刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ໃຊ້​ອິນ​ເຕີ​ເນັດ​ຂອງ​ຕ່າງ​ປະ​ເທດ​ຄອງ​ຄອຍ “ການ​ນັດໝາຍ 5 ປີ” ກັບ​ຈີນ

2020-10-26 17:40:39 cri

 

ແຕ່​ວັນ​ທີ 26 ຫາ ວັນ​ທີ 29 ຕຸ​ລາ​ປີ 2020, ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ກອງ​ປະ​ຊຸມ​ຈະ​ພິ​ຈາ​ລະ​ນາ​ຂໍ້​ສະ​ເໜີ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ການກຳນົດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14 (ປີ 2021-2025) ແລະ​ວິ​ໄສ​ທັດ​ປີ 2035. ໃນ 5 ປີ ຫຼື 15 ປີ​ຕໍ່​ໜ້າ​ນີ້ ເສດ​ຖະ​ກິດ ແລະ ສັງ​ຄົມ​ແຫ່ງ​ຊາດ​ຈີນ​ຈະ​ພັດ​ທະ​ນາ​ໄປ​ແນວ​ໃດ? ກອງ​ປະ​ຊຸມ​ຄັ້ງ​ນີ້​​ຈະ​ໃຫ້​ຄຳ​ຕອບ.

ແຜນພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມແຫ່ງ​ຊາດ 5 ປີ - ເຄັດ​ລັບ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ຂອງ​ຈີນ

ວົງ​ການ​ພາຍນອກ​ຖື​ວ່າ ການ​ກຳ​ນົດ​ແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ໃນແຕ່​ລະ 5 ປີ ແມ່ນ​ເຄັດ​ລັບ​ສຳ​ຄັນ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການ​ປົກ​ຄອ​ງ​ປະ​ເທດ. ປີ​ນີ້, ຈີນ​ຈ​ະ​ກຳ​ນົດແຜນ​ການ​ 5 ປີ​ຄັ້ງ​ທີ 14. ເຊິ່ງ​ແຜນ​ການ​ດັ່ງ​ກ່າວ​ມີ​ການ​ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ມີ​ຄວາມ​ສຸກ​ຂອງ​ປະ​ຊາ​ຊົນ​ຈີນ 1,4 ຕື້​ຄົນ, ຜ່ານ​ມາ​ເຄີຍ​ຮີບ​ໂຮມ​ເອົາ​​ຄວາມຄິດ​ເຫັນ​ຈາກວົງ​ການ​ຕ່າງໆ​ຜ່ານທາງ​ອິນ​ເຕີ​ເນັດ. ພ້ອມ​​ດຽວກັນ​ນັ້ນ, ເພື່ອ​​ກຳ​ນົດ​ແຜນ​ການ​ດັ່ງ​ກ່າວ​ໃຫ້​ດີ, ແຕ່​ຕົ້ນ​ປີມາ​ນີ້​, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ເຄີຍ​ໄດ້​ເດີນ​ທາງ​ໄປ​ສຳຫຼວດ​ຄົ້ນ​ຄວ້າວຽກ​ງານ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ 12 ເທື່ອ, ທັງ​ໄດ້​ນັ່ງ​ສົນ​ທະ​ນາ​ກັບ​ບຸກ​ຄົນ​ວົງ​ການ​ຕ່າງໆ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ອິນ​ເຕີ​ເນັດ​ໃນ​ດ້ານ​ການ​ຮັບ​ຟັງ​ຫາງ​ສຽງ​ຂອງ​ປະ​ຊາ​ຊົນ ແລະ ເຕົ້າ​ໂຮມ​ສະ​ຕິ​ປັນ​ຍາ​ຂອງ​ປະ​ຊາ​ຊົນ, ປະ​ສົມ​ປະ​ສານ​ກັບ​ການ​ອອກ​ແບບ​ໃນ​ລະ​ດັບສູງ​ສຸດ ກັບ​ການ​ຍຶດ​ໝັ້ນ​ຂໍ​ຄວາມ​ຄິດ​ເຫັນ​ນຳ​ປະ​ຊາ​ຊົນ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຮຽບ​ຮຽງແຜນ​ການ 5 ປີ​ຄັ້ງ​ທີ 14 ໃຫ້​ດີ.

