覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ຈາກ “ຟູ​ຈ້ຽນດິ​ຈີ​ຕອນ” ​ສູ່ “ປະ​ເທດ​ຈີນ​​ດິ​ຈີ​ຕອນ”

2020-10-29 17:07:46 cri


 

ສີ​ແສງ​ແຫ່ງ​ຍຸກ: ຈາກ “ຟູ​ຈ້ຽນດິ​ຈີ​ຕອນ” ​ສູ່ “ປະ​ເທດ​ຈີນ​​ດິ​ຈີ​ຕອນ”_fororder_数字中国1
 

ແຕ່​ວັນ​ທີ 12 ຫາ​ວັນ​ທີ 14 ຕຸ​ລາປີ 2020, ກອງ​ປະ​ຊຸມ​ສຸດຍອດ​ການ​ສ້າງ​ປະ​ເທດ​ຈີນດິ​ຈີ​ຕອນ​ຄັ້ງ​ທີ 3ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຟູ​ໂຈ່ວ​ແຂວງ​ຟູ​ຈ້ຽນ.
 

ແຕ່​ວັນ​ທີ 12 ຫາ​ວັນ​ທີ 14 ຕຸ​ລາປີ 2020, ກອງ​ປະ​ຊຸມ​ສຸດຍອດ​ການ​ສ້າງ​ປະ​ເທດ​ຈີນດິ​ຈີ​ຕອນ​ຄັ້ງ​ທີ 3ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຟູ​ໂຈ່ວ​ແຂວງ​ຟູ​ຈ້ຽນ. ປີ 2000, ໃນ​ໄລ​ຍະ​ທີ່​ດຳ​ລົງ​ຕຳ​ແໜ່ງ​ຢູ່​ແຂ​ວງ​ຟູ​ຈ້ຽນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ວາງ​ຍຸດ​ທະ​ສາດ​ສ້າງ “ຟູ​ຈ້ຽນ​ ​ດິ​ຈີ​ຕອນ”. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ເພີ່ມ​ທະ​ວີ​ການ​ອອກ​ແບບ​ໃນລະ​ດັບ​​ສູງ​ສຸດ ແລະ ວາງ​ແຜນ​​ໂດຍລວມ, ເຊິ່ງ​ໄດ້​​ວາງ​ທິດ​ທາງ​ການ​ພັດ​ທະ​ນາ​​ກ່ຽວ​ກັບ​ການ​ສ້າງ “ປະ​ເທດ​ຈີນ​​​ດິ​ຈີ​ຕອນ”.
 

ສີ​ແສງ​ແຫ່ງ​ຍຸກ: ຈາກ “ຟູ​ຈ້ຽນດິ​ຈີ​ຕອນ” ​ສູ່ “ປະ​ເທດ​ຈີນ​​ດິ​ຈີ​ຕອນ”_fororder_数字中国2
 

ງານ​ວາງ​ສະ​ແດງ​ຜົນ​ສຳ​ເລັດ​ຂອງ​ການ​ສ້າງ​ປະ​ເທດ​ຈີນ​ດິ​ຈີ​ຕອນ​ຄັ້ງ​ທີ 3
 

ປີ 2000, ທ່ານ​ວາງ​ຊິ່ນ​ມິນ ຮອງ​ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ຟູ​ໂຈ່ວ​ທີ່ຫາ​ກໍ​ກັບ​ມາ​ຈາກ​ຕ່າງ​ປະ​ເທດ​ບໍ່​ດົນ​ໄດ້​ເຜີຍ​ແຜ່​ຈົດ​ໝາຍ​ທີ່​ມີ​ຂໍ້​ສະ​ເໜີ​ສະ​ບັບ​ໜຶ່ງ​ກ່ຽວ​ກັບ​ການ​ສ້າງ​​ຟູ​ຈ້ຽນດິ​ຈີ​ຕອນ, ​ຈົດ​ໝາຍ​ສະ​ບັບ​ນີ້​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ທ່ານ​ສີ​ຈິ້ນ​ຜິງ​ທີ່​ເປັນ​ເຈົ້າ​ແຂວງ​ແຂວງ​ຟູ​ຈ້ຽນ​ໃນ​ເວ​ລາ​ນັ້ນ.

