ເສີ່ນເຈີ້ນເປັນຕົວເມືອງແບບໃດ?ຕຶກສູງສຽດຟ້າລຽນຊ້າຍລ້າຍ, ຢູ່ທ່າກຳປັ່ນເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ, ມີບໍລິສັດໄຮເທັກຢ່າງຫຼວງຫຼາຍ. ເມື່ອເວົ້າເຖິງນະຄອນເສີ່ນເຈີ້ນ ທີ່ເປັນຕົວເມືອງແຄມທະເລພາກໃຕ້ຂອງຈີນ, ທ່ານມີຄວາມປະທັບໃຈຫຍັງແດ່? ມາຟັງຄວາມຮູ້ສຶກຂອງເພື່ອນມິດປະເທດຕ່າງໆ, ແລະເບິ່ງວ່າທ່ານມີຄວາມຮູ້ສຶກຄືກັນກັບເຂົາເຈົ້າບໍ່?
“ເສີ່ນເຈີ້ນ” ໃນພາສາຈີນມີຄວາມໝາຍວ່າ: ຄອງເໝືອງເລິກຢູ່ທົ່ງນາ. 40 ປີກ່ອນ, ດິນແດນແຫ່ງນີ້ຍັງເປັນບ້ານຊາວປະມົງນ້ອຍທີ່ທຸກຍາກ ແລະເຕັມໄປດ້ວຍດິນເຫຼືອງ.
ປີ 1980, ເສີ່ນເຈີ້ນໄດ້ກາຍເປັນໜຶ່ງໃນເຂດເສດຖະກິດພິເສດຊຸດທຳອິດຂອງຈີນທີ່ເປີດປະຕູສູ່ພາຍນອກ ໂດຍໄດ້ເປັນເຂດທີ່ນຳໜ້າໃນການຈັດຕັ້ງປະຕິບັດການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນ.
ວັນທີ 14 ຕຸລານີ້, ພິທີສະເຫຼີມສະຫຼອງວັນສ້າງຕັ້ງເຂດເສດຖະກິດພິເສດເສີ່ນເຈີ້ນຄົບຮອບ 40 ປີ ໄດ້ຈັດຂຶ້ນຢູ່ເສີ່ນເຈີ້ນຢ່າງຄຶກຄື້ນ. ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ກ່າວເຖິງ “ລະຫັດເສີ່ນເຈີ້ນ”.
ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງເຂດເສດຖະກິດພິເສດເສີ່ນເຈີ້ນຄົບຮອບ 40 ປີ
ຮູບແບບເສີ່ນເຈີ້ນ——ຄວາມອັດສະຈັນເກີດຂຶ້ນໄດ້ແນວໃດ?
“ສາມມື້ສາມາດສ້າງຕຶກຊັ້ນໜຶ່ງສຳເລັດ” ມັກຖືກນຳເອົາມາພັນລະນາປຽບທຽບເປັນ “ຄວາມວ່ອງໄວຂອງເສີ່ນເຈີ້ນ” ເລື້ອຍໆ ເຊິ່ງຄວາມວ່ອງໄວແບບນີ້ໄດ້ເຮັດໃຫ້ບ້ານຊາວປະມົງທີ່ທຸກຍາກກາຍເປັນຕົວເມືອງໃຫຍ່ທີ່ທັນສະໄໝ ໂດຍໄດ້ສ້າງ “ຮູບແບບເສີ່ນເຈີ້ນ” ຢ່າງສຳເລັດຜົນ. ໃນພິທີສະເຫຼີມສະຫຼອງ, ທ່ານສີຈິ້ນຜິງໄດ້ສະຫຼຸບເປັນ 10 ຫຼັກການສຳຄັນກ່ຽວກັບ “ຮູບແບບເສີ່ນເຈີ້ນ” ຄື: ຕ້ອງຍຶດໝັ້ນການນຳພາຂອງພັກກອມມູນິດຈີນ, ຕ້ອງຍຶດໝັ້ນ ແລະ ປັບປຸງລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ; ຕ້ອງຍຶດໝັ້ນການພັດທະນາແມ່ນໝັກການຂັ້ນເດັດຂາດ, ຕ້ອງຍຶດໝັ້ນການບຸກບືນຢ່າງກ້າຫານ ແລະກ້າເຮັດກ່ອນໝູ່; ຕ້ອງຍຶດໝັ້ນການເປີດປະຕູສູ່ພາຍນອກຢ່າງຮອບດ້ານ; ຕ້ອງຍຶດໝັ້ນໂດຍຖືເອົາການປະດິດສ້າງໃໝ່ເປັນກຳລັງແຮງຂັບເຄື່ອນອັນດັບໜຶ່ງ, ເພື່ອມີສິດເປັນເຈົ້າການໃນການປະຕິວັດດ້ານວິທະຍາສາດເຕັກນິກແລະການປະຕິວັດດ້ານອຸດສາຫະກຳຂອງໂລກ; ຕ້ອງຍຶດໝັ້ນແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ເຮັດໃຫ້ການປະຕິຮູບ ແລະ ການພັດທະນານຳເອົາຜົນປະໂຫຍດມາ ໃຫ້ແກ່ປະຊາຊົນຫຼາຍກວ່າເກົ່າ ແລະ ຍຸດຕິທຳກວ່າເກົ່າ.
