莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ກິ​ລາ​ໂອ​ລິມ​ປິກ​​ລະ​ດູ​ໜາວປັກ​ກິ່ງ​ເຊື້​ອ​ເຊີນ​ທົ່ວ​ໂລກ​ມາ​ເຂົ້າ​ຮ່ວມ

2020-10-19 09:30:27 cri

ງານ​ກິ​ລາ​ໂອ​ລິມ​ປິກ​​ລະ​ດູ​ໜາວປັກ​ກິ່ງ​ເຊື້​ອ​ເຊີນ​ທົ່ວ​ໂລກ​ມາ​ເຂົ້າ​ຮ່ວມ_fororder_北京奥林匹克塔上悬挂的奥运五环标志 摄影Hariandi Hafid_Slik Road Redoscovery .JPG

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ຈັດ​ຂຶ້ນ​ໃນວັນ​ທີ 4 ກຸມ​ພາ​ປີ 2022, ປັກ​ກິ່ງ​ຈະ​ກາຍ​ເປັນ​ຕົວ​ເມືອງ​ທີ່​ເຄີຍ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ​ແລະ​ຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແຫ່ງ​ທຳ​ອິດ​ຂອງ​ໂລກ. ຮອດ​ເວ​ລານັ້ນ, ປັກ​ກິ່ງ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ​ຈະ​ເຊື້ອ​ເຊີນ​ປະ​ຊາ​ຊົນ​ໃນ​ໂລກ​ເຕົ້າ​ໂຮມ​ກັນ​ຢ່າງ​ມ່ວນ​ຊື່ນ​ດ້ວຍ​ຄຳ​ຂວັນ​ທີ່​ວ່າ “​ພົບ​ກັນ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ​ຢູ່​ເທິງ​​ຫິ​ມະ​ແລະນ້ຳ​ກ້າມ​ທີ່​ຂາວ​ສະ​ອາດ”, ເພຶ່ອ​ແບ່ງ​ປັນ​ຄວາມ​ກະ​ຕື​ລື​ລົ້ນ​ແລະ​ຄວາມ​ມ່ວນ​ຊື່ນ​ທີ່​ງານ​ກິ​ລາ​ໂອ​ລິມ​ປິກ​​ມອບ​ໃຫ້.

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ຈັດ​ຂຶ້ນ​​ໃນວັນ​ທີ 4-20 ກຸມ​ພາ​ປີ 2022, ເຊິ່ງ​ຈະ​ມີ 7 ​ປະ​ເພດ​ກິ​ລາ, 15 ລາຍ​ການ​ກິ​ລາ ແລະ 109 ​ລາຍ​ການ​ຍ່ອຍ, ເຊິ່ງ​ລວມ​​ມີ​ການ​ແລ່ນ​ສະ​ກີ, ລົດ​ສະ​ກີ, ຮອກ​ກີ​ນ້ຳ​ກ້ອນ ແລະເຄີ​ລີງ​ເປັນ​ຕົ້ນ, ​ຈະ​ແຂ່ງ​ຂັນ​ຊີງຫຼຽນ​ຄຳ​ 109 ຫຼຽນ; ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄົນ​ພິ​ການ​ປັກ​ກິ່ງ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 4-13 ມີ​ນາ​ປີ 2022, ​ຈະຈັດ​ໃຫ້​ມີ 6 ປະ​ເພດ​ກິ​ລາ ແລະ 78 ລາຍ​ການ​ນ້ອຍ, ​ເຊິ່ງ​ລວມ​ທັງ​ການ​ແລ່ນ​ສະ​ກີ​ເຖິງພູ​​ຄົນ​ພິ​ການ, ​ແລ່ນ​ສະ​ກີ​ໄລ​ຍະ​ຍາວ​ຄົນ​ພິ​ການ, ຮອກ​ກີ​ນ້ຳ​ກ້ອນ​ຄົນ​ພິ​ການ ແລະ​ເຄີ​ລີງ​ຄົນ​ພິ​ການ​ເປັນ​ຕົ້ນ, ຈະ​ແຂ່ງ​ຂັນ​ຊີງຫຼຽນ​ຄຳ​ 78 ຫຼຽນ. ການ​ແຂ່ງ​ຂັນ​ເຫຼົ່າ​ນີ້​​ຈະ​ຈັດ​ຂຶ້ນ​ຢູ່​ສາມ​ເຂດ​ຄື: ປັກ​ກິ່ງ ຢຽນ​ຊີ້ງ ແລະ​ຈ່າງ​ເຈ່ຍ​ໂຂ.

