ປະເທດໃດໜຶ່ງຄັດເລືອກແນວຄິດການພັດທະນາແບບໃດ, ກໍຈະມີສະພາບການພັດທະນາແບບນັ້ນ. ກ່ອນໜ້ານີ້ 5 ປີ, ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 18 ໄດ້ສະເໜີແນວຄິດການພັດທະນາຄື: ການພັດທະນາດ້ວຍການປະດິດສ້າງໃໝ່, ປະສານສົມທົບກັນ, ສີຂຽວ, ເປີດປະຕູສູ່ພາຍນອກແລະແບ່ງປັນກັນ, ເຊິ່ງເປັນການໃຫ້ທິດຊີ້ນຳທາງທິດສະດີແລະການເຄື່ອນໄຫວແກ່ການພັດທະນາດ້ວຍຄຸນນະພາບສູງ.
ໃນໄລຍະ 5 ປີຜ່ານມາ, ການລົງທຶນດ້ານການຄົ້ນຄວ້າເພື່ອການພັດທະນາຂອງຈີນໄດ້ເພີ່ມຂຶ້ນຈາກ 2,06% ຂອງ GDP ຂອງຈີນເປັນ 2,23%, ທຶນຄົ້ນຄວ້າພື້ນຖານເພີ່ມຂຶ້ນເກືອບໜຶ່ງເທົ່າ, ດັດຊະນີປະດິດສ້າງໃໝ່ລະດັບໂລກໄດ້ຫຍັບຂຶ້ນຈາກອັນດັບທີ 29 ເປັນອັນດັບທີ 14.
ໃນໄລຍະ 5 ປີຜ່ານມາ, ຊາວກະສິກອນຫຼາຍກວ່າ 100 ລ້ານຄົນໄດ້ກາຍເປັນຊາວເມືອງໃໝ່; ຮອດທ້າຍປີ 2019, ລະດັບການຫັນເປັນຕົວເມືອງຂອງປະຊາກອນຈີນໄດ້ຖືກຍົກສູງຂຶ້ນເປັນ 60,6%, ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015 ເພີ່ມຂຶ້ນ 4,5%; ເງື່ອນໄຂການຜະລິດແລະຊີວິດການເປັນຢູ່ຂອງຊາວກະສິກອນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງ, ການພັດທະນາແບບປະສານສົມທົບລະຫວ່າງຕົວເມືອງແລະຊົນນະບົດກັນໄດ້ເກີດມີສະພາບການໃໝ່.
ໃນໄລຍະ 5 ປີຜ່ານມາ, ການພັດທະນາແບບສີຂຽວຂອງຈີນໄດ້ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ. ປີ 2019, ການສິ້ນເປືອງໃຊ້ພະລັງງານຕໍ່ຫົວໜ່ວຍ GDP ທຽບໃສ່ປີ 2015 ໄດ້ຫຼຸດລົງ 13,2%, ຕົວເມືອງລະດັບນະຄອນແລະລະດັບແຂວງ 337 ແຫ່ງໃນທົ່ວປະເທດຈີນ, ວັນເວລາທີ່ອາກາດເປັນຄຸນະພາບດີມີເຖິງ 82%, ສະພາບແວດລ້ອມຂອງຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນໂດຍລວມ.
ໃນໄລຍະ 5 ປີຜ່ານມາ, ຍອດມູນຄ່າຂາເຂົ້າຂາອອກຂອງຈີນໄດ້ເປັນອັນດັບໜຶ່ງຂອງໂລກ, ການດຶງດູດການລົງທຶນຂອງຕ່າງປະເທດໃນປີ 2019 ໄດ້ສ້າງສະຖິຕິໃໝ່ເປັນປະຫວັດສາດ, ການເປີດປະຕູສູ່ພາຍນອກຂອງຈີນພວມກ້າວຂຶ້ນສູ່ລະດັບໃໝ່.
ໃນໄລຍະ 5 ປີຜ່ານມາ, ຈີນໄດ້ຊ່ວຍເຫຼືອປະຊາກອນຜູ້ທຸກຍາກຢູ່ຊົນນະບົດຫຼາຍກວ່າ 50 ລ້ານຄົນໃຫ້ສາມາດຫຼຸດພົ້ນອອກຈາກສະພາບຄວາມທຸກຍາກ, ຄວາມທຸກຍາກທົ່ວໄປໃນເຂດແຄວ້ນໄດ້ຮັບການແກ້ໄຂໃນຂັ້ນພື້ນຖານ, ບັ້ນລຶບລ້າງຄວາມທຸກຍາກໃນຂັ້ນສຸດທ້າຍໄດ້ປະສົບຜົນສຳເລັດທີ່ມີລັກສະນະຕັດສິນ.
ເມື່ອທົບທວນຄືນ “ແຜນການພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 13”, ພາຍໃຕ້ການສູ້ຊົນຮ່ວມກັນຂອງປະຊາຊົນຈີນ 1.4 ຕື້ຄົນ, ການພັດທະນາຂອງຈີນໄດ້ກ້າວຂຶ້ນສູ່ລະດັບໃໝ່. ເພື່ອປະຕິບັດ “ແຜນການພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 14,” ລັດຖະບານຈີນຈະຍຶດໝັ້ນການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ຈັດຕັ້ງປະຕິບັດແຜນການຕາມແນວຄິດການພັດທະນາໃໝ່, ແລະຈະຂຽນໜ້າໃໝ່ຂອງການພັດທະນາທີ່ມີຄຸນນະພາບສູງ.
ຄຳເຫັນ
0