 

ໃນ​ຕອນ​ນັ້ນ, ຄອມ​ພິວ​ເຕີ ແລະ ອິນ​ເຕີ​ເນັດ​ຍັງ​ບໍ່​ທັນ​ນຳ​ໃຊ້​ຢ່າງ​ທົ່ວ​ເຖິງ, “​ໂລກ​ແຫ່ງ​ດິ​​ຈີ​ຕອນ” “ສັງ​ຄົມດິຈີ​ຕອນ”ຍັງ​​ເປັນ​ເລື່ອງ​ໄກ​ໂຕ, ແຕ່​ທ່ານ​ສີ​ຈິ້ນ​ຜິງ​ກຳ​ໄດ້​ທ່າອ່ຽງ ແລະ ມີ​ຄວາມ​ສະ​ດຸ້ງ​ໄວ​ຕໍ່​ການ​ພັດ​ທະ​ນາ​​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​. ທ່ານ​ໄດ້ໃຫ້ທິດ​ຊີ້​ນຳ​ວ່າ: ການ​ສ້າງ “ຟູ​ຈ້ຽນ​ດິ​ຈີ​ຕອນ” ມີ​ຄວາມ​ໝາຍ​ສຳ​ຄັນ​ຢ່າງ​ຍິ່ງ; ​ການຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ທີ່​ສ້າງ​ແຂວງ​ໃຫ້​ຈະ​ເລີນ​ດ້ວຍ​ວິ​ທະ​ຍາ​ສາດ​ແລະການ​ສຶກ​ສາ, ຕ້ອງ​ຍາດ​ເອົາ​ຈຸດ​ຍຸດ​ທະ​ສາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ; ສ້າງ “ຟູ​ຈ້ຽນ​​ດິ​ຈີ​ຕອນ”, ກໍ​ແມ່ນ​ຈຸດ​ຍຸດ​ທະ​ສາດ​​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກແຫ່ງ​ໜຶ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ໂລກ​ປະ​ຈຸ​ບັນ.

 

ຫຼັງ​ຈາກ​ການ​ໃຫ້​ທິດ​ຊີ້​ນຳ​ດັ່ງ​ກ່າວ​ໄດ້ເຄິ່ງ​ເດືອນ, “ຟູ​ຈ້ຽນ​ດິ​ຈີ​ຕອນ”ໄດ້​ຖືກ​ກຳ​ນົດ​ໃຫ້​ເປັນ​ຂໍ້​ສະ​ເໜີ​ຂອງ​ຄະ​ນະ​ພັກ​ແຂວງ​ຟູ​ຈ້ຽນໃນແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ “5 ປີ​ຄັ້ງ​ທີ 10”. ນີ້​ກໍ​ແມ່ນ​ການ​ເປີດ​ເຜີຍ​ວິ​ໄສ​ລັດ “ຟູ​ຈ້ຽນ​ດິ​ຈີ​ຕອນ”​ເປັນ​ຄັ້ງ​ທຳ​ອິດ. ຫຼັງ​ຈາກ​ນັ້ນ 2 ເດືອນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ຫົວ​ຂໍ້​ສະ​ເພາະ​ສຳ​ລັບອົງ​ການ​ປົກ​ຄອງ​ແຂ​ວງ, ຕົກ​ລົງ​ໃຫ້​ສ້າງ​ຕັ້ງ​ໜ່ວຍ​ງານ​ນຳ​ພາ​ການ​ສ້າງ​ “ຟູ​ຈ້ຽນ​ດິ​ຈີ​ຕອນ”, ໂດຍ​​ແມ່ນທ່ານ​ສີ​ຈິ້ນ​ຜິງ​ເປັນ​ຫົວ​ໜ້​າ​ໜ່ວຍ​ງານ.