ເມື່ອຕົ້ນຊຸມປີ 1980, ເຂດອຸດສາຫະກຳເຊີໂຂ້ເສີ່ນເຈີ້ນທີ່ກຳລັງກໍ່ສ້າງ, ເປັນເຂດພັດທະນາເສດຖະກິດແຫ່ງທຳອິດຂອງຈີນທີ່ເປີດປະຕູສູ່ພາຍນອກ
ຕຶກສູນກາງການເງິນສາກົນພີງອ່ານເສີ່ນເຈີ້ນ, ສູງ 599,1 ແມັດ, ແມ່ນສັນຍາລັກໃໝ່ຂອງເສີ່ນເຈີ້ນ
ນ້ຳໃຈເສີ່ນເຈີ້ນ--ເຄັດລັບການສ້າງຄວາມອັດສະຈັນແມ່ນຫຍັງ?
ໄລຍະ 40 ປີຜ່ານມາ, ເສີ່ນເຈີ້ນໄດ້ບັນລຸການພັດທະນາແບບກ້າວກະໂດດຄັ້ງປະຫວັດສາດຈາກເມືອງນ້ອຍໃນເຂດຊາຍແດນກາຍເປັນຕົວເມືອງໃຫຍ່ລະດັບສາກົນທີ່ມີບົດບາດສຳຄັນໃນທົ່ວໂລກ. ວິສາຫະກິດວິທະຍາສາດເຕັກນິກລະດັບສູງທີ່ມີຊື່ສຽງຂອງຈີນ ເຊັ່ນ: HUAWEI, TENCENT, DJI ແລະອື່ນໆ ໄດ້ຕັ້ງສຳນັກງານໃຫຍ່ຢູ່ເສີ່ນເຈີ້ນ. ມີປະຊາຊົນຫຼາຍກວ່າ 13 ລ້ານຄົນໄດ້ອາໄສຢູ່ຕົວເມືອທີ່ກວມລວມ ແລະມີວັດທະນະທຳຫຼາກຫຼາຍ ເພື່ອສ້າງ ແລະບັນລຸຄວາມໃຝ່ຝັນຂອງຕົນ.
ທ່ານສີຈິ້ນຜິງກ່າວວ່າ: ເສີ່ນເຈີ້ນແມ່ນຕົວເມືອງໃໝ່ອ່ຽມທີ່ພັກກອມມູນິດຈີນ ແລະປະຊາຊົນສ້າງຕັ້ງຂຶ້ນພາຍຫຼັງດຳເນີນການປະຕິຮູບ ແລະເປີດປະຕູສູ່ພາຍນອກ, ແມ່ນປຽບເໝືອນການວາດພາບສິ່ງສຸດຍອດຂອງລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢູ່ເທິງເຈ້ຍຂາວເປົ່າ. ປະຊາຊົນເສີ່ນເຈີ້ນໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສູ້ຊົນດ້ວຍຄວາມທໍລະຫົດອົດທົນ ແລະດຸໝັ່ນຂະໜຽນພຽນ, ໃຊ້ເວລາ 40 ປີກໍສາມາດສ້າງປະຫວັດສາດທີ່ເປັນຕົວເມືອງໃຫຍ່ລະດັບໂລກ ເຊິ່ງຕົວເມືອງໃຫຍ່ຈຳນວນໜຶ່ງຂອງໂລກຕ້ອງໃຊ້ເວລາເຖິງ 100 ປີ. ນີ້ແມ່ນຄວາມອັດສະຈັນໃນປະຫວັດສາດການພັດທະນາຂອງໂລກທີ່ປະຊາຊົນຈີນສ້າງຂຶ້ນ.
