ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ປີນີ້ແມ່ນປີສ້າງຕັ້ງເຂດເສດຖະກິດພິເສດເຊີ່ນເຈີ້ນຄົບຮອບ 40 ປີ. 40 ປີຜ່ານມານີ້, ເຊີ່ນເຈີ້ນຈາກບ້ານປະມົງທີ່ຫ່າງໄກແຫ່ງໜຶ່ງ ໄດ້ພັດທະນາຈົນກາຍເປັນຕົວເມືອງປະດິດສ້າງລະດັບສາກົນ, ກາຍເປັນໜຶ່ງໃນສູນເສດຖະກິດ, ສູນການທະນາຄານ ແລະ ສູນການປະດິດສ້າງໃໝ່ທີ່ສຳຄັນຂອງຈີນ. ຮູບພາບເກົ່າ ແລະ ໃໝ່ດັ່ງລຸ່ມນີ້ໄດ້ບົ່ງອອກເຖິງການປ່ຽນແປງໃຫຍ່ຫຼວງຂອງເຊີ່ນເຈີ້ນໃນ 40 ປີມານີ້:

ຕົ້ນຊຸມປີ 1980, ເຂດອຸດສາຫະກຳເຊີໂຂເຊີ່ນເຈີ້ນທີ່ກຳລັງກໍ່ສ້າງ, ນີ້ເປັນເຂດພັດທະນາເສດຖະກິດແບບເປີດປະຕູສູ່ພາຍນອກແຫ່ງທຳອິດຂອງຈີນ.

ເຊີໂຂໃນປັດຈຸບັນ ໄດ້ກາຍເປັນຕົວເມືອງແຄມທະເລທີ່ທັນສະໄໝ ແລະ ແບບສາກົນ.

ຊຸມປີ 1990, ນະຄອນເຊີ່ນເຈີ້ນກ້າວເຂົ້າສູ່ໄລຍະພັດທະນາດ້ວຍຄວາມໄວສູງ, ຢູ່ທຸກຫົນທຸກແຫ່ງກໍ່ມີທັດສະນິຍະພາບຂອງການພັດທະນາ.

ຢູ່ເຂດ CBD ຂອງນະຄອນເຊີ່ນເຈີ້ນໃນປັດຈຸບັນ, ສູນກາງການທະນາຄານສາກົນພີງອ່ານເຊີ່ນເຈີ້ນສູງ 599,1 ແມັດ ເປັນສັນຍະລັກໃໝ່ຂອງຕົວເມືອງແຫ່ງນີ້.

ປີ 1991, ຄຽງຄູ່ກັບການສ້າງຕັ້ງຕະຫຼາດຫຼັກຊັບເຊີ່ນເຈີ້ນ, ຢູ່ເຊີ່ນເຈີ້ນເກີດມີຄວາມຄຶກຄື້ນໃນການລົງທຶນໃນຕະຫຼາດຫຼັກຊັບ.

ປັດຈຸບັນ, ເຊີ່ນເຈີ້ນໄດ້ມີຕະຫຼາດເງິນທຶນຫຼາຍເຄົ້າແລ້ວ. ຈົນຮອດເດືອນມິຖຸນາປີ 2020, ຢູ່ເຊີນເຈີ້ນມີບໍລິສັດທີ່ຈຳໜ່າຍບັດຫຸ້ນສ່ວນຢູ່ໃນຕະຫຼາດລວມທັງໝົດ 310 ແຫ່ງ ໂດຍມີຍອດມູນຄ່າໃນຕະຫຼາດ 7.590 ຕື້ຢວນ.

ຖະໜົນເຊີ່ນນານຂອງນະຄອນເຊີ່ນເຈີ້ນໃນຊຸມປີ 1990.

ທັດສະນີຍະພາບເຖິງຖະໜົນເຊີ່ນນານໃນປັດຈຸບັນ.

ຊຸມປີ 1980, ເຂດຈະເລີນທີ່ສຸດຂອງເຊີ່ນເຈີ້ນແມ່ນຖະໜົນຈີນ-ອັງກິດທີ່ຊ່າໂທຈຽວ, ທີ່ນີ້ເປັນ “ສະຫວັນຂອງການຊອບປີ້ງ”ທີ່ເຫີ່ກັນທີ່ສຸດຂອງພົນລະເມືອງເຊີ່ນເຈີ້ນ.

ຖະໜົນຈີນ-ອັງກິດໃນປັດຈຸບັນເຖິງບໍ່ວ່າຈະເລີນຄືເມື່ອກ່ອນແລ້ວ ແຕ່ຍັງສາມາດດຶງດູດນັກທ່ອງທ່ຽວຈຳນວນຫຼາຍມາສຳຜັດກັບບັນຍາກາດໃນອະດີດ.
ຄຳເຫັນ
0