ, ຜູ້ຕາງໜ້ານາຍ ແລະ ພົນທະຫານກໍໄດ້ພາກັນມອບດອກໄມ້ສົດ ແລະ ກ່າວຄຳອວຍພອນອັນອົບອຸ່ນໃຫ້ຄູ່ສົມລົດໃໝ່.
ຄວາມເອົາໃຈໃສ່ຂອງທ່ານສີຈິ້ນຜິງເປັນການມອບຄວາມອົບອຸ່ນ ແລະ ໃຫ້ກຳລັງໃຈແກ່ທ້າວຈ່າງຊ້າງນຽນ. ລາວເວົ້າວ່າ: “ຂໍພຽງແຕ່ປະເທດຊາດມີຄຳສັ່ງ, ຂ້າພະເຈົ້າກຽມພ້ອມຈະເດີນທາງໄປຮັບໃຊ້ໃນທຸກເວລາ!”
ບ້ານສິບແປດຖ້ຳຕັ້ງຢູ່ພາກຕາເວັນຕົກຂອງແຂວງຫູນານ, ເຄີຍເປັນບ້ານທຸກຍາກ, ເນື້ອທີ່ປູກຝັງສະເລ່ຍຕໍ່ຫົວຄົນຢູ່ແຫ່ງນີ້ມີແຕ່ປະມານ 550ຕາແມັດເທົ່ານັ້ນ, ປີ 2013 ລາຍຮັບສຸດທິສະເລ່ຍຕໍ່ຫົວຄົນຂອງທົ່ວບ້ານມີແຕ່ 1668 ຢວນເທົ່ານັ້ນ, ຄວາມທຸກຍາກຫຼ້າຫຼັງເຮັດໃຫ້ຜູ້ບ່າວຫຼາຍຄົນບໍ່ສາມາດສ້າງຄອບຄົວໄດ້, ວ່າການດຳລົງຊີວິດບໍ່ມີຊີວິດຊີວາເພາະວ່າຂາດສິ່ງໃດໜຶ່ງ.
ເດືອນພະຈິກປີ 2013, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງບ້ານສິບແປດຖ້ຳ, ໃນເວລານັ່ງສົນທະນາກັບພະນັກງານ ແລະ ປະຊາຊົນທ້ອງຖິ່ນ, ພວກຊາວບ້ານໄດ້ເລົ່າເລື່ອງນີ້ສູ່ທ່ານສີຈິ້ນຜິງຟັງ. ທ່ານສີຈິ້ນຜິງໄດ້ໃຫ້ກຳລັງໃຈແກ່ຊາວບ້ານວ່າ, ຕ້ອງພະຍາຍາມສູ້ຊົນ, ຫຼັງຈາກລຶບລ້າງຄວາມທຸກຍາກໄດ້ແລ້ວ, ຊີວິດການເປັນຢູ່ຈະດີຂຶ້ນແນ່ນອນ, ຮອດຕອນນັ້ນກໍສາມາດເອົາເມຍໄດ້ຢ່າງແນ່ນອນ.
ຕັ້ງແຕ່ນັ້ນມາ, ບ່າວເຖົ້າສາວແກ່ຂອງບ້ານສິບແປດຖ້ຳສາມາດເອົາຜົວເອົາເມຍຫຼືບໍ່,ກໍໄດ້ກາຍເປັນສິ່ງທີ່ທ່ານສີຈິ້ນຜິງເອົາໃຈໃສ່ຕະຫຼອດມາ.
