何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ​ຂອງ​ຈີນ​ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ໂລກ

2020-10-22 17:27:42 CRI

ຄຽງ​ຄູ່​ກັບ​ລະ​ດູ​ໃບ​ໄມ້ຫຼົ່ນ ແລະ ລະ​ດູ​ໜາວ​ຂອງ​ເຟື້ອງ​ໂລກ​ເໜືອ​ໝູນ​ວຽນ​ມາ​ເຖິງ, ພະ​ຍາດ​ໂຄວິດ-19ໄດ້​​ກັບ​ມາລະ​ບາດ​ຮ້າຍ​ແຮງ​ອີກ​ຮອບ​ໃໝ່, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19​ທົ່ວ​ໂລກ​ມີຫຼາຍກວ່າ 40 ລ້ານ​ຄົນ, ​ມີຜູ້​ເສຍ​ຊີ​ວິດ​ແລ້ວຫຼາຍກວ່າ 1,11ລ້ານ​ຄົນ. ຕົວ​ເລກ​ທີ່​ໜ້າຕົກ​ໃຈ​ເຫຼົ່າ​ນີ້​ເຮັດ​ໃຫ້​ຊາວ​ໂລກ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ໂຫດ​ຮ້າຍ​ຂອງ​ເຊື້​ອພະ​ຍາດ​ໂຄວິດ-19. ຊາວ​ໂລກ​ຕ້ອງ​ການ​ແຜນ​ການ​ທີ່​ສາ​ມາດ​ຮັບ​ມື​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ໄດ້​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ ​ນັ້ນ​ກໍຄື​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ປອດ​ໄພ, ເພື່ອ​ຟື້ນ​ຟູ​ການ​ຜະ​ລິດ ແລະ ​ເຮັດ​ໃຫ້ການ​ດຳ​ລົງ​ຊີ​ວິດ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ.

 

ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ​ຂອງ​ຈີນ​ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ໂລກ_fororder_微信图片_20201022172347

 

ວັນ​ທີ 8 ຕຸ​ລາ​ປີ 2020, ຈີນ​ໄດ້​ເຊັນ​ສັນ​ຍາ​ກັບ​ສະ​ຫະ​ພັນ​ວັກ​ຊີນ ແລະ ການ​ສ້າງ​ພາມ​ຕ້ານ​ທານ​ໂລກ, ເຂົ້າ​ຮ່ວມ “ແຜນ​ດຳ​ເນີນ​ງານ​ກ່ຽວ​ກັບ​ວັກ​ຊີນ​ຕ້ານ​​ເຊື້ອພະ​ຍາດ​ໂຄວິດ-19” ຢ່າງ​ເປັນ​ທາງ​ການ, ໃນ​ຖາ​ນະ​ເປັນ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ທີ່​​ໃຫ້​ການສະ​ໜັບ​ສະ​ໜູນ​ແຜນ​ການ​ດັ່ງ​ກ່າວ​ໃນ​ປະ​ຈຸ​ບັນ, ​ການ​ຕັດ​ສິນ​ໃຈ​ຂອງ​ຈີນ​ໄດ້​ຮັບ​​ການ​ຍ້ອງ​ຍໍຊົມ​ເຊີຍ​ທົ່ວ​ໄປ​ຈາກ​ປະ​ຊາ​ຄົມ​ໂລກ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ຈະ​​ເປັນ​ຜູ້ສະ​ໜອງວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄ​ວິດ-19 ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ໃຫ້​ແກ່​ຊາວ​ໂລກ. ຈີນ​ກໍ​ໄດ້​ກ່າວ​ວ່າ, ການ​​ຕັດ​ສິນ​ໃຈ​ເຂົ້າ​ຮ່ວມ“ແຜນ​​ດຳ​ເນີນ​ງານ​ກ່ຽວ​ກັບ​ວັກ​ຊີນ​ຕ້ານ​​ເຊື້ອພະ​ຍາດ​ໂຄວິດ-19” ຢ່າງ​ເປັນ​ທາງ​ການ, ຈຸດ​ປະ​ສົງ​ກໍ​ແມ່ນ​ເພື່ອ​ຊຸກ​ຍູ້​ການ​ຈັດ​ແບ່ງວັກ​ຊີນ​​ໃຫ້​ໂລກ​ຢ່າງ​ສະ​ເໝີ​ພາບ​ກັນ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ, ຮັບ​ປະ​ກັນ​​ການ​ສະ​ໜອງວັກ​ຊີນ​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ, ຮັບ​ປະ​ກັນໃຫ້​ປະ​ຊາ​ຊົນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ​ບໍ່​ວ່າ​ຜູ້​​ມີລາຍ​ຮັບ​ສູງ ຫຼື ຕ່ຳລ້ວນ​ແຕ່​ສາ​ມາດ​​ຊື້​ວັກ​ຊີນ​ໄດ້​ຢ່າງ​ສະ​ເໝີ​ພາບ​ກັນ. ພ້ອມ​ກັນ​ນັ້ນ, ຈີນ​ກໍ​ມີ​ແຜນ​ການ​ຂອງ​ຕົນ​ເອງ, ຄື​ຈະ​ໃຫ້​ບຸ​ລິ​ມະ​ສິດ​ໃນ​ການ​ສະ​ໜັບ​ສະ​ໜູນ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ ເຊິ່ງ​ລວມ​ທັງ ລາວ ໄທ ຫວຽດ​ນາມ ແລະ​ອື່ນໆ.