ງານ​ກິ​ລາ​ໂອ​ລິມ​ປິກ​​ລະ​ດູ​ໜາວປັກ​ກິ່ງ​ເຊື້​ອ​ເຊີນ​ທົ່ວ​ໂລກ​ມາ​ເຂົ້າ​ຮ່ວມ_fororder_北京冬奥会和冬残奥会展示中心 摄影 阮红军

ວຽກ​ງານ​ຫ້າງ​ຫາ​ກະ​ກຽມ​ປະ​ເພດ​ຕ່າງໆ​ຂອງ​​ຄະ​ນະ​ກຳ​ມະ​ການ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ ໄດ້​ດຳ​ເນີນ​ໄປຕາມ​ແຜນ​ທຸກ​ຢ່າງ. ​ມາ​ຮອດ​ປັດ​ຈຸ​ບັນ, ​ວິ​ສາ​ຫະ​ກິດ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ມີ​ເຖິງ 34 ແຫ່ງ, ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ​ມີ​​ທ່າອຽງການ​ຈຳ​ໜ່າຍດີຫຼາຍ; ​ຈຳ​ນວນ​ຄົນ​ທົ່ວ​ໂລກ​ທີ່ສະ​ໝັກ​ເປັນ​ອາ​ສາ​ສະ​ໝັກ​ຂອງ​ງານ​ກິ​ລາຫຼາຍກວ່າ 894.000 ​ຄົນ. ໂຄງ​ການ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເຊັ່ນ:​ໂທ​ລະ​ຄົມ 5G ແລະ​ການ​ຖ່າຍ​ທອດສົດ​ທາງ​ອິນ​ເຕີ​ເນັດ ພວມ​ເລັ່ງ​ລັດ​ປະ​ຕິ​ບັດ​ງານ, ລະ​ບົບ​ຕິດ​ຕາມ​ອາ​ກາດ​ໄດ້​ຮັບ​ການ​​ປັບ​ປຸງໃຫ້​ສົມ​ບູນ​ຂຶ້ນ, ​ສາ​ມາດ​ພະ​ຍາ​ກອນ​ອາ​ກາດ​​ໃນ​ທຸກນາ​ທີ​ແລະ​ອາ​ກາດ​ໃນ​ຄວາມ​ສູງ 100 ກວ່າ​ແມັດ​ຢ່າງ​ຖືກ​ຕ້ອງ​ແມ່ນຢຳ​ໃນ​ຂັ້ນ​ຕົ້ນ. ໃນ​ໄລ​ຍະ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ຍັງ​ໄດ້​ຈັດ​ການ​ແຂ່ງ​ຂັນ​ອອກ​ແບບ​ທາງ​ອອນ​ລາຍ​ກ່ຽວ​ກັບ​ຫຼຽນ​ລາງວັນ ​ທວນໄຟ ​ເຄື່ອງ​ນຸ່ງນັກກິ​ລາ ແລະ​ອຸ​ປະ​ກອນ​ກິ​ລາ, ​ປະ​ກາດ​​ບົດເພງ​ຕ່າງໆ​ກ່ຽວ​ກັບ​ງານ, ລະ​ບົບ​ສີ, ແລະ​ຮູບ​ສຳ​ຄັນ​ຕ່າງໆຂອງ​ງານ​ກິ​ລາ​ໂອ​ລິມ​ປິກຊຸດ​ທຳ​ອິດ, ​ໂດຍ​ສະ​ເພາະ​ແມ່ນ​ຮູບ​ສຳ​ຄັນ​ຕ່າງໆ​ແບບ​ເຄື່ອນ​ທີ່ ໄດ້​ເປັນ​ການ​ປະ​ດິດ​ສ້າງ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​​ງານໂອ​ລິມ​ປິກ.

