黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ດີ​ຫຼື​ບໍ່​? ມີ​ແຕ່​ປະ​ເທດ​ທີ່​ເຂົ້າ​ຮ່ວມຈຶ່ງມີ​ສິດ​ປະ​ກອບ​ຄຳ​ຄິດ​ເຫັນ​ທີ່​ສຸດ

2020-10-27 15:36:48 cri

ໃຜໆ​ກໍ​ຮູ້​​ດີແລ້ວ​ວ່າ, ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແມ່ນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ທົ່ວ​ໂລກ​ທີ່​ຈີນ​ສະ​ໜອງ​ໃຫ້​ແກ່​ປະ​ຊາ​ຄົມ​ໂລກ. ນັບ​ມາ​ຮອດ​ເດືອນ​ພຶດ​ສະ​ພາ​ປີ​ນີ້, ໃນ​ທົ່ວ​ໂລກ​ມີ 138 ປະ​ເທດ​ແລະ 30 ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ເຊັນ​ເອກ​ກະ​ສານ​ຮ່ວມ​ມືກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບ​ຈີນ 200 ສະ​ບັບ. ນີ້​ແມ່ນ​ປະ​ຊາ​ຄົມ​ໂລກ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​​ມີຄວາມ​ໝັ້ນ​ໃຈ​ຕໍ່​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ດ້ວຍ​ການ​ກະ​ທຳ​​ຕົວ​ຈິງ.

​ຂໍ​ຂົກ​ເອົາປະ​ເທດ​ລາວ​ເປັນ​ຕົວ​ຢ່າງ. ປະ​ເທດ​ລາວ​ແມ່ນ​ປະ​ເທດ​ທີ່ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ພຽງ​ປະ​ເທດ​ດຽວ​​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ການ​ທີ່ “​ປະ​ເທດ​ລາວ​ກຳ​ນົດ​ຍຸດ​ທະ​ສາດ​ການ​ຫັນ​ປະ​ເທດ​ທີ່ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນ​ປະ​ເທດ​​ເຊື່ອມ​ໂຍງ​ເຊື່ອມ​ຈອດ” ແມ່ນ​ຍຸດ​ທະ​ສາດ​​ການພັດ​ທະ​ນາ​ຂອງ​ລັດ​ຖະ​ບານ​ສ​ປ​ປ​ລາວ, ທັງ​ແມ່ນ​ຄວາມ​​ໃຝ່​ຝັນ​ອັນ​ແຮງ​ກ້າໃນ​ການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຊົນ​ລາວ. ສະ​ນັ້ນ, ​ເພື່ອ​ຕອບ​ສະ​ໜອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ເທດ​ລາວ, ຈີນ-ລາວ​​ໄດ້​ຮ່ວມ​ກັນຊຸກ​ຍູ້​ການ​ຮ່ວມ​ມື​ກັນ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ​ໃນ​ນັ້ນເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ແລະ​ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ​​ຕ່າງ​​​ກໍຈະ​ກໍ່​ສ້າງ​ໃຫ້​ສຳ​ເລັດ​ແລະ​ເປີດ​ແລ່ນ​ລົດ​ໄດ້​ໃນ​ທ້າຍ​ປີ​ໜ້າ​ແລະ​ທ້າຍ​ປີນີ້, ເຊິ່ງ​ທາງ​ສອງ​ເສັ້ນ​ນີ້​ຈະ​​ຊ່ວຍ​ໃຫ້​ປະ​ເທດ​ລາວ​​ສາ​ມາດເຊື່ອມ​ໂຍງ​ເຂົ້າ​​ກັບ​ຕາ​ໜ່າງ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ໃນ​ພາກ​ພື້ນ​ດ້ວຍ​​ທ່ວງທ່າ​ອັນ​ໃໝ່​ອ່ຽມ. ​ເມື່ອ​ບໍ່​ດົນ​ມານີ້, ຜູ້​ນຳ​​ຂອງ​ປະ​ເທດລາວ​ຍັງ​ໄດ້​ເວົ້າ​ຕໍ່​ຜູ້​ນຳຈີນ​ວ່າ: ເສັ້ນ​ທາງ​ສອງ​ເສັ້ນ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ສຳ​ຄັນ​ທາງ​ດ້ານ​ຍຸດ​ທະ​ສາດ​​ສຳ​ລັບສ​ປ​ປ​ລາວ​ເພື່ອ​ຫັນ​ປ່ຽນ​ສະ​ພາບ​ທີ່​ເປັນ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ໃຫ້​ກາຍ​ເປັນ​ປະ​ເທດ​ທີ່​ເຊື່ອມໂຍງ​ເຊື່ອມ​ຈອດ​ກັບຫຼາຍ​ປະ​ເທດ​ອ້ອມ​ຂ້າງ. ນອກ​ຈາກ​ນັ້ນ, ປະ​ຊາ​ຊົນ​ທ້ອງ​ຖິ່ນ​ກໍ​ໄດ້​ພາ​ກັນ​ເຂົ້າ​ຮ່ວມ​​ເຮັດ​ວຽກ​ນຳ​ໂຄງ​ການ​ແລະ​​ມີລາຍ​ຮັບ​ຫຼາຍ​ສົມ​ຄວນ.

