黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດຖະກິດຈີນຟື້ນຟູຄືນໃໝ່, ເຮັດໃຫ້ເສດຖະກິດໂລກມີຄວາມໝັ້ນໃຈ

2020-10-19 17:03:30 cri

ຈັງ​ຫວະການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ສາ​ມາດ​ພິກຈາກ​ຕົວ​ເລກ​ລົບ​ເປັນ​ຕົວ​ເລກບວກ​ເຊິ່ງ​ໃຫ້​ຜົນ​ທີ່​ໜ້າ​ຕື່ນ​ເຕັ້ນ_fororder_微信图片_20201019165921

ວັນ​ທີ 19 ຕຸ​ລາ​ນີ້, ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​ປ​ະ​ກາດ​ສະ​ພາບ​ການ​ເຄື່ອນ​ໄຫວ​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ​ໃນ 3 ໄມ​ຕາດ​ຂອງ​ປີ​ນີ້. ​ຈາກການ​ຄິດ​ໄລ່​ເບື້ອງ​ຕົ້ນ, ໃນສາມ​ໄຕ​ມາດ​​ຂອງ​ປີ​ນີ້, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນຫຼື GDP ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 72.278,6 ຕື້ຢວນ, ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 0,7%.

ໃນ 3 ໄຕ​ມາດ​​ຂອງ​ປີ​ນີ້, ການ​ລົງ​ທຶນ​​ດ້ານຊັບ​ສິນ​ຄົງ​ທີ່​ຂອງ​ທົ່ວ​ປະ​ເທດ​ຈີນ​ແມ່ນ 43653 ຕື້ຢວນ, ​ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 0,8%, ​ຈັງ​ຫວະຄວາມ​ໄວ​ຂອງ​ການ​ເຕີບ​ໂຕ​ພາຍ​ໃນ​ປີ 2020 ຈາກ​ຕົວ​ເລກ​ລົບ​ສາ​ມາດ​ພິກ​ເປັນ​ຕົວ​ເລກບວກ​​ໄດ້ເປັນ​ຄັ້ງ​ທຳ​ອິດ. ໃນ​ເດືອນ​ກັນ​ຍາ​ຜ່ານ​ມາ​ນີ້, ຍອດ​ມູນ​ຄ່າ​ຂາຍ​ຍ່ອຍ​ເຄື່ອງ​ບໍ​ລິ​ໂພກ​ຂອງ​ທົ່ວ​ປະ​ເທດຈີນ​ບັນ​ລຸ​ເຖິງ 3529,5 ຕື້ຢວນ, ​ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່າ​ນ​ມາ​ໄດ້​ເພີ່ມ​ຂຶ້ນ 3,3%, ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປີ​ນີ້; ເດືອນ​ກັນ​ຍາ​ຜ່ານ​ມາ​ນີ້, ມູນ​ຄ່າ​ສົ່ງ​ອອກ​ສິນ​ຄ້າ​ໄດ້​ເພີ່ມ​ຂຶ້ນ 8,7%, ການ​ນຳ​ເຂົ້າ​ສິນ​ຄ້າ​ໄດ້​ເພີ່ມ​ຂຶ້ນ 11,6%, ​ຈັງ​ຫວະຄວາມ​ໄວ​ຂອງ​ການ​ເຕີບ​ໂຕ​ດັ່ງ​ກ່າວ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ອີກ​ຄັ້ງ​ໜຶ່ງ, 3 ​ໂຕ​ຊີ້ບອກສຳ​ຄັນ​ຂອງ GDP ລ້ວນ​ແຕ່​​ມີ​ທິດ​ທາ​ງ​ທີ່​ດີ​ຂຶ້ນ, ນີ້​ແມ່ນ​ເລື່ອງ​ທີ່​ໜ້າ​​ບິ​ດິ​ຊົມ​ຊື່ນ​ທີ່​ສຸດ.​

ຈັງ​ຫວະການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ສາ​ມາດ​ພິກຈາກ​ຕົວ​ເລກ​ລົບ​ເປັນ​ຕົວ​ເລກບວກ​ເຊິ່ງ​ໃຫ້​ຜົນ​ທີ່​ໜ້າ​ຕື່ນ​ເຕັ້ນ_fororder_微信图片_20201019165913

ເຖິງວ່າ​ GDP ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 4,9% ໃນ​ໄຕ​ມາດ​ທີ​ 3, ຕ່ຳ​ກວ່າ​ການ​ຄາດ​ຄະ​ເລ​ລ່ວງ​ໜ້າ​ຂອງ​ນັກ​ວິ​ເຄາະ​ຈຳ​ນວນ​ໜຶ່ງ, ແຕ່​ໃນ​ຖາ​ນະ​ເປັນ​ກຸ່ມ​ເສດ​ຖະ​ກິດ​ພຽງ​ໜຶ່ງ​ດຽວ​ໃນ​ໂລກ​ທີ່​ສາ​ມາດ​ຮັກ​ສາ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໄດ້, ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ໃນ 3 ໄຕ​ມາດ​ປີ​ນີ້ສາ​ມາດ​ຮັກ​ສາ​ການ​ເຕີບ​ໂຕ​ໄດ້​ນີ້, ໄດ້​ກາຍ​ເປັນ​ “​ສິ່ງ​ຮັບ​ປະ​ກັນຄວາມ​ໝັ້ນ​ທ່ຽງ” ທີ່​ເຮັດ​ໃຫ້​ຕ່ອງ​ໂສ້​ການ​ຜະ​ລິດ​ແລະ​ຕ່ອງ​ໂສ້​ການສະ​ໜອງ​ຂອງ​ໂລກ​ໝູນ​ເດີນ​ໄດ້​ຢ່າງ​ເຂັ້ມ​ແຂງ.

ໜັງ​ສື​ພິມ “ນິວຢອກ​ທາມ​ສ໌” ​ໄດ້​ລົງ​ບົດ​ວິ​ຈານ​ເຊິ່ງ​ໄດ້​ຊີ້​ອອກວ່າ: “​ປະ​ເທດ​ສ່ວນ​ຫຼາຍ​ໃນ​ໂລກ​ຍັງ​ພະ​ຍາ​ຍາມ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19, ແຕ່ປະ​ເທດ​ຈີນ​ໄດ້​ພິ​ສູດ​ໃຫ້​ເຫັນອີກ​ຄັ້ງ​ໜຶ່ງວ່າ​: ພາຍ​ຫຼັງ​ສາ​ມາດຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ໄດ້ຢ່າງ​ສຳ​ເລັດ​ຜົນ​ແລ້ວ, ການ​ທີ່​ຈະ​ຟື້ນ​ຟູ​ເສດ​ຖະ​ກິດ​​ໃຫ້​ເຕີບ​ໂຕຢ່າງວ່ອງ​ໄວ​​ນັ້ນແມ່ນ​ເລື່ອງ​ທີ່​ເປັນ​ໄປ​ໄດ້.”

ຄຳ​ເຫັນ

0