ການ​ນັດໝາຍ 5 ປີ - ປະ​ເທດ​ຈີນ​ຍິນ​ດີ​ຕ້ອນ​ຮັບ​ທ່ານ

ໃນ 5 ປີ​ຕໍ່​ໜ້າ​ນີ້, ທ່ານ​ຈະ​ມາ​ທ່ອງ​ທ່ຽວ​ຢູ່​ຈີນ​ບໍ່? ທ່ານ​ຈະ​ມາ​ລົງ​ທຶນ​ຢູ່​ຈີນ​ບໍ່? ທ່ານ​ຈະ​ຮຽນ​ພາ​ສາ​ຈີນ​ບໍ່? ທ່ານ​ຈະ​ເດີນ​ທາງ​ໂດຍ​ການ​ນຳ​ໃຊ້​ລະ​ບົບ​ນຳ​ທາງດາວ​ທຽມ​ເປີຍ​ໂຕ​ບໍ່?

ຫວ່າງ​ມໍ່ໆ​ມາ​ນີ້, ຜູ້​ໃຊ້​ອິນ​ເຕີ​ເນັດ​ນັບ​ເປັນ​ລ້ານ​ຄົນ​ໄດ້​ເຂົ້າ​ຮ່ວມ​ການຕອບ​ແບບ​ສອບ​ຖາມຂະ​ໜາດ​ໃຫຍ່​ທາງ​ອອນ​ລາຍຂອງ​ພວກ​ເຮົາ ແລະ ພາ​ກັນ​​ສະ​ແດງ​ຄວາມ​ຄິດ​ເຫັນ​ວ່າ: ຫວັງ​ຢາກ​ໃຫ້ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສິ້ນ​ສຸດ​ລົງໂດຍ​ໄວ, ​​ຈະມີ​ໂອ​ກາດ​ແລກ​ປ່ຽນ ແລະ ​ຮ່ວ​ມ​ມື​ກັບ​ຈີນຫຼາຍກວ່າ​ເກົ່າ​ໂດຍ​ຜ່ານ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເຊື່ອ​ວ່າ​ແຜນ​ການ 5 ປີ ຄັ້ງ​ທີ 14 ຂອງ​ຈີນ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ກໍ​ຄື ປະ​ຊາ​ຊົນໃນ​ໂລກ​ຫຼາຍກວ່າ​ເກົ່າ.

 

ເພື່ອນ​ມິດ​ຜູ້​ໃຊ້​ອິນ​ເຕີ​ເນັດ​ຕ່າງ​ປະ​ເທດ​ກ່າວ​ວ່າຢາກ​ໃຫ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ສິ້ນ​ສຸດ​ລົງ​ໂດຍ​ໄວເພື່ອ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ສາ​ມາດ​ແລກ​ປ່ຽນ​ການ​ພົວ​ພັນ​ກັນ​ແບບ​ເປີດກວ້າງກວ່າ​ເກົ່າ.

ເພື່ອນ​ມິດ​ຜູ້​ໃຊ້​ອິນ​ເຕີ​ເນັດ​ຕ່າງ​ປະ​ເທດ​ທັງຫຼາຍ​ຄອງ​ຄອຍ​ວ່າ​ໃນ 5 ປີ​ຕໍ່​ໜ້າ, ມະ​ນຸດ​ເຮົາ​​ກໍຈະ​ສາ​ມາດ​ກ່າວອຳ​ລາຈາກ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19,​ເພື່ອ​ໃຫ້ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ສາ​ມາດ​ສື່​ສານ​ແລກ​ປ່ຽນ​​ການ​ພົວ​ພັນ​ກັນ​ແບບເປີດກວ້າງ​ກວ່າ​ເກົ່າ. ​ນາງ​ອູ​ອິ​ດະ ໂ​ຕ​ໂມະ​ຮາ​ຣຸ ຜູ້​ໃຊ້​ອິນ​ເຕີ​ເນັດ​ຂອງ​ນະ​ຄອນ​​ຮັອກ​ໄກ​ໂດ ປະ​ເທດ​ຍີ່​ປຸ່ນ ໄດ້​ປະ​ກອບ​ຄຳ​ເຫັນວ່າ: “ເມື່ອ​ຕອບ​​ແບບ​ສອບຄຳ​ຖາມ​ສະ​ບັບ​ນີ້​ແລ້ວ, ຂ້າ​ພະ​ເຈົ້າ ​ຮູ້​ສຶກ​ຢ່າງ​ແທ້​ຈິງວ່າ: ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ໃນ​ຕໍ່​ໜ້າ, ສອງ​ປະ​ເທດ​ຍີ່​ປຸ່ນ-ຈີນຄວນ​ເປີດກວ້າງ​ການ​ເປີດ​ປະ​ຕູ​ໃຫ້ແກ່​ກັນ​ຕື່ມ​ອີກ, ລົງ​ເລິກ​ການ​ແລກ​ປ່ຽນ. ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ນີ້, ພວກ​ເຮົາ​ຄວນ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ທີ່​ໄດ້​ສົ່ງ​ຜົນ​ກະ​ທົບ​ເຖິງ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ນັ້ນ​ໃຫ້​​ໄດ້​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. ຂ້າ​ພະ​ເຈົ້າ​ຂໍ​ນັດ​ໝາຍ​ກັບ​ປະ​ເທດ​ຈີນ​ເປັນ​ເວ​ລາ 5 ປີ, ກ່ອນ​ອື່ນ ຕ້ອງ​ຄວບ​ຄຸມ​ພະ​ຍາດ​ໃຫ້​​ໄດ້, ແລ້ວ​ຈິ່ງ​ຈະ​ສາ​ມາດ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ແລກ​ປ່ຽນ​ກັນ​ທີ່​ຫັນ​ໜ້າ​​ສູ່​ການ​ບັນ​ລຸ​ເປົ້າ​ໝາຍ​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສະ​ນັ້ນ, ພວກ​ເຮົາ​ຈົ່ງ​ອອກ​ເດີນ​ທາງ​ມຸ້ງ​ໜ້າ​ສູ່​ເປົ້າ​ໝາຍ​ດັ່ງ​ກ່າວ​ພ້ອມ​ກັນ​ເທາະ.”

