黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປ່ຽນ​ວິ​ກິດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃຫ້ເປັນ​ໂອ​ກາດ​ພັດ​ທະ​ນາ, ຊຸກ​ຍູ້​​ການ​ພົວ​ພັ​ນ​ຈີນ-ລາວ​​ໃຫ້ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່

2020-10-16 10:32:30 cri

ວັນ​ທີ 14 ຕຸ​ລາ​ນີ້, ທ່ານ​​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ​ລາວ ແລະ ທ່ານ​ທອງ​ລຸນ ສິ​ສຸ​ລິດ ນາ​ຍົກ​ລັດ​ຖະ​ນົນ​ຕີ​ລາວ​ຕ່າງ​ກໍໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານຫ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ພວມ​ຢ້ຽມ​ຢາມ​ລາວ. ນີ້​ແມ່ນການຢ້ຽມ​ຢາມ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ອີກ​ຄັ້ງ​ໜຶ່ງ​ໃນ​ຮອບ​ເຄິ່ງ​ປີຂອງ​ທ່ານ​ຫວາງ​ຢີ້.

ວັນ​ທີ 20 ກຸມ​ພາ​ປີ​ນີ້, ກອງປະ​ຊຸມສະ​ໄໝ​ພິ​ເສດ​ຂອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ​ກ່ຽວ​ກັບ​ບັນ​ຫາ​ພະ​ຍາດ​ໂຄວິດ-19 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນແຫ່ງ ສ​ປ​ປ ລາວ, ສະ​ພາບ​ທີ່ທ່ານ​​ຫວາງ​ຢີ້​ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ບັນດາ​ປະ​ເທດ​ໃນອາ​ຊຽນ​ທີ່​ເຂົ້າ​ຮ່ວມ​ປະ​ຊຸມ​ໄດ້​ຢືນຢູ່​ຄຽງ​ຂ້າງ​ກັນ​ແລະ​​ເກາະ​ແຂນ​ກັນ, ຮ່ວມ​ກັນ​ຮ້ອງ​ຄຳ​ຂວັນ​: “ອູ​ຮັ້ນ​ສູ້ໆ! ປະ​ເທດ​ຈີນ​ສູ້ໆ! ອາ​ຊຽນ​ສູ້ໆ” ຍັງ​ຝັງ​ເລິກ​ຢູ່​ໃນຈິດ​ໃຈຂອງ​ປະ​ຊາ​ຊົນ​ທັງ​ສອ​ງ​ປະ​ເທດ​ຈີນ-ລາວ.

ພາຍ​ຫຼັງ​ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລ້ວ, ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຈີນ-ລາວ​ໄດ້​ຮັບ​ຜົນ​ກະທົບ​​ໃນ​ຊົ່ວ​​ໄລຍະ​ໜຶ່ງ. ໃນ​​ໂອກາດ​ຢ້ຽມ​ຢາມ 5 ປະ​ເທດ​ອາ​ຊຽນ​ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ປະ​ເທດ​ອາ​ຊຽນ, ການຢ້ຽມ​ຢາມ​ປະ​ເທດ​ລາວຂອງທ່ານ​ຫວາງ​ຢີ້​​​ໃນຄັ້ງ​ນີ້​ສາ​ມາດ​ເວົ້າ​ໄດ້​ວ່າ​ໄດ້​ຮັກ​ສາ​ທ່ວງທ່າ​ທີ່​ສອງ​ປະ​ເທດ​​ຕິດ​ຕໍ່​ພົວ​ພັນ​ກັນຢ່າງ​ໃກ້​ຊິດ​ ທັງ​ພົວພັນ​ກັນດ້ວຍ​ຮູບ​ການ​ຕ່າງໆ​ເຊັ່ນ: ສົນທະນາ​ກັນ​ຜ່ານ​ທາງໂທ​ລະ​ສັບ, ວິ​ດີ​ໂອ, ແລະ​ການ​ພົບປະກັນ​ທາງອອ​ຟ​ລາຍ ​ແລະ​ອື່ນໆ​ ພາຍ​ຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ພາຍ​ໃຕ້​ສະ​ພາບ​ການ​ທີ່​ພະ​ຍາດ​ໂຄວິດ-19 ສືບ​ຕໍ່​ແຜ່​ລະ​ບາດ​ໃນ​ທົ່​ວ​ໂລກ, ຈີນ​ແລະ​ລາວ​ລ້ວນ​ແຕ່​ມີ​ຄວາມ​ຕັດ​ສິນ​ໃຈ​ແລະ​ຄວາມ​ຈິງ​ໃຈ​​ເພື່ອຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ມີ​ພະ​ລັງ​ຊີ​ວິດ​ແລະ​ມີ​ທ່າ​ແຮງ​ທີ່​ເຂັ້າ​ແຂງ.