ງານ​ກິ​ລາ​ໂອ​ລິມ​ປິກ​​ລະ​ດູ​ໜາວປັກ​ກິ່ງ​ເຊື້​ອ​ເຊີນ​ທົ່ວ​ໂລກ​ມາ​ເຂົ້າ​ຮ່ວມ_fororder_建设中的国家速滑馆(冰丝带)摄影 杨宾

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ຍຶດ​ໝັ້ນ​ທັດ​ສະ​ນະ​ທີ່​ວ່າ​ຈັດ​ງານ​ກິ​ລາ​ດ້ວຍ “ສີ​ຂຽວ, ຊົມ​ໃຊ້​ຮ່ວມ​ກັນ, ເປີດ​ປະ​ຕູ, ແລະ​ຂາວ​ສະ​ອາດ”, ໄດ້​​ເພີ່ມ​ພູນ​ ປັນ​ຍາ​ຂອງ​ຈີນ​ໃຫ້​ແກ່​ການ​ປະ​ດິດ​ສ້າງ​ໃໝ່​​ສຳ​ລັບກິ​ລາ​ໂອ​ລິມ​ປິກ​ຢ່າງ​ຕັ້ງ​ໜ້າແລະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ໃນ​ດ້ານ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​​ທີ່​ຫັນ​ເປັນ​ສີ​ຂຽວຫຼື​ສະ​ອາດ, ​ເດີ່ນ​ກິ​ລາ​ເທິງ​ນ້ຳ​ກ້າມ​ແລະ​ຫໍ​ໂຮງ​ທີ່ບໍ່​ແມ່ນ​ການ​ແຂ່ງ​ຂັນ​ກິ​ລາ​ທີ່​ສ້າງ​ໃໝ່ນັ້ນ ລ້ວນ​ແຕ່​​ໄດ້ມາດ​ຕະ​ຖານ​ລະ​ດັບ 3 ດາວ​ຂອງ​ການກໍ່​ສ້າງ​ແບບ​ສີ​ຂຽວ​ສະ​ອາດ​. ໄດ້​ສ້າງ​ກົນ​ໄກ​ຄ້າ​ຂາຍ​ໄຟ​ຟ້າ​ສີ​ຂຽວ​ສະ​ອາດ​ຂ້າມ​ເຂດ​ແຄວ້ນ, ​ເດີ່ນ​ກິ​ລາ​ແຂ່ງ​ຂັນ​ທັງ​ໝົດ​ຈະ​ນຳ​ໃຊ້​ໄຟ​ຟ້າ​ສະ​ອາດ 100%. ໃນ​ເດີ່ນ​ກິ​ລາ​ໃນ​ຮົ່ມ​ເທິງ​ນ້ຳ​ກ້າມ 4 ແຫ່ງ​ເຊັ່ນ: ​ໂຮງ​ແລ່ນ​ສະ​ເກັດ​ນ້ຳ​ກ້ອນ​ໄລ​ຍະ​ສັ້ນ​ແຫ່ງ​ຊາດແລະ​ບ່ອນ​ອື່ນໆ ໄດ້​ນຳ​ໃຊ້​ນ້ຳ​ຢາ​ຜະ​ລິດ​​ຄວາມເຢັນ​ກາກບອນ​ດີ​ອອກ​ຊິກ​ແບບ​ໃໝ່, ເຕັກ​ນິກ​ຜະ​ລິດ​ນ້ຳ​ກ້າມ​ທີ່​ເປັນ​​ມິດ​ກັບ​ສິ່ງ​ແວດ​ລ້ອມ​ດີ​ທີ່​ສຸດ​ໃນ​ໂລກ​ປັດ​ຈຸ​ບັນ​ນີ້ ການ​ລະ​ບາຍ​ກາກບອນ​ດີ​ອອກ​ຊິກ​ເກືອບ​ເປັນ​ສູນ.