ຜູ້​ໃຊ້​ອິນ​ເຕີ​ເນັດ​ຂອງ​ຕ່າງ​ປະ​ເທດ​ຄອງ​ຄອຍ “ການ​ນັດໝາຍ 5 ປີ” ກັບ​ຈີນ_fororder_1

ເພື່ອນ​ມິດ​ຜູ້​ໃຊ້​ອິນ​ເຕີ​ເນັດ​ຕ່າງ​ປະ​ເທດຈຳ​ນວນຫຼາຍ​ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖືຈີນ​ທີ່​​ສາ​ມາດ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ​ໄດ້ຢ່າງ​ສຳ​ເລັດ​ຜົນ ທັງ​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຈີນ​ທີ່ໄດ້​ສະ​ເໜີ​ໃຫ້​ວັກ​ຊີນ​ຕ້ານ​ໂຄວິດ-19 ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ. ​ທ່ານດາ​ລາ​ວີ ເພື່ອນ​ມິດ​ຜູ້​ໃຊ້​ອິນ​ເຕີ​ເນດ​ຊີ​ຣີ​ໄດ້​​ສະ​ແດງ​ຄວາມ​ຄິດ​ເຫັນ​ວ່າ: “ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຈີນ​ຈະ​ນຳ​ໃຊ້​ວັກ​ຊີນ​​ເພື່ອ​ໃຫ້​ເປັນ​ປະ​ໂຫຍດ​ຕໍ່​ມວນ​ມະ​ນຸດ, ເພາະ​ວ່າ ຈີນ​ຕ່າງກັບ​ປະ​ເທດ​ຕາ​ເວັນ​ຕົກ​ເຊັ່ນ:​ອາ​ເມ​ຣິ​ກາ​ເປັນ​ຕົ້ນ. ”

ເພື່ອນ​ມິດ​ຜູ້​ໃຊ້​ອິນ​ເຕີ​ເນັດ​ຕ່າງ​ປະ​ເທດ​ເຫັນ​ວ່າ: ການ​ພັດ​ທະ​ນາ​ຂອງ​ຈີນ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຝ່າຍ​ຕ່າງໆ

ເພື່ອນ​ມິດ​ຜູ້​ໃຊ້​ອິນ​ເຕີ​ເນັດຕ່າງ​ປະ​ເທດ​ທັງຫຼາຍ​ເຫັນ​ວ່າ:  ແຜນການ 5 ປີ​ຄັ້ງ​ທີ 14 ຂອງ​ຈີນ​ບໍ່​ພຽງ​ແຕ່​ຈະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ເທົ່າ​ນັ້ນ, ຍັງ​ຈະ​ສົ່ງ​ຜົນ​ດີ​ຕໍ່​ສະ​ພາບ​ການ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ເມືອງຂອງໂລກ​ອີກ​ດ້ວຍ.

ຜູ້​ໃຊ້​ອິນ​ເຕີ​ເນັດ​​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ແຜນການ​ພັດທະນາ​ຕາມ​ຂອບ “ໜຶ່ງ​​ແລວ​ໜຶ່ງ​ເສັ້ນທາງ" ຂອງ​ຈີນວ່າ​ຈະ​ສ້າງ​ໂອກາດ​ໃຫ້ກັບປະ​ເທດ​ຂອງ​ຕົນ​ໃນ​ໄລຍະ 5 ປີ​ຕໍ່ໜ້າ, ​ເຂົາ​ເຈົ້າ​ໄດ້​ຊົມ​ເຊີຍ​ແຜນການ​ດັ່ງກ່າວ ​ແລະມີ​ຄວາມ​ອັດສະຈັນ​ຕໍ່ຄວາມ​ສາມາດ​ດ້ານ​ການ​ຜະລິດ​ທີ່​ເຂັ້ມ​ແຂງ​ຂອງ​ຈີນ.