ຖ້າມີຄົນຖາມວ່າເອົາກຳລັງແຮງມາແຕ່ໃສເພື່ອສ້າງຄວາມອັດສະຈັນຂອງໂລກແບບນີ້? ທ່ານສີຈິ້ນຜິງໄດ້ຕອບວ່າ: ແມ່ນນ້ຳໃຈການປະດິດສ້າງໃໝ່ທີ່ກ້າບຸກບືນກ້າທົດລອງ, ແມ່ນນ້ຳໃຈການເຮັດແທ້ທຳຈິງທີ່ລົງເລິກການປະຕິຮູບຢ່າງຮອບດ້ານ, ແມ່ນນ້ຳໃຈການເປີດປະຕູສູ່ພາຍນອກທີ່ປົດປ່ອຍທາງດ້ານແນວຄິດ ແລະກ້າວເດີນໜ້າໄປພ້ອມກັບຍຸກສະໄໝ ທັງແມ່ນແນວຄິດການພັດທະນາທີ່ຍຶດໝັ້ນການຖືປະຊາຊົນເປັນໃຈກາງ.
ການປະດິດສ້າງໃໝ່--ເສີ່ນເຈີ້ນໄດ້ສູ້ຊົນໃນການປົດປ່ອຍ ແລະພັດທະນາກຳລັງການຜະລິດທາງສັງຄົມ, ອອກແຮງຊຸກຍູ້ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ, ລົງທຶນ 100 ຕື້ຢວນຕໍ່ປີໃນດ້ານການຄົ້ນຄວ້າພັດທະນາວິທະຍາສາດ.
ການເຮັດແທ້ທຳຈິງ--ເສີ່ນເຈີ້ນນຳໜ້າໝູ່ພາຍໃນປະເທດຈີນໃນການປະຕິຮູບໂຄງປະກອບເສດຖະກິດທີ່ເນັ້ນໃສ່ຕະຫຼາດ, ອອກມາດຕະການທີ່ກ່ຽວຂ້ອງກັບການປະຕິຮູບຫຼາຍກວ່າ 1000 ສະບັບເປັນເທື່ອທຳອິດ.
ການເປີດປະຕູສູ່ພາຍນອກ--ໃນປີ 1980, ມູນຄ່າຂາເຂົ້າຂາອອກດ້ານການຄ້າກັບຕ່າງປະເທດຂອງເສີ່ນເຈີ້ນທັງໝົດບັນລຸໄດ້ 18 ລ້ານໂດລາສະຫະລັດ; ມາຮອດປີ 2019, ໄດ້ບັນລຸເຖິງ 431,5 ຕື້ໂດລາສະຫະລັດ, ສະເລ່ຍແລ້ວໄດ້ການເຕີບໂຕ 26,1% ຕໍ່ປີ, ວິສາຫະກິດຊັ້ນນຳ 500 ແຫ່ງຂອງໂລກມີ 100 ແຫ່ງໄດ້ມາລົງທຶນຢູ່ເສີ່ນເຈີ້ນ.
ການຖືປະຊາຊົນເປັນໃຈກາງ--ໃນປີ 2019, ລາຍຮັບທີ່ສາມາດຈັບຈ່າຍໄດ້ສະເລ່ຍຕໍ່ຫົວຄົນຂອງເສີ່ນເຈີ້ນບັນລຸໄດ້ 62500 ຢວນ, ເພີ່ມຂຶ້ນ 31,6 ເທົ່າເມື່ອທຽບກັບປີ 1985, ບັນລຸການພັດທະນາແບບກ້າວກະໂດດຄັ້ງປະຫວັດສາດຈາກການແກ້ໄຂການກິນອີ່ມນຸ່ງອຸ່ນເຖິງການສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານດ້ວຍຄຸນນະພາບສູງ.
ວັນທີ 14 ຕຸລາປີ 2020, ພິທີສະເຫຼີມສະຫຼອງວັນສ້າງຕັ້ງເຂດເສດຖະກິດພິເສດເສີ່ນເຈີ້ນຄົບຮອບ 40 ປີໄດ້ຈັດຂຶ້ນຢູ່ເສີ່ນເຈີ້ນຢ່າງຄຶກຄື້ນ.
ອະນາຄົດຂອງເສີ່ນເຈີ້ນ: ເສີ່ນເຈີ້ນທີ່ເປີດປະຕູຍິ່ງຂຶ້ນລໍຄອຍທ່ານມາສະແຫວງຫາໂອກາດ!