ທ່ານ​ຫວາງ​ຢີ້​ຢ້ຽມ​ຢາມ​ປະ​ເທດ​ລາວ​ຄັ້ງ​ນີ້​​ໄດ້​ຮັບ​ໝາກ​ຜົນ​ຢ່າງຫຼວງຫຼາຍ, ສອງ​ຝ່າຍ​ກ່າວ​ວ່າ​ຈະລົງ​ເລິກ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ ​ແລະ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ​ເປັນ​ການ​ສົ່ງ​ສັນ​ຍານ​ຢ່າງ​ຈະ​ແຈ້ງ​ວ່າ ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ຊຸກ​ຍູ້​ການສ້າງຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ. ສອງ​ຝ່າຍ​ຍັງ​ໄດ້​ປະ​ກາດ​ວ່າ ຈະ​ເລີ່ມ​ເປີດ “ຊ່ອງ​ທາງ​ສະ​ດວກ” ໃຫ້​ແກ່​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ບຸກ​ຄະ​ລາ​ກອນ​ທັງ​ສອງ​ປະ​ເທດ, ແລະ​ເຫັນ​ດີ​ສ້າງ “ຊ່ອງ​ທາງ​ສີ​ຂຽວ” ເພື່ອ​ຂົນ​ສົ່ງ​ເຄື່ອງ​ອຸ​ປະ​ກອນ​ລະ​ຫວ່າງ​ສອງ​ປະ​ເທດ.

ການ​ຢ້ຽມ​ຢາມ​ລາວຂອງທ່ານ​ຫວາງ​ຢີ້​ໃນ​ຄັ້ງ​ນີ້, ​ດ້ານ​ໜຶ່ງ​ສາ​ມາດ​ແກ້​ໄຂວຽກ​ງານ​ຈຳ​ນວນ​ໜຶ່ງ​ທີ່​ຍັງ​ຄ້າງຄາ​ຊົ່ວ​ຄາວ​ຍ້ອນ​ການ​​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ອີກ​ດ້ານ​ໜຶ່ງ, ການ​ຢ້ຽມ​ຢາມ​ເທື່ອ​ນີ້​ກໍ​ໄດ້​ວາງ​ແຜນ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ແລະ​ການ​ຮ່ວມ​ມື​ບົນ​ຈິດ​ໃຈ​ສາມັກຄີ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ຫຼັງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້​ເຂົ້າ​ສູ່​ໄລຍະ​ທ້າຍ. ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ບໍ່​ສາ​ມາດກີດຂວາງ​ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດຈີນ​-ລາວ​ໄດ້, ທະ​ແນມ​ແຕ່​ສອງ​ປະ​ເທດ​ຈີນ​-ລາວ​ພະ​ຍາ​ຍາມ​ຮ່ວມ​ກັນ​ໂດ​ຍ​ປິ່ນ​ອ້ອມ​ວຽກ​ງານ​ສຳ​ຄັນ​ສອງ​ຢ່າງ​ ຄື: ເຮັດ​ແນວ​ໃດ​​ເພື່ອຮ່ວມ​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ເຮັດ​ແນວ​ໃດ​ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດຮ່ວມ​ກັນ, ກໍ​ຈະສາ​ມາດ​ປ່ຽນ​ວິ​ກິດ​ການ​​ໃຫ້ເປັນ​ໂອ​ກາດ, ແລະ​ຊຸກ​ຍູ້​​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ລາວ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ຄຳ​ເຫັນ

0