ປີ 2016, ໃນໄລຍະຈັດກອງປະຊຸມສອງສະພາທົ່ວປະເທດ, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການປຶກສາຫາລືກັບຄະນະຜູ້ແທນແຂວງຫູນານ, ແລະໄດ້ຖາມເຖິງບັນຫາການສ້າງຄອບຄົວຂອງບ່າວເຖົ້າຢູ່ບ້ານສິບແປດຖ້ຳໂດຍສະເພາະ
ປີ 2016, ໃນໄລຍະຈັດກອງປະຊຸມສອງສະພາທົ່ວປະເທດ, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການປຶກສາຫາລືກັບຄະນະຜູ້ແທນແຂວງຫູນານ, ແລະໄດ້ຖາມເຖິງບັນຫາການສ້າງຄອບຄົວຂອງບ່າວເຖົ້າຢູ່ບ້ານສິບແປດຖ້ຳໂດຍສະເພາະວ່າ: “ປີກາຍນີ້ມີຈັກຄົນໄດ້ແຕ່ງງານແລ້ວ?” ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຕອບວ່າ: “ມີ 7 ຄົນ.”
ປີ 2017, ໃນກອງປະຊຸມສຳມະນາກ່ຽວກັບການລຶບລ້າງຄວາມທຸກຍາກຂອງເຂດທຸກຍາກທີ່ສຸດ, ທ່ານສີຈິ້ນຜິງໄດ້ເວົ້າເຖິງເລື່ອງການສ້າງຄອບຄົວຂອງຜູ້ບ່າວບ້ານສິບແປດຖ້ຳໂດຍສະເພາະ. ທ່ານເວົ້າວ່າ: “ປີ 2013 ຂ້າພະເຈົ້າເຄີຍໄປບ້ານສິບແປດຖ້ຳ, ບ້ານແຫ່ງນີ້ໃຊ້ເວລາ 3 ປີປາຍກໍສາມາດຫຼຸດພົ້ນອອກຈາກບັນຊີລາຍຊື່ບ້ານທຸກຍາກໄດ້ທັງໝົດ. ຜູ້ເປັນໂສດ 40 ຄົນໃນເມື່ອກ່ອນມີເຄິ່ງໜຶ່ງໄດ້ສ້າງຄອບຄົວແລ້ວ, ສ່ວນເຈົ້າສາວລ້ວນແຕ່ແມ່ນຄົນບ້ານອື່ນ.”
ນອກຈາກເອົາໃຈໃສ່ເລື່ອງການສ້າງຄອບຄົວຂອງນາຍ ແລະ ພົນທະຫານຂັ້ນຮາກຖານ ແລະ ຊາວບ້ານທຳມະດາແລ້ວ, ທ່ານສີຈິ້ນຜິງຍັງໄດ້ເອົາໃຈໃສ່ເລື່ອງທີ່ທ້າວໂມຮາເນດທີ່ມາຈາກຊອກດານີໄດ້ສ້າງຄອບຄົວກັບຜູ້ສາວຈີນແລ້ວດຳລົງຊີວິດຢູ່ຈີນ.
ທ້າວໂມຮາເນດພ້ອມເມຍຂອງຕົນ
ວັນທີ 5 ມິຖຸນາປີ 2014, ທ່ານສີຈິ້ນຜິງໄດ້ປະກອບຄຳເຫັນໃນພິທີເປີດກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 6 ຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຣັບ, ໂດຍກ່າວວ່າ: “ຢູ່ນະຄອນອີ້ອູ່ບ່ອນທີ່ມີນັກທຸລະກິດອາຣັບຢ່າງຫຼວງຫຼາຍນັ້ນ, ມີນັກທຸລະກິດຊອກດານີຜູ້ໜຶ່ງຊື່ວ່າໂມຮາເນດໄດ້ເປີດຮ້ານອາຫານອາຣັບແຫ່ງໜຶ່ງ. ລາວໄດ້ນຳເອົາວັດທະນະທຳອາຫານອາຣັບແບບອ້ອຍຕ້ອຍໄປສູ່ນະຄອນອີ້ອູ່, ລາວປະສົບຜົນສຳເລັດໃນການດຳເນີນທຸລະກິດທ່າມກາງຄວາມຈະເລີນຮຸ່ງເຮືອງຂອງນະຄອນອີ້ອູ່, ໃນທີ່ສຸດກໍໄດ້ສ້າງຄອບຄົວກັບຜູ້ສາວຈີນ, ແລະສ້າງຫຼັກປັກຖານຢູ່ປະເທດຈີນເລີຍ. ຊາວໜຸ່ມອາຣັບທຳມະດາຜູ້ໜຶ່ງ, ໄດ້ສ້າງຄວາມໃຝ່ຝັນຂອງຊີວິດຕົນເຊື່ອມສານເຂົ້າກັບຄວາມໃຝ່ຝັນຂອງປະຊາຊົນຈີນທີ່ສະແຫວງຫາຄວາມສຸກ, ຍຶດໝັ້ນການບຸກບືນສູ້ຊົນຢ່າງບໍ່ລົດລະ, ເຮັດໃຫ້ຊີວິດມີສີສັນສະເພາະ, ນີ້ໄດ້ສະທ້ອນໃຫ້ເຫັນເຖິງການເຊື່ອມໂຍງຢ່າງຈົບງາມລະຫວ່າງຄວາມໃຝ່ຝັນຈີນກັບຄວາມໃຝ່ຝັນອາຣັບ.”
