ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 19 ຕຸລານີ້, ໃນເວລາເຂົ້າຮ່ວມກອງປະຊຸມສຸດຍອດ “ຂໍ້ລິເລີ່ມສາມທະເລ” ແລະເວທີປຶກສາຫາລືອິນເຕີເນັດນັ້ນ, ທ່ານໄມ ພົມເພວ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາກ່າວວ່າ: “ຢູ່ໃນແຫ່ງຕ່າງໆຂອງໂລກເຊັ່ນ: ລາວ, ມົງເຕເນໂກຼ ແລະປາກີສະຖານ ໄດ້ເຫັນຜົນກະທົບທີ່ມີຄວາມພິນາດຈາກສັນຍາການກໍ່ສ້າງພື້ນຖານໂຄງລ່າງຂອງຈີນ.”
ຕໍ່ຖ້ອຍຄວາມດັ່ງກ່າວ, ໂຄສົກຂອງສະຖານທູດຈີນປະຈຳລາວກ່າວຕອບໂຕ້ວ່າ: ນັກການເມືອງອາເມຣິກາບາງຄົນມັກເມື່ອເຫັນການເຄື່ອນໄຫວຂອງຈີນກໍໃສ່ຮ້າຍປ້າຍສີໂລດ, ເຊິ່ງທ່ານໄມ ພົມເພວ ແຮ່ງເປັນແນວນີ້, ຕໍ່ຄຳເວົ້າທີ່ໄຮ້ເຫດຜົນແບບນີ້, ຂ້າພະເຈົ້າບໍ່ຮູ້ວ່າຊິວິຈານແນວໃດດີ.
ໃຜໆກໍຮູ້ດີແລ້ວວ່າ: ປະເທດລາວແມ່ນປະເທດທີ່ບໍ່ມີທາງອອກສູ່ທະເລພຽງປະເທດດຽວໃນອາຊີຕາເວັນອອກສຽງໃຕ້, ການທີ່ “ປະເທດລາວກຳນົດຍຸດທະສາດການຫັນປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດກັບປະເທດໃກ້ຄຽງ” ແມ່ນຍຸດທະສາດການພັດທະນາຂອງລັດຖະບານສປປລາວ, ທັງແມ່ນຄວາມໃຟ່ຝັນອັນແຮງກ້າໃນການພັດທະນາຂອງປະຊາຊົນລາວ. ຈີນ-ລາວຊຸກຍູ້ການຮ່ວມມືກັນກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງລົດໄຟຈີນ-ລາວແລະທາງດ່ວນວຽງຈັນ-ວັງວຽງຕ່າງກໍຈະໃຫ້ສຳເລັດແລະເປີດແລ່ນລົດໄດ້ໃນທ້າຍປີໜ້າແລະທ້າຍປີນີ້, ເຊິ່ງທາງສອງເສັ້ນນີ້ຈະຊ່ວຍໃຫ້ປະເທດລາວສາມາດເຊື່ອມໂຍງເຂົ້າກັບຕາໜ່າງເຊື່ອມໂຍງເຊື່ອມຈອດກັນໃນພາກພື້ນດ້ວຍທ່ວງທ່າອັນໃໝ່ອ່ຽມ, ເໝືອນດັ່ງ “ເສັ້ນເລືອດແດງ”ຂອງການພັດທະນາແບບຍືນຍົງ. ໃນສັບປະດາແລ້ວນີ້, ຜູ້ນຳສປປລາວຍັງໄດ້ສະແດງຄວາມຂອບໃຈນຳຝ່າຍຈີນວ່າ: ເສັ້ນທາງສອງເສັ້ນດັ່ງກ່າວມີຄວາມໝາຍສຳຄັນທາງດ້ານຍຸດທະສາດສຳລັບສປປລາວເພື່ອຫັນປ່ຽນສະພາບທີ່ເປັນປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດກັບຫຼາຍປະເທດອ້ອມຂ້າງ.
ປະເທດລາວຍັງແມ່ນປະເທດໜຶ່ງໃນໂລກທີ່ພົບຄວາມຫຍຸ້ງຍາກທີ່ສຸດໃນການພັດທະນາ, ໃນດ້ານການກໍ່ສ້າງພື້ນຖານໂຄງລ່າງຍັງບໍ່ທັນເຂັ້ມແຂງ, ຍັງມີຄວາມຈຳເປັນຕ້ອງສ້າງເສັ້ນທາງຫຼວງ, ທາງລົດໄຟ, ຂົວ, ແລະສະໜາມບິນຢ່າງຫຼວງຫຼາຍ. ເມື່ອສິ່ງກໍສ້າງພື້ນຖານໂຄງລ່າງຂອງສປປລາວໄດ້ຮັບການຍົກລະດັບແລະສົມບູນຂຶ້ນກໍຈະນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນລາວ.
ພວກໄມພົມເພວໃສ່ຮ້າຍປ້າຍສີການຮ່ວມມືລະຫວ່າງຈີນ-ລາວຈົນສຸດຄວາມສາມາດຂອງຕົນ, ແຕ່ກໍບໍ່ສາມາດຢຸດບາດກ້າວເດີນຂອງການຮ່ວມມືຈີນ-ລາວໄດ້. ຖ້າພວກເຂົາເຈົ້າເອົາໃຈໃສ່ການພັດທະນາຂອງສປປລາວຢ່າງແທ້ຈິງ, ກໍຄວນມີການກະທຳຕົວຈິງໃຫ້ຫຼາຍກວ່າ, ຢ່າມີພຶດຕິກຳທຳລາຍອີກ. ຄວນເອົາໃຈໃສ່ໃນການປ້ອງກັນແລະຄວບຄຸມພະຍາດພາຍໃນປະເທດຂອງຕົນຈະດີກວ່າ, ເພື່ອຫຼຸດຄວາມກົດດັນທີ່ຈະເຮັດໃຫ້ເສດຖະກິດໂລກຊຸດໂຊມຍ້ອນສະພາບການແຜ່ລະບາດຂອງພະຍາດຢູ່ອາເມຣິກາ.
ຄຳເຫັນ
0