ທ່ານ​ມະ​ຮະ​ດາ ຜູ້​ໃຊ້​ອິນ​ເຕີ​ເນັດຈາກ​ອິນ​ໂດ​ເນ​ເຊ​ຍກ່າວ​ວ່າ: “​ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໄດ້​ຟື້ນ​ຟູ​​ເສັ້ນທາງ​ສາຍ​ໄໝ​ຢ່າງ​ສຳ​ເລັດ​ຜົນ ​ເຊິ່ງບໍ່​ພຽງ​ແຕ່​ໃຫ້​ບັນດາ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ເທົ່າ​ນັ້ນ, ຍັງ​ຊ່ວຍໃຫ້​ປະ​ເທດທີ່ຢູ່​ຫ່າງ​ໄກ​ຈາກ​ເສັ້ນທາງ​ສາຍ​ໄໝ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ເຊັ່ນ​ກັນ. ນີ້​ແມ່ນ​ເສັ້ນທາງ​ສູ່​ຄວາມ​ສຳ​ເລັດ, ບໍ່​ພຽງ​ແຕ່​ໃຫ້​ປະຊາ​ຄົມ​ໂລກ​ຫຼຸດ​ພົ້ນຈາກ​ວິ​ກິດ​ການ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ, ຍັງ​ສາມາດ​ຊຸກຍູ້​ໃຫ້​ທົ່ວ​ໂລກ​ດຳ​ເນີນ​ການ​ຄ້າສິນຄ້າຂາ​ເຂົ້າຂາ​ອອກ​ແບບ​ເສລີ.

ຜູ້​ໃຊ້​ອິນ​ເຕີ​ເນັດ​ຂອງ​ຕ່າງ​ປະ​ເທດ​ຄອງ​ຄອຍ “ການ​ນັດໝາຍ 5 ປີ” ກັບ​ຈີນ_fororder_2

ທ່ານ​ປີ​ເຮ​ນ​ໂກ​ໂກ ຜູ້​ໃຊ້​ອິນ​ເຕີ​ເນັດ​ຈາກມຽນມາ​ກ່າວ​ວ່າ: ​ໃ​ນ​ໄລຍະ 5 ປີ​ຕໍ່ໜ້າ, ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ຈີນ​ຈະ​ນັບ​ມື້​ນັບ​ດີ​ຂຶ້ນ, ​ເພາ​ະ​ວ່າ​ຈີນ​ໄດ້​ຈັດ​ຕັ້ງ​ປະຕິບັດ​ກົດ​ໜ່ວຍ​ວ່າ​ດ້ວຍ​ການຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ຢ່າງ​ເຂັ້ມ​ງວດ, ​ແລະ​ສົ່ງ​ເສີມ​ໃຫ້​ປະຊາຊົນ​ກິນ​ອາຫານ​ແບບ​ບໍ່​ຟຸມ​ເຟືອຍ ​ແລະ​ບໍ່​ກິນ​ຖິ້ມ​ກິນ​ເຫຼືອ ​ເຊິ່ງຈະ​ມີ​ບົດບາດ​ສຳຄັນໃນ​ການ​ຮັກສາ​ສິ່ງ​​ແວດ​ລ້ອມ​ນິ​ເວດ.

ຜູ້​ໃຊ້​ອິນ​ເຕີ​ເນັດ​ຂອງ​ຕ່າງ​ປະ​ເທດ​ຄອງ​ຄອຍ “ການ​ນັດໝາຍ 5 ປີ” ກັບ​ຈີນ_fororder_3

ຍັງ​ມີ​ຜູ້​ໃຊ້​ອິນ​ເຕີ​ເນັດ​ຢູ່​ຕ່າງປະ​ເທດ​ຢ່າງ​ຫຼວງ​ຫຼາຍ​ກ່າວ​ວ່າ: ຄອງ​ຄອຍ​ຢາກມີ​​ໂອກາດ​ຮຽນ​ພາສາ​ຈີນ​ໃນ​ໄລຍະ 5 ປີ​ຕໍ່ໜ້າ, ​ແລ​ະຈະ​​ໄດ້​ໄປ​ທ່ອງ​ທ່ຽວ, ​ເຮັດ​ວຽກ, ສຶກສາ​ຮ່ຳຮຽນ ​ແລະ​ເຮັດ​ທຸລະ​ກິດ​ຢູ່​ຈີນ, ​ແລະມີ​ໂອກາດ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ເດີນທາງ​ມາ​ປະ​ເທດ​ຈີນ.

 

ຄຳ​ເຫັນ

0