ງານ​ກິ​ລາ​ໂອ​ລິມ​ປິກ​​ລະ​ດູ​ໜາວປັກ​ກິ່ງ​ເຊື້​ອ​ເຊີນ​ທົ່ວ​ໂລກ​ມາ​ເຂົ້າ​ຮ່ວມ_fororder_北京奥林匹克公园  摄影 杨宾.JPG

ໃນ​ດ້ານ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ດ້ວຍ​ການ​ຊົມ​ໃຊ້​ຮ່ວມ​ກັນ​ນັ້ນ, ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ໄດ້​ເລັ່ງ​ລັດ​ສ້າງ​ເຂດ​ທ່ອງ​ທ່ຽວ​ກິ​ລາ​ແລະ​ວັດ​ທະ​ນະ​ທຳ​ປັກ​ກິ່ງ-ຈ່າງ​ເຈ່ຍ​ໂຂ, ເພື່​ອ​ເຮັດ​ໃຫ້​ມວນ​ຊົນ​ໃນ​ເຂດ​ດັ່ງ​ກ່າວ​ໄດ້​ປະ​ກອບ​ອາ​ຊີບ, ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ແລະ​ຮັ່ງ​ມີ​ຂຶ້ນ. ໄດ້​ຄັດ​ເລືອກ​ໂຮງ​ຮຽນ​ສາ​ທິດ​ການ​ສຶກ​ສາ​ໂອ​ລິມ​ປິກຊຸດ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ 627 ແຫ່ງ​ແລະ​ໂຮງ​ຮຽນກິ​ລາ​ຫິ​ມະ​ແລະ​ນ້ຳ​ກ້າມສີ​ສັນ​ພິ​ເສດ​ 1036 ແຫ່ງ, ໄດ້​ຮຽບ​ຮຽງ​ຄູ່​ມື​ກ່ຽວ​ກັບ​ຄວາມ​ຮູ້​ໂອ​ລິມ​ປິກ​ລະ​ດູ​ໜາວຫຼາຍ​ເຫຼັ້ມ, ແລະ​ຮ່ວມ​ມື​ກັບ​ອົງ​ການ​ສຶກ​ສາ​ທີ່​ກ່ຽວ​ຂ້ອງ​ສ້າງວິ​ທະ​ຍາ​ໄລ​ໂອ​ລິມ​ປິກ​ສາ​ກົນ​ປັກ​ກິ່ງ, ແລະ​ຈະ​ດຳ​ເນີນ​ການ​ສຶກ​ສາ​ໂອ​ລິມ​ປິກ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດຈີນ.

ງານ​ກິ​ລາ​ໂອ​ລິມ​ປິກ​​ລະ​ດູ​ໜາວປັກ​ກິ່ງ​ເຊື້​ອ​ເຊີນ​ທົ່ວ​ໂລກ​ມາ​ເຂົ້າ​ຮ່ວມ_fororder_首钢园 摄影杨宾.JPG

ໃນ​ດ້ານ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ດ້ວຍ​ການ​ເປີດ​ປະ​ຕູນັ້ນ, ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ຮ່ວມ​ມື​ເປັນ​ຢ່າງ​ດີ​ກັບ​ຄະ​ນະກຳ​ມະ​ການ​ກິ​ລາ​ໂອ​ລິມ​ປິກ​ສາ​ກົນ, ຄະ​ນະກຳ​ມະ​ການ​​ກິ​ລາໂອ​ລິມ​ປິກ​ຄົນ​ພິ​ການ​ສາ​ກົນ ແລະ​ສະ​ຫະ​ພັນ​ກິ​ລາ​ປະ​ເພດ​ດ່ຽວ​ລະ​ດູ​ໜາວ​ສາ​ກົນ ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ແລະ​ກໍ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື 3 ຝ່າຍ​ກັບ​ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ຍີ່​ປຸ່ນ​ແລະ​ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງສ.ເກົາຫຼີ. ໄດ້​​ຄັດ​ສັນ​ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທດຫຼາຍ​ສິບ​ທ່ານ​ຢ່າງ​​ເຂັ້ມ​ງວດ ເພື່ອ​​ໃຫ້​ຄຳ​ແນະ​ນຳ​ແລະ​ໃຫ້​ຄຳ​ປຶກ​ສາ​ໃນ​ດ້ານ​ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ແລະການ​ອອກ​ແບບ​ແຂ່ງ​ຂັນ​ເປັນ​ຕົ້ນ.