 

ປີ 2002, ຢູ່​ເຂດ​ຊຸ​ມ​ຊົນ​ແຫ່ງ​ໜຶ່ງ​ຂ​ອງ​ແຂວງ​ຟູ​ຈ້ຽນ​ໄດ້​ສ້າງ​ຫ້ອງ​ສະ​ໝຸດ​ເອ​ເລັກ​ໂຕຼນິກ​ເຂດ​ຊຸມ​ຊົນ​ແຫ່ງ​ທຳ​ອິດ​ໃນ​ແຂວງຕົນ, ທັງ​ໄດ້​ປະ​ກອບ​ຄອມ​ພິວ​ເຕີ 10 ໜ່ວຍ​ງວດ​ທຳ​ອິດ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ສູງວ່າ ອິນ​ເຕີ​ເນັດ​ໃຊ້​ການ​ໄດ້​ບໍ່ ປ​ະ​ຊາ​ຊົນ​ຈະ​ໄດ້​ຂໍ້​ມູນ​​ຂ່າວ​ສານຫຍັງ​ຈາກ​ອິນ​ເຕີ​ເນັດ. ທ່ານ​ໄດ້​ຕັ້ງ​ໃຈ​ສັງ​ເກດ​ເບິ່ງ​ຜູ້​ເຖົ້າ​ຜູ້​ໜຶ່ງ​ໃຊ້​ອິນ​ເຕີ​ເນັດ​ແນວ​ໃດ,ທັງ​ຖາມ​ວ່າ “​ອິນ​ເຕີ​ເນັດ​ໄວ​ບໍ່”.

 

ພ້ອມດຽວ​ກັນ​ນີ້, ລະ​ບົບ​ຈ່າຍ​ຄ່າ​ນ້ຳ​ຄ່າ​ໄຟ​​ຜ່ານ​ທາງ​ອິນ​ເຕີ​ເນັດ​ກໍ​ໄດ້​ທົດ​ລອງ​ຕິດ​ຕັ້ງ​ນຳ​ໃຊ້ຢູ່​ແຂວງ​ຟູ​ຈ້ຽນ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຊອກ​​ຮູ້ຢ່າງ​ລະ​ອຽດ​ກ່ຽວ​ກັບ​ການ​ຈົດ​ເລກ​ໝໍ້​ນັບ​ໄຟ​ຜ່ານ​ທາງ​ອິນ​ເຕີ​ເນັດ, ແລະ​ຖາມ​ວ່າ “ຕົວ​ເລກ​ຖືກ​ຕ້ອງຫຼື​ບໍ່”. ໃນ​ໄລ​ຍະ​ນັ້ນ, ອິນ​ເຕີ​ເນັດ​ມີ​ສາຍ​ທີ່​ເຊື່ອມ​​ຕໍ່ເຂົ້າ​ເຮືອນ​ມີ​ແຕ່ 2 Mເທົ່າ​ນັ້ນ, ພະ​ນັກ​ງານ​ຕອບ​ວ່າ, ຍັງ​ຕ້ອງ​ປະ​ສົມ​ປະ​ສານ​ກັບ​​ການ​ຈົດຕົວ​ເລກ​ດ້ວຍ​ຄົນ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ​ຕ້ອງ​ເຮັດ​ແທ້​ທຳ​ຈິງ, ໃຫ້​ການ​ບໍ​ລິ​ການເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​​ຈິງ​ຈັງ​ແກ່​ປະ​ຊາ​ຊົນ.

 

ສີ​ແສງ​ແຫ່ງ​ຍຸກ: ຈາກ “ຟູ​ຈ້ຽນດິ​ຈີ​ຕອນ” ​ສູ່ “ປະ​ເທດ​ຈີນ​​ດິ​ຈີ​ຕອນ”_fororder_数字中国3
 

 ປີ 2015, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ປະ​ກອບ​ຄຳ​ເຫັນໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ອິນ​ເຕີ​ເນັດ​ໂລກ​ຄັ້ງ​ທີ 2

 

ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິ​ດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ທີ່​ມີ​ທ່ານ​ສີ​ຈິ້ນ​ຜິງ​ເປັນ​ແກນ​ກາງ​ໄດ້​ມຸ່ງໝັ້ນສູ່​ອະ​ນາ​ຄົດ ແລະ ​ໄປ​ຕາມ​ທ່າ​​ອ່ຽງລວມ​ໄດ້, ວາງ​ແຜນ​ຍຸດ​ທະ​ສາດ​ໃນ​ການ​ສ້າງ​ປະ​ເທດ​ຈີນ​ດິ​ຈີ​ຕອນ. ປີ 2015, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເນັ້ນ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ອິນ​ເຕີ​ເນັດ​ໂລກ​ຄັ້ງ​ທີ 2ວ່າ: “ຈີນ​ພວມ​ປະ​ຕິ​ບັດ​ແຜນ​ການ​ດຳ​ເນີນ​ງານ ອິນ​ເຕີ​ເນັດ +, ຊຸກ​ຍູ້​ການ​ສ້າງ ປະ​ເທດ​ຈີນ​ດິ​ຈີ​ຕອນ.” ປີ 2017 ການ​ສ້າງ​ປະ​ເທດ​ຈີນ​ດີ​ຈີ​ຕອນ ໄດ້ຖືກ​ກຳ​ນົດເຂົ້າ​ໃນ​ບົດ​ລາຍ​ງານ​ການ​ເມືອງ​ຂອງກອງ​ປະ​ຊຸມ​ໃຫຍ່ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19.

