ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 28 ຕຸລານີ້, ທ່ານເຄສ ໂຣກແວວ ໂຄສົກອົງການການຄ້າໂລກໄດ້ປະກາດວ່າ: ທ່ານເອັນໂກຈີ ໂອຄັນໂຈ ໄອວີລາ ໄດ້ກາຍເປັນຜູ້ສະໝັກຮັບເລືອກຕັ້ງຄົນສຸດທ້າຍເພື່ອເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ອົງການການຄ້າໂລກທີ່ຄະນະຜູ້ເລືອກຕັ້ງ 3 ຄົນກຽມຈະສະເໜີລາຍຊື່ຕໍ່ສະພາມົນຕີອົງການການຄ້າໂລກ. ອາເມຣິກາເປັນພຽງປະເທດດຽວທີ່ບໍ່ສະໜັບສະໜູນຜົນການສະເໜີຊື່ໃນຄັ້ງນີ້.
ຕາມກົດລະບຽບຂອງອົງການການຄ້າໂລກໃນປະຈຸບັນນີ້, ການແຕ່ງຕັ້ງຜູ້ອຳນວຍການໃຫຍ່ຄົນໃໝ່ຕ້ອງຜ່ານການປຶກສາຫາລືລະຫວ່າງປະເທດສະມາຊິກ, ຜູ້ຖືກສະເໜີຊື່ຕ້ອງໄດ້ຮັບການເຫັນດີທັງໝົດຈາກ 164 ປະເທດສະມາຊິກຈຶ່ງຈະຖືກເລືອກເປັນຜູ້ອຳນວຍການໃຫຍ່ຄົນໃໝ່ໄດ້. ແຕ່ໃນກໍລະນີພິເສດ, ການລົງຄະແນນສຽງກໍເປັນອີກທາງເລືອກໜຶ່ງ.
ຄຳເຫັນ
0