ໃນ​ດ້ານ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ທີ່​ຂາວ​ສະ​ອາດນັ້ນ, ການ​ຈັດ​ງານ​ແບບ​ລຽບ​ງ່າຍ​ກໍ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ການ​ຈັດ​ງານ​ແບບ​ຂາວ​ສະ​ອາດ. ໃນ​ໄລ​ຍະ​ຕົ້ນ, ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​​ສ້າງ​ແຜນ​ການ​ຈັດ​ງານ​ແບບ​ລຽບ​ງ່າຍ​​ຂຶ້ນ​ມາ, ແລະ​ຍັງ​ຈະ​ຕິດ​ຕໍ່​​ພົວ​ພັນກັບ​ຄະ​ນະ​ຈັດ​ງານ​ໂອ​ລິມ​ປິກ​ໂຕ​ກຽວ​ຢ່າງ​ຕັ້ງ​ໜ້າ, ຖອດ​ຖອນ​​ບົດ​ຮຽນ​ກ່ຽວ​ກັບວິ​ທີ​ການ​ຈັດ​ງານ​ແບບ​ລຽບ​ງ່າຍ​ຂອງ​ເຂົາ​ເຈົ້າ​ຢ່າງ​ເຕັມ​ທີ່, ແລະ​ປັບ​ປຸງ​ມາດ​ຕະ​ການ​​ໃຫ້​ກະ​ທັດ​ຮັດ​​ແລະ​ສົມ​ບູນ​ຂຶ້ນ​ຕື່ມ​ອີກ, ພະ​ຍາ​ຍາມ​ບັນ​ລຸ​ການ​ຈັດ​ງານ​ຢ່າງ​ດີ​ເດັ່ນ​ກັບ​ການ​ຈັດ​ງານ​ແບບ​ປະ​ຢັດ​ໃຫ້​ມີ​ຄວາມ​ກົມ​ກຽວ​ກັນ. ເພີ່ມ​ທະ​ວີ​ວຽກ​ງານການ​ຕິດ​ຕາມກວດ​ກາທຸກ​ໂຄງ​ການ, ຮັບ​ປະ​ກັນ​ໃຫ້​ວຽກ​ງານ​ຫ້າງ​ຫາ​ກະ​ກຽມ​ປອດ​ໄສ​ຂາວ​ສະ​ອາດ​ແລະ​ມີ​ປະ​ສິດ​ທິ​ພາບ​ສູງ.

ວັນ​ທີ 15 ພຶດ​ສະ​ພາ​ປີ 2020, ຄະ​ນະກຳ​ມະ​ການ​ກິ​ລາ​ໂອ​ລິມ​ປິກ​ສາ​ກົນ, ຄະ​ນະ​ກຳ​ມະ​ການ​​ກິ​ລາໂອ​ລິມ​ປິກ​ຄົນ​ພິ​ການ​ສາ​ກົນແລະ​ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້ພ້ອມ​ກັນ​ປະ​ກາດ “ແຜນ​ການ​ການ​ຈັດງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ແບບ​ຍືນ​ຍົງ​ປີ 2022”, ໄດ້​ສະ​ເໜີ​​ຈຸດ​ປະ​ສົງ​ແລະ​ຄາດ​ໝາຍ​ຂອງ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ວ່າ “ສືບ​​ທອດ​ຢ່າງ​ຕໍ່ເນື່ອງ​ໄດ້ ແລະ​ອ​ວ່າຍ​ໜ້າ​ໄປ​ສູ່​ອະ​ນາ​ຄົດ”. ເຊິ່ງແມ່ນ​ແນວ​ຄວາມ​ຄິດ “ສືບ​ທອດ​ຢ່າງ​ຕໍ່​ເນື່ອງ​ໄດ້” ກໍ​ໄດ້​ສະ​ແດງ​ອອກໃນ​​ດ້ານ​ຕ່າງໆ​ຂອງ​ການ​ກໍ່​ສ້າງ​ເດີ່ນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ.