ປີ 2001, ທ້າວໂມຮາເນດ ນັກທຸລະກິດຊອກດານີທີ່ທ່ານສີຈິ້ນຜິງເວົ້າເຖິງນັ້ນໄດ້ໄປເຮັດວຽກຢູ່ນະຄອນກວາງໂຈ່. ຫຼັງຈາກໄປຮອດແຫ່ງນັ້ນບໍ່ຮອດເດືອນ, ກໍໄດ້ຮູ້ຈັກກັບຜູ້ສາວຈີນຄົນໜຶ່ງຊື່ນາງລິວຟ່າງ, ຫຼັງຈາກນັ້ນອີກເຄິ່ງປີເຂົາເຈົ້າກໍໄດ້ແຕ່ງງານກັນ. ປີ 2002, ອາວຂອງທ້າວໂມຮາເນດໄດ້ເປີດຮ້ານອາຫານອາຣັບແຫ່ງທຳອິດຢູ່ນະຄອນອີ້ອູ່, ຕໍ່ມາສອງຜົວເມຍໂມຮາເນດໄດ້ເປັນເຈົ້າຂອງຮ້ານອາຫານແຫ່ງນີ້, ປ່ຽນຊື່ຮ້ານເປັນ “ຮ້ານອາຫານດອກໄມ້”, ເຊິ່ງມີຄວາມໝາຍວ່າ ດອກໄມ້ແຫ່ງຄວາມສຸກ ແລະ ດອກໄມ້ແຫ່ງສັນຕິພາບ.
ທ້າວໂມຮາເນດພ້ອມຄອບຄົວ
ເມື່ອຮູ້ວ່າທ່ານສີຈິ້ນຜິງໄດ້ກ່າວເຖິງເລື່ອງຂອງຕົນເອງ, ໝົດຄອບຄົວໂມຮາເນດຮູ້ສຶກຕື່ນເຕັ້ນດີໃຈຫຼາຍ, ແລ້ວໄດ້ຂຽນລົງໃນກຸ່ມວີແຊັດຂອງຕົນໃນທັນທີ, ເພື່ອແບ່ງປັນຄວາມດີໃຈ ແລະ ຄວາມມ່ວນຊື່ນກັບຍາດພີ່ນ້ອງຢູ່ຊອກດານີ.
ບໍ່ວ່າຈະແມ່ນນາຍແລະພົນທະຫານຂັ້ນຮາກຖານ, ຊາວບ້ານທຳມະດາ ຫຼືຜູ້ບ່າວຕ່າງປະເທດທີ່ສ້າງຄອບຄົວຢູ່ຈີນ, ເຂົາເຈົ້າລ້ວນແຕ່ແມ່ນຄົນທຳມະດາ. ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ເລື່ອງການສ້າງຄອບຄົວຂອງເຂົາເຈົ້າ, ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຕໍ່ຊີວິດທີ່ມີຄວາມສຸກຂອງປະຊາຊົນ, ທັງໄດ້ສ່ອງແສງເຖິງທັດສະນະທີ່ຖືປະຊາຊົນສຳຄັນກວ່າໝູ່.
ຄຳເຫັນ
0