何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ບໍ່​ສ​ະ​ແຫວງ​ຫາການ​ເປັນ​ເຈົ້າ​ອຳ​ນາດ ​ແຕ່​ກໍ​ຈະເດັດ​ດ່ຽວ​ຄັດ​ຄ້າ​ນ​ການ​ເມືອງ​ແບບ​ມະ​ຫາ​ອຳ​ນາດ

2020-10-23 15:53:07 CRI

ພິ​ທີລະ​ນຶກ​ໃນ​ໂອ​ກາດ​ທີ່ກອງ​ທັບ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນ​ເຮັດ​ພັນ​ທະ​​ສູ້​ຮົບ​ຢູ່​ຕ່າງ​ປະ​ເທດ​ເພື່ອ​ຊ່ວຍ​ເຫຼືອ​ສ​ປ​ປ​ເກົາ​ຫລີ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ​ຄົບ​ຮອບ 70 ປີໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 23 ຕຸ​ລາ​ນີ້. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ ຈະ​ບໍ່​ສ​ະ​ແຫວງ​ຫາການ​ເປັນ​ເຈົ້າ​ອຳ​ນາດ ​ແລະ​ບໍ່​ແຜ່​​ຂະ​ຫຍາຍອຳ​ນາດ​ຕະຫຼອດ​ໄປ, ຈະເດັດ​ດ່ຽວ​ຄັດ​ຄ້າ​ນ​​ລັດ​ທິ​ເຈົ້າ​ອຳ​ນາດ​ ແລະ ການ​ເມືອງ​​ໃນ​ລັກ​ສະ​ນະມະ​ຫາ​ອຳ​ນາດ. ຈີນ​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ແບບ​ປ້ອງ​ກັນ​ຕົວ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ພ້ອມ​ກັນ​ນັ້ນ ທ່ານ​​ໄດ້ຊີ້​ອອກວ່າ, ເມື່ອ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ທີ່​ໜັກ​ໜ່ວງ ເຊັ່ນ: ການ​ລ່ວງ​ລ້ຳ​ອະ​ທິ​ປະ​ໄຕ ຄວາມ​ໝັ້ນ​ຄົງ ແລະ ຜົນ​​ປະ​ໂຫຍດ​ຂອງການ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ, ການ​​ລ່ວງ​ລ້ຳ ແລະ ​ການແບ່ງ​ແຍກ​ດິນ​ແດນ​ຂອງ​ຊາດ​ຈີນ, ປະ​ຊາ​ຊົນ​ຈີນ​ຈະເດັດ​ດ່ຽວ​ຕໍ່​ຕ້ານ​ຄືນ​ຢ່າງ​ເຂັ້ມ​ແຂງ​.

ຈີນ​ຈະ​ບໍ່​ສ​ະ​ແຫວງ​ຫາການ​ເປັນ​ເຈົ້າ​ອຳ​ນາດ ​ແຕ່​ກໍ​ຈະເດັດ​ດ່ຽວ​ຄັດ​ຄ້າ​ນ​ການ​ເມືອງ​ແບບ​ມະ​ຫາ​ອຳ​ນາດ_fororder_703627531

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ຈີນໄດ້​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

 

ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມຮັບ​ຜິ​ດ​ຊອບ, ຈີນ​ໄດ້​ຍຶດ​ໝັ້ນ​ຄ່ານິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ ຄື ສັນ​ຕິ​ພາບ ການ​ພັດ​ທະ​ນາ ​ຄວາມຍຸດ​ຕິ​ທຳ ຄວາມ​ເປັນ​ທຳ ປະ​ຊາ​ທິ​ປະ​ໄຕ ແລະ ເສ​ລີ​ພາບ, ​ໄດ້ຍຶດ​ໝັ້ນ​ທັດ​ສະ​ນະ​ບໍ​ລິ​ຫານ​ໂລກ​ທີ່ປຶກ​ສາ​ຫາ​ລື​ຮ່ວມ​ກັນ ສ້າງ​ສາ​ຮ່ວມ​ກັນ ແລະ ຊົມ​ໃຊ້​ຮ່ວມ​ກັນ, ເດີນ​ຕາມ​ເສັ້ນ​ທາງ​ທີ່ພັດ​ທະ​ນາ​ໂດຍ​ສັນ​ຕິ ​ພັດ​ທະ​ນາ​ແບບເປີດ​ກວ້າງ ​ພັດ​ທະ​ນາ​ແບບຮ່ວມ​ມື​ກັນ ແລະ ພັດ​ທະ​ນາ​ຮ່ວມ​ກັນ.

ຄຳ​ເຫັນ

0