ງານ​ກິ​ລາ​ໂອ​ລິມ​ປິກ​​ລະ​ດູ​ໜາວປັກ​ກິ່ງ​ເຊື້​ອ​ເຊີນ​ທົ່ວ​ໂລກ​ມາ​ເຂົ້າ​ຮ່ວມ_fororder_首钢滑雪大跳台 摄影 杨宾.JPG

​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ນຳ​ໃຊ້​ເດີ່ນກິ​ລາ​​ໃນ​ຮົ່ມທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ຢ່າງ​ເຕັມ​​ທີ່, ຊຸກ​ຍູ້​ການ​ປັບ​ປຸງ​ສ້ອມ​ແປງ​​ເດີ່ນ​ຮົ່ມ​ຕາມ​ເວ​ລາ​ກຳ​ນົດ, ​ເດີ່ນ​ຮົ່ມ​ທີ່​ນຳ​ໃຊ້​ໃນ​ການ​ແຂ່ງ​ຂັນ​​ທັງ​ໝົດ​ຈະ​​ສ້າງສຳ​ເລັດ​ພາຍ​ໃນ​ປີນີ້, ສ່ວນ​ເດີ່ນ​ຮົ່ມ​ທີ່​ເຄີຍ​ນຳ​ໃຊ້​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນປັກ​ກິ່ງ​ປີ 2008​ ເຊັ່ນ: ສູນ​ລອຍ​ນ້ຳ​ແຫ່ງ​ຊາດ, ໂຮງ​ກິ​ລາ​ແຫ່ງ​ຊາດ, ແລະ​ເດີ່ນ​ກິ​ລາ​ໃນ​ຮົ່ມ​ອູ​ເຄີ​ຊົງ​ເປັນ​ຕົ້ນ ຈະ​ຖືກ​ປັບ​ປຸງ​ສ້ອມ​ແປງ​ແລະ​ໃຊ້​ເຂົ້າ​ໃນ​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ, ມໍ​ລະ​ດົກ​ໂອ​ລິມ​​ປິກ​ທີ່​ມີ​ລັກ​ສະ​ນະ​ເປັນຂີດ​ໝາຍ​ເຫຼົ່າ​ນີ້​ຈະ​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​​ໃໝ່​ອ່ຽມ​ໃນ​ງານ​ກິ​​ລາ​ໂອ​ລິມ​ປິກລະ​ດູ​ໜາວ. ເຂດ​ຫ້ອງ​ການ​ໂສ​ກ່າງ​ຂອງ​ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ເຄີຍ​ເປັນ​ເຂດ​ອຸດ​ສາ​ຫະ​ກຳ​ເຫຼັກ​ກ້າ, ປັດ​ຈຸ​ບັນ​ກໍ​ປ່ຽນ​ໂສມ​ໜ້າ​ໃໝ່​ອ່ຽມ, ​ສິ່ງ​ກໍ່​ສ້າງ​ອຸດ​ສາ​ຫະ​ກຳ​ໄດ້​ກາຍ​ມາ​ເປັນ​ຫ້ອງ​ການເຮັດ​ວຽກ, ໄດ້ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່ຫຼວງ, ເຊິ່ງ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​ການ​ຈັດ​ງານ​​ແບບ​ຍືນ​ຍົງ.

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022 ແມ່ນ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ອີກ​ຄັ້ງ​ໜຶ່ງ​​ຢູ່ຈີນ​. ປີ 2022, ປັກ​ກິ່ງ​ທີ່​ຍິ່ງ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຕົນ​ເອງນັ້ນ ​ຫວັງ​ໃຫ້​ກິ​ລາ​ໂອ​ລິມ​ປິກ​ ເຮັດ​ໃຫ້ປະ​ຊາ​ຊົນ​ທົ່ວ​ໂລກ​ໄດ້​ສະ​ເຫວີຍ ງານ​ມະ​ໂຫລານຫິ​ມະ​ແລະ​ນ້ຳ​ກ້າມ​ທີ່​ຕ່າງ​ກັນ, ແລະ​ເຮັດ​ໃຫ້​ທົ່ວ​ໂລກ​​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັນຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0