ແຕ່​ວ່າ, ​ເມື່ອ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ດັ່ງ​ກ່າວ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຈາກ​ທົ່ວ​ໂລກ, ນັກ​ການ​ເມືອງ​ອາ​ເມ​ຣິກ​າ​ທີ່​ຍຶດ​ຖື​ແນວ​ຄິດ​ສົງ​ຄາມ​ເຢັນພັດ​ໄດ້​ເສກ​ສັນ​ປັ້ນ​ແຕ່ງ​ຄວາມ​ຫຼອກ​ລວງ​ອັນ​ທີ່​ເອີ້ນ​ວ່າ: “ກັບ​ດັກ​ໜີ້​ສິນ”. ປະ​ເທດ​ທີ່​ເຂົ້າ​ຮ່ວມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ຕົກ​ຢູ່​ໃນ​ສະ​ພາບ: “ກັບ​ດັກ​ໜີ້​ສິນ” ແທ້​ຫຼື​ບໍ່? ຄວາມ​ຈິງ​ຈະ​ເປັນ​ຫຼັກ​ຖານ​ທີ່​ດີ​ທີ່​ສຸດ. ເລີ່ມ​ແຕ່​ຈີນ​ສະ​ເໜີ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເມື່ອ​ປີ 2013 ເປັນ​ຕົ້ນ​ມາ, ຕົວ​ເລກ​ສະ​ຖິ​ຕິ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ໜີ້​ສິນ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ກ່ຽວ​ຂ້ອງ​ນັ້ນ, ໜີ້​ສິນ​ກ່ຽວ​ກັບ​ໂຄງ​ການ​ຮ່ວມ​ມື​ກັບ​ຈີນ​ແມ່ນ​ໜ້ອຍ​ທີ່​ສຸດ, ນັບ​ມາ​ຮອດ​ປັດ​ຈຸ​ບັນ​ບໍ່​ມີ​ປະ​ເທດ​ໃດ​​ໄດ້​ຕົກ​ເຂົ້າ​ສູ່​ສະ​ພາບ​ອັນ​ທີ່​ເອີ້ນ​ວ່າ: “ກັບ​ດັກ​ໜີ້​ສິນ” ຍ້ອນ​ການ​ຮ່ວມ​ມື​ກັບ​ຈີນ.

ສຳ​ລັບ​ຫຼາຍ​ປະ​ເທດ​ໃນ​ໂລກ​ແລ້ວ, “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ມີ​ຄວາມ​ໝາຍ​ແນວ​ໃດ? ​ພຶດ​ຕິ​ກຳ​ຕົວ​ຈິງໃນ 7 ປີ​ຜ່ານ​ມາ​ໄດ້​ໃຫ້​ຄຳ​ຕອບ​ແລ້ວ. ພວກ​ໄມ ພົມ​ແພວ​ຕັ້ງ​ໃຈ​ໃສ່​ຮ້າຍ​ປ້າຍ​ສີ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ດ້ວຍ​ອຸ​ບາຍ​ຕ່າງໆ​ໃດກໍ​ຈະ​ບໍ່​ໄດ້​ຜົນ​ຫຍັງ​ເລີຍ.

ຄຳ​ເຫັນ

0