 

“ຂໍ້​ມູນ​ໃຫຍ່ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ໃຫຍ່ຫຼວງ​ໃນ​ການ​ຮັບ​ປະ​ກັນ ແລະ ປັ​ບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.” ໃນ​ການ​ຮ່ຳ​ຮຽນ​ລວມ​ໝູ່​ຄັ້ງ​ທີ 2 ຂອງ​ກົມ​ການ​ເມືອງ​ສູນ​ກາງພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ຂໍ້​ມູນ​ໃຫຍ່​ແຫ່ງ​ຊາດ, ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ: “ຕ້ອງ​ຍຶດ​ໝັ້ນ​ແນວ​ຄິດ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຊຸກ​ຍູ້ ອິນ​ເຕີ​ເນັດ+ການ​ສຶກ​ສາ, ອິນ​ເຕີ​ເນັດ+ການ​ປິ່ນ​ປົວ, ອິນ​ເຕີ​ເນັດ+ວັດ​ທະ​ນະ​ທຳ ແລະ​ອື່ນໆ, ເຮັດ​ໃຫ້​ປະ​ຊາ​ຊົນ​​ບໍ່​ຈຳ​ເປັນ​ຕ້ອງ​ເດີນ​ທາງ​ໄປ​ເຮັດ​ທຸ​ລະ​ທຸກ​ຢ່າງ, ແລະ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ໃຫ້ຫຼາຍ​​ຂຶ້ນ, ເຮັດ​ໃຫ້​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ມີ​ຄວາມ​ສະ​ໝ່ຳ​ສະ​ເໝີ ​ທົ່ວ​ເຖິງ ແລະ ສະ​ດວກຫຼາຍກວ່າ​ເກົ່າ.”

 

ປະ​ຈຸ​ບັນ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​​ໃຫຍ່​ໄດ້​ນຳ​ໃຊ້​​ທົ່ວ​ໄປ​ໃນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ, ເຊັ່ນ: ຢູ່​ຮ້ານ​ຄ້າ ​ພຽງ​ແຕ່ສະ​ແກນ​ໃບ​ໜ້າ​​ກໍຈະ​ສາ​ມາດ​ຈ່າຍ​ເງິນ​ໄດ້ແລ້ວ; ຢູ່​ໃນ​ເຮືອນ ​ພຽງ​ແຕ່ໃຊ້​ໂທ​ລະ​ສັບ​ມື​ຖື ແລະ ຄອມ​ພິວ​ເຕີ​ ​ໜ່ວຍ​ດຽວ​ກໍ​ສາ​ມາດ​ເຮັດ​ວຽກ​ໄດ້​ແລ້ວ; ເມື່ອ​ໄປ​ວຽກ​ນອກ, ​ກໍ​ສາ​ມາດ​ສົ່ງ​ຂໍ້​ມູນ​ໄດ້​ກັບ​ທີ່​ໂດຍ​ບໍ່​ຕ້ອງ​ເດີນ​ທາງ​ໄປ​ເຮັດ​ທຸ​ລະ​ເອງ​ທຸກ​ຢ່າງ, ເຊິ່ງ​ໄດ້​ປະ​ຢັດ​ເວ​ລາ​ຢ່າງຫຼວງຫຼາຍ. ຄຽງ​ຄູ່​ກັບການ​ນຳ​ໃຊ້​ຮູບ​ແບບ​ໃໝ່ ແລະ ​ເຕັກ​ນິກ​ໃໝ່ຕ່າງໆ, ເຊັ່ນ: ​ໂຮງ​ໝໍ​ທາງ​ອິນ​ເຕີ​ເນັດ, ການ​ປິ່ນ​ປົວ​ຈາກ​ທາງ​ໄກ, ​ການ​ບົ່ງ​ມະ​ຕິ​ດ້ວຍ​ເຕັກ​ໂນ​ໂລ​ຊີAI ແລະ​ອື່ນໆ, ຄວາມ​ແຕກ​ໂຕນ​ກັນ​ດ້ານ​ການ​ປິ່ນ​ປົວ ແລະ ການ​ສຶກ​ສາ​ຍ້ອນ​ຄວາມ​ແຕກ​ໂຕນ​ດ້ານ​ການ​ພັດ​ທະ​ນາ​ລະ​ຫວ່າງ​ທ້ອງ​ຖິ່ນ​ຕ່າງໆ, ກໍນັບ​ມື້​ນັບຫຼຸດ​ໜ້ອຍ​​ລົງ.

