何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ກຳ​ລັງ​ສັງ​ລວມ​ແຫ່ງ​ຊາດ​ຈີນໄດ້​ເພີ່ມ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ

2020-10-23 14:23:16 CRI

ວັນ​ທີ 22 ຕຸ​ລາ​ນີ້, ຄະ​ນະ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ ເພື່ອຮັບ​ຟັງ​ການ​ລາຍ​ງານ​ຜົນ​​ສະຫຼຸບ​ ແລະ​ປະ​ເມີນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 13. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ວ່າ, ​ໂດຍ​ຜ່ານ​ການ​ພັດ​ທະ​ນາ​ຕາມ “ແຜນ​ການ 5 ປີ​ຄັ້ງ​ທີ 13”, ກຳ​ລັງ​ເສດ​ຖະ​ກິດ ກຳ​ລັງ​ວິ​ທະ​ຍາ​ສາດ​ເຕັກ​ນິກ ແລະ ກຳ​ລັງ​ສັງ​ລວມ​ແຫ່ງ​ຊາດ​ຈີນ​ໄດ້​ເພີ່ມ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ.

 

ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ແຜນ​ການ 5 ປີຄັ້ງ​ທີ 13 ຂອງ​ຈີນ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ, ເສດ​ຖະ​ກິດ​ຈີນ​ໄດ້ເຄື່ອນ​ໄຫວ​ຢ່າງ​ໝັ້ນ​ທ່ຽງ​ໂດຍ​ລວມ, ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ການ​ຫັນ​ເປັນ​ທັນ​ສະ​ໄໝ​ດ້ານ​ກະ​ສິ​ກຳ​​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ໜັກ​ແໜ້ນ, ໝາກ​ຜົນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້​ປະ​ຈັກ​ຕາ​​ຕໍ່ຊາວ​ໂລກ, ສິ່ງ​ແວດ​ລ້ອມ​ນິ​ເວດ​ໄດ້​​ຮັບ​ການ​ປັບ​ປຸງ​ໃຫ້ດີ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ, ກາ​ນ​ລົງ​ເລິກ​ການ​ປະ​ຕິ​ຮູ​ບ​ຢ່າງ​ຮອບ​ດ້ານ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ, ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ໄດ້​ເປີດກວ້າງ​ອອກ​ຢ່າງ​ຕໍ່​ເນື່ອງ, ການ​ສ້າງ​ສາ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່​ວມ​ກັນ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ຈົບ​ງາມ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ມີ​ລະ​ດັບ​ສູງ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ, ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ລະ​ບົບ ແລະ ຄວາມ​ສາ​ມາດ​ການ​ບໍ​ລິ​ຫານ​ລັດ​ໄດ້​ເລັ່ງ​ລັດ​ກ້າວ​ໄປ​ໜ້າ​ຢ່າງວ່ອງ​ໄວ. ສິ່ງ​ສຳ​ຄັນ​ຍິ່ງກວ່າ​ນັ້ນ ຄື, ໃນ​ພຶດ​ຕິ​ກຳ​ຂອງ​ການ​ປະ​ຕິ​ບັດ​ແຜນ​ການ 5 ປີຄັ້ງ​ທີ 13, ຄວາມ​ດີ​ເລີດດ້ານ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ແລະ ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ຍົກ​ສູງ​ໃຫ້​ພົ້ນ​ເດັ່ນ​ຂຶ້ນ​ຕື່ມ​ອີກ.

 

ໃນ​ກອງ​ປະ​ຊຸມ​ຍັງ​ກ່າວ​ເນັ້ນ​ວ່າ, ໃນ​ໄລ​ຍະປະ​ຕິ​ບັດ​ແຜນ​ການ 5 ປີ​ຄັ້ງ​ທີ 14, ຈີນ​ຈະ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ຄັ້ງ​ໃໝ່, ຕ້ອງ​ສຸມ​ໃສ່​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ພະ​ຍາ​ຍາມ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ອັນ​ໃໝ່​ທີ່​ຖື​ເອົາ​ການ​ເຄື່ອນ​ໄຫວພາຍ​ໃນ​ປະ​ເທດ​ເປັນຫຼັກ, ​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ທັງ​ພາຍ​ໃນ​ແລະ ສາ​ກົນ​ຊ່ວຍ​ຊູ​ຍູ້​ໜູນ​ກັນ. ຕ້ອງ​ພັດ​ທະ​ນາ​ຕາມ​ກະ​ແສ​​ຍຸກ​ສະ​ໄໝ, ສ້າງ​ສະ​ພາບ​ການ​ໃໝ່​ທີ່​ເອື້ອ​ອຳ​ນວຍ​ໃຫ້​ແກ່​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ແບບ​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ.

ຄຳ​ເຫັນ

0