ປັດຈຸບັນ, ເສດຖະກິດໂລກພວມຜະເຊີນກັບສິ່ງທ້າທາຍທີ່ສະຫຼັບສັບຊ້ອນຫຼາຍຢ່າງ, ຈີນກໍບໍ່ສາມາດຫຼີກລ່ຽງໄດ້ເຊັ່ນກັນ. ທ່ານສີຈິ້ນຜິງກ່າວວ່າ: “ພວກເຮົາເດັດຂາດຈະບໍ່ໃຫ້ກະແສລົມທີ່ພັດມາກະທົບແລະຄື້ນກະທົບກັບເປັນສິ່ງຂັດຂວາງ”, ຕ້ອງຢືນຢູ່ຂ້າງທີ່ຖືກຕ້ອງຂອງປະຫວັດສາດ, ເປີດກວ້າງການເປີດປະຕູສູ່ພາຍນອກຢ່າງຮອບດ້ານແລະເດັດດ່ຽວໜຽວແໜ້ນ, ຊຸກຍູ້ການສ້າງເສດຖະກິດໂລກແບບເປີດກວ້າງ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ດ້ວຍເຫດນີ້, ທ່ານສີຈິ້ນຜິງໄດ້ວາງແຜນແມ່ບົດການພັດທະນາສະເພາະເສີ່ນເຈີ້ນ ເພື່ອວາດພາບເສີ່ນເຈີ້ນໃນອະນາຄົດ. ໃນນີ້ ມີເຫດຜົນ 8 ຢ່າງທີ່ເປັນສິ່ງດຶງດູດ ເພື່ອລໍຄອຍທ່ານມາພັດທະນາຢູ່ເສີ່ນເຈີ້ນຄື:
ໜຶ່ງ, ເຂດເສດຖະກິດພິເສດບໍ່ພຽງແຕ່ຈະສືບຕໍ່ປະຕິບັດຕໍ່ໄປເທົ່ານັ້ນ ຍັງຈະພັດທະນາໃຫ້ດີກວ່າເກົ່າແລະມີລະດັບສູງກວ່າເກົ່າ. ສະພາບການພັດທະນາແບບໃໝ່ບໍ່ແມ່ນຮອບໝູນວຽນພາຍໃນປະເທດແບບປິດປະຕູ,ແຕ່ຫາກແມ່ນຮອບໝູນວຽນທັງພາຍໃນແລະຕ່າງປະເທດແບບເປີດປະຕູ. ເສີ່ນເຈີ້ນຈະນຳໜ້າໝູ່ໃນການສ້າງໃຫ້ເປັນໂຄງປະກອບເສດຖະກິດໃໝ່ດ້ວຍການເປີດປະຕູທີ່ມີລະດັບສູງກວ່າເກົ່າ.
ສອງ, ແກ້ໄຂບັນຫາຕ່າງໆໃຫ້ດີຕາມແຕ່ລະບັນຫາເຊັ່ນ ການປະກອບອາຊີບ, ການສຶກສາ, ສາທາລະນະສຸກ, ການປະກັນສັງຄົມ, ເຮືອນຢູ່, ການເບິ່ງແຍງລ້ຽງດູຄົນຊະລາ, ຄວາມປອດໄພດ້ານອາຫານ, ທຳມະຊາດແລະສິ່ງແວດລ້ອມ, ຄວາມສະຫງົບທາງສັງຄົມເປັນຕົ້ນ, ສຸມຄວາມພະຍາຍາມເຮັດໃຫ້ປະຊາຊົນມີຄວາມຮູ້ສຶກວ່າໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າ, ມີຄວາມສຸກຢ່າງຕໍ່ເນື່ອງແລະມີຄວາມປອດໄພທີ່ສາມາດຮັບປະກັນໄດ້ຫຼາຍກວ່າເກົ່າ.
ສາມ, ເສີ່ນເຈີ້ນຈະນຳເຂົ້າແລະບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານວິທະຍາສາດເຕັກນິກຍຸດທະສາດ, ຜູ້ມີຄວາມຮູ້ຄວາມສາມາດທີ່ນຳໜ້າດ້ານວິທະຍາສາດເຕັກນິກ, ຜູ້ມີຄວາມຮູ້ຄວາມສມາດ ດ້ານວິທະຍາສາດເຕັກນິກຄົນລຸ້ນໜຸ່ມແລະທີມງານປະດິດສ້າງໃໝ່ທີ່ມີລະດັບສູງໃນສາກົນຈຳນວນໜຶ່ງ ເພື່ອເຕົ້າໂຮມຜູ້ມີຄວາມຮູ້ຄວາມສາມາດໃນໂລກເພື່ອເສີມຂະຫຍາຍບົດບາດຂອງເຂົາເຈົ້າໃຫ້ມີປະສິດທິຜົນ.
ສີ່, ພະຍາຍາມບຸກເບີກເສັ້ນທາງໃໝ່ແຫ່ງການຄຸ້ມຄອງຕົວເມືອງທີ່ສອດຄ່ອງກັບຈຸດພິເສດແລະກົດເກນຂອງຕົວເມືອງຂະໜາດໃຫຍ່ທີ່ສຸດ, ເຮັດໃຫ້ຕົວເມືອງປະຕິບັດງານຢ່າງ ສະຫຼາດແລະ ອັດສະລິຍະຫຼາຍຂຶ້ນກວ່າເກົ່າ.
ຫ້າ, ທຽບໃສ່ມາດຕະຖານນຳໜ້າໃນສາກົນ, ອອກແຮງພັດທະນາຂະແໜງການບໍລິການຍຸກປັດຈຸບັນເຊັ່ນ: ການທະນາຄານ, ການຄົ້ນຄວ້າພັດທະນາ, ການອອກແບບ, ການບັນຊີ, ກົດໝາຍ, ການປະຊຸມແລະວາງສະແດງ ເປັນຕົ້ນ.
ຫົກ, ສ້າງແຫຼ່ງວິທະຍາສາດເຕັກນິກແລະປະດິດສ້າງໃໝ່ດ້ານອຸດສາຫະກຳທີ່ມີຊື່ສຽງອິດທິພົນຕໍ່ໂລກ, ວາງແຜນຍຸດທະສາດຢ່າງມີວິໄສທັດແບບລ້ຳຍຸກກ່ຽວກັບການພັດທະນາອຸດສາຫະກຳທີ່ພັດທະນາໃໝ່, ສ້າງໜໍ່ແໜງແລະພັດທະນາອຸດສາຫະກຳໃນອະນາຄົດ, ພັດທະນາເສດຖະກິດດິຈີຕອນ.
ເຈັດ, ເສີ່ນເຈີ້ນຈະເພີ່ມທະວີການຮ່ວມມືຕົວຈິງໃນຫຼາຍລະດັບແລະຫຼາຍຂົງເຂດກັບບັນດາປະເທດແລະເຂດແຄວ້ນທີ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”.
ແປດ, ຍຶດໝັ້ນໃນການຈັດຕັ້ງປະຕິບັດຍຸດທະສາດເປີດປະຕູສູ່ພາຍນອກແບບຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງເດັດດ່ຽວໜຽວແໜ້ນ, ເພື່ອດຶງດູດກຳລັງແຮງຂັບເຄື່ອນການພັດທະນາຈາກທົ່ວໂລກ ທັງເຮັດໃຫ້ການພັດທະນາຂອງຈີນສ້າງຜົນປະໂຫຍດໃຫ້ແກ່ໂລກຢ່າງມີປະສິດທິຜົນຫຼາຍກວ່າເກົ່າ.
ທ່ານສີຈິ້ນຜິງໄດ້ຍົກເອົາຄຳກອນບູຮານຈີນທີ່ວ່າ “ດອກໄມ້ບານພຽງຊະນິດດຽວບໍ່ສົມວ່າເປັນລະດູບານໃໝ່, ດອກໄມ້ນານາຊະນິດເບັ່ງບານພ້ອມກັນຈິ່ງຈະສ້າງຄວາມສວຍງາມເຕັມສວນ” ມາປຽບທຽບເພື່ອຢືນຢັນວ່າ: ພຶດຕິກຳຕົວຈິງໃນການສ້າງສາພັດທະນາເຂດເສດຖະກິດພິເສດເສີ່ນເຈີ້ນແມ່ນບໍ່ສາມາດປາສະຈາກການມີສ່ວນຮ່ວມ ຂອງບັນດາປະເທດໃນໂລກ, ທັງໄດ້ສ້າງຊ່ອງທາງພັດທະນາອັນກວ້າງຂວາງໃຫ້ແກ່ບັນດາປະເທດ ເພື່ອແບ່ງປັນຜົນປະໂຫຍດຈາກການພັດທະນາຂອງຈີນ. ຈີນຍິນດີຕ້ອນຮັບບັນດາປະເທດໃນໂລກເຂົ້າຮ່ວມການປະຕິຮູບ,ການເປີດປະຕູສູ່ພາຍນອກແລະການພັດທະນາ ເຂດເສດຖະກິດພິເສດຂອງຈີນໃຫ້ຫຼາຍກວ່າເກົ່າເພື່ອຮ່ວມກັນສ້າງສະພາບການໃໝ່ທີ່ປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ,ຊົມໃຊ້ຮ່ວມກັນແລະຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດຮ່ວມກັນ.
ຄຳເຫັນ
0