 

ເດືອນ​ສິງ​ຫາ​ປີ2020, ອີ​ຊີ​ວາງມູ ຊາວ​ນະ​ຄອນ​ລາ​ຊາ​ເຂດ​ຕິ​ເບດໄດ້​ເປັນ​ພ​ະ​ຍາດ​ອັກ​ເສບ​ມ້າມ​ສຸກ​ເສີນ ຈົນ​ເຮັດ​ໃຫ້​ອະ​ໄວ​ຍະ​ວະຫຼາຍ​ບ່​ອນ​ຊຸດ​ໂຊມ​ລົງ, ເກືອບ​ເສຍ​ຊີ​ວິດ​. ແຕ່​ໂຊກ​ດີ​ເມື່ອ​ມີ​ລະ​ບົບ “5G+ການ​ປິ່ນ​ປົວ​ແບບ​ອັດ​ສະ​ລິ​ຍະ”, ແພດ​ໝໍ​ຂອງ​ໂຮງ​ໝໍ​ປະ​ຊາ​ຊົນ​ນະ​ຄອນ​ລາ​ຊາ​ອາ​ໄສ​ລະ​ບົບປິ່ນ​ປົວທາງ​ໄກ, ພາຍ​ໃຕ້​ການ​ຊີ້​ນຳ​ທາງ​ອອນ​ລາຍ​ຂອງ​ຊ່ຽວ​ຊານ​ໂຮງ​ໝໍ​ມິດ​ຕະ​ພາບ​ປັກ​ກິ່ງ, ​ຈຶ່ງ​ສາ​ມາດດຳ​ເນີນ​ການ​ຜ່າ​ຕັດ​ໃຫ້​ອີ​ຊີ​ວາງ​ມູ​ໄດ້​ຢ່າງ​ສຳ​ເລັດ​ຜົນ.

 

ທ່ານ​ອີ​ປີ​ຢານ​ແຮນ ຫົວ​ໜ້າ​ພະ​ແນກ​​ລະ​ບົບ​ລະ​ລາຍ​ໂຮງ​ໝໍ​ປະ​ຊາ​ຊົນ​ນະ​ຄອນ​ລາ​ຊາ​ເວົ້າ​ວ່າ, ໂດຍ​ອາ​ໄສ​ລະ​ບົບ​ປິ່ນ​ປົວ​ທາງ​ໄກ, ເຂົາ​ເຈົ້າ​ສາ​ມາດ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ໝໍ​ຜູ້​ຊ່ຽວ​ຊານອາ​ວຸ​ໂສ​ໃນ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ​ພາຍ​ໃນ​ປະ​ເທດ, ດຳ​ເນີນ​ການ​ບົ່ງ​ມະ​ຕິ ແລະ ປິ່ນ​ປົວ​ຄົນ​ເຈັບ​ຜູ້​ມີ​ອາ​ການ​ທີ່​ປິ່ນ​ປົວ​ຍາກ​ນັ້ນ​ໄດ້​ຢ່າງ​ສະ​ດວກ, ຄົນ​ເຈັບ​ບໍ່​ຕ້ອງ​ອອກ​ໄປ​ນອກ​ເຂດ​ຕິ​ເບດ​ກໍ​ສາ​ມາດ​ຊົມ​ໃຊ້​ການ​ບໍ​ລິ​ການ​ປິ່ນ​ປົວ​ທີ່​ມີ​ຄຸນ​ນະ​ພາບ​ສູງ.

