ມື້ຂຶ້ນ 9 ຄ່ຳເດືອນ 9 ຕາມຈັນທະຄະຕິຂອງຈີນໃນແຕ່ລະປີ (ເຊິ່ງປີນີ້ກົງກັບວັນທີ 25 ຕຸລາ) ແມ່ນບຸນຊົງຢາງ ບຸນປະເພນີຂອງຈີນ. ໃນສະໄໝບູຮານຂອງຈີນ, ໃນວັນນີ້ ປະຊາຊົນມີປະເພນີຂຶ້ນບ່ອນສູງເພື່ອອະຖິຖານ, ທ່ຽວທຳມະຊາດ, ຊົມດອກເບັນຈະມາດທີ່ບານເຮືອງ, ການໄຫວ້ບັນພະບູລຸດແລະອື່ນໆ. ບຸນປະເພນີດັ່ງກ່າວເມື່ອໄດ້ຮັບການສືບທອດມາຮອດປະຈຸບັນ ກໍ່ມີເນື້ອໃນອັນໃໝ່ເພີ່ມຕື່ມ ນັ້ນກໍ່ຄື ສະແດງຄວາມເຄົາລົບຕໍ່ຜູ້ເຖົ້າແກ່ຊະລາ. ສະນັ້ນ ການຂຶ້ນບ່ອນສູງຊົມດອກເບັນຈະມາດທີ່ບານເຮືອງ ແລະສະແດງຄວາມຮູ້ບຸນຄຸນຕໍ່ຜູ້ເຖົ້າຜູ້ແກ່ແມ່ນຫົວຂໍ້ຫຼັກທີ່ສຳຄັນໃນການສະຫຼອງວັນບຸນຊົງຢາງໃນປີນີ້.
ວັນທີ 23 ຕຸລານີ້ ເຂດຊຸມຊົນມິງຢວນ ຖະໜົນຕ້າມິງກົ່ງນະຄອນຊີອ່ານໄດ້ຈັດກິດຈະກຳສະແດງລາຍການສິລະປະແລະຈັດງານສະຫຼອງວັນເກີດລວມໝູ່ໃຫ້ແກ່ຜູ້ເຖົ້າ ເພື່ອສະຫຼອງ ບຸນຊົງຢາງ, ສ້າງບັນຍາກາດທີ່ດີທີ່ເຄົາລົບຮັກຜູ້ເຖົ້າໃນສັງຄົມ.
ຄຳເຫັນ
0