ວັນທີ 19 ຕຸລານີ້, ອຸໂມງປ່ຽນແລວນ້ຳຫຼັກຂອງເຂື່ອນໄຟຟ້ານ້ຳຕົກນ້ຳຊື່ມ 4 ຂອງລາວທີ່ບໍລິສັດກົນຈັກໜັກຈີນຈຳກັດຂອງກຸ່ມບໍລິສັດອຸດສາຫະກຳກົນຈັກຈີນຈຳກັດໄດ້ຮັບສຳປະທານນັ້ນໄດ້ຂຸດທະລຸຢ່າງສຳເລັດຜົນ, ອັນໄດ້ສ້າງພື້ນຖານຢ່າງໜັກແໜ້ນໃຫ້ແກ່ການກໍ່ສ້າງໂຄງການໃຫ້ສຳເລັດຜົນຕາມເວລາກຳນົດ. ເຂື່ອນໄຟຟ້ານ້ຳຕົກນ້ຳງື່ມ 4 ແຂວງຊຽງຂວາງຂອງລາວແມ່ນໂຄງການສຳຄັນອີກໂຄງການໜຶ່ງຂອງການຮ່ວມມືຕົວຈິງລະຫວ່າງລາວ-ຈີນ, ພາຍຫຼັງໂຄງການດັ່ງກ່າວສ້າງສຳເລັດແລ້ວ, ຈະມີຜົນດີຕໍ່ການເພີ່ມຄວາມສາມາດໃນການຜະລິດໄຟຟ້າແລະປັບປຸງພື້ນຖານໂຄງລ່າງດ້ານພະລັງໄຟຟ້າຂອງລາວຢ່າງຄົບຊຸດ.
ຢູ່ປະເທດລາວທີ່ຫາກໍ່ເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂັ້ນເບື້ອງຕົ້ນ, ບໍ່ວ່າເຂື່ອນໄຟຟ້ານ້ຳຕົກ, ໂຮງງານຜະລິດຊີມັງຫຼືວ່າໂຮງໝໍກໍຕາມ, ໂຄງການຮ່ວມມືລາວ-ຈີນຕ່າງໆລ້ວນແຕ່ໄດ້ດຳເນີນໄປໄດ້ເປັນຢ່າງດີ.
ຢູ່ເຂດພູດອຍທີ່ຫ່າງຈາກນະຄອນຫຼວງວຽງຈັນໄປທາງທິດເໜືອປະມານ 100 ກິໂລແມັດ, ມີໂຮງງານຜະລິດຊີມັງຂະໜາດໃຫຍ່ແຫ່ງໜຶ່ງທີ່ທັນສະໄໝຄື: ບໍລິສັດຊີມັງວຽງຈັນຫົງຊື ໃສທິດລາດ ຈຳກັດ. ທ່ານກົງພະ ນາຍບ້ານຂອງບ້ານເຊິ່ງເປັນທີ່ຕັ້ງຂອງໂຮງງານຜະລິດຊີມັງຫົງຊື ກ່າວວ່າ: “ຂ້າພະເຈົ້າຫາກໍດຳລົງຕຳແໜ່ງຮອງນາຍບ້ານເມື່ອປີ 1999, ຕອນນັ້ນຊາວບ້ານທັງຫຼາຍພຽງແຕ່ອາໄສນ້ຳຟ້ານ້ຳຝົນຜະລິດເຂົ້າກິນ, ສ່ວນຫຼາຍໄດ້ເຮັດໄຮ່ໄຖນາ, ຊີວິດຂອງຊາວບ້ານທັງຫຼາຍທຸກຍາກຫຼາຍ. ໂຮງງານຜະລິດຊີມັງຫົງຊືສ້າງຕັ້ງຂຶ້ນເມື່ອປີ 2016, ຊາວບ້ານທັງຫຼາຍໄດ້ຕັ້ງໜ້າເຂົ້າຮ່ວມເຮັດວຽກໃນບໍລິສັດດັ່ງກ່າວ, ລາຍຮັບຂອງຊາວບ້ານເພີ່ມຂຶ້ນ, ຊີວິດການເປັນຢູ່ຂອງເຂົາເຈົ້າກໍດີຂຶ້ນເຊັ່ນກັນ, ປັດຈຸບັນ, ເຂົາເຈົ້າສາມາດປຸກເຮືອນໃໝ່, ຜົນປະໂຫຍດເຫຼົ່ານີ້ລ້ວນແຕ່ແມ່ນໄດ້ຮັບຈາກບໍລິສັດຊີມັງວຽງຈັນຫົງຊື ໃສທິດລາດ ຈຳກັດ”.
ຢູ່ໃຈກາງຂອງນະຄອນຫຼວງວຽງຈັນ, ໂຄງການກໍ່ສ້າງໂຮງໝໍມະໂຫສົດຄົບວົງຈອນທີ່ຈີນພວມຊ່ວຍສ້າງນັ້ນແມ່ນໂຮງໝໍແບບສັງລວມຂະໜາດໃຫຍ່ທີ່ສຸດແລະມີຂະແໜງການດ້ານສາທາລະນະສຸກຄົບຖ້ວນທີ່ສຸດຢູ່ພາຍໃນປະເທດລາວ, ທັງເປັນແຫຼ່ງສຶກສາດ້ານການແພດສຳຄັນທີ່ສຸດຂອງລາວ. ທ່ານພົງສະຫວັດ ອາຍຸ 37 ປີມາຈາກແຂວງອຸດົມໄຊທາງພາກເໜືອຂອງລາວ, ຜູ້ທີ່ນັກຂ່າວໄດ້ຖາມເຖິງຄວາມຮູ້ສຶກທີ່ເຮັດວຽກນຳກັນກັບເພື່ອນຄົນຈີນ, ທ່ານພົງສະຫວັດກ່າວວ່າ: “ຂ້ອຍຮູ້ສຶກດີໃຈແລະພໍໃຈທີ່ສຸດທີ່ສາມາດຮຽນບົດຮຽນຈາກຜູ້ຊ່ຽວຊານແລະນັກວິຊາການຈີນ. ໂຄງການນີ້ສາມາດຊຸກຍູ້ການພັດທະນາຂອງລາວໂດຍຜ່ານການແລກປ່ຽນເຕັກນິກກັບຝ່າຍຈີນ, ຂ້ອຍຮູ້ສຶກດີໃຈຫຼາຍ.”
ໂຄງການຮ່ວມມືທີ່ຄ້າຍຄືກັບໂຄງການດັ່ງກ່າວຍັງມີຫຼາຍ, ຜູ້ກໍ່ສ້າງໂຄງການຮ່ວມມືລາວ-ຈີນໄດ້ຮ່ວມກັນສູ້ຊົນພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ”, ໄດ້ສ້າງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນທັງສອງປະເທດຢ່າງບໍ່ຢຸດຢັ້ງ, ພ້ອມດຽວກັນນີ້, ມິດຕະພາບລະຫວ່າງສອງປະເທດກໍໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໂດຍຜ່ານໃນຂະບວນການກໍ່ສ້າງໂຄງການຮ່ວມມືເຫຼົ່ານີ້.
ຄຳເຫັນ
0