 

“ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ໃຫຍ່​ເພື່ອ​ຊຸກ​ຍູ້​ການ​ຮັບ​ປະ​ກັນ ແລະ ປັບ​ປຸງ​ຊີ​ວິດ​ການ​ເ​ປັນ​ຢູ່​ຂອງ​ປະ​ຊ​າ​ຊົນ”. ໃນ​ການ​ວາງ​ແຜນ​ຍຸດ​ທະ​ສາດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ປະ​ຊາ​ຊົນ​ພະ​ເອກ​ຢູ່​ສະ​ເໝີ. ການ​ເຮັດ​ໃຫ້​ປະ​ຊາ​ຊົນ​​ໄດ້ສຳ​ຜັດ​ກັບ​ຄວາມ​ສະ​ດວກ​ຈາກ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານຢ່າງ​ທົ່ວ​​ເຖິງ, ປະ​ສົມ​ປະ​ສານ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ກັບ ການ​ຍົ​ກ​ລະ​ດັບ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ, ແມ່ນ​ເປົ້າ​ໝາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ຍຸດ​ທະ​ສາດ​ສ້າງ “ປະ​ເທດ​ຈີນດິ​ຈີ​ຕອນ”.

 

ປີ 2020, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ. ໃນ​ເວ​ລາ​ໄປ​ສຳຫຼວດຄົ້ນ​ຄວ້າວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ຕ້ອງ​ນຳ​ໃຊ້​ເຄື່ອງ​ມື​ດ້ານ​ຂໍ້​ມູນ​ໃຫຍ່ ແລະ ອື່ນໆ, ເພີ່ມ​ທະ​ວີ​ການ​ສືບ​ຫາ​ແຫຼ່ງ​ກຳ​ເນີດ ແລະ ຕິດ​ຕາມ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.” ພາຍ​ໃຕ້​ທິດ​ຊີ້​ນຳ​ດັ່ງ​ກ່າວ, ຈີນ​ໄດ້​ນຳ​ໃຊ້​ຂໍ້​ມູນ​ໃຫຍ່, ປັນ​ຍາ​ປະ​ດິດ, 5G ແລະເຕັກ​ນິກ​ອື່ນໆ, ເພື່ອ​ຕິດ​ຕາມ​ສະ​ພາບ​ການ​ຂອງ​ຄົນ​ເຈັບ ແລະ ຜູ້​ເຄີຍ​ຢູ່​ໃກ້​ຊິດ​ກັບ​ຄົນ​ເຈັບ, ຈັດ​ສັນ​ຊັບ​ພະ​ຍາ​ກອນ​ການ​ແພດ​ຢ່າງ​ເໝາ​ະ​ສົມ, ສ້າງ​ຕັ້ງ​ພະ​ແນກ​ໄຂ້​ເຂດນອກ, ດຳ​ເນີນ​ການ​ບົ່ງ​ມະ​ຕິ ແລະ ການ​ປິ່ນ​ປົວ​ທາງ​ອອນ​ລາຍ, ໃຊ້ “QR CODE ​ສຸ​ຂະ​ພາບ” ແລະ​ວິ​ທີ​ອື່ນໆ​ທີ່​ມີ​ປະ​ສິດ​ທິ​ຜົນ, ບໍ່​ພຽງ​ແຕ່​ໄດ້​ຊຸກ​ຍູ້​ການ​ປ້ອງ​ກັນ ແລະ​ຄວບ​ຄຸມ​ພະ​ຍາດ​ຢູ່ຈີນ​​ໃຫ້ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ​ເທົ່າ​ນັ້ນ, ຍັງ​ຈະ​ຊຸກ​ຍູ້​ໃຫ້​ໂລກ​ເອົາ​ຊະ​ນະ​ພະ​ຍາດ​​ໄດ້ຢ່າງ​ສຳ​ເລັດ​ຜົນ, ແລະ​ສ້າງ​ປະ​ຊາ​ຄົມ​ສາ​ທາ​ລະ​ນະ​ສຸກ​ຂອງມວນ​ມະ​ນຸດ.

 

ຄຳ​ເຫັນ

0