 

ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ​ຂອງ​ຈີນ​ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ໂລກ_fororder_微信图片_20201022172356

 

ໃນ​ຂະ​ນະ​ດຽວ​ກັນ​, ສື່ມວນ​ຊົນຫຼາຍ​ປະ​ເທດ​ໄດ້​ສັງ​ເກດ​ເຫັນ​ວ່າ ອາ​ເມ​ຣິ​ກາ​ໄດ້​ປະ​ຕິ​ເສດ​ເຂົ້າ​ຮ່ວມ​ແຜນ​ການ​ດັ່ງ​ກ່າວ. ເມື່ອ​ສົມ​ທຽບ​ກໍ​ລະ​ນີ​ແບບ​ນີ້​ແລ້ວ, ​ຂ່າວ​ສານບ​ຣູມ​ເບີກ​ໄດ້​ລາຍ​ງານວ່າ, ການ​ເຂົ້າ​ຮ່ວມ​ແຜນ​ການ​ດັ່ງ​ກ່າວ​ຂອງ​ຈີນ, ​ເປັນ​ການ​ເຂົ້າ​ແທນຖາ​ນະ​ຜູ້​ນຳ​ໜ້າ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ​ຫຼັງ​ຈາກ​ອາ​ເມ​ຣິ​ກາ​ປະ​ຕິ​ເສດ​ແຜນ​ການ​ດັ່ງ​ກ່າວ. ໜັງ​ສື​ພິມ​ນານ​ຮ​ວາ​ຈາວ​ປ້າວ​ຂອງ​ຮົງ​ກົງ​ຈີນ​ລາຍ​ງານ​​ວ່າ, ການ​ກະ​ທຳ​ຂອງ​ຈີນ​ມີ​ຄວາມ​ແຕກ​ຕ່າງ​ຢ່າງສິ້ນ​ເຊີງ​ເມື່ອ​ທຽບ​ກັບ​ອາ​ເມ​ຣິ​ກາ. ໜັງ​ສື​ພິມThe Guardianຂອງ​ອັງ​ກິດ​ເຫັນ​ວ່າ, ການ​ເຂົ້າ​ຮ່ວມ​ຂອງ​ຈີນ​ມີ​ຜົນ​ດີ​ຕໍ່​ການ​ຍົກ​ສູງ​ພາບ​ພົດ​ຂອງ​ຕົນ​ໃນ​ສາ​ກົນ.

 

ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ​ຂອງ​ຈີນ​ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ໂລກ_fororder_微信图片_20201022172404

 

ຈີນ​ເປັນ​ໜຶ່ງ​ໃນ​ຈຳ​ນວນປະ​ເທດ​ທີ່​ດຳ​ເນີນ​ການ​ຄົ້ນ​​ຄວ້າ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19ກ່ອນ​ໝູ່, ແລະ​ນຳ​ໜ້າ​ປະ​ເທດ​ທີ່​ໄດ້​ຮັບ​ຄວາມ​ຄືບ​ໜ້າໃນ​ຂົງ​ເຂດ​ນີ້. ປະ​ຈຸ​ບັນ​ຈີນ​ໄດ້​ມີ​ວັກ​ຊີນ 4 ຊະ​ນິດ​ເຂົ້າ​ສູ່​ໄລ​ຍະ3 ໃນ​ການ​ການ​ທົດ​ລອງ​ນຳ​ໃຊ້​ຕົວ​ຈິງ, ນັບມາ​ຮອດ​ປະ​ຈຸ​ບັນ​ໄດ້​ສັກ​​ວັກ​ຊີນ​ໃຫ້​ປະ​ມານ 6 ໝື່ນ​ຄົນ,ແລະ​ບໍ່​ມີ​ລາຍ​ງານ​​ວ່າມີ​ຜົນ​ຂ້າງ​ຄຽງ​​ທີ່ຮ້າຍ​ແຮງ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ວາ​ລະ​ສານ The Lancet ກໍ​ໄດ້​ລົງ​ພິມ​ບົດ​ຄວາມ​ວ່າ, ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19 ອີກ​ຊະ​ນິດ​ໜຶ່ງ​ຂອງ​ຈີນ​ຊື່ BBIBP-CorV ຢູ່​ໃນ​ຂັ້ນ​ທົດ​ລ​ອງ​ໄລ​ຍະ1 ແລະ​ໄລ​ຍະ​2, ຄົນ​ສຸ​ຂະ​ພາບ​ປົກ​ກະ​ຕິ​ທີ່​ມີ​ອາ​ຍຸ​ແຕ່ 18-80 ປີ​ເມື່ອ​ໄດ້ສັກ​ວັກ​ຊີນ​ແລ້ວ​ລ້ວນ​ແຕ່​ມີ​ອາ​ການປອດ​ໄພ ແລະ ​ເກີດ​ມີ​ພູມ​ຕ້ານ​ທານ​ຢ່າງ​​ດີ. ເຊື່ອ​ວ່າເມື່ອ​ມີ​ການ​ເຂົ້າ​ຮ່ວມ​​ຢ່າງ​ຕັ້ງ​ໜ້​າ​ຂອງ​ຈີນ, ຈະ​ສາ​ມາດຊ່ວຍມວນ​ມະ​ນຸດ​ ​ເອົາ​ຊະ​ນະ​ພະ​ຍາດ​ໂຄວິດ-19 ​ໄດ້ໃນ​ທີ່​ສຸດ.

ຄຳ​ເຫັນ

0