Next

ເພື່ອຊ່ວຍໃຫ້ປະຊາຊົນຜູ້ທຸກຍາກຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຈະບໍ່ກັບເປັນປະຊາຊົນທຸກຍາກອີກຍ້ອນເປັນພະຍາດໜັກ, ຕາແສງໝ້າຖີເມືອງຫຼົງເຊິ້ງນະຄອນກຸ້ຍລິນຈີນໄດ້ປະຕິບັດນະໂຍບາຍ 198, 1 ກໍແມ່ນອຳນາດການປົກຄອງທາງເມືອງໄດ້ເສຍປະກັນສຸຂະພາບໃຫ້ປະຊາຊົນຜູ້ທຸຍາກ 100% ດ້ວຍງົບປະມານທາງເມືອງ, 9 ແມ່ນຖ້າປະຊາຊົນຜູ້ທຸກຍາກນອນໂຮງໝໍ, ຈະໄດ້ເງິນອຸດໜູນຈາກການປະກັນທາງສຸຂະພາບ 90%, 8 ແມ່ນຖ້າປະຊາຊົນຜູ້ທຸກຍາກໄປປິ່ນປົວພະຍາດຊຳເຮື້ອ, ຈະໄດ້ຮັບເງິນອຸດໜູນຈາກການປະກັນທາງສຸຂະພາບ 80%. ຖ້ານອນໂຮງໝໍ, ປະຊາຊົນຜູ້ທຸກຍາກຈະບໍ່ຕ້ອງຈ່າຍເງິນມັດຈຳ ພ້ອມທັງຈະສາມາດຊຳລະຄ່າປິ່ນປົວ ແລະ ຄ່ານອນໂຮງໝໍບາດດຽວເລີຍ ເຊິ່ງໄດ້ເປັນການຄ້ຳປະກັນໃຫ້ແກ່ປະຊາຊົນຜູ້ທຸກຍາກໃນດ້ານການປິ່ນປົວພະຍາດ ແລະ ຈະບໍ່ຕົກເປັນປະຊາຊົນທຸກຍາກ ຍ້ອນເປັນພະຍາດ.
PreviousNext
